ຫໍສະໝຸດເຕັກໂນໂລຢີສູງສ້າງແຫຼ່ງອາລົມໃຫ້ນັກສຶກສາ

(VOVWORLD) -     ຫວ່າງແລ້ວນີ້, ມະຫາວິທະຍາໄລຕົນດຶກທັ້ງ, ນະຄອນໂຮ່ຈິມິນ ໄດ້ນຳເຂົ້າເຄື່ອນໄຫວ ຫໍສະໝຸດເຕັກໂນໂລຢີສູງສ້າງແຫຼ່ງອາລົມທີ່ມີລະບົບຄຸ້ມຄອງ ແລະ ເຄື່ອນໄຫວທັນສະໄໝ, ຕາມທິດນຳຖືເປັນສຳຄັນສະພາບແວດລ້ອມແຫ່ງການຮ່ຳຮຽນ ແລະ ກະຕຸ້ນຄວາມເປັນເຈົ້າການ, ປະດິດຄິດສ້າງຂອງນັກສຶກສາບົນພື້ນຖານນຳໃຊ້ເຕັກໂນໂລຢີສູງ. ບັນດາຄຸນປະໂຫຍດຂອງຮູບແບບນີ້ ໄດ້ສ້າງ ສະພາບແວດລ້ອມແຫ່ງການຮ່ຳຮຽນຢ່າງມີປະສິດທິຜົນ
ຫໍສະໝຸດເຕັກໂນໂລຢີສູງສ້າງແຫຼ່ງອາລົມໃຫ້ນັກສຶກສາ  - ảnh 1ແຈໜຶ່ງໃນຫໍສະໝຸດ 

ຈຸດທີ່ພົ້ນເດັ່ນຂອງ ຫໍສະໝຸດສ້າງແຫຼ່ງອາລົມ ຂອງມະຫາວິທະຍາໄລຕົນດຶກທັ້ງ ກໍແມ່ນຮູບແບບສະພາບແວດລ້ອມແຫ່ງການຮ່ຳຮຽນລວມ. ບໍ່ພຽງແຕ່ອອກແບບສະເພາະເຂດຮ່ຳຮຽນ, ຄົ້ນຄ້ວາທັງເວັນ ແລະ ຄືນໃຫ້ນັກສຶກສາທີ່ມີຄວາມຕ້ອງການເທົ່ານັ້ນ, 7ຊັ້ນທີ່ຍັງເຫຼືອຂອງຫໍສະໝຸດ ຍັງໃຫ້ບຸລິມະສິດທັງໝົດໃຫ້ແກ່ສະພາບແວດລ້ອມແຫ່ງການຮ່ຳຮຽນ ແລະ ການເຮັດວຽກເປັນຈຸເປັນກຸ່ມອີກດ້ວຍ. ສິ່ງທີ່ຈັບໃຈແມ່ນຢູ່ບ່ອນວ່າ ຫໍສະໝຸດມີບໍລິເວນພົບປະແລກປ່ຽນຮັບໃຊ້ການຮ່ຳຮຽນຊຶ່ງລວມມີ ບັນດາສະຖານທີ່ພົບປະ, ເຂດກິນດື່ມ, ເຂດອ່ານປຶ້ມຢ່ອນໃຈ. ທ່ານສາດສະດາຈານ, ປອ ເລວິງແຢງ, ອະທິການບໍດີ ມະຫາວິທະຍາໄລຕົນດຶກທັ້ງ ໃຫ້ຮູ້ວ່າ : 

    “ ນີ້ແມ່ນ ຫໍສະໝຸດແຫ່ງທຳອິດຂອງຫວຽດນາມ ທີ່ມີສະພາບແວດລ້ອມແຫ່ງການຮ່ຳຮຽນຢ່າງຮອບດ້ານ. ຢູ່ທີ່ນີ້, ບ່ອນໃດກໍແມ່ນສະພາບແວດລ້ອມແຫ່ງການຮ່ຳຮຽນ, ຫາກບໍ່ຄືກັບຫໍສະໝຸດທົ່ວໄປ ຊຶ່ງຕົນຕໍ່ແມ່ນເກັບຮັກສາ ແລະ ໃຫ້ຢືມເອກະສານ. ມັນສົ່ງເສີມນັກສຶກສາ ຕ້ອງມານະອົດທົນ, ພະຍາຍາມຮ່ຳຮຽນ ແລະ ເສີມຂະຫຍາຍຄວາມເປັນເຈົ້າໃນການປະດິດຄິດສ້າງ ແລະ ໃນການຮ່ຳຮຽນ ”

      ໂດຍໄດ້ຮັບການປະກອບບັນດາພາຫະນະຄຸ້ມຄອງເຕັກໂນໂລຢີສູງຕາມມາດຕະຖານສາກົນ, ລະບົບຈັດແບ່ງປະເພດ, ຄຸ້ມຄອງ, ໃຫ້ຢືມ ແລະ ສົ່ງປຶ້ມຄືນ, ລະບົບອະນາໄມຫຼືພິມເອກະສານໃນຫໍສະໝຸດ ລ້ວນແຕ່ໄດ້ຮັບການປະຕິບັດດ້ວຍຕ່ອງໂສ້ແບບອັດຕະໂນມັດ. ນີ້ແມ່ນປັດໄຈສ້າງຄຸນປະໂຫຍດສູງ ແລະ ສາມາດຫຼຸດຜ່ອນຈຳນວນບຸກຄະລາກອນ ຊ່ວຍປະຢັດເງິນໃຊ້ຈ່າຍແກ່ການເຄື່ອນໄຫວ. ຮູບແບບການເຄື່ອນໄຫວແບບທັນສະໄໝຂອງຫໍສະໝຸດສ້າງແຫຼ່ງອາລົມ ໄດ້ເຮັດໃຫ້ນັກສຶກສາຫຼາຍຄົນຕົກສະເງີ້ເມື່ອມາເປັນຄັ້ງທຳອິດ. ນ້ອງ ໂງທິກີງ, ນັກສຶກສາສັງກັດໂຮງຮຽນ ແບ່ງປັນວ່າ : 

    “ ນ້ອງມັກປຶ້ມອ່ານ ແລະ ສະພາບແວດລ້ອມຢູ່ຫໍສະໝຸດນີ້ທີ່ສຸດ. ນ້ອງ ສະພາບແວດລ້ອມແຫ່ງການຮ່ຳຮຽນ ທັງມີໂຕະຕັ່ງ, ທັງມີບ່ອນເພື່ອໃຫ້ເຮົາຢ່ອນໃຈ ກໍຄືມີປຶ້ມອ່ານຄົບທຸກຊະນິດທີ່ເຮົາຕ້ອງການ. ຢູ່ຫໍສະໝຸດແຫ່ງນີ້, ການຊອກຫາປຶ້ມອ່ານໃດໜຶ່ງ ແມ່ນສະດວກສະບາຍເພາະລະບົບປຶ້ມຖືກຈັດແບ່ງປະເພດຢ່າງເຫັນໄດ້ຊັດ. ”

    ພ້ອມກັບເອກະສານ, ປຶ້ມອ່ານ 1ແສນ 2 ໝື່ນກວ່າຫົວ, ແຫຼ່ງຊັບພະຍາກອນຂອງຫໍສະໝຸດໄດ້ມີນັ້ນ, ແມ່ນຜ່ານການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ອັນໄດ້ຊ່ວຍນັກສຶກສາສາມາດອັບເດັດຂໍ້ມູນ, ເອກະສານໃນບັນດາບົດໜັງສືພິມ, ວາລະສານຕ່າງປະເທດ. ນອກຈາກນັ້ນ, ກໍຍັງມີບັນດາການບໍລິການຢືມປຶ້ມອ່ານ, ເອກະສານຕ່າງໆລະຫວ່າງຫໍສະໝຸດທົ່ວໂລກອີກດ້ວຍ. ຕາມທ່ານນາງເຈືອງທິຫງອກມາຍ, ຮອງຜູ້ອຳນວຍການຫໍສະໝຸດແລ້ວ, ການນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າ ຈະສ້າງສະພາບແວດລ້ອມແຫ່ງພູມປັນຍາເຕັມໄປດ້ວຍແຫຼ່ງອາລົມໃຫ້ແກ່ນັກສຶກສາ. ທ່ານນາງເຈືອງທິຫງອກມາຍໃຫ້ຮູ້ວ່າ: 

   “ ດ້ວຍຊື່ຂອງຫໍສະໝຸດແມ່ນຫໍສະໝຸດສ້າງແຫຼ່ງອາລົມ. ດັ່ງນັ້ນ ມັນເຮັດໃຫ້ນັກສຶກສາມີອາລົມໃນການຮ່ຳຮຽນ. ນັ້ນແມ່ນແຫຼ່ງອາລົມກ່ຽວກັບສະພາບແວດລ້ອມແຫ່ງການຮ່ຳຮຽນ  ແລະ ຄວາມມີຫຼາຍຮູບຫຼາຍສີ, ອຸດົມສົມບູນກ່ຽວກັບແຫຼ່ງຊັບພະຍາກອນ. ນອກຈາກນັ້ນ, ກໍຍັງມີຖັນແຖວພະນັກງານຫໍສະໝຸດອີກດ້ວຍ. ພະນັກງານ ຫໍສະໝຸດແມ່ນບັນດາຜູ້ມີວິຊາຊີບສູງເພື່ອຮັບໃຊ້ນັກສຶກສາຂອງຕົນ   ”

     ເມື່ອເວົ້າເຖິງຫໍສະໝຸດຂອງໂຮງຮຽນ, ນັກສຶກສາຫຼາຍຄົນໄດ້ເລີຍຄິດເຖິງສ້າງປຶ້ມອ່ານໃຫຍ່ປະກອບດ້ວຍໂຕະຕັ່ງ 2-3 ແຖວເພື່ອຊອກຫາ, ສຶກສາຄົ້ນຄ້ວາເອກະສານ, ແຕ່ໃນປະຈຸບັນ, ຮູບແບບທັນສະໄໝນີ້ຂອງໂຮງຮຽນມະຫາວິທະຍາໄລຕົນດຶກທັ້ງໄດ້ເຮັດໃຫ້ປ່ຽນແປງການສັງເກດຕີລາຄາກ່ຽວກັບຫໍສະໝຸດໃນໂຮງຮຽນຜ່ານສາຍຕາຂອງພວກນັກສຶກສາ. ການນຳໃຊ້ເຕັກໂນໂລຢີສູງເປັນປະຈຳ, ເປັນເຈົ້າການຊັບຊ້ອນການຮ່ຳຮຽນ, ຄົ້ນຄ້ວາ ແລະ ແບ່ງປັນລະດັບຄວາມຮູ້ໃນສະພາບແວດລ້ອມທັນສະໄໝ ໄດ້ຊ່ວຍນັກສຶກສາມີແຫຼ່ງອາລົມຕື່ມອີກເພື່ອເສີມຂະຫຍາຍການປະດິດຄິດສ້າງຂອງຕົນເອງໃນລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ