ຮູບ​ແບບ​ປູກ​ໝາກມັງກອນ​ກ້ຽວຕົ້ນມໍ໊າ ທີ່​ເປັ​ນ​ເອກະລັກ​ຢູ່ແຂວງກາເມົາ

(VOVWORLD) -      ຢູ່ເທດສະບານ ກ໊າຍເນືອກ, ເມືອງ ກ໊າຍເນືອກ ແຂວງ ກາເມົາ ຂອງຫວຽດນາມ ໄດ້ມີຮູບແບບສ້າງເສດຖະກິດຟາມທີ່ເປັນເອກະລັກ ແລະ ນໍາມາເຊິ່ງປະສິດທິຜົນເສດຖະກິດສູງ. ນັ້ນແມ່ນຮູບແບບສົມທົບລະຫວ່າງການປູກໝາກມັງກອນ ກັບ ຕົ້ນມໍໍ໊ໍາ (ຊື່ວິທະຍາສາດແມ່ນ Avicennia)  ຢູ່ໜອງບຶງຂອງຄົວຄອບຊາວກະສິກອນ ອ້າຍ ມາຍລາມເຟືອງ ເຂົາເຈົ້າເອີ້ນຮູບແບບນີ້ວ່າແມ່ນ “ຮູບແບບປູກໝາກມັງກອນກ້ຽວຕົ້ນມໍໍ໊າ”.

 

        ໃນເນື້ອທີ່ລ້ຽງກຸ້ງຂອງຄອບຄົວ, ພາຍຫຼັງລ້ຽງມາໄດ້ຫຼາຍປີ, ອ້າຍ ມາຍລາມເຟືອງ ເຫັນວ່າ ສະມັດຕະພາບຂອງກຸ້ງນັບມື້ນັບຫຼຸດລົງ. ສະນັ້ນ, ອ້າຍເຟືອງ ຈຶ່ງທົດລອງບັນດາຮູບແບບປູກພືດພັນທັນຍາຫານ, ປູກຕົ້ນໄມ້ກິນໝາກຢູ່ອ້ອມໜອງ ແຕ່ຍ້ອນດິນຖືກນໍ້າທະເລຊຶມ, ສະນັ້ນ ຈຶ່ງບໍ່ບັນລຸປະສິດທິຜົນ. ບັງເອີນ, ອ້າຍ ເຟືອງ ໄດ້ພົບເຫັນແນວພັນໝາກມັງກອນຂອງທ້ອງຖິ່ນ ເຊິ່ງເປັນແນວພັນທີ່ສາມາດປູກຢູ່ໃກ້ນໍ້າເຄັມໄດ້, ອ້າຍ ເຟືອງ ກໍເລີຍເກີດມີແນວຄິດຫັນປ່ຽນຮູບແບບການປູກຝັງ, ລ້ຽງສັດ. ປີ 2012, ລາວໄດ້ເລີ່ມລົງມືປະຕິບັດຮູບແບບປູກໝາກມັງກອນກ້ຽວຕົ້ນມໍ໊າຢູ່ອ້ອມໜອງລ້ຽງກຸ້ງ. ດ້ວຍວິທີການປູກດັ່ງກ່າວ ຮາກຕົ້ນມັງກອນໄດ້ກ້ຽວແໜ້ນ, ອາໄສ ແລະ ດູດເອົາທາດບໍາລຸງຈາກຕົ້ນມໍ໊າໂດຍກົງ. ໃນເບື້ອງຕົ້ນ, ຮູບແບບດັ່ງກ່າວໄດ້ຮັບຖືວ່າແມ່ນແປກປະຫຼາດ, ຍາກທີ່ຈະບັນລຸຜົນສໍາເລັດໄດ້, ແຕ່ ອ້າຍ ເຟືອງ ຍັງຕັດສິນໃຈເຮັດຕໍ່.  ອ້າຍ ມາຍລາມເຟືອງ ເລົ່າຄືນສູ່ຟັງວ່າ:

        “ກ່ອນໜ້ານັ້ນ, ຂ້າພະເຈົ້າໄດ້ເອົາແນວພັນໝາກມັງກອນຢູ່ແຂວງ ບິ່ງທ້ວນ, ຕ່ຽນຢາງ ມາປູກຢູ່ທີ່ນີ້ ແຕ່ປູກບໍ່ໄດ້ ມັນຕາຍ. ເມື່ອເຫັນຕົ້ນໝາກມັງກອນຂອງທ້ອງຖິ່ນລົ້ມແຊ່ນໍ້າເຄັມແຕ່ມັນກໍຍັງບໍ່ຕາຍ, ແລະ ເຕີບໂຕເປັນປົກກະຕິ. ສະນັ້ນ, ຂ້າພະເຈົ້າຈຶ່ງນໍາມາປູກ. ໃນເບື້ອງຕົ້ນ, ຍ້ອນເສດຖະກິດຂາດເຂີນ ບໍ່ມີທຶນເພື່ອເຮັດເສົາໃຫ້ຕົ້ນມັງກອນຂຶ້ນກ້ຽວ, ສະນັ້ນ, ຂ້າພະເຈົ້າຈຶ່ງປູກໝາກມັງກອນໃຫ້ຂຶ້ນກ້ຽວຕາມຕົ້ນໄມ້ປະເພດຕ່າງໆທີ່ຢູ່່ອ້ອມໜອງ. ຫຼັງຈາກນັ້ນ, ກໍຂະຫຍາຍອອກຕື່ມ”.

ຮູບ​ແບບ​ປູກ​ໝາກມັງກອນ​ກ້ຽວຕົ້ນມໍ໊າ ທີ່​ເປັ​ນ​ເອກະລັກ​ຢູ່ແຂວງກາເມົາ - ảnh 1ຮູບແບບປູກໝາກມັງກອນກ້ຽວຕົ້ນມໍ໊າ ທີ່ເປັນເອກະລັກຢູ່ແຂວງກາເມົາ ຂອງອ້າຍ ມາຍລາມເຟືອງ

        ຮອດປີ 2014, ອ້າຍ ມາຍລາມເຟືອງ ໄດ້ປູກໝາກມັງກອນປະມານ 400 ຕົ້ນຕື່ມອີກ. ຫຼາຍຄົນກໍ່ປະຫຼາດໃຈ ຍ້ອນວ່າເຄືອໝາກມັງກອນທີ່ກ້ຽວຂຶ້ນຕາມຕົ້ນໄມ້ເຫຼົ່ານັ້ນ ລ້ວນແຕ່ເປັນໝາກໃຫຍ່ ແລະ ງາມດີ. ອ້າຍ ເຟືອງ ໄດ້ປູກຕົ້ນໄມ້ທີ່ເປັນເອກະລັກຂອງລະບົບນິເວດເຂດນໍ້າເຄັມຢູ່ທ້ອງຖິ່ນຫຼາຍຊະນິດຕື່ມອີກ ເພື່ອໃຫ້ໝາກມັງກອນຂຶ້ນກ້ຽວຫຼາຍກວ່າ. ເຖິງວ່່າ ຕົົ້ນໄມ້ເຫຼົ່ານັ້ນຈະມີລໍາຕ້ົນໃຫຍ່ກໍຕາມ ແຕ່ເມື່ອເຄືອໝາກມັງກອນກ້ຽວແໜ້ນ ກໍຄ່ອຍໆຕາຍໄປເທື່ອລະໜ້ອຍ ແລະ ເຄືອໝາກມັງກອນກໍຈະຕາຍໄປນໍາ. ມີພຽງແຕ່ເຄືອໝາກມັງກອນ ທີ່ຂຶ້ນກ້ຽວຕາມຕົ້ນມໍ໊າເທົ່ານັ້ນມີການເຕີບໂຕ ແລະ ຂະຫຍາຍຕົວດີ ແລະ ຕົ້ນມໍ໊າກໍເຕີບໂຕເຊັ່ນດຽວກັນ. ແຕ່ລະປີ, ສວນໝາກມັງກອນຢູ່ໃຈກາງເຂດດິນແດນນໍ້າເຄັມ ໄດ້ຊ່ວຍໃຫ້ຄອບຄົວອ້າຍເຟືອງ ສ້າງລາຍຮັບໄດ້ນັບຫຼາຍສິບລ້ານດົງ. ອ້າຍ ມາຍລາມເຟືອງ ເລົ່າສູ່ຟັງວ່າ:

        “ໃນເບື້ອງຕົ້ນ, ຕົນເອງຄິດວ່າ ໝາກມັງກອນທີ່ປູກໃສ່ນໍ້າເຄັມນັ້ນ ມັນຈະເຄັມ, ຟາດ, ໃຜຊິຄຶດວ່າມັນຊິມີກິ່ນຫອມ, ຫວານ, ໝາກເຫຼື້ອມ, ເປັນເງົາງາມດີກວ່າໝາກມັງກອນທີ່ປູກຕາມປົກກະຕິ. ຕອນທໍາອິດ, ລາຄາຂາຍແມ່ນ 5.000 ດົ່ງ/kg, ຫຼັງຈາກນັ້ນ ມີຫຼາຍຄົນນິຍົມ ກໍຂຶ້ນລາຄາເປັນ 7.000 ດົ່ງ/kg ແລະ ປັດຈຸບັນ, ແມ່ນຂາຍໃນລາຄາ 10.000 ດົ່ງ/kg ແຕ່ກໍຍັງມີຫຼາຍຄົນນິຍົມຊື້ກິນ ແລະ ມີປະສິດທິຜົນທາງເສດຖະກິດສູງທີ່ສຸດ.”

        ໃນເວລາທີ່ລໍຖ້າຕົ້ນມໍ໊າຢູ່ອ້ອມໜອງລ້ຽງກຸ້ງໃຫຍ່ພໍທີ່ຈະໃຫ້ຕົ້ນມັງກອນກ້ຽວຂ້ຶນນັ້ນ, ອ້າຍ ເຟືອງ ໄດ້ທົດລອງກ້າແນວພັນໝາກມັງກອນໃສ່ຊາມນ້ອຍ, ຫຼັງຈາກນັ້ນ, ກໍເອົາໄປຫ້ອຍໃສ່ຕົ້ນມໍ໊າຢູ່ໃຕ້ໜອງລ້ຽງກຸ້ງ. ເຄືອໝາກມັງກອນກໍກ້ຽວຕົ້ນມໍ໊າຢູ່ແຕ່ໃນນໍ້າຂຶ້ນມາເລີຍ, ຍັງເຕີບໂຕເປັນປົກກະຕິ. ປັດຈຸບັນ, ໃນເນື້ອທີ່ລ້ຽງກຸ້ງໜຶ່ງເຮັກຕາ, ບ່ອນໃດມີຕົ້ນມໍ໊າໃຫຍ່ພໍເພື່ອໃຫ້ເຄືອໝາກມັງກອນກ້ຽວຂຶ້ນນັ້ນ ອ້າຍເຟືອງກໍເອົາຕົ້ນໝາກມັງກອນມາປູກໃສ່ໄດ້ຫຼາຍກວ່າ 1.000 ຕົ້ນ. ປັດຈຸບັນ, ອ້າຍເຟືອງ ໄດ້ຂະຫຍາຍຮູບແບບ “ປູກໝາກມັງກອນກ້ຽວຕົ້ນມໍ໊າ” ໃນເນື້ອທີ່ຫຼາຍກວ່າ 1 ເຮັກຕາ ແລະ ກໍມີການເຕີບໂຕຂະຫຍາຍຕົວດີ. ເມື່ອຕີລາຄາກ່ຽວກັບຮູບແບບດັ່ງກ່າວ, ທ່ານນາງ ຫຼີ໊ທິລານ, ຮອງປະທານສະມາຄົມຊາວກະສິກອນ ເມືອງ ກ໊າຍເນືອກ ໃຫ້ຂໍ້ສັງເກດວ່າ:

        “ແຕ່ກີ້, ແນວພັນໝາກມັງກອນນີ້ແມ່ນມີຢູ່ເທດສະບານເຮົາເອງ ແຕ່ປະຊາຊົນບໍ່ສົນໃຈມາດົນແລ້ວ. ຫຼັງຈາກນັ້ນ, ອ້າຍ ເຟືອງ ຈຶ່ງໄດ້ເລືອກເອົາແນວພັນນີ້ມາປູກໃສ່ຕົ້ນມໍ໊າຄືນໃໝ່. ເວົ້າລວມແລ້ວ, ຄຸນນະພາບຂອງໝາກມັງກອນ ແມ່ນແຊບທີ່ສຸດ, ໜ່ວຍໃຫຍ່ງາມດີ. ຍິ່ງໄປກວ່ານັ້ນ ແມ່ນສາມາດພັດທະນາ ແລະ ເຕີບໂຕໃນນໍ້າເຄັມໄດ້ເປັນຢ່າງດີ”.

        ວິທີປູກໝາກມັງກອນທີ່ເປັນເອກະລັກຂອງ ອ້າຍເຟືອງ ໄດ້ຮັບການຕີລາຄາສູງຈາກ ສະຖາບັນວິທະຍາສາດກະສິກໍາຫວຽດນາມ. ນີ້ແມ່ນຮູບແບບໃໝ່, ສະນັ້ນ ຄວນສົ່ງເສີມໃຫ້ຊາວກະສິກອນນໍາໃຊ້. ຕາມນັກວິທະຍາສາດດ້ານກະສິກໍາແລ້ວ, ຮູບແບບການປູກໝາກມັງກອນກ້ຽວຕົ້ນມໍ໊າ” ເມື່ອໄດ້ຂະຫຍາຍກວ້າງອອກຢູ່ເຂດທີ່ມີນໍ້າເຄັມຖ້ວມຢູ່ແຂວງກາເມົາ ບໍ່ພຽງແຕ່ຈະຊ່ວຍໃຫ້ຊາວກະສິກອນຍົກສູງລາຍຮັບເທົ່ານັ້ນ ແຕ່ຍັງເພີ່ມເນື້ອທີ່ປ່ານໍ້າເຄັມ, ຊ່ວຍປັບປຸງສະພາບແວດລ້ອມນິເວດວິທະຍາຢູ່ທ້ອງຖິ່ນອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ