ຮ່ານາມ ແລະ ເປົ້າໝາຍຫັນພື້ນຖານດ້ານບໍລິຫານໃຫ້ທັນສະໄຫມ

(VOVWORLD) -ການປະຕິຮູບລະບຽບການບໍລິຫານ ແມ່ນຂອດສຳຄັນໃນການພັດທະນາເສດຖະກິດ, ສັງຄົມ ຢູ່ແຕ່ລະທ້ອງຖິ່ນ. ໃນຊຸມປີມໍ່ໆມານີ້ ເລື່ອງແຂວງ ຮ່ານາມ ເປັນຫນຶ່ງໃນບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອ ຫວຽດນາມ ໄດ້ຫລຸດລະບຽບການດ້ານບໍລິຫານລົງຫຼາຍ, ແລ້ວຫັນມາໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານນັ້ນ ໄດ້ຊ່ວຍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດຶງດູດການລົງທຶນ, ເພີ່ມກຳລັງແກ່ງແຍ້ງຂອງແຂວງ.

ຮ່ານາມ ແລະ ເປົ້າໝາຍຫັນພື້ນຖານດ້ານບໍລິຫານໃຫ້ທັນສະໄຫມ - ảnh 1ສູນຮັບໃຊ້ລະບຽບການບໍລິຫານຢູ່ແຂວງ ຮ່ານາມ

ຫນຶ່ງໃນບັນດາທິດທາງ, ເປົ້າໝາຍ ຊື່ງແຂວງ ຮ່ານາມ ວາງອອກໃນໄລຍະປີ 2020 – 2025 ນັ້ນແມ່ນ: ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຈຸດສຸມແມ່ນຫັນພື້ນຖານດ້ານບໍລິຫານເປັນທັນສະໄຫມ. ແຂວງ ກໍ່ໄດ້ກຳນົດຄາດໝາຍຕົ້ນຕໍ: ສູ້ຊົນໃຫ້ແຂວງ ຮ່ານາມ ໄດ້ນອນໃນ Top 20 ແຂວງ ນຳຫນ້າທາງດ້ານດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານລັດຂັ້ນແຂວງ (PAPI), ດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ(PCI) ແລະ ດັດຊະນີການປະຕິຮູບດ້ານບໍລິຫານ (PAR-index).

ປີ 2021, ຮ່ານາມ ແມ່ນຫນຶ່ງໃນຈຳນວນ 23 ແຂວງ, ນະຄອນ ໄດ້ສະຫນອງ 100% ບໍລິການສາທາລະນະທີ່ມີເງື່ອນໄຂຄົບຖ້ວນໃນລະດັບ 4 (ຜູ້ນຳໃຊ້ສາມາດຊຳລະຄ່າບໍລິການ (ຖ້າຫາກມີ) ຜ່ານທາງໄກ. ເລື່ອງສົ່ງໝາກຜົນຂອງການໃຫ້ບໍລິການອາດຈະໄດ້ປະຕິບັດທາງໄກ, ໂດຍກົງ ຫລືຜ່ານທາງໄປສະນີ ໃຫ້ຜູ້ນຳໃຊ້ບໍລິການ). ນີ້ແມ່ນພື້ນຖານສຳຄັນເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງດັດຊະນີກຳລັງແກ້ງແຍ່ງ (PCI) ຂັ້ນແຂວງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາເສດຖະກິດ-ສັງຄົມ, ເພີ່ມກຳລັງຄວາມສາມາດສຳຜັດຂອງບັນດາວິສາຫະກິດຢູ່ບໍລິເວນ. ທ່ານ ຫງວຽນວັນເລື້ອງ ຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ຮ່ານາມ ໃຫ້ຮູ້ວ່າ:  

“ການປະຕິຮູບລະບຽບການບໍລິຫານ ແມ່ນຫນຶ່ງໃນບັນດາປັດໄຈເຮັດໃຫ້ວິສາຫະກິດມີຄວາມເຊື່ອໝັ້ນຕໍ່ອຳນາດການປົກຄອງທຸກຂັ້ນຂອງແຂວງ. ໄລຍະຜ່ານມາ, ການນຳແຂວງທັງໝົດໄດ້ຮຽກຮ້ອງພະແນກ, ຂະແຫນງການທຸກຂັ້ນ ສຳຫລວດກວດກາ, ຫລຸດເວລາເຮັດລະບຽບການລົງຢ່າງຫນ້ອຍສຸດແມ່ນ 50% ເມື່ອທຽບໃສ່ການກຳນົດ. ລະບຽບການບໍລິຫານຕ້ອງປະຕິບັດຢ່າງວ່ອງໄວ ແລະ ເມື່ອວິສາຫະກິດປະກອບຄຳເຫັນນັ້ນ ທາງອຳນາດການປົກຄອງກໍ່ມີຄຳຕອບໃຫ້ໂດຍໄວ. ວິສາຫະກິດ ຕີລາຄາສູງການຕອບຮັບຂອງອຳນາດການປົກຄອງຂອງແຂວງ ຮ່ານາມ”

ແຂວງ ຮ່ານາມ ຍາມໃດກໍ່ມານະພະຍາຍາມຫັນປ່ຽນດ້ານບໍລິຫານ ຈາກການຄຸ້ມຄອງໄປເປັນການຮັບໃຊ້. ເລື່ອງ ການນຳແຂວງ ກຳນົດລະບຽບການບໍລິຫານຕ້ອງກະທັດລັດ, ວ່ອງໄວ, ສະດວກເພື່ອດຶງດູດບັນດານັກລົງທຶນ ແມ່ນທິດກ້າວເດີນອັນຖືກຕ້ອງ. ນີ້ແມ່ນປັດໄຈສຳຄັນຄຽງຄ້າງການປະກາດໃຊ້ນະໂຍບາຍບຸລິມະສິດກ່ຽວກັບການເຊົ່າທີ່ດິນ, ອາກອນລາຍຮັບວິສາຫະກິດ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິກໄດ້ເຂົ້າເຖິງບັນດາອົງການສິນເຊື່ອເພື່ອກູ້ຢຶມທຶນ. ດ້ວຍນະໂຍບາຍສະດວກ, ສະພາບແວດລ້ອມແຫ່ງການລົງທຶນຂອງແຂວງ ຮ່ານາມ ຍາມໃດກໍ່ໄດ້ຮັບການຕີລາຄາສູງກວ່າໝູ່ໃນທົ່ວປະເທດໃນຊຸມປີມໍ່ໆມານີ້. ຜູ້ຕາງຫນ້ານັກລົງທຶນ ສ. ເກົາຫລີ ໃນເຂດອຸດສາຫະກຳ ດົ່ງວັນ IV ໃຫ້ຮູ້ວ່າ:

ບັນດາລະບຽບການລົງທຶນຢູ່ທີ່ນີ້ໄດ້ຮັບການແກ້ໄຂຢ່າງວ່ອງໄວ, ສະດວກທີ່ສຸດ. ອຳນາດການປົກຄອງ ແລະ ບັນດາອົງການຂອງແຂວງ ຮ່ານາມ ໄດ້ຫນູນຊ່ວຍພວກຂ້າພະເຈົ້າຫລາຍຢ່າງໃນວິວັດການຜັນຂະຫຍາຍການກໍ່ສ້າງໂຮງງານ. ສິ່ງແວດລ້ອມແຫ່ງການລົງທຶນແມ່ນສະດວກທີ່ສຸດ”

ຫນຶ່ງໃນບັນດາເປົ້າໝາຍສຳຄັນເພື່ອຍົກສູງປະສິດທິຜົນວຽກງານປະຕິຮູບລະບຽບການບໍລິຫານ, ໃນນັ້ນ ມີການປະຕິຮູບລະບຽບການບໍລິຫານ ແມ່ນການເພີ່ມທະວີການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຜັນຂະຫຍາຍການບໍລິການສາທາລະນະທາງໄກເຂົ້າໃນການປະຕິບັດການແກ້ໄຂລະບຽບການບໍລິຫານ. ປະຈຸບັນ ຢູ່ ແຂວງ ຮ່ານາມ, ປະຕູຖານການບໍລິການສາທາລະນະ ແລະ ລະບົບຖານຂໍ້ມູນປະຕູດຽວເອເລັກໂຕນິກຂອງແຂວງ ແມ່ນເຄື່ອນໄຫວຕະຫລອດ ແລະ ມີຄວາມເປັນປົກກະຕິ. ໃນປີ 2021, ໄດ້ຮັບເອກະສານກວ່າ 210.000 ຊຸດ ແລະ ອັບເດດເຂົ້າໃນລະບົບ; ໃນນັ້ນ ໄດ້ແກ້ໄຂແລ້ວກ່ອນກຳນົດ ແລະ ຖືກຕາມການກຳນົດເວລາ 99,8%, ເອກະສານຫຼາຍກວ່າ 54.000 ສະບັບແມ່ນປະຕິບັດທາງໄກ, ບັນລຸ 25,8%. ເອື້ອຍ ເຈີນທິຈາງ, ຜູ້ມາເຮັດລະບຽບການບໍລິຫານໃຫ້ຮູ້ວ່າ:

ເມື່ອໝູນໃຊ້ການປະຕິຮູບລະບຽບການບໍລິຫານໃນຮູບແບບນີ້, ພວກຂ້າພະເຈົ້າມາເຮັດລະບຽບການແມ່ນວ່ອງໄວທີ່ສຸດ. ລັດຖະກອນຮັບເອກະສານ, ແກ້ໄຂຢ່າງສຸດຈິດສຸດໃຈ, ເປັນມືອາຊີບ, ຂັ້ຕອນແກ້ໄຂລະບຽບການກໍ່ສະດວກ, ບໍ່ໄດ້ຖ້າດົນ. ຂ້າພະເຈົ້າມີຄວາມເພິ່ງພໍໃຈ

ການປະຕິຮູບລະບຽບການບໍລິຫານ ແມ່ນບັນຫາຫລັກແຫລ່ງ ເພື່ອແນໃສ່ຍົກສູງປະສິດທິຜົນການພັດທະນາເສດຖະກິດ ສັງຄົມຂອງແຕ່ລະທ້ອງຖິ່ນ. ເລື່ອງແຂວງ ຮ່ານາມ ພວມ ແລະ ຈະຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຈຸດສຸມແມ່ນຫັນພື້ນຖານດ້ານບໍລິຫານໃຫ້ທັນສະໄຫມ, ແມ່ນປັດໄຈສຳຄັນເພື່ອໃຫ້ແຂວງ ຮ່ານາມ ຍາມໃດກໍ່ແມ່ນຈຸດນັດພົບດູດດື່ມຂອງບັນດານັກລົງທຶນ ແລະ ໄດ້ຮັບຄວາມເພິ່ງພໍໃຈຈາກປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ