ເຂດປ່າ ອົງນຳກົງ - ແບບຢ່າງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມປ່າທຳມະຊາດ

(VOVWORLD) -ຢູ່ ເມືອງ ນາມຈ່າມີ໋ ແຂວງ ກວ໋າງນາມ, ມີເຂດປ່າສັກສິດ ຊື່ງປະຊາຊົນຢູ່ເຂດພູສູງເອີ້ນວ່າ “ປ່າອົງນຳກົງ”. ໃນໄລຍະສົງຄາມ ເຂດປ່າແຫ່ງນີ້ແມ່ນຖານທີ່ໝັ້ນເຂດປົກຄອງທະຫານເຂດ V ພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ຫວໍຈິກົງ ເລຂາພັກເຂດປົກຄອງທະຫານເຂດ V ໄດ້ສຳເລັດພາລະກຳປະຫວັດສາດໃນໄລຍະຕໍ່ຕ້ານຕ້ານຈັກກະພັດອາເມລິກາ (1954 1964), ປະຕິບັດແນວທາງຍຸດທະສາດຂອງການປະຕິວັດ ພາກໃຕ້ ໃນຊຸມປີ 1960 ຢ່າງມີໄຊໃນເບື້ອງຕົ້ນ. ໂດຍຈົດຈຳຄຸນງາມຄວາມດີຂອງທ່ານ ຫວໍຈິກົງ, ປະທານສະພາແຫ່ງລັດ  ປະຊາຊົນຊົນເຜົ່າສ່ວນຫນ້ອຍຢູ່ທີ່ນີ້ ໄດ້ພ້ອມກັນປົກປັກຮັກສາເຂດປ່ານີ້ ຮັກສາຮ່ອງຮອຍປະຫວັດສາດໃນຊຸມເດືອນປີແຫ່ງການຕໍ່ຕ້ານ.


ເຂດປ່າ ອົງນຳກົງ - ແບບຢ່າງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມປ່າທຳມະຊາດ - ảnh 1ເຂດປ່າ ອົງນຳກົງ. ພາບ: VOV

ໃຈກາງເມືອງ ນາມຈ່າມີ໋ ແຂວງ ກວ໋າງນາມ ມີເຂດປ່າດົງດິບກວ້າງປະມານ 30 ເຮັກຕາ ໄດ້ຮັບການປົກປັກຮັກສາເກືອບຄືດັ້ງເດີມ ແລະ ປະຊາຊົນຢູ່ທີ່ນີ້ເອີ້ນວ່າ “ປ່າ ອົງນຳກົງ”. ເຂດນີ້ນອນໃນເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດເຂດປົກຄອງທະຫານເຂດ V ແລະ ຄະນະການທະຫານເຂດ V ກ່ອນນີ້ແມ່ນບ່ອນປົກປ້ອງໃຫ້ພະນັກງານ, ນັກຮົບເຂດປົກຄອງ ທະຫານເຂດ V ໃນໄລຍະຕໍ່ສູ້ຢ່າງດຸເດືອດຂອງສົງຄາມຕ້ານອາເມລິກາ. ເອື້ອຍ ໂຮ່ທິຮ້າ ຢູ່ ຕາແສງ ຈ່າມາຍ ໃຫ້ຮູ້ວ່າ: ແຕ່ຄາວຍັງນ້ອຍ ເມື່ອເອື້ອຍພ້ອມກັບຄອບຄົວໄປ “ປ່າອົງນຳກົງ”, ພໍ່ແມ່ລ້ວນແຕ່ຕັກເຕືອນໃຫ້ເອື້ອຍຢ່າງລະອຽດວ່າ ບໍ່ໃຫ້ຕັດທຳລາຍຕົ້ນປ່າຢ່າງເດັດຂາດ. ນັບແຕ່ສີບໆປີມານີ້ ຊາວ ນາມຈ່າມີ໋ ຫລາຍລຸ້ນຄົນ ໄດ້ບອກກັນວ່າຕ້ອງມີຫນ້າທີ່ປົກປັກຮັກສາເຂດປ່າສັກສິດນີ້.

           ທ່ານ ໂຮ່ວັນນີ, ອະດີດປະທານ ຄະນະກຳມະການປະຊາຊົນ ເມືອງ ຈ່າມີ໋ ມີໄລຍະເວລາເຂົ້າຮ່ວມການຕໍ່ສູ້ ພາຍໃຕ້ການຊີ້ນຳຂອງທ່ານ ຫວໍຈິກົງ ເລຂາຄະນະພັກເຂດປົກຄອງ ທະຫານເຂດ V ເລົ່າສູ່ຟັງວ່າ: ທ່ານຫວໍຈິກົງ ເຄີຍລົງຮາກຖານເພື່ອຂົນຂວາຍ ແລະ ເຂົ້າຮ່ວມການຜະລິດພ້ອມກັບປະຊາຊົນຢ່າງເປັນປະຈຳ.

“ເຂດປ່ານີ້ ແມ່ນບ່ອນລຸງນຳກົງ ເຄີຍດຳລົງຊີວິດເພື່ອຂົນຂວາຍປະຊາຊົນເຂົ້າຮ່ວມການປະຕິວັດ ສະນັ້ນ ແຕ່ລະຄັ້ງເມື່ອມາເຂດປູຊະນີຍະສະຖານເຂດປົກຄອງ ທະຫານເຂດ V, ໃຜໆກໍ່ຄິດຮອດຄິດເຖິງ ລຸງນຳກົງ, ຄິດເຖິງເຂດປ່າ ລຸງກົງ. ນັບແຕ່ເມື່ອງແບ່ງແຍກເມືອງ ຈ່າມີ໋ ພວກຂ້າພະເຈົ້າລົງຊີ້ນຳໂດຍກົງ, ຂົນຂວາຍພໍ່ແມ່ປະຊາຊົນບໍ່ໃຫ້ທຳລາຍປ່າ, ທັງປົກປັກຮັກສາປ່າ ທັງຮັກສາເຂດປູຊະນີຍະສະຖານນີ້ເພື່ອໃຫ້ລູກຫລານຍາມໃດກໍ່ຈົດຈຳເຖິງປະຫວັດສາດ”

         ພາຍຫລັງປີ 1964, ເຂດປົດປ່ອຍໄດ້ຮັບການເປີດກວ້າງ, ເຂດປົກຄອງ ທະຫານເຂດ V ໄດ້ຍ້າຍລົງເຂດ ນ້ຳອວາ ຕາແສງ ຈາເຕີນ ເມືອງ ບັກຈ່າມີ໋ ແຕ່ເຂດປ່າ ອົງນຳກົງ ຍັງຄົງໄດ້ຮັບການປົກປັກຮັກສາຈາກປະຊາຊົນ ນາມຈ່າມີ໋. ປີ 2003 ເມືອງນາມຈ່າມີ໋ ສະເຫນີ ໃຫ້ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮັບຮອງເຂດປູຊະນີຍະສະຖານເຂດປົກຄອງ ທະຫານເຂດ V ໃຫ້ກາຍເປັນເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ. ຕາມທ່ານ ຫງວຽນວັນເກີ໊ນ ຫົວຫນ້າ ຄະນະໂຄສະນາສຶກສາເມືອງ ນາມຈ່າມີ໋ ແລ້ວ, ຈາກເຂດປ່າ ອົງນຳກົງ ປະຊາຊົນ ນາມຈ່າມີ໋ ຍິ່ງເຂົ້າໃຈໄດ້ລະດັບຄວາມສຳຄັນຂອງການປົກປັກຮັກສາປ່າ. ມາຮອດປະຈຸບັນ ຍອດເນື້ອທີ່ເຂດປ່າດົງດິບຂອງ ນາມຈ່າມີ໋ ມີກວ່າ 43 ເຮັກຕາ ກວມເອົາ ກວ່າ 62% ຍອດເນື້ອທີ່ປ່າຂອງທ້ອງຖິ່ນ.

 “ພໍ່ແມ່ປະຊາຊົນເຫັນວ່າ ເລື່ອງຮັກສາເຂດປ່າ ອົງນຳກົງ ໄວ້ເປັນປ່າດົງດິບຄືແນວນີ້ແມ່ນປົກປັກຮັກສາໄດ້ສິ່ງແວດລ້ອມປ່າຂອງທັງ ເມືອງ ນາມຈ່າມີ໋. ປະຈຸບັນ ພວກຂ້າພະເຈົ້າທະວີຄູນອອກສູ່ຫລາຍໆຕາແສງອີກ ເພື່ອສືບຕໍ່ຮັກສາຊີວະພາບ, ເພາະສະນັ້ນ ເມືອງນາມຈ່າມີ໋ ຮັກສາປ່າໄດ້ ແມ່ນພັດທະນາ ໂສມງອກລີງໄດ້.”

ທ່ານ ຫງວຽນແທງຮົ່ງ, ຫົວຫນ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ: ທ້ອງຖິ່ນ ຈະນຳເອົາຮູບແບບຄຸ້ມຄອງ, ອະນຸລັກຮັກສາເຂດປ່າ ອົງນຳກົງ ເປັນແບບຢ່າງເພື່ອທະວີຄູນຢ່າງກວ້າງອອກໃນຫລາຍທ້ອງຖິ່ນຢູ່ເຂດພູດອຍ ແຂວງ ກວ໋າງນາມ.

“ເລື່ອງປະຊາຊົນຮັກສາເຂດປ່າແມ່ນມີຄວາມໝາຍອັນໃຫຍ່ຫລວງເພື່ອເຫັນໄດ້ການເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ ລຸງ ນຳກົງ ຂອງປະຊາຊົນຊົນເຜົ່າສ່ວນຫນ້ອຍ. ຜ່ານນີ້ ກໍ່ປະກອບສ່ວນປຸກລະດົມ ແລະ ແຜ່ຂະຫຍາຍໃນລຸ້ນຫນຸ່ມແຂວງ ກວ໋າງນາມ ກ່ຽວກັບການປົກປັກຮັກສາປ່າ ແລະ ສິ່ງແວດລ້ອມ”

ເຂດປ່າ ອົງນຳກົງ - ແບບຢ່າງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມປ່າທຳມະຊາດ - ảnh 2ຫໍ ບູຊາ  ທ່ານ ຫວໍຈິກົງ ປະທານສະພາແຫ່ງລັດ ຖືກຕັ້ງຢູ່ໃຈກາງ ເຂດປ່າ. ພາບ: VOV

ສຳລັບປະຊາຊົນທ້ອງຖິ່ນແລ້ວ, ການປົກປັກຮັກສາປ່າ ແມ່ນປົກປັກຮັກສາຄຸນຄ່າປະຫວັດສາດປະຕິວັດ. ພ້ອມກັນນັ້ນ ອຳນາດການປົກຄອງທ້ອງຖິ່ນ ພວມມຸ່ງໄປເຖິງເລື່ອງນຳເຂດປ່າ ອົງນຳກົງ ໃຫ້ກາຍເປັນສະຖານທີ່ມີຄວາມໝາຍເພື່ອສຶກສາອຸດົມຄະຕິໃຫ້ລຸ້ນຫນຸ່ມກໍ່ຄືບ່ອນທັດສະນະສຶກສາ ບ່ອນທ່ຽວຊົມຊີວະພາບອັນດູດດື່ມໃຫ້ແກ່ນັກທ່ອງທ່ຽວເມື່ອມາທ່ຽວຢູ່ ນາມຈ່າມີ໋.

ຕອບກັບ

ຂ່າວ/ບົດ​ອື່ນ