ເຊີນລາປະຕິບັດເປົ້າໝາຍກາຍເປັນສູນໝູນໃຊ້ເຕັກໂນໂລຊີສູງຂອງເຂດຕາເວັນຕົກສຽງເໜືອ

(VOVWORLD) -ໄລຍະ 2020-2025, ແຂວງເຊີນລາວາງຄາດໝາຍກາຍເປັນສູນໝູນໃຊ້ກະສິກຳເຕັກໂນໂລຊີສູງ; ສູນການຜະລິດ, ປຸງແຕ່ງຜະລິດຕະພັນກະເສດຂອງໄຕບັກ(ຕາເວັນຕົກສຽງເໜືອ). ພາຍຫຼັງປະຕິບັດແຜນນະໂຍບາຍນຳເອົາຕົ້ນໄມ້ກິນໝາກມາປູກຢູ່ເທິງດິນຄ້ອຍຢ່າງສຳເລັດຜົນ, ແຂວງເຊີນລາ ໄດ້ມີຫຼາຍວິທີເຮັດທີ່ມີຫົວຄິດປະດິດສ້າງ, ເໝາະສົມກັບສະພາບເງື່ອນໄຂຂອງທ້ອງຖິ່ນ, ເພື່ອຊຸກຍູ້ການເຕີບໂຕສີຂຽວ ແລະ ມານະພະຍາຍາມເພື່ອບັນລຸເປົ້າໝາຍທີ່ໄດ້ວາງອອກ.
ເຊີນລາປະຕິບັດເປົ້າໝາຍກາຍເປັນສູນໝູນໃຊ້ເຕັກໂນໂລຊີສູງຂອງເຂດຕາເວັນຕົກສຽງເໜືອ - ảnh 1ຮູບແບບປູກຕົ້ນໝາກໝັ້ນ ຢູ່ມົກເຈົາ (ພາບ: VOV)
  ໃນຊຸມປີມໍ່ໆຜ່ານມາ, ສວນໝາກໝັ້ນຂອງຄອບຄົວ ອ້າຍ ວີ່ວັນຫວຽດ, ຊາວເຜົ່າຊິນມູນ, ຢູ່ບ້ານບອນກຳ, ຕາແສງ ພຽງຄວ່າຍ, ເມືອງອຽນເຈົາ, ແຂວງເຊີນລາ ໄດ້ເກັບກູ້ໃນເວລາເກືອບ 4 ເດືອນ, ແຕ່ເດືອນເມສາ–ກໍລະກົດ, ສະນັ້ນຈິ່ງໄດ້ລາຄາດີ ແມ່ນແຕ່ 70.000 ດົ່ງ ຫາ 100.000 ດົ່ງຕໍ່ກິໂລ ໃນຕົ້ນ ແລະ ທ້າຍລະດູການ. ອ້າຍ ວີ່ວັນຫວຽດ ແບ່ງປັນວ່າ: ນີ້ແມ່ນໝາກຜົນຂອງການໝູນໃຊ້ວິທະຍາສາດເຂົ້າໃນການຜະລິດແລະບົວລະບັດຖືກຕາມຂັ້ນຕອນ.

“ກ່ອນນີ້, ເນື້ອທີ່ດິນຂອງຄອບຄົວແມ່ນປູກສາລີ ແລະມັນຕົ້ນເປັນຕົ້ນຕໍ, ແຕ່ປະສິດທິຜົນດ້ານເສດຖະກິດຍັງຕ່ຳຢູ່. ຜ່ານການຄົ້ນຄ້ວາແລະຮຽນຮູ້ຈາກສວນໝາກໝັ້ນໃນຮູບແບບທີ່ສວຍງາມ, ຂ້າພະເຈົ້າໄດ້ລົງທຶນໃນການປູກຕົ້ນໝາກໝັ້ນ. ໃນຊຸມປີກ່ອນນີ້, ລາຍຮັບເກັບມາໄດ້ຢ່າງໜ້ອຍແມ່ນ 200 ລ້ານດົ່ງ (9.000 USD)/ລະດູການ”

ຢູ່ຕາແສງ ພຽງຄວ່າຍ, ເມືອງອຽນເຈົາ, ມີ 400 ກວ່າຄອບຄົວປູກຕົ້ນໝາກໝັ້ນ, ບົວລະບັດເກືອບ 200 ເຮັກຕາ ເພື່ອໃຫ້ໝາກສຸກໄວ, ປະຊາຊົນໄດ້ລົງທຶນ 45-50 ລ້ານດົ່ງ (2.000 USD)/ເຮັກຕາ ໃສ່ລະບົບຫົດນ້ຳແບບອັດຕະໂນມັດ... ທ່ານຫງວຽນແຄງຕວ໋ານ, ຫົວຫນ້າສະຫະກອນບໍລິການກະສິກຳ ຕວານຟາດ, ຕາແສງພຽງຄວ່າຍ ໃຫ້ຮູ້ວ່າ: ປະຈຸບັນ, ສະຫະກອນພວມມີສວນຕົ້ນໝາກໝັ້ນ 60 ເຮັກຕາທີ່ໄດ້ປູກ ແລະບົວລະບັດຕາມມາດຕະຖານ(VietGAP), ການຜະລິດ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານແລະຕິດຕາມວິວັດການຜະລິດໂດຍກົງຜ່ານລະບົບກ້ອງວົງຈອນ:

ສະຫະກອນຕາແສງແມ໊ເລ໋ກ, ເມືອງມາຍເຊີນ, ມີ 20 ຄອບຄົວປູກສະເພາະຕົ້ນໝາກຂຽບໃນນັ້ນມີໝາກຂຽບທຳມະດາ, ໝາກຂຽບໄທ ແລະ ໝາກຂຽບທຸລຽນ(ໝາກຂຽບໜາມ), ດ້ວຍເນື້ອທີ່ກວ່າ 150 ເຮັກຕາ. ເພື່ອບົວລະບັດຕົ້ນໝາກຂຽບນັ້ນບັນດາສະມາຊິກໄດ້ລົງທຶນຊື້ເຄື່ອງຈັກເພື່ອໜູນຊ່ວຍການຄາດດິນ, ຫົດນ້ຳ ແລະສີດເຄມີຕ້ານສັດຕູພືດ. ທ່ານຫງວຽນຫືວຕື, ຫົວຫນ້າສະຫະກອນໃຫ້ຮູ້ວ່າ:

“ຕົ້ນໝາກຂຽບແມ່ນຕົ້ນໄມ້ກິນໝາກທີ່ປູກຍາກ, ສະນັ້ນສະຫະກອນໄດ້ນຳໃຊ້ເຕັກໂນໂລຊີສູງ, ໂດຍສະເພາະແມ່ນການຜະລິດກະສິກຳປອດສານພິດແລະນຳລະບົບຫົດນ້ຳເຂົ້າໃນສວນ. ດ້ວຍລະບົບຫົດນ້ຳແບບຊຸ່ມໃນເນື້ອທີ່ 1 ເຮັກຕາ, ສະຫະກອນໄດ້ລົງທຶນປະມານ 110 -120 ລ້ານດົ່ງ. ສະຫະກອນຍັງສົມທົບກັບບັນດາບໍລິສັດ ແລະ ຮ້ານສັບພະສິນຄ້າ ເພື່ອຂາຍຜະລິດຕະພັນໃຫ້ພໍ່ແມ່ປະຊາຊົນ”.

ພາຍຫຼັງເກືອບ 3 ປີແຫ່ງການປະຕິບັດເປົ້າໝາຍກາຍເປັນສູນໝູນໃຊ້ກະສິກຳເຕັກໂນໂລຊີສູງ; ເປັນໃຈກາງການຜະລິດ ແລະປຸງແຕ່ງຜະລິດຕະພັນກະເສດເຂດໄຕບັກ, ແຂວງເຊີນລາໄດ້ມີເນື້ອທີ່ເກືອບ 22.500 ເຮັກຕາປູກຕົ້ນໄມ້ກິນໝາກຕາມຂັ້ນຕອນການຜະລິດກະສິກຳທີ່ດີ ແລະ ບັນດາມາດຕະຖານທຽບເທົ່າ; ມີ281ລະຫັດພື້ນທີ່ປູກດ້ວຍເນື້ອທີ່ 4,600 ກວ່າເຮັກຕາເພື່ອຮັບໃຊ້ການສົ່ງອອກ.

ເຊີນລາປະຕິບັດເປົ້າໝາຍກາຍເປັນສູນໝູນໃຊ້ເຕັກໂນໂລຊີສູງຂອງເຂດຕາເວັນຕົກສຽງເໜືອ - ảnh 2ສວນປູກຕົ້ນໝາກຂຽບ (ພາບ: VOV)

ມາຮອດປະຈຸບັນ, ທົ່ວແຂວງມີໂຮງງານ 17 ແຫ່ງ ແລະ ໂຮງງານປຸງແຕ່ງຜະລິດຕະພັນກະເສດ 500 ກວ່າແຫ່ງ. ການຜະລິດກະສິກຳ, ປ່າໄມ້, ສິນໃນນ້ຳຂອງແຂວງບັນລຸລະດັບເຕີບໂຕທີ່ດີ, ເພີ່ມຂຶ້ນກວ່າ 7% ໃນປີ 2021. ປີຜ່ານມາ, ເຖິງວ່າໄດ້ຮັບຜົນກະທົບຢ່າງຫນັກຫນ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເສດຖະກິດໂລກຫຼຸດລົງ, ແຕ່ມູນຄ່າການຜະລິດຕະພັນກະເສດຂອງແຂວງຍັງເພີ່ມຂຶ້ນກວ່າ 2,2%, ຄາດວ່າ ໃນ 6 ເດືອນຕົ້ນປີນີ້ຈະເພີ່ມຂຶ້ນກວ່າ 5,7% . ທ່ານຫງວຽນຫຶວດົງ, ເລຂາພັກແຂວງເຊີນລາໃຫ້ຮູ້ວ່າ:

 “ສູນກາງຍັງປາດຖະໜາຢາກໃຫ້ເຊີນລາເປັນສູນຜະລິດ, ປຸງແຕ່ງຜະລິດຕະພັນກະເສດຂອງເຂດໄຕບັກໃນໄລຍະຈະມາເຖິງ. ໂດຍປະຕິບັດຕາມການສະຫຼຸບຂອງກົມການເມືອງແລ້ວ, ພວກຂ້າພະເຈົ້າຈະມານະພະຍາຍາມໃຫ້ບຸລິມະສິດພັດທະນາພະລັງງານທົດແທນແລະຈະພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ ແມ່ນຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຂອງແຂວງ”.

ໂດຍແມ່ນແຂວງເຂດພູດອຍ ແລະ ເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເຊີນລາຍາມໃດກໍ່ມີຄວາມຕັດສິນໃຈ ແລະມີຄວາມຄາດຫວັງຕ້ອງຍູ້ແຮງການປ່ຽນແປງໃຫມ່ປະດິດຄິດສ້າງ, ສຸມໃສ່ຜ່ານຜ່າຂໍ້ຈຳກັດ, ຄວາມຫຍຸ້ງຍາກ ເພື່ອສ້າງທ້ອງຖິ່ນໃຫ້ພັດທະນາຢ່າງວ່ອງໄວ ແລະໝັ້ນຄົງ; ກາຍເປັນສູນກາງພັດທະນາກະສິກຳດ້ວຍການໝູນໃຊ້ເຕັກໂນໂລຊີສູງ ແລະ ເປັນສູນຜະລິດ ແລະປຸງແຕ່ງຜະລິດຕະພັນກະເສດຂອງເຂດໄຕບັກ, ນຳມາເຊິ່ງຊີວິດການເປັນຢູ່ທີີ່ນັບມື້ນັບມີຄວາມອີ່ມໜຳສຳລານສົມບູນພູນສຸກໃຫ້ແກ່ຊາວເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ