ເພີ່ມທະວີ ບ້ວງເງິນຫນູນຊ່ວຍຊີວິດສັງຄົມໃຫ້ຜູ້ທຸກຍາກຢູ່ ນະຄອນໂຮ່ຈີມິນ

(VOVWORLD) - ພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກໂລກລະບາດໂຄວິດ-19 ຮອບທີ 4,  ພ້ອມກັບການສັກວັກຊິນກັນ COVID-19 ໃຫ້ແກ່ປະຊາຊົນແລ້ວ, ເລື່ອງເບິ່ງແຍງດູແລຮັບປະກັນຊີວິດສັງຄົມແມ່ນສິ່ງທີ່ນະຄອນ ໂຮ່ຈີມິນ ເອົາໃຈໃສ່ເປັນພິເສດ. ນະຄອນໂຮ່ຈີມິນ ທັງຜັນຂະຫຍາຍບ້ວງເງິນຫນູນຊ່ວຍຊີວິດສັງຄົມເປັນຄັ້ງທີ 3 ໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ເພື່ອບໍ່ໃຫ້ຜູ້ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ -19 ຄົນໃດບໍ່ໄດ້ຮັບເຄື່ອງຊ່ວຍເຫຼືອ.

ເພີ່ມທະວີ ບ້ວງເງິນຫນູນຊ່ວຍຊີວິດສັງຄົມໃຫ້ຜູ້ທຸກຍາກຢູ່ ນະຄອນໂຮ່ຈີມິນ - ảnh 1ການນຳ ເມືອງ 5 ມອບເຄື່ອງຫນູນຊ່ວຍໃຫ້ແກ່ປະຊາຊົນ. (ພາບ: tuoitre.vn)

ກ່ອນນີ້ ເພື່ອຫນູນຊ່ວຍໃຫ້ປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19, ສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ອອກມະຕິເລກທີ 09 ດ້ວຍບ້ວງເງິນຫນູນຊ່ວຍລວມມູນຄ່າປະມານ 900 ຕື້ດົ່ງ. ຫລັງຈາກນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ມະຕິເລກທີ 68 ຂອງລັດຖະບານ ດ້ວຍບ້ວງເງິນຫນູນຊ່ວຍຊີວິດສັງຄົມລວມມູນຄ່າ 26.000 ຕື້ດົ່ງ.

ບ້ວງເງິນຫນູນຊ່ວຍຊີວິດສັງຄົມຄັ້ງທີ 3 ແມ່ນດຳເນີນແຕ່ວັນທີ 22 ກັນຍາ ຮອດວັນທີ 4 ຕຸລາປີ 2021. ເມື່ອທຽບໃສ່ບ້ວງເງິນຫນູນຊ່ວຍທີຫນຶ່ງ ແລະ ທີສອງແລ້ວ, ຄັ້ງນີ້ແມ່ນເປີດກວ້າງເປົ້າໝາຍໄດ້ຮັບການຫນູນຊ່ວຍ ດ້ວຍ 4 ເປົ້າໝາຍ. ທ່ານ ເລມິງເຕີ໊ນ, ຫົວຫນ້າ ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ໂຮ່ຈີມິນ ເນັ້ນຫນັກວ່າ:

“ເລື່ອງເບຈ່າຍເພື່ອຫນູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກໂລກລະບາດໂຄວິດ -19 ຈະໄດ້ຜັນຂະຫຍາຍຢູ່ຄຸ້ມບ້ານທຸກຍາກກ່ອນ, ຢູ່ໃນເຂດທີ່ມີພໍ່ແມ່ປະຊາຊົນພວມປະສົບກັບຄວາມຫຍຸ້ງຍາກທີ່ສຸດກ່ອນ ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ແຕ່ຄັ້ງນີ້ແມ່ນແຕກຕ່າງ, ຜູ້ໃດບໍ່ມີລາຍຊື່ໄດ້ຮັບໃນບ້ວງເງິນຫນູນຊ່ວຍຄັ້ງທີ 1, ທີ 2 ນັ້ນຈະໄດ້ເອົາຊື່ເຂົ້າຮັບການໜູນຊ່ວຍເພີ່ມເຕີມໃນຄັ້ງທີ 3. ນີ້ແມ່ນນະໂຍບາຍພິເສດສະເພາະຂອງນະຄອນ ໂຮ່ຈີມິນ”

 ຄອບຄົວ ເອື້ອຍ ຟານທິບິ່ງ ຢູ່ ເມືອງ 4 ຜ່ານມາແມ່ນແຮງງານຮັບຈ້າງທົ່ວໄປມີແຕ່ຄອຍຖ້າວ່າ ເມື່ອໃດການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຈະໄດ້ຮັບການຟື້ນຟູເພື່ອສາມາດໄປຊອກຫາວຽກເຮັດງານທຳ, ຫາເງິນລ້ຽງຊີບໃຫ້ຄອບຄົວລວມມີ 5 ຄົນ. ປ້າ ຟານທິບິ່ງ ແບ່ງປັນວ່າ:

“ກ່ອນນີ້ ຂ້າພະເຈົ້າໄດ້ຮັບບ້ວງເງິນຫນູນຊ່ວຍຄັ້ງທີ 2 ແລ້ວ ແຕ່ມາບັດນີ້ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ຂ້າພະເຈົ້າຈຶ່ງສືບຕໍ່ໄດ້ຮັບບ້ວງຫນູນຊ່ວຍຄັ້ງທີ 3 ຕື່ມອີກຂ້າພະເຈົ້າດີໃຈຫລາຍ. ລັດໄດ້ຫນູນຊ່ວຍເງິນສົດ, ເຂົ້າສານ, ອາຫານໃຫ້

ອຳນາດການປົກຄອງ ນະຄອນ ສືບຕໍ່ນຳບ້ວງຫນູນຊ່ວຍຄັ້ງທີ 3 ໄປມອບໃຫ້ເຖິງມືປະຊາຊົນ ດ້ວຍທິດນຳທີ່ວ່າ “ມີເທົ່າໃດ, ມອບໃຫ້ເທົ່ານັ້ນ”. ໂດຍໄດ້ຮັບບ້ວງຫນູນຊ່ວຍຄັ້ງນີ້, ລຸງ ຈູງກວັກເກື່ອງ, ປະຊາຊົນ ຕາແສງເຕິນທ້ວນໄຕ ເມືອງ 7 ໃຫ້ຮູ້ວ່າ:

 “ການຫນູນຊ່ວຍຈາກນະຄອນໃນແຕ່ລະຄັ້ງແມ່ນມີມູນຄ່າ 1,5 ລ້ານດົ່ງ, ຂ້າພະເຈົ້າໄດ້ຮັບ 2 ເທື່ອແລ້ວ. ຂ້າພະເຈົ້າຮູ້ສຶກດີໃຈຫລາຍ ແລະ ຈະນຳໃຊ້ຈຳນວນເງິນນີ້ເພື່ອຊຳລະຄ່າເຊົ່າເຮືອນ ສ່ວນການກິນ ມີສິ່ງໃດກິນສິ່ງນັ້ນ”

ເພີ່ມທະວີ ບ້ວງເງິນຫນູນຊ່ວຍຊີວິດສັງຄົມໃຫ້ຜູ້ທຸກຍາກຢູ່ ນະຄອນໂຮ່ຈີມິນ - ảnh 2ທ່ານ ເລມີງເຕີນ ຫົວຫນ້າພະແນກແຮງງານ - ທະຫານເສຍອົງຄະ ແລະສັງຄົມ ນະຄອນໂຮ່ຈີມິນ. (ພາບ:laodong.vn)

ໃນຂະນະນັ້ນ ສູນຮັບປະກັນຊີວິດສັງຄົມ ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍ ໂຄງການ S0S ເພື່ອເບິ່ງແຍງດູແລ ຫນູນຊ່ວຍໃຫ້ກໍລະນີທີ່ສ່ອງແສງມາວ່າ ຍັງບໍ່ທັນໄດ້ຮັບບ້ວງຫນູນຊ່ວຍ. ສູນດັ່ງກ່າວພວມກະກຽມຂອງຂວັນປະມານ 2 ລ້ານພູດ ລວມມູນຄ່າ 600 ຕື້ດົ່ງ, ແຕ່ລະພູດ ແມ່ນປະມານ 300.000 ດົ່ງ ເພື່ອຫນູນຊ່ວຍໃຫ້ປະຊາຊົນ ທີ່ຍັງບໍ່ທັນໄດ້ຮັບບ້ວງຫນູນຊ່ວຍຂອງນະຄອນ.

ລັດ ໄດ້ປະຕິບັດຫລາຍນະໂຍບາຍຫນູນຊ່ວຍປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ -19, ໃນນັ້ນ ພົ້ນເດັ່ນແມ່ນບ້ວງຫນູນຊ່ວຍຊີວິດສັງຄົມ. ໃນບ້ວງຫນູນຊ່ວຍຄັ້ງທີ 3 ນີ້ ແມ່ນເສື້ອຊູຊີບໃຫ້ແກ່ປະຊາຊົນນະຄອນ ໂຮ່ຈີມິນ ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ -19 ກໍ່ຂຶ້ນ. ຄາດວ່າ ມີປະຊາຊົນແຕ່ 3-4 ລ້ານຄົນໄດ້ຊົມໃຊ້ຈາກບ້ວງຫນູນຊ່ວຍຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ