ເມືອງ ກວາງບິ່ງ ແຂວງ ຮ່າຢາງ ຂະຫຍາຍການປູກຕົ້ນໝາກກ້ຽງແບບຍືນຍົງຕາມມາດຕະຖານ VietGAP

(VOVWORLD) -ໃນຊຸມປີທີ່ຜ່ານມາ, ການຜັນຂະຫຍາຍ ການປູກຕົ້ນໝາກກ້ຽງແບບກະເສດສຸມ ຕາມມາດຕະຖານຜະລິດກະສິກຳທີ່ດີ ຢູ່ຫວຽດນາມ (VietGAP) ຢູ່ເມືອງ ກວາງບິ່ງ ແຂວງ ຮ່າຢາງ, ໄດ້ບັນລຸຜົນສຳເລັດໃນເປື້ອງຕົ້ນ. ມີຫຼາຍຄອບຄົວໄດ້ເຂົ້າຮ່ວມ, ຕອບສະໜອງການສ້າງຕັ້ງບັນດາໜ່ວຍປູກໝາກກ້ຽງ VietGAP, ຈາກນັ້ນໄດ້ສ້າງເຄື່ອງໝາຍການຄ້າ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນທາງດ້ານເສດຖະກິດ ພ້ອມທັງດຶງດູດວິສາຫະກິດຫຼາຍແຫ່ງຮ່ວມສຳພັນ ແລະ ເກັບຊື້ຜະລິດຕະພັນ
ເມືອງ ກວາງບິ່ງ ແຂວງ ຮ່າຢາງ ຂະຫຍາຍການປູກຕົ້ນໝາກກ້ຽງແບບຍືນຍົງຕາມມາດຕະຖານ VietGAP - ảnh 1ການປູກໝາກກ້ຽງຕາມມາດຕະຖານ VietGAP 

ເພື່ອຍົກສູງປະສິດທິຜົນການຜະລິດ ແລະ ຄຸນນະພາບຕົ້ນໝາກກ້ຽງ ແນໃສ່ປະກອບສ່ວນພັດທະນາກະສິກຳຕາມທິດຍືນຍົງ, ເມືອງ ກວາງບິ່ງ ໄດ້ຜັນຂະຫຍາຍການປະຕິບັດຮູບແບບ: “ໜ່ວຍຜະລິດໝາກກ້ຽງ VietGAP”. ໜ່ວຍຜະລິດໝາກກ້ຽງ VietGAP ໄດ້ສົົມທົບກັບບັນດາຕາແສງ ເປີດບັນດາຊຸດຝຶກອົບຮົມຖ່າຍທອດວິທະຍາສາດ  ເຕັກນິກໃຫ້ແກ່ການຂະຫຍາຍຕົ້ນໝາກກ້ຽງຢູ່ທ້ອງຖິ່ນ. ມາຮອດປັດຈຸບັນ, ເມືອງ ກວາງບິ່ງ ໄດ້ມີເນື້ອທີ່ໝາກກ້ຽງເກືອບ 1.000 ເຮັກຕາ ບັນລຸມາຕະຖານ VietGAP. ໂດຍປະຕິບັດການປູກຕາມມາດຕະຖານ VietGAP ນັ້ນ, ໄດ້ພາໄປເຖິງການປ່ຽນແປງຢ່າງໃຫ່ຍຫຼວງກ່ຽວກັບວິທີປູກ, ບົວລະບັດສຳລັບບັນດາສວນໝາກກ້ຽງ ດ້ວຍຂະໜາດຂອງໝາກທີ່ສະໝ່ຳສະເໝີ, ລະບົບຫົດນ້ຳຄົບຊຸດ. ທ່ານ ຟຸ່ງຫວຽດວິງ ຮອງປະທານຄະນະກຳມະການປະຊາຊົນເມືອງ ກວາງບິ່ງ ໃຫ້ຮູວ່າ:

  “ຕົ້ນໝາກກ້ຽງແມ່ນຕົ້ນໄມ້ກິນໝາກ ທີ່ມີມູນຄ່າເສດຖະກິດສູງ ແລະ ເມືອງ ກວາງບິ່ງ ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາຕົ້ນໄມ້ກິນໝາກ ທີ່ເປັນປາຍແຫຼມ, ສຸມໃສ່ພັດທະນາໃນແຜນສ້າງໂຄງປະກອບການປູກຝັງຄືນໃໝ່ຂອງເມືອງ. ໃນບໍລິເວນເມືອງ ມີເນື້ອທີ່ໝາກກ້ຽງປະມານ 2.500 ເຮັກຕາ, ໃນນັ້ນກວ່າເຄິ່ງໜຶ່ງພວມຢູ່ໃນໄລຍະເກັບກູ້, ໃນນັ້ນສວນຫຼາຍກໍ່ໄດ້ປະຕິບັດຕາມຮູບແບບ VietGAP. ເພື່ອໃຫ້ຕົ້ນໝາກກ້ຽງຂະຫຍາຍຕົວ, ທາງເມືອງໄດ້ມີບັນດາກົນໄກກ່ຽວກັບການວາງແຜນຜັງເຂດປູກຝັງ, ນະໂຍບາຍໃຫ້ກູ້ຢືມທຶນ ກໍ່ຄືສຸມໃສ່ທ າງດ້ານວິທະຍາສາດເຕັກນິກເພື່ອລົງທຶນບົວລະບັດ ເພື່ອໃຫ້ສະມັດຕະພາບ ແລະ ປະລິມານການຜະລິດສູງສຸດ”.

   ໃນໄລຍະບົວລະບັດຕົ້ນໝາກກ້ຽງຕາມມາດຕະຖານ VietGAP, ບັນດາຄອບຄົວຊາວສວນຍາມໃດກໍ່ຮັບປະກັນເຕັກນິກການຕັດຊອຍຕົ້ນໝາກກ້ຽງ, ເປັນເຈົ້າການໃນການ ກວດກາສວນ ແລະ ນຳໃຊ້ຢາປ້ອງກັນພືດພິເສດ ທີ່ນອນໃນສາລະບານຢາປາບສັດຕູພືດ ໄດ້ຮັບອະນຸຍາດ ດັ່ງນັ້ນ ໝາກກ້ຽງກໍ່ບໍ່ຖືກສັດຕູພືດທຳລາຍ ແລະ ກໍ່ໃຫ້ສະມັດຕະພາບສູງກວ່າ. ລຸງ ດັ້ງຮຸຍຕ໋ຽນ ຫົວໜ້າໜ່ວຍຜະລິດໝາກກ້ຽງ  VietGAP ບ້ານ ຊວນຟູ ຕາແສງ ອຽນຮ່າ ໃຫ້ຮູ້ວ່າ: ນັບແຕ່ປີ 1986 ມາເຖິງປັດຈຸບັນ, ຄອບຄົວຂອງລຸງໄດ້ປູກໝາກກ້ຽງໃນເນື້ອທີ່ກວ່າ 3 ເຮັກຕາ ດ້ວຍຕົ້ນໝາກກ້ຽງກວ່າ 1.600 ຕົ້ນ, ລາຍຮັບສະເລ່ຍແມ່ນໄດ້ແຕ່ 150 ລ້ານ ຫາ 200 ລ້ານດົ່ງ. ດ້ວຍຄວາມຫວັງສືບຕໍ່ມີລະດູປູກຝັງໄດ້ຮັບຜົນດີ ແລະ ນຳໝາກກ້ຽງທີ່ມີເຄື່ອງໝາຍການຄ້າອອກສູ່ຕະຫຼາດ, ປີ 2013 ລຸງ ຕ໋ຽນ ໄດ້ເຂົ້າຮ່ວມການປະຕິບັດຮູບແບບໝາກກ້ຽງ VietGAP. ລຸງ ຕ໋ຽນ ໃຫ້ຮູ້ວ່າ:

   “ນັບແຕ່ເມື່ອຄອບຄົວໄດ້ຜັນຂະຫຍາຍ ປູກໝາກກ້ຽງຕາມມາດຕະຖານ VietGAP, ພວກຂ້າພະເຈົ້າຍາມໃດກໍ່ໄດ້ຮັບການແນະນຳຈາກພະນັກງານ ກ່ຽວກັບການບົວລະບັດ, ຕັດຊອຍ ແລະ ໃສ່ຝຸ່ນຖືກຕາມມາດຕະຖານ. ມາຮອດປັດຈຸບັນ ສວນໝາກກ້ຽງຂອງຄອບຄົວຂ້າພະເຈົ້າ ໄດ້ບັນລຸສະມັດຕະພາບ ແລະ ຄຸນນະພາບນັບມື້ນັບສູງຂຶ້ນ. ໂດຍແມ່ນຫົວໜ້າໜ່ວຍຜະລິດ, ຂ້າພະເຈົ້າຍາມໃດກໍ່ໂຄສະນາຂົນຂວາຍ ແລະ ແນະນຳໃຫ້ແກ່ພໍ່ແມ່ພີ່ນ້ອງຊາວສວນໂດຍກົງ ກ່ຽວກັບການປູກໝາກກ້ຽງໃນສວນຂອງຕົນ ຈາກນັ້ນກໍ່ໄດ້ຮັບໝາກຜົນດີທີ່ສຸດ”

 ຜ່ານການຜັນຂະຫຍາຍ ປະຕິບັດເປັນເວລາກວ່າ 5 ປີ, ປັດຈຸບັນໃນບໍລິເວນເມືອງ ກວາງບິ່ງ ໄດ້ມີຈຳນວນ 15 ໜ່ວຍຜະລິດໝາກກ້ຽງ VietGAP. ບັນດາທ່າດີຂອງໜ່ວຍຜະລິດໝາກກ້ຽງ VietGAP ສາມາດຢັ້ງຢືນຄຸນນະພາບ, ຄວາມປອດໄພ, ດ້ານສຸຂະອະນາໄມສະບຽງອາຫານ, ອັນໄດ້ຍົກສູງສະມັດຕະພາບ ແລະ ເຮັດໃຫ້ລາຄາໝາກກ້ຽງເປັນປົກກະຕິ. ພ້ອມກັນນັ້ນ, ການຈຳໜ່າຍກໍ່ມີຄວາມສະດວກໃນທ້ອງຕະຫຼາດ. ທ່ານ ຟຸ່ງຫວຽດວິງ ຢືນຢັນວ່າ:

“ປັດຈຸບັນທາງເມືອງ ກໍ່ພວມຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ ເພື່ອຈຳໜ່າຍຜະລິດຕະພັນໝາກກ້ຽງ,  ຊອກຫາສົ້ນອອກໃຫ້ແກ້ຜະລິດຕະພັນຂອງຊາວສວນ. ຄາດວ່າພວກຂ້າພະເຈົ້າຈະສະເໜີໃຫ້ແຂວງ ສ້າງບາງເຂດສວນໝາກກ້ຽງທີ່ມີຄຸນນະພາບ, ໄດ້ມາດຕະຖານສູງກວ່າ ເມື່ອທຽບໃສ່ໝາກກ້ຽງ VietGAP ໃຫ້ກາຍເປັນເຂດຕົວແບບ ເພື່ອສາມາດນຳຜະລິດຕະພັນ ໄປຈຳໜ່າຍຢູ່ຕາມຮ້ານພະຊັບສິນຄ້າ”.

  ປີນີ້ເມືອງ ກວາງບິ່ງ ຄາດວ່າຈະບັນລຸປະລິມານການຜະລິດໝາກກ້ຽງປະມານ 12.000 ໂຕນ, ບັນລຸແຫຼ່ງລາຍຮັບກວ່າ 100 ຕື້ດົ່ງ. ດ້ວຍໝາກຜົນບັນລຸໄດ້ຄືດັ່ງກ່າວ, ຮູບແບບປູກໝາກກ້ຽງຕາມມາດຕະຖານ VietGAP ພວມແມ່ນທິດກ້າວເດີນທີ່ເໝາະສົມພວມໄດ້ຮັບການທະວີຄູນ ແລະ ເສີມຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ