ແຂວງ ລາຍ​ເຈົາ​ ປະ​ຕິ​ບັດ​ແຜນ​ຮ່າງກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ຜູ້​ທຸກ​ຍາກ

(VOVWORLD) -ແຜນຮ່າງນູນຊ່ວຍຄອບຄົວທຸກຍາກປະສົບກັບຄວາມຍຸ້ງຍາກດ້ານເຮືອນຢູ່ໃນເມືອງເມື່ອງແຕ່ແຂວງລາຍເຈົາ (ເອີ້ນຍໍ້ວ່າແຜນຮ່າງ 245) ໂດຍແຂວງລາຍເຈົາກະຊວງຕຳຫລວດຄະນະພັກນະຄອນໂຮ່ຈີມິນສົມທົບກັນປະຕິບັດໃນປີ 2020. ເມື່ອປະຕິບັດແຜນຮ່າງນີ້ຕຳຫລວດແຂວງລາຍເຈົາໄດ້ກໍ່ສ້າງເຮືອນຫລັງໃຫມ່ແລະ ສ້ອມແປງເຮືອນໄດ້ກວ່າ 1.000 ຫລັງປະກອບສ່ວນຮັບປະກັນຊີວິດສັງຄົມໃຫ້ແກ່ຊາຊົນ.

 ແຂວງ ລາຍ​ເຈົາ​ ປະ​ຕິ​ບັດ​ແຜນ​ຮ່າງກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ຜູ້​ທຸກ​ຍາກ - ảnh 1ກຳລັງຕຳຫຼວດແຂວງ ລາຍເຈົາສົມທົບກັບປະຊາຊົນ ເພື່ອກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນ (ພາບ: TTXVN)

ແຜນຮ່າງ 245 ມີຍອດງົບປະມານກວ່າ 50 ຕື້ດົ່ງ (2,2 ລ້ານ USD) ໂດຍລະດົມ ແຫລ່ງກຳລັງຈາກອຳນາດການປົກຄອງ, ປະຊາຊົນນະຄອນໂຮ່ຈີມິນ. ບັນດາກຳລັງຕຳຫລວດ, ກອງທັບຂອງແຂວງລາຍເຈົາ ແລະ ເມືອງເມື່ອງແຕ່ ໄດ້ລະດົມພະນັກງານ, ນັກຮົບ,ລັດຖະກອນ, ຊາວຫນຸ່ມ, ກຳມະກອນ ປະກອບເຫື່ອແຮງດ້ວຍການເຮັດວຽກປະມານ 22.000 ວັນເພື່ອຊ່ວຍປະຊາຊົນປຸກສ້າງເຮືອນ. ມີເຮືອນ 1.062 ຫລັງຢູ່ ເມືອງເມື່ອງແຕ່ໄດ້ຮັບການກໍ່ສ້າງໃຫມ່ ຫລື ສ້ອມແປງ, ໃນນັ້ນ ກໍ່ສ້າງໃຫມ່ 755 ຫລັງ. ພັນໂທ ຫລູ່ວັນຮວ່ານ, ຫົວຫນ້າຕຳຫລວດເມືອງ ເມື່ອງແຕ່ ໃຫ້ຮູ້ວ່າ:

  “ເລື່ອງກໍ່ສ້າງເຮືອນຢູ່ສະຫງວນໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ຕັ້ງຫນ້າເຂົ້າຮ່ວມຂະບວນການປົກປັກຮັກສາຄວາມສະຫງົບປອດໄພຂອງຂອງປະເທດຊາດ ເພື່ອປຸກລຸກຈິດໃຈກໍ່ຄືຊ່ວຍເຂົາເຈົ້າຫລຸດຜ່ອນຄວາມຫຍຸ້ງຍາກໃນການດຳລົງຊີວິດ. ແຂວງ ລາຍເຈົາ ມີແຜນນະໂຍບາຍສືບຕໍ່ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນຢູ່ບັນດາທ້ອງຖິ່ນອື່ນ. ປະຈຸບັນ ປະຊາຊົນປາດຖະຫນາດຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ກໍ່ສ້າງເຮືອນຢູ່ຖາວອນຈາກອຳນາດການປົກຄອງ, ບັນດາກະຊວງ, ຂະແຫນງການ. ແຕ່ລະປີ ເມືອງເມື່ອງແຕ່ ໄດ້ສຳຫລວດກວດຄືນບັນດາຄອບຄົວທຸກຍາກ, ຄອບຄົວໃນເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກເພື່ອກໍ່ສ້າງເຮືອນຢູ່ ຫນູນຊ່ວຍໃຫ້ແກ່ປະຊາຊົນ”.

ບັນດາເຮືອນໄດ້ຮັບການກໍ່ສ້າງຕາມແຜນຮ່າງ 245 ຢູ່ 14 ຕາແສງ, ເທດສະບານ ຂອງເມືອງເມື່ອງແຕ່ ແຕ່ລະຫລັງມີເນື້ອທີ່ 36 ຕາແມັດ, ເຮືອນປຸກໃຫມ່ລະດັບຫນູນຊ່ວຍລວມມູນຄ່າ 60 ລ້ານດົ່ງ/ຫລັງ ແລະ ເຮືອນທີ່ສ້ອມແປງ 15 ລ້ານດົງ/ຫລັງ. ຕາແສງ ຕາຕົ໋ງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າຢູ່ ເມືອງເມື່ອງແຕ່ ໃນການກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຕາມແຜນຮ່າງດັ່ງກ່າວ. ທ່ານ ຊຸ່ງອາຈື, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຕາຕົ໋ງ ໃຫ້ຮູ້ວ່າ:

 “ແຜນຮ່າງ 245 ກໍ່ສ້າງເຮືອນຢູ່ໃຫ້ບັນດາຄອບຄົວທຸກຍາກຢູ່ບໍລິເວນ ຕາແສງ ຕາຕົ໋ງ ໄດ້ຮັບການຜັນຂະຫຍາຍຫລາຍພໍສົມຄວນ, ທັງສ້ອມແປງ ແລະ ກໍ່ສ້າງໃຫມ່. ຕາແສງສ້າງຕັ້ງຄະນະຜັນຂະຫຍາຍແຜນຮ່າງ 245 ໂດຍປະທານຄະນະກຳມະການປະຊາຊົນ ຕາແສງ ເປັນຫົວຫນ້າຄະນະ. ແຕ່ລະບ້ານລ້ວນແຕ່ມີຫນ່ວຍງານຊ່ວຍວຽກ. ພວກຂ້າພະເຈົ້າ ໄດ້ລະດົມກຳລັງຊາວຫນຸ່ມຂົນສົ່ງວັດສະດຸກໍ່ສ້າງ ແລະ ເຂົ້າຮ່ວມການປຸກສ້າງສ້ອມແປງເຮືອນຢູ່ໃຫ້ປະຊາຊົນ”.

ຄະນະກຳມະການປະຊາຊົນແຂວງ ລາຍເຈົາ ຊີ້ນຳທຸກຂັ້ນ, ຂະແຫນງການ ສືບຕໍ່ຍູ້ແຮງການໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການນຳໃຊ້ເຮືອນໃຫ້ມີປະສິດທິຜົນ, ຕັ້ງຫນ້າອອກແຮງງານທຳການຜະລິດ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ. ອ້າຍ ຫວ່າງເລ່ຍວື, ຊາວ ຕາແສງ ຕາຕົ໋ງ ໃຫ້ຮູ້ວ່າ:

 “ກ່ອນນີ້ ເຮືອນຢູ່ຈາກແຜນຮ່າງ 245 ຍັງບໍ່ທັນມີ, ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫລາຍ. ປະຈຸບັນ ລັດຫນູນຊ່ວຍກໍ່ສ້າງເຮືອນຢູ່ໃຫ້, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂຶ້ນ. ຂໍຂອບໃຈພັກ, ລັດ. ມີເຮືອນຢູ່ແລ້ວ, ກໍມີຄວາມອຸ່ນອ່ຽນໃຈເພື່ອໄປໄຮ່ໄປນາ, ທຳການຜະລິດ, ໃຫ້ລູກໄປໂຮງຮຽນ”.

ແຜນຮ່າງຫນູນຊ່ວຍຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ ຢູ່ ເມືອງເມື່ອງແຕ່, ແຂວງລາຍເຈົາ ໄດ້ຮັບການຜັນຂະຫຍາຍ ບໍ່ພຽງແຕ່ຊ່ວຍປະຊາຊົນທຸກຍາກໄດ້ມີເຮືອນຢູ່ຫລັງໃຫມ່ທີ່ຖາວອນເທົ່ານັ້ນ ຫາກຍັງຊ່ວຍແຂວງລາຍເຈົາ ເວົ້າລວມ ແລະ ເມືອງເມື່ອງແຕ່ ເວົ້າສະເພາະ ສັບຊ້ອນປະຊາຊົນຄືນໃຫມ່ຈຳນວນຫນຶ່ງ, ຊ່ວຍປະຊາຊົນປັບປຸງຊີວິດການເປັນຢູ່. ພ້ອມກັນນັ້ນ ກໍປະກອບສ່ວນເພື່ອໃຫ້ ເມືອງເມື່ອງແຕ່ ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ຮັບປະກັນຄວາມສະຫງົບປອດໄພ, ການປ້ອງກັນຊາດນຳອີກ.

ຕອບກັບ

ຂ່າວ/ບົດ​ອື່ນ