ແຂວງຢາລາຍ - ຈຸດເດັ່ນກ່ຽວກັບການອອກບັດປະຈຳຕົວແບບໃຫມ່ຢູ່ເຂດໄຕງວຽນ

(VOVWORLD) - ຕຳຫລວດແຂວງຢາລາຍໄດ້ແລະພວມຮີບເຮັ່ງຜັນຂະຍາຍການອອກບັດປະຈຳຕົວແບບໃຫມ່ຕິດຊິບເອເລັກໂຕນິກ, ຄວາມຄຶບນ້າບັລຸຕາມແຜນການທີ່ວາງອອກ. ໃນ 5 ແຂວງຢູ່ໄຕງວຽນ (ກອນຕູມ, ຢາລາຍ, ດັກລັກ, ດັກນົງ, ເລີມດົ່ງ), ແຂວງຢາລາຍປະຈຸບັນຈັດອັນດັບທີສອງຖັດຈາກແຂວງດັກລັກກ່ຽວກັບຄວາມຄຶບນ້າໃນການອອກບັດປະຈຳຕົວພົນລະເມືອງ.

ແຂວງຢາລາຍ - ຈຸດເດັ່ນກ່ຽວກັບການອອກບັດປະຈຳຕົວແບບໃຫມ່ຢູ່ເຂດໄຕງວຽນ - ảnh 1ຮູບພາບບ່ອນເຮັດບັດປະຈຳຕົວຢູ່ ແຂວງ ຢາລາຍ

ແຂວງ ຢາລາຍ ເລີ່ມຕົ້ນຜັນຂະຫຍາຍການອອກບັດປະຈຳຕົວພົນລະເມືອງຕິດຊິບເອເລັກໂຕນິກໃຫ້ແກ່ປະຊາຊົນ ນັບແຕ່ວັນທີ 1 ມັງກອນ ປີ 2021. ຮອດກາງເດືອນ ເມສາ ປີ 2021 ມີ 18 ຫົວຫນ່ວຍຂຶ້ນກັບຕຳຫລວດ ແຂວງ ຢາລາຍ ໄດ້ປະຕິບັດສຳເລັດລະບຽບການອອກບັດປະຈຳຕົວພົນລະເມືອງໃຫ້ແກ່ປະຊາຊົນເກືອບ 500.000 ຄົນ. ພັນເອກ ຫງວຽນງອກເຊີນ ຮອງຫົວຫນ້າຕຳຫລວດແຂວງ ຢາລາຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າແບ່ງໂມງເຮັດວຽກທັງວັນແລະຄືນ. ຫົວຫນ່ວຍໃດເຮັດໄວທີ່ສຸດແມ່ນຮອດ 12 ໂມງກາງຄືນ ແຕ່ປົກກະຕິແມ່ນຮອດ 1 ໂມງ ຫລື 2 ໂມງເຊົ້າຈຶ່ງສຳເລັດ.ສຳລັບເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ ພວກຂ້າພະເຈົ້າໄດ້ຈັດສົ່ງພະນັກງານ, ເຄື່ອງຈັກ, ພາຫະນະໄປເຮັດຢູ່ກັບທີ່. ສຳລັບຜູ້ເຖົ້າຜູ້ແກ່, ຄົນພິການ, ຜູ້ຢູ່ໂດດດ່ຽວ ບໍ່ສາມາດໄປບ່ອນເຮັດບັດ ພວກຂ້າພະເຈົ້າກໍ່ໄປເຖິງເຮືອນເພື່ອເຮັດບັດປະຈຳຕົວໃຫ້ເຂົາເຈົ້າ. ສະເລ່ຍ ມື້ຫນຶ່ງແຂວງ ຢາລາຍ ລື່ນກາຍຄາດໝາຍວາງອອກແຕ່ 130 -160%”

ນອກຈາກບັນດາບ່ອນອອກບັດປະຈຳຕົວຢູ່ກັບທີ່ໃນບັນດາເມືອງ ເທດສະບານ, ນະຄອນ ແລ້ວ, ກຳລັງສະເພາະກິດຍັງຈັດຕັ້ງບັນດາຈຸດເຄື່ອນທີ່ຢູ່ຄຸ້ມບ້ານ, ບ້ານ ທັງສ້າງຄວາມສະດວກໃຫ້ແກ່ປະຊາຊົນ ທັງຍູ້ໄວຄວາມຄືບຫນ້າການຜັນຂະຫຍາຍ. ລຸງ ກະໂຊອຸງ(Ksor Wung) ຊາວບ້ານ ດຸບ ຕາແສງ ຮ່າເບົ່າ ເມືອງ ດັກດວາ ເລົ່າສູ່ຟັງວ່າ:

ຕຳຫລວດ ມີຄວາມເອົາໃຈໃສ່ເຖິງປະຊາຊົນ, ເຂົາເຈົ້າແຈ້ງເວລາ, ສະຖານທີ່ກ່ອນມາເຮັດບັດ. ຕຳຫລວດ ຕາແສງເຮັດບັດປະຈຳຕົວພົນລະເມືອງຕະຫລອດ 24 ຊົ່ວໂມງ. ຕຳຫລວດ, ພະນັກງານລັດສ້າງເງື່ອນໄຂສະດວກ, ຊ່ວຍເຫລືອໃຫ້ປະຊາຊົນໃນການເຮັດບັດປະຈຳຕົວ”.

ແຂວງຢາລາຍ - ຈຸດເດັ່ນກ່ຽວກັບການອອກບັດປະຈຳຕົວແບບໃຫມ່ຢູ່ເຂດໄຕງວຽນ - ảnh 2ຊາວຊົນເຜົ່າ ມາເຮັດບັດປະຈຳຕົວ

ເມືອງ ດັກດວາ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າໃນວິວັດການອອກບັດປະຈຳຕົວພົນລະເມືອງຕິດຊິບເອເລັກໂຕນິກຢູ່ແຂວງ ຢາລາຍ. ສະເລ່ຍແຕ່ລະມື້ ເຄື່ອງຈັກອອກບັດປະຈຳຕົວພົນລະເມືອງ ຢູ່ບັນດາບໍລິເວນຂອງແຂວງ ຢາລາຍ ສາມາດເຮັດສຳເນົາເອກະສານສຳເລັດ 1.000 ຊຸດ, ຢູ່ ເມືອງ ດັກດວາ, ບາງມື້ເຮັດສະເນົາເອກະສານສຳເລັດ 1.400 ຊຸດ.

ບາງກໍລະນີ ຂໍ້ມູນບໍ່ຖືກ, ບໍ່ຄົບ ລ້ວນແຕ່ໄດ້ຮັບການແນະນຳເພີ່ມເຕີມ, ຕອບຄຳຖາມ,ແປງຂໍ້ມູນຢ່າງທັນການຈາກຕຳຫລວດແຂວງ ຢາລາຍ.  ບາງບ່ອນອອກບັດປະຈຳຕົວ ຍັງຕິດຕັ້ງ Wifi ເພື່ອໃຫ້ປະຊາຊົນໃຊ້ອິນເຕີເນັດ; ພ້ອມທັງໂຄສະນາການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19, ກົດໝາຍວ່າດ້ວຍຄວາມປອດໄພການຈໍລະຈອນ, ຈັດຕັ້ງລາຍການສະແດງສິລະປະ, ສາຍຟີມຮູບເງົາເພື່ອໃຫ້ປະຊາຊົນບໍ່ຮູ້ສຶກອິດເມື່ອຍເບື່ອຫນ່າຍເວລາລໍຖ້າເຮັດບັດປະຈຳຕົວ. ທ່ານອີຫຽວຮອງປະທານຄະນະກຳມະການປະຊາຊົນຕາແສງຮ່າເບົ່າເມືອງດັກດວາໃຫ້ຮູ້ວ່າ:

“ໄລຍະທຳອິດຂອງການເຮັດບັດປະຈຳຕົວ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ເຖິງຢ່າງໃດກໍຕາມ ດ້ວຍຄວາມມານະພະຍາຍາມ ແລະ ການສົມທົບຂອງບັນດາຄະນະຂະແຫນງການອົງການຈັດຕັ້ງມະຫາຊົນ, ຕຳຫລວດໄດ້ໂຄສະນາໃຫ້ພໍ່ແມ່ປະຊາຊົນ ສະນັ້ນ ປະຊາຊົນໃນຕາແສງໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ມື້ຫນຶ່ງ ເຮັດໄດ້ ຈຳນວນ 700- 800 ບັດ”

ໄລຍະຈະມາເຖິງ, ບັນດາຫົວຫນ່ວຍເຮັດບັດປະຈຳຕົວພົນລະເມືອງຢູ່ແຂວງຢາລາຍຈະຍົກສະມັດຕະພາບຂຶ້ນ, ເພີ່ມທະວີບັນດາກຸ່ມເຮັດບັດເຄື່ອນທີ່ລົງເຖິງບັນດາເຂດຊົນເຜົ່າສ່ວນຫນ້ອຍ, ເຂດຫ່າງໄກສອກຫລີກ. ແຂວງຢາລາຍມີຈຳນວນພົນລະເມືອງກວ່າ 1 ລ້ານຄົນຕ້ອງເຮັດບັດປະຈຳຕົວແບບໃຫມ່. ຕາມແຜນການຮອດເດືອນມີຖຸນາປີ 2021 ແຂວງຢາລາຍຈະປະຕິບັດສຳເລັດການອອກບັດປະຈຳຕົວໃຫ້ພົນລະເມືອງ, ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດສຳເລັດຄາດໝາຍອອກບັດປະຈຳຕົວຕິດຊິບເອເລັກໂຕນິກ 50 ລ້ານບັດໃຫ້ພົນລະເມືອງກ່ອນວັນທີ 1 ກໍລະກົດປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ