ແຜ່ຂະຫຍາຍບັນດາວຽກງານແລະການກະທຳເພື່ອໃຫ້ສັງຄົມມີຄວາມປອດໄພ

(VOVWORLD) -ໃນຊຸມມື້ຜ່ານມາ, ດ້ວຍຈິດໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຮ່ວມແຮງຮ່ວມໃຈພ້ອມກັນຕ້ານຄືນໂລກລະບາດໂຄວິດ-19 ຂອງປະຊາຊົນ ອີກຄັ້ງໜຶ່ງໄດ້ສືບຕໍ່ປຸກລຸກຂຶ້ນໃນທຸກແຖບຖິ່ນຂອງປະເທດຊາດ.
ແຜ່ຂະຫຍາຍບັນດາວຽກງານແລະການກະທຳເພື່ອໃຫ້ສັງຄົມມີຄວາມປອດໄພ - ảnh 1(ເອື້ອຍ ເລທິເຮືອງ ເຮັດອາຫານເຊົ້າໃຫ້ແພດໝໍ ແລະ ປະຊາຊົນຢູ່ໂຮງໝໍແຍກຕົວ)

ໃນໄລຍະທີ່ໂລກລະບາດພວມແຜ່ລະບາດນັ້ນ, ປະຊາຊົນໃນທົ່ວປະເທດໄດ້ດັດປັບ ຄວາມຊິນເຄີຍ, ການດຳລົງຊີວິດຫຼາຍຢ່າງ, ບໍ່ພຽງແຕ່ຊອກຫາຄວາມມ່ວນຊື່ນ ເລັກໆນ້ອຍໆໃນການດຳລົງຊີວິດປະຈຳວັນເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນເຫື່ອແຮງຂອງຕົນ, ແບ່ງປັນພ້ອມກັບປະເທດຊາດໃນເວລາເກີດເຄາະຮ້າຍອີກດ້ວຍ. ບັນດາວຽກງານເຫຼົ່ານັ້ນ ຈະເພີ່ມຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນຜ່ານຜ່າໂລກລະບາດ.

        ໃນຊຸມມື້ຜ່ານມາ, ດ້ວຍຈິດໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຮ່ວມແຮງຮ່ວມໃຈພ້ອມກັນຕ້ານຄືນໂລກລະບາດໂຄວິດ-19 ຂອງປະຊາຊົນ ອີກຄັ້ງໜຶ່ງໄດ້ສືບຕໍ່ປຸກລຸກຂຶ້ນໃນທຸກແຖບຖິ່ນຂອງປະເທດຊາດ. ການແບ່ງປັນສະບຽງອາຫານ, ທັນຍາຫານໃຫ້ເຂດຊຸມຊົນທີ່ຖືກປິດລ້ອມ, ບັນດາໂຮງແຮມທີ່ຂານອາສາສະຫຼະຫ້ອງພັກເປັນເຂດແຍກຕົວ ຫຼື ບັນດາຜູ້ໃຈບຸນໃຈກຸສົນ, ນັກສິລະປິນ ໄດ້ເປັນເຈົ້າການລະດົມການຂົນຂວາຍແຜ່ບໍລິຈາກ, ແບ່ງປັນກັບຊຸມຊົນ. ບັນດາການກະທຳດັ່ງກ່າວໄດ້ສ້າງກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

        ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງລັດຖະບານ, ປະຊາຊົນໃນທົ່ວປະເທດ ໄດ້ຈຳກັດການໄປມາ, ໃນຊຸມວັນນີ້, ຢູ່ນະຄອນຫຼວງຮ່າໂນ້ຍ ບໍ່ວ່າຢູ່ແຫ່ງຫົນໃດ ກໍ່ມິດ ງຽບໄປໝົດ. ປະຊາຊົນທຸກຄົນພວມປັບຕົວໃຫ້ເຂົ້າ ກັບເງື່ອນໄຂ, ສະພາບແວດລ້ອມແຫ່ງການດຳລົງຊີວິດຄືໃນປະຈຸບັນ. ເອື້ອຍ ຫງວຽນທິຮ່ວຽນ, ຢູ່ ຄອນໂດ ມີ້ດິ່ງ, ແບ່ງປັນວ່າ.

        “ຄອນໂດທີ່ຂ້າພະເຈົ້າພວມດຳລົງຊີວິດຢູ່ນັ້ນ ມີຊາວສ.ເກົາຫຼີ ຫຼາຍຄົນ, ສະນັ້ນກໍ່ໄດ້ຮັບການຕີລາຄາວ່າ ສະພາບການໂລກລະບາດຢູ່ທີ່ນີ້ແມ່ນສັບສົນຫຼາຍ. ຍ້ອນທຸກຄົນໃນຄອບຄົວລ້ວນແຕ່ມີສະຕິ ຊອກຫາຂໍ້ມູນຂ່າວກ່ຽວກັບໂລກລະບາດໂຄວິດ ສະນັ້ນ, ກໍ່ບໍ່ມີໃຜມີຄວາມວິຕົກກັງວົນຫຼາຍ. ໃນຮອບເວລາ 1 – 2 ອາທິດຈະມາເຖິງນີ້ ໂລກລະບາດໂຄວິດ ຈະຜັນແປຢູ່ໃນລະດັບສູງສຸດ, ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງລັດຖະບານ, ການຮ່ວມແຮງຮ່ວມໃຈຂອງທົ່ວປະເທດ, ສະຕິຄວາມຮັບຮູ້ຂອງແຕ່ລະຄົນ ແລະ ແຕ່ລະຄອບຄົວນັ້ນ ໂລກລະບາດຈະຖືກກຳຈັດໂດຍໄວ”.

        ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ນັກຮຽນ, ນັກສຶກສາໃນທົ່ວປະເທດນັບລ້ານໆຄົນຕ້ອງພັກໂຮງຮຽນ ແລະ ນອກຈາກເລື່ອງພໍ່ແມ່ພ້ອມກັບລູກເຂົ້າຮ່ວມການຮຽນທາງອອນລາຍ, ຜ່ານໂທລະພາບແລ້ວ, ມີຫຼາຍຄອບຄົວຍັງຍາດເວລາເພື່ອສອນໃຫ້ລູກຮູ້ຈັກເຮັດວຽກບ້ານການເຮືອນນຳອີກ.

-      ທຳມະດາຫຼານຄາໄປຮຽນ ສະນັ້ນຈຶ່ງບໍ່ໄດ້ເຮັດວຽກຫຍັງ, ປະຈຸບັນ ຍ້ອນໂລກລະບາດຈຶ່ງໄດ້ພັກໂຮງຮຽນຢູ່ເຮືອນ ສະນັ້ນ ຫຼານຈຶ່ງຮຽນວິທີ ທຳຄວາມສະອາດ, ອະນາໄມເຮືອນຊານ.

-      ຫຼານຮູ້ວີທີຂົ້ວໄຂ່, ເຂົ້າປຸ້ນເຕົາຮູ້ ກັບແກງສົ້ມ, ແກງຜັກຫວານ, ຫຸງເຂົ້າ, ຊັກເຄື່ອງ ແລະ ອະນາໄມທຳຄວາມສະອາດອີກ.

ພາຍຫຼັງທີ່ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ພ້ອມກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ປຸກລະດົມການສົ່ງຂໍ້ຄວາມສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຢູ່ແຂວງກວ໋າງນິງ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນໄດ້ຕັ້ງໜ້າເຂົ້າຮ່ວມ, ສະໜັບສະໜູນການເຄື່ອນໄຫວດັ່ງກ່າວ, ດ້ວຍເນື້ອໃນຈິດໃຈທີ່ວ່າ ຈຳນວນເງິນທັງໝົດທີ່ໄດ້ຮັບມານັ້ນ ຈະໄດ້ນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດ ລວມທັງການ ຊ່ວຍ ເຫຼືອອຸປະກອນການແພດ, ສິ່ງຂອງທີ່ຈຳເປັນ ເພື່ອປົກປ້ອງແພດໝໍ ແລະ ບັນດານາຍທະຫານ, ຕຳຫຼວດ, ອົງການສື່ມວນຊົນ ທີ່ໄດ້ພົບປະກັບຄົນເຈັບໂດຍກົງ, ໜູນຊ່ວຍຜູ້ຕິດໂລກລະບາດ ແລະ ຜູ້ສົງໄສຕິດໂລກລະບາດທີ່ຖືກແຍກຕົວ…

ເອື້ອຍ ເລທິເຮືອງ, ຢູ່ ຕາແສງອ໊ຽດກຽວ, ນະຄອນ ຮະລອງ, ແຂວງກວ໋າງນິງ, ກໍ່ໄດ້ຕອບສະໜອງຂະບວນການຕາມວິທີພິເສດທີ່ສຸດ. ເອື້ອຍເຮືອງ ເປີດຮ້ານຂາຍ ບັນກວນ ນ້ອຍໆມາໄດ້ 10 ປີແລ້ວ. ເຖິງວ່າບໍ່ໄດ້ຂາຍດີຍ້ອນໂລກລະບາດກໍ່ຕາມ, ແຕ່ເອື້ອຍກໍ່ມີຄວາມເຂົ້າໃຈຕໍ່ຄວາມຫຍຸ້ງຍາກຂອງກຳລັງແພດໝໍ ແລະ ບັນດາປະຊາຊົນຜູ້ທີ່ພວມແຍກຕົວ, ເອື້ອຍໄດ້ປຶກສາກັບຜົວຂອງຕົນ ແລະ ຕົກລົງສະໜັບສະໜູນເຮັດ ອາຫານເຊົ້າໃຫ້ແພດໝໍ ແລະ ປະຊາຊົນຢູ່ໂຮງໝໍແຍກຕົວພິເສດເລກ 2 ຂອງແຂວງກວ໋າງນິງ ນັບຮ້ອຍຄົນ. ເອື້ອຍ ເຮືອງ, ແບ່ງປັນວ່າ.

 “ເມື່ອຕິດຕໍ່ໄດ້, 2 ຜົວເມຍຂ້າພະເຈົ້າໄດ້ປິດຮ້ານ, ເຮັດຈົນຊອດແຈ້ງ. ຕອນເຊົ້າມື້ຕໍ່ມາທຸກຄົນໄດ້ກິນອາຫານເຊົ້ານັ້ນ ແມ່ນ ຮູ້ສຶກດີໃຈຫຼາຍ. ວັນຈັນອາທິດຈະມາເຖິງນີ້, ຄອບຄົວຈະສືບຕໍ່ເຮັດອາຫານເຊົ້າ ເພື່ອເອົາໄປສົ່ງໃຫ້ໂຮງໝໍຊົ່ວຄາວເລກ 2 ຕື່ມອີກ. ນັ້ນແມ່ນການແບ່ງປັນເລັກໆນ້ອຍໆຈາກຄອບຄົວຂອງຂ້າພະເຈົ້າ ຕໍ່ບັນດາແພດໝໍກໍຄືຜູ້ຖືກແຍກຕົວ ເພື່ອໃຫ້ມີຄວາມໄວ້ເນື້ອເຊື່ອໃຈກວ່າ.”

        ຢູ່ແຂວງກວ໋າງນິງ, ເລື່ອງຊອກຫາສະຖານທີ່ແຍກຕົວທີ່ຮັບປະກັນຄຸນນະພາບ, ມີຄວາມປອດໄພໃຫ້ແກ່ຊາວຕ່າງປະເທດແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍ. ດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈພ້ອມກັບທ້ອງຖິ່ນ, ປະຊາຊົນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ມີໂຮງແຮມ 4 ດາວ ຢູ່ຕາແສງ ຮຸ່ງທັ໊ງ, ນະຄອນ ຮະລອງ, ໄດ້ນຳໜ້າໃນການສະໝັກເປັນເຂດແຍກຕົວໃຫ້ບັນດານັກທ່ອງທ່ຽວຊາວຕ່າງປະເທດ ທີ່ມາຈາກເຂດເກີດໂລກລະບາດ ເມື່ອມາຢ້ຽມຢາມຫວຽດນາມ. ເຈົ້າຂອງໂຮງແຮມ ກໍ່ບໍ່ໄດ້ເກັບເງິນຄ່າເຊົ່າຫ້ອງ, ອາຫານ, ການບໍລິການຊັກເຄື່ອງຂອງຊາວຕ່າງປະເທດ 157 ຄົນ ທີ່ພວມແຍກຕົວຢູ່ໂຮງແຮມດັ່ງກ່າວ. ທ່ານນາງ ບຸຍທິທຸ໊ຍແຮ້ງ, ເຈົ້າຂອງໂຮງແຮມ ບ໋າວມິງ Radiant, ໃຫ້ຮູ້ວ່າ.

“ຊາວຕ່າງປະເທດທີ່ຖືກແຍກຕົວຢູ່ທີ່ນີ້, ເຂົາເຈົ້າໄດ້ສະແດງຄວາມຂອບໃຈທາງໂຮງແຮມ, ຂອບໃຈແຂວງກວ໋າງນິງ ແລະ ຂອບໃຈປະເທດຫວຽດນາມ. ຂ້າພະເຈົ້າພຽງແຕ່ຢາກສົ່ງສານທີ່ວ່າ, ເມື່ອປະເທດຊາດຮັ່ງມີ ແລະ ປອດໄພນັ້ນ ພວກເຮົາຈຶ່ງມີຄວາມປອດໄພຢ່າງແທ້ຈິງ. ເມື່ອປະເທດຊາດພວມຕໍ່ສູ້ກັບໂລກລະບາດຄືໃນປະຈຸບັນ, ຂ້າພະເຈົ້າຫວັງວ່າ ທຸກຄົນຈະປະກອບສ່ວນເຫື່ອແຮງຂອງຕົນເພື່ອກຳຈັດໂລກລະບາດ ໂດຍໄວ.”

        ຕໍ່ໜ້າຄວາມຫຍຸ້ງຍາກຂອງໂລກລະບາດນັ້ນ, ມີການກະທຳດີງາມຫຼາຍຢ່າງ, ແຜ່ຂະຫຍາຍຈິດໃຈ “ອູ້ມຊູຊ່ວຍເຫລືອຊຶ່ງກັນແລະກັນ”. ປະຊາຊົນແຕ່ລະຄົນ ເປັນນັກຮົບຜູ້ໜຶ່ງ, ຮ່ວມແຮງຮ່ວມໃຈຕ້ານໂລກລະບາດ, ສ້າງວົງຄະນະຍາດແຫ່ງຄວາມເມດຕາປານີ, ສາມັກຄີ ແລະ ປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ