ໂຮງຮຽນບັນລຸມາດຕະຖານສາກົນສະຫງວນໃຫ້ລູກຫຼານກຳມະກອນຢູ່ດ່າໜັງ

(VOVWORLD) -ຢູ່ນະຄອນດ່າໜັງມີສູນເບິ່ງແຍງດູແລ ແລະ ສຶກສາເດັກກ່ອນໄວຮຽນບັນລຸມາດຕະຖານສາກົນທີ່ສະຫງວນໃຫ້ແກ່ລູກຫຼານກຳມະກອນທີ່ທຸກຍາກ. ດ້ວຍພາລະບົດບາດເບິ່ງແຍງດູແລ, ສິດສອນເດັກຕາມຫຼັກສູດໄດ້ມາດຕະຖານສາກົນ ແລະ ຄ່າຮຽນກໍ່ຕ່ຳ, ສູນ ONESKI ໄດ້ຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກສ່ວນໜຶ່ງໃຫ້ແກ່ບັນດາຄອບຄົວກຳມະກອນທີ່ທຸກຍາກຢູ່ບັນດາເຂດອຸດສະຫະກຳ ຮວ່າແຄັງ, ເມືອງລຽນຈ່ຽວ, ນະຄອນດ່າໜັງ
ໂຮງຮຽນບັນລຸມາດຕະຖານສາກົນສະຫງວນໃຫ້ລູກຫຼານກຳມະກອນຢູ່ດ່າໜັງ - ảnh 1 ລູກເຕົ້າຂອງກຳມະກອນທີ່ດາໜັງໄດ້ຮັບການເບິ່ງແຍງຢູ່ສູນ ONESKI

ເວລາ 6 ໂມງຕອນເຊົ້າໃນແຕ່ລະວັນ, ຢູ່ປະຕູໂຂງສູນເບິ່ງແຍງດູແລສຶກສາເດັກກ່ອນໄວຮຽນ ONESKI ດ່າໜັງແມ່ນຄຶກຄື້ນມ່ວນຊື່ນດ້ວຍຮູບພາບພໍ່ແມ່ເດັກຫຼາຍຄົນແມ່ນກຳມະກອນທີ່ເຮັດວຽກຢູ່ເຂດອຸດສະຫະກຳຮວ່າແຄັງພວມສົ່ງລູກໄປໂຮງລ້ຽງເດັກເພື່ອໄປເຮັດວຽກທັນເວລາ, ນາງ ຫງວຽນທິກີມແອັງ ກຳມະກອນ ສັງກັດບໍລິສັດ Makitech ຫວຽດນາມ ສັງກັດຢູ່ດ່າໜັງໃຫ້ຮູ້ວ່າເມື່ອກ່ອນນີ້, ໃນຕອນເຊົ້າແຕ່ລະວັນ, ນາງຕ້ອງຕື່ນນອນແຕ່ເຊົ້າເພື່ີອກະກຽມຂອງກິນເຄື່ອງດື່ມໃຫ້ແກ່ລູກນ້ອຍສອງຄົນ. ຫຼັງຈາກນັ້ນກໍ່ສົ່ງລູກໄປໂຮງລ້ຽງເດັກເອກະຊົນຫ່າງຈາກບ່ອນຢູ່ 3 ກິໂລແມັດ. ດ້ວຍເງິນເດືອນທີ່ບໍ່ຫຼາຍຂອງສອງຜົວເມຍປະມານ 7.000.000 ດົ່ງຕໍ່ເດືອນ, ຖ້າຫາກຫັກຄ່າເຊົ່າເຮືອນ 1.000.000 ດົ່ງຕໍ່ເດືອນ, ບວກກັບຄ່າຝາກລູກສອງຄົນ 3,600.000 ດົ່ງຕໍ່ເດືອນນັ້ນ, ຊີວິດການເປັນຢູ່ຂອງສອງຜົວເມຍນາງກີມແອັງກໍ່ທຸກຍາກຂາດເຂີນ. ເມື່ອຕົ້ນເດືອນກັນຍາປີກາຍນີ້ຂະນະທີ່ສູນ ONESKI ໄດ້ເປີດປະຕູຮັບເດັກ, ລູກຂອງນາງກີມແອັງກໍ່ມີເງື່ອນໄຂພຽງພໍເພື່ອເຂົ້າຮຽນຢູ່ສູນແຫ່ງນີ້, ອັນໄດ້ເຮັດໃຫ້ນາງດີໃຈທີ່ສຸດ.

    “ລູກຂ້າພະເຈົ້າຮຽນຢູ່ໂຮງຮຽນແຫ່ງນີ້ໄດ້ຮັບການໜູນຊ່ວຍຫຼາຍ, ດັ່ງນັ້ນຄອບຄົວຂ້າພະເຈົ້າສາມາດປະຢັດໄດ້ເງິນຈຳ ນວນໜຶ່ງ. ເດືອນໜຶ່ງຄອບຄົວຂ້າພະເຈົ້າມີແຕ່ເສຍຄ່າຮຽນໃຫ້ລູກພຽງ 800.000 ດົ່ງເທົ່ານັ້ນ. ເວົ້າລວມແລ້ວແມ່ນຖືກວ່າເຄິ່ງໜຶ່ງເມື່ອທຽບໃສ່ກ່ອນນີ້. ເພາະເຮົາເປັນກຳມະກອນ, ຖ້າຫາກລູກຮຽນຢູ່ຕາມໂຮງລ້ຽງເດັກເອກະຊົນນັ້ນ, ກໍ່ບໍ່ສາມາດມີເງິນພຽງພໍຈ່າຍໃຫ້ລູກ”.

      ສ່ວນອ້າຍ ດວານຕ່ວນຄອຍ, ກຳມະກອນສັງກັດຢູ່ບໍລິສັດເຄຫາ ແລະ ຕົວເມືອງ CIAR ຈຳກັດຢູ່ດ່າໜັງໃຫ້ຮູ້ວ່າ ເງິນເດືອນຂອງອ້າຍແມ່ນເກືອບ 4.000.000 ດົ່ງຕໍ່ເດືອນດ້ວຍການເສຍຄ່າຮຽນໃຫ້ລູກຢູ່ສູນ ONESKI ເປັນເງິນ 800.000 ດົ່ງຕໍ່ເດືອນເທົ່ານັ້ນ, ຄອບຄົວຂອງອ້າຍກໍ່ສາມາດຫຼຸດຜ່ອນຄວາມຫຍຸ້ງຍາກຂອງຄອບ ຄົວ. ອ້າຍຄອຍໃຫ້ຮູ່ວ່າລູກສາວຂອງລາວມີອາຍຸກວ່າໜຶ່ງປີຮຽນຢູ່ສູນແຫ່ງນີ້ໄດ້ກິນເຂົ້າ 5 ຄາບຕໍ່ວັນ, ໃນຫ້ອງໜຶ່ງມີເດັກພຽງແຕ່ 4-7 ຄົນ,ໄດ້ຮຽນຕາມຫຼັກສູດໃໝ່ດີທີ່ສຸດ. ອ້າຍຄອຍເປີດເຜີຍວ່າ: 

    “ຢູ່ໂຮງຮຽນແຫ່ງນີ້, ບັນດາເອື້ອຍຄູກໍ່ສ້າງເງື່ອນໄຂສະດວກເພື່ອອາດຈະຝາກລູກແຕ່ 6 ໂມງເຊົ້າຫາ 8 ໂມງແລງດັ່ງນັ້ນພໍ່ແມ່ຂອງເດັກກໍ່ສາມາດເພີ່ມຜຽນເຮັດວຽກຕື່ມອີກເພື່ອເພີ່ມລາຍຮັບ. ທີສອງແມ່ນເງື່ອນໄຂການສຶກສາເດັກຢູ່ທີ່ນີ້ກໍ່ໄດ້ຮັບຄວາມເອົາໃຈໃສ່ຫຼາຍຈາກບັນດາເອື້ອຍຄູ, ອັນໄດ້ຊ່ວຍໃຫ້ເດັກຮູ້ຈັກຫຼາຍສິ່ງຫຼາຍຢ່າງກວ່າ”

        ທ່ານນາງ ເຈີ່ນທິແທັງບິ່ງ ຮອງອຳນວຍການສູນດັ່ງກ່າວໃຫ້ຮູ້ວ່າ ສູນແຫ່ງນີ້ໂດຍແມ່ນອົງການເຄື່ອນໄຫວບໍ່ເພື່ອຜົນປະໂຫຍດຂອງອາເມລິກາສ້າງຕັ້ງຂຶ້ນ. ນີ້ເກືອບຄືວ່າແມ່ນສູນຊ່ວຍເຫຼືອສັງຄົມດ້ວຍຈຸດປະສົງສ້າງສະພາບແວດລ້ອມໄດ້ມາດຕະຖານສາກົນໃຫ້ແກ່ລູກຫຼານກຳມະກອນຜູ້ທຸກຍາກຢູ່ເຂດອຸດສະຫະກຳຮວ່າແຄັງ. ທ່ານນາງເຈີ່ນທິແທັງບິ່ງໃຫ້ຮູ້ຕື່ມອີກວ່າ: 

     “ອົງການຈັດຕັ້ງຕ່າງປະເທດນີ້ໄດ້ມີການປ່ຽນແປງຫຼາຍຢ່າງ, ມີຄວາມເອົາໃຈໃສ່ເຖິງລູກຫຼານກຳມະກອນທີ່ສຸດ. ອົງການນີ້ໄດ້ຊ່ວຍພວກເດັກມີພື້ນຖານຢ່າງໝັ້ນຄົງເພື່ອສາມາດພັດທະນາຕົນເອງຍາວນານໃນອະນາຄົດ. ຍົກຕົວຢ່າງຄືດ້ານບຸກຄະລີກກະພາບ, ແຂງແຮງນັບທັງທາງດ້ານສຸຂະພາບຮ່າງກາຍ ແລະ ຈິດໃຈ, ພ້ອມທັງສ້າງຄວາມເຊື່ອໝັ້ັນໃຫ້ແກ່ເດັກເພື່ອຈະມີເສັ້ນທາງເດີນຍາວໄກກວ່າໃນອະນາຄົດ”.

     ສູນ ONESKI ດ່າໜັງໄດ້ຮັບຖືວ່າແມ່ນໂຮງຮຽນອະນຸບານບັນລຸມາດຕະຖານສາກົນແຫ່ງທຳອິດຢູ່ຫວຽດນາມສະຫງວນສະເພາະແຕ່ລູກຫຼານກຳມະກອນຜູ້ທຸກຍາກ. ປັດຈຸບັນມີເດັກປະມານ 210 ຄົນແມ່ນລູກຫຼານຂອງກຳມະກອນຢູ່ເຂດອຸດສະຫະກຳຮວ່າແຄັງ, ນະຄອນດ່າໜັງພວມເຂົ້າຮຽນຢູ່ສູນແຫ່ງນີ້. ຮູບແບບສູນ ONESKI ຄາດວ່າຈະຖືກທະວີຄູນໃນວົງກວ້າງໃນນະຄອນດ່າໜັງ ແລະ ໃນທົ່ວປະເທດ, ທັງນີ້ກໍ່ເພື່ອຊວ່ຍເຫຼືອກຳມະກອນຜູ້ທຸກຍາກປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ