ໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກເບິ່ງແຍງດູແລໃຫ້ນັກຮຽນຊົນເຜົ່າສ່ວນຫນ້ອຍ

(VOVWORLD) -ໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກ ຢູ່ ເທດສະບານ ເຟືອກເຢນ, ເມືອງ ນິງເຟືອກ ແຂວງ ນິງທ້ນ ໄດ້ຮັບການສ້າງຕັ້ງຂຶນແຕ່ປີ 2013. ເຖິງວ່າ ແມ່ນໂຮງຮຽ ຂຶ້ນກັບຮູບແບບສະເພາະຕ່າງຫາກທີ່ສະຫງວນໃຫ້ແກ່ນັກຮຽນຊາວຊົນເຜົ່າສ່ວນຫນ້ອຍຢູ່ ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດກໍ່ຕາມ, ແຕ່ໂຮງຮຽນ ຍັງໄດ້ມານະພະຍາຍາມສູ້ຊົນ, ບືນຕົວຂຶ້ນເພື່ອໃຫ້ໄດ້ເປັນຫນຶ່ງໃນບັນດາຈຸດໂດດເດັ່ນຂອງຂະແຫນງການສຶກສາບຳລຸງສ້າງ ຂອງແຂວງ ນິງທ້ວນ.

ໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກເບິ່ງແຍງດູແລໃຫ້ນັກຮຽນຊົນເຜົ່າສ່ວນຫນ້ອຍ - ảnh 1ພວກນັກຮຽນ ຂອງໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກ. (ພາບ:Ngọc Anh/ VOV5)

ປີ 2022 – 2023, ໂຮງຮຽນ ມີພະນັກງານ, ລັດຖະກອນ,ຄູອາຈານທັງໝົດ 31 ຄົນ ແລະ ນັກຮຽນ 263 ຄົນ, ໃນນັ້ນ ສ່ວນຫລາຍແມ່ນຊົນເຜົ່າ ຈຳ ແລະ ເຈິລາຍ (Jrai). ພວກນ້ອງນັກຮຽນທີ່ຢູ່ບ້ານຫ່າງໄກ ລ້ວນແຕ່ໄດ້ພັກເຊົາກິນນອນຢູ່ກັບໂຮງຮຽນເລີຍ. ສອງອາທິດໃດພວກນ້ອງຈຶ່ງໄດ້ກັບໄປຢາມບ້ານເທື່ອໜຶ່ງ ນັ້ນແມ່ນໃນວັນເສົາ ແລະ ວັນອາທິດ. ອ້າຍຄູ ເຈິ່ນມາຍແທງ, ຮອງຫົວຫນ້າໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກ ໃຫ້ຮູ້ວ່າ:

 “ນັກຮຽນທີ່ມາຮຽນຢູ່ໂຮງຮຽນແຫ່ງນີ້ລ້ວນແຕ່ບໍ່ໄດ້ເສຍຄ່າຮຽນ. ກ່ອນເຂົ້າຮຽນ ພວກນ້ອງລ້ວນແຕ່ໄດ້ຮັບອຸປະກອນການຮຽນ. ສະເພາະພວກນ້ອງຮຽນ ມໍ 4 ຈຶ່ງ ໄດ້ຮັບມຸງ, ສາດ, ເສື້ອ. ແຕ່ລະປີ ໃນໂອກາດພັກແລ້ງ, ພວກນ້ອງໄດ້ຮັບການຫນູນຊ່ວຍເງິນຄ່າປີ້ລົດເພື່ອກັບບ້ານ, ໄດ້ກວດພະຍາດປະຈຳໄລຍະ ແລະ ໄດ້ຮັບບັດປະກັນສຸຂະພາບ”

ໂຮງຮຽນ ມີເຮືອນລວມໃຫ້ຄູອາຈານ ທີ່ຢູ່ບ້ານໄກພັກເຊົາ. ເອື້ອຍຄູ ຫງວຽນມາຍງອກຮ່ວຽນ, ອາຈານສອນວິຊາພາສາອັງກິດ, ຢູ່ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ຕອນຕົ້ນ ນິງເຟືອກ ໃຫ້ຮູ້ວ່າ:

 “ຄູສອນໃນໂຮງຮຽນສ່ວນຫລາຍແມ່ນຢູ່ບ້ານໄກ ສະນັ້ນພວກຂ້າພະເຈົ້າຈຶ່ງຖືເຮືອນລວມຂອງໂຮງຮຽນຄືດັ່ງຄອບຄົວທີສອງຂອງຕົນ. ຂ້າພະເຈົ້າມາສອນຢູ່ໂຮງຮຽນຫຼັງນີ້ໄດ້ 4 ປີແລ້ວ, ເວລາທີ່ຢູ່ໂຮງຮຽນແມ່ນຫລາຍກວ່າຢູ່ບ້ານ. ຄວາມຮັບຮູ້ ແລະ ຄວາມສາມາດໃນການຮຽນຂອງພວກນ້ອງນັກຮຽນຊາວຊົນເຜົ່າ ຍັງຈຳກັດຫຼາຍ. ຜູ້ທີ່ເປັນຄູອາຈານ ຕ້ອງມີວິທີການສອນຕ່າງຫາກສະເພາະ ແຕ່ຕ້ອງຮັບປະກັນໃຫ້ໄປຕາມຫລັກສູດຂອງກະຊວງສຶກສາ ແລະ ບຳລຸງສ້າງ.”

ໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກເບິ່ງແຍງດູແລໃຫ້ນັກຮຽນຊົນເຜົ່າສ່ວນຫນ້ອຍ - ảnh 2ຫໍສະມຸດຂອງໂຮງຮຽນ. (ພາບ:Ngọc Anh/ VOV5)

ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ມາຮອດປະຈຸບັນ, ໂຮງຮຽນກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກ ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕ, ກວ້າງຂວາງ, ພື້ນຖານດ້ານວັດຖຸກໍ່ຄົບຖ້ວນ, ມີເດີນເຕະບານ, ຫ້ອງຕີປິ່ງປອງ, ຫລິ້ນໝາກຮຸກ..ນ້ອງ ເຈົາດຶກແອງ, ນັກຮຽນ ຫ້ອງ ມໍ4 A ແບ່ງປັນວ່າ:

 “ຫລານຮຽນຢູ່ໂຮງຮຽນນີ້ມາເປັນເວລາ 3 ປີແລ້ວ. ອາຈານສອນແມ່ນຜູ້ສຸດຈິດສຸດໃຈເພື່ອນັກຮຽນ, ນຳເອົາຄວາມຮູ້ມາໃຫ້ພວກຫລານ, ຊ່ວຍພວກຫລານມີຄວາມເຂົ້າໃກ່ຽວກັບສັງຄົມ. ນອກຈາກນັ້ນ ພວກຫລານຍັງໄດ້ຮຽນກ່ຽວກັບມໍລະດົກວັດທະນະທຳຂອງແຂວງ ນິງທ້ວນ”

ໄປຄຽງຄູ່ກັບການສຶກສາຄວາມຮູ້ຊັ້ນມັດທະຍົມ, ໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກ ຍັງເອົາໃຈໃສ່ເຖິງການໂຄສະນາໃຫ້ນັກຮຽນອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວຊົນເຜົ່າສ່ວນຫນ້ອຍ. ໂຮງຮຽນກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການຝືກຝົນຫລໍ່ຫລອມທັກສະໃນການດຳລົງຊີວິດໃຫ້ນັກຮຽນ, ຊ່ວຍພວກນ້ອງເຊື່ອມຕົວເຂົ້າກັບການດຳລົງຊີວິດແບບກຸ້ມຕົນເອງໃຫ້ເປັນຢ່າງດີ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນເພື່ອໃຫ້ກາຍເປັນຄົນດີ, ມີປະໂຫຍດຕໍ່ສັງຄົມ, ປະສົບຜົນສຳເລັດໃນຊີວິດ, ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ ປະເທດຊາດ.

ສົກປີ 2018 – 2019, ໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ນິງເຟືອກໄດ້ອັນດັບໜຶ່ງໃນກຸ່ມແຂ່ງຂັນຂອງຂະແຫນງການສຶກສາບຳລຸງສ້າງແຂວງ ນິງທ້ວນ. ສົກຮຽນ 2019 – 2020 ໂຮງຮຽນໄດ້ຮັບໃບຍ້ອງຍໍໝູ່ຄະນະອອກແຮງງານກ້າວຫນ້າຈາກພະແນກການສຶກສາ ແລະ ບຳລຸງສ້າງຂອງແຂວງ ນິງທ້ວນ. ສົກຮຽນ 2020 – 2021, ເປັນຄັ້ງທຳອິດທີ່ໂຮງຮຽນມີນັກຮຽນເກັ່ງຂັ້ນແຂວງ ນິງທ້ວນ. ບັນດາຜົນງານດັ່ງກ່າວເປັນກຳລັງຫນູນເພື່ອໃຫ້ພວກນ້ອງນັກຮຽນສືບຕໍ່ເສີມຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ