Darmasiswa ກາລະໂອກາດໄດ້ສຳຜັດກັບພື້ນຖານການສຶກສາແລະວັດທະນະທຳອິນໂດເນເຊຍ

(VOVWORLD) -ທຶນການສຶກສາDarmasiswa 35 ທຶນ ປີນີ້ຈະນຳມາເຊິ່ງບັນດາປະສົບການທີ່ຫນ້າປະທັບໃຈຢູ່ປະເທດອິນໂດເນເຊຍໃຫ້ແກ່ບັນດານັກສຶກສາຫວຽດນາມ.
Darmasiswa ກາລະໂອກາດໄດ້ສຳຜັດກັບພື້ນຖານການສຶກສາແລະວັດທະນະທຳອິນໂດເນເຊຍ - ảnh 1 ບັນດານັກສຶກສາເຂົ້າຮ່ວມສະໂມສອນບານເຕະ

Darmasiswaແມ່ນລາຍການທຶນການສຶກສາປະຈຳປີຂອງລັດຖະບານອິນໂດເນເຊຍ ສະຫງວນໃຫ້ແກ່ນັກສຶກສາບັນດາປະເທດມີການພົວພັນທາງການທູດກັບ ອິນໂດເນເຊຍ, ໃນນັ້ນມີຫວຽດນາມ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດກ່ຽວກັບດ້ານວັດທະນະທຳຜ່ານການຮຽນພາສາBahasa (ຊື່ງແມ່ນພາສາຂອງຊາວອິນໂດເນເຊຍ), ສິລະປະແລະບາງຂະແຫນງອື່ນ. ທຶນການສຶກສາ Darmasiswa 35 ທຶນ ປີນີ້ຈະນຳມາເຊິ່ງບັນດາປະສົບການທີ່ຫນ້າປະທັບໃຈຢູ່ປະເທດອິນໂດເນເຊຍໃຫ້ແກ່ບັນດານັກສຶກສາຫວຽດນາມ.

“ນ້ອງຮຽນສາຂາຂະແຫນງຄົ້ນຄ້ວາພາສາສາດ, ສະນັ້ນນ້ອງຢາກຮຽນຕື່ມອີກພາສາໃຫມ່ ນອກຈາກພາສາອັງກິດແລະແອດສະປາຍຊື່ງນ້ອງໄດ້ຮຽນແລ້ວ. ນ້ອງຢາກສຳຫລວດວິທີຮຽນພາສາຢູ່ປະເທດນັ້ນເມື່ອທຽບໃສ່ກັບການຮຽນຢູ່ມະຫາວິທະຍາໄລ, ວິທີໃດດີກວ່າ. ແລະນ້ອງໄດ້ຮັບທຶນການສຶກສາDarmasiswaຢູ່ ອິນໂດເນເຊຍ.”

        ທ້າຍເດືອນທັນວາປີ 2015, ງອກລານນັກສຶກສາປີສຸດທ້າຍຂອງພະແນກພາສາສາດ, ມະຫາວິທະຍາໄລພາສາຕ່າງປະເທດໄດ້ຮັບຂ່າວຄາວຈາກໂຮງຮຽນກ່ຽວກັບທຶນການສຶກສາໄລຍະ 1 ປີຢູ່ ອິນໂດເນເຊຍສະຫງວນໃຫ້ແກ່ນັກສຶກສາຫວຽດນາມອາຍຸແຕ່ 17-35ປີ, ຜູ້ທີ່ສາມາດໂອ້ລົມດ້ວຍພາສາອັງກິດຫລືອິນໂດເນເຊຍໄດ້. ງອກລານໄດ້ຈົດທະບຽນຮຽນພາສາຢູ່ ມະຫາວິທະຍາໄລKatolik, Jakarta ປະເທດ ອິນໂດເນເຊຍ.

ຕ່າງກັນກັບງອກລານ, ຈູງກຽນນັກສຶກສາປີສຸດທ້າຍສະຖາບັນພົວພັນຕ່າງປະເທດພັດເລືອກເຟັ້ນມະຫາວິທະຍາໄລGadjahMadaຢູ່ ນະຄອນເກົ່າ Yogyakarta ພາກກາງ Jawa.ຈູງກຽນຢາກໄປຮຽນຢູ່ອິນໂດເນເຊຍເພື່ອຊອກຮູ້ພື້ນຖານວັດທະນະທຳຂອງປະເທດອິດສະລາມ, ຮັບໃຊ້ໃຫ້ຂະແຫນງການເມືອງ, ຄົ້ນຄ້ວາກ່ຽວກັບຊາວມຸດສະລິມຢູ່ຕາເວັນອອກກາງຂອງຕົນ.

Darmasiswa ກາລະໂອກາດໄດ້ສຳຜັດກັບພື້ນຖານການສຶກສາແລະວັດທະນະທຳອິນໂດເນເຊຍ - ảnh 2

ນອກຈາກຊົ່ວໂມງຂຶ້ນຫ້ອງແລ້ວ ນັກສຶກສາຍັງໄດ້ໄປທ່ອງທ່ຽວຫລາຍແຫ່ງ

        ລາຍການທຶນການສຶກສາ Darmasiswaໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1974 ຄືດັ່ງສ່ວນຫນຶ່ງຂອງຂໍ້ລິເລີ່ມອາຊຽນພຽງແຕ່ສະຫງວນໃຫ້ແກ່ນັກສຶກສາມາຈາກບັນດາປະເທດ ອາຊຽນ. ເຖິງຢ່າງໃດກໍຕາມປີ  1976 ລາຍການນີ້ສືບຕໍ່ເປີດກວ້າງໄປຍັງບັນດາປະເທດອື່ນ. ມາຮອດປະຈຸບັນນອກຈາກບັນດາປະເທດອາຊຽນຍັງມີ 11 ປະເທດອື່ນເຂົ້າຮ່ວມລາຍການນີ້ຄື: ອາເມລິກາ, ໂຮນລັງ, ເມຊີໂກ, Madagaskar…ທ່ານ IbnuHadi, ເອກອັກຄະລັດຖະທູດອິນໂດເນເຊຍປະຈຳຫວຽດນາມໃຫ້ຮູ້ວ່າ:

        “ອິນໂດເນເຊຍ ແລະ ຫວຽດນາມແມ່ນສອງປະເທດພວມພັດທະນາ.ລັດຖະບານອິນໂດເນເຊຍສະຫງວນໃຫ້ຫວຽດນາມບັນດາທຶນການສຶກສາຜ່ານຮູບການDarmasiswa (ຮຽນພາສາແລະວັດທະນະທຳໃນເວລາ 1 ປີ).ຈຸດປະສົງຂອງລາຍການແມ່ນແນະນຳອິນໂດເນເຊຍໃຫ້ບັນດາປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ.ທີສອງຜ່ານການສຶກສາໄດ້ສ້າງຄວາມເຂົ້າອົກເຂົ້າໃຈແລະນ້ຳໃຈມິດຕະພາບລະຫວ່າງສອງປະເທດ.”

ລາຍການທຶນການສຶກສາລວມມີຫລາຍຂະແຫນງຄື: ພາສາ Bahasa Indonesia. ສິລະປະ, ດົນຕີ, ວິທີແຕ້ມຜ້າ batik ແລະອື່ນໆ.ນອກຈາກເວລາຂຶ້ນຫ້ອງເພື່ອຮຽນພາສາອິນໂດເນເຊຍ ກັບຄູອາຈານ ທອ້ງຖິ່ນ, ບັນດານັກສຶກສາຍັງມີກາລະໂອກາດໄດ້ເຊື່ອມຕົວເຂົ້າກັບຊີວິດປະຈຳວັນຂອງປະຊາຊົນອິນໂດເນເຊຍຢ່າງແທ້ຈິງ. ແຕ່ລະເດືອນ, ນັກສຶກສາເຂົ້າຮ່ວມລາຍການນີ້ໄດ້ຮັບຈຳນວນເງິນ 220 USD. ເພື່ອນເຈີນຕີງອະດີດນັກສຶກສາDarmasiswaສົກຮຽນ 2012 – 2013 ໃຫ້ຮູ້ວ່າ:

        “ຈຳນວນເງິນຈາກທຶນການສຶກສາທີ່ພວກນ້ອງໄດ້ຮັບແມ່ນພໍໃຊ້ເມື່ອພວກນ້ອງຢູ່ homestay ກັບຊາວອິນໂດເນເຊຍ, ໄປຕະຫລາດເອງ, ແຕ່ງກິນເອງຊ້ຳບໍ່ຫນຳຍັງໄດ້ໄປທ່ອງທ່ຽວຫລາຍແຫ່ງອີກຄື: Bandung, Yogyakatar, Bali. ໃນຕະຫລອດຊຸດຮຽນນັ້ນ ຄູອາຈານມີຄວາມເອົາໃຈໃສ່ເຖິງບັນດານັກສຶກສາ, ຊາວອິນໂດເນເຊຍກໍ່ແມ່ນຜູ້ສະຫນິດສະຫນົມແລະຮັກແພງແຂກຄົນ. ພາຍຫລັງຮຽນຈົບ, ນ້ອງກັບຄືນເມືອປະເທດ ແລະ ໄດ້ເຂົ້າເຮັດວຽກຢູ່ບໍລິສັດຂອງອິນໂດເນເຊຍ. ນອກນັ້ນນ້ອງກໍ່ມີໝູ່ເພື່ອນໃຫມ່ຫລາຍຄົນທີ່ມາຈາກຫລາຍປະເທດ.”

         ບັນດາປະສົບການທີ່ຫນ້າປະທັບໃຈຂອງເຈີນຕີງຫລືນັກສຶກສາຫວຽດນາມເກືອບ 1000 ຄົນໄດ້ຮັບທຶນການສຶກສານີ້ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງວ່າຄຸນນະພາບແລະຄວາມໝາຍຂອງລາຍການDarmasiswa. ມີນັກສຶກສາຫລາຍຄົນໃນຈຳນວນເຫລົ່ານັ້ນພາຍຫລັງສິ້ນສຸດການຮຽນມາເປັນເວລາ 1 ປີ ດ້ວຍຄວາມຮູ້ກ່ຽວກັບວັດທະນະທຳອິນໂດເນເຊຍກໍ່ຄືພາສາໄດ້ດີສົມຄວນສືບຕໍ່ຈົດທະບຽນຮຽນຕໍ່ ປະລິຍາຕີ, ປະລິຍາໂທຢູ່ ອິນໂດເນເຊຍ. ອາດຈະເວົ້າໄດ້ວ່າ Darmasiswa ແມ່ນຫນຶ່ງໃນບັນດານະໂຍບາຍຮ່ວມມືການສຶກສາທີ່ມີປະສິດທິຜົນລະຫວ່າງຫວຽດນາມແລະ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ