Festival ABU Radio Song 2015 ຄັ້ງທີ 3 ຢູ່ ມຽນມາ- ຈຸດນັດພົບດ້ານ ກະຈາຍສຽງ ແລະ ດົນຕີ

(vovworld)- ສະຫະສະມາຄົມກະຈາຍສຽງ ໂທລະພາບ ອາຊີ ປາຊີຟີກ (ABU) ແມ່ນອົງການສາກົນຂຶ້ນກັບພາກພື້ນ ອາຊີ ປາຊີຟີກ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍຈຸດໝາຍແມ່ນຫນູນຊ່ວຍບັນດາປະເທດສະມາຊິກພັດທະນາດ້ານກະຈາຍສຽງ ໂທລະພາບ. ນັບແຕ່ປີ 2012, ແຕ່ລະປີ ABU  ລ້ວນແຕ່ຈັດຕັ້ງກອງປະຊຸມກະຈາຍສຽງ ອາຊີ ແລະ ງານມະໂຫລານສຽງເພງກະຈາຍສຽງ Festival ABU Radio Song. ປີ 2015, ມຽນມາ ແມ່ນປະເທດທີ 3 ໄດ້ຖືເປັນກຽດຈັດຕັ້ງບັນດາເຫດການນີ້. ເນື່ອງໃນໂອກາດສະເຫລີມສະຫລອງ 48 ປີ ແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967-8/8/2015) ແລະ ມຸ່ງໄປເຖິງການສ້າງປະຊາຄົມອາຊຽນໃນທ້າຍປີ 2015, ໃນລາຍການຊາຍຄາອາຊຽນ ພາກນີ້ ພວກເຮົາຂໍແນະນຳບາງບົດເພງທີ່ມີຊື່ສຽງຂອງປະເທດສະມາຊິກ ອາຊຽນ ຈຳນວນຫນຶ່ງ ທີ່ເຂົ້າຮ່ວມ Festival ABU Radio Song 2015.

Festival ABU Radio Song 2015 ຄັ້ງທີ 3 ຢູ່ ມຽນມາ- ຈຸດນັດພົບດ້ານ ກະຈາຍສຽງ ແລະ ດົນຕີ - ảnh 1

        ໃນຈຳນວນ 19 ບົດເພງຂອງບັນດາວິທະຍຸກະຈາຍສຽງທີ່ສົ່ງເຖິງງານມະໂຫລານດົນຕີຄັ້ງນີ້ ມີ 10 ລາຍການໄດ້ຮັບເລືອກເຟັ້ນເພື່ອສະແດງ. ບັນດາປະເທດ ອາຊຽນ ໄດ້ຮັບການຄັດເລືອກເພື່ອສະແດງໃນຄັ້ງນີ້ມີ: ມຽນມາ, ບຣູໄນ, ອິນໂດເນເຊຍ, ສິງກະໂປ, ໄທ, ຫວຽດນາມ, ມາເລເຊຍ. ນອກນັ້ນ ຍັງມີການເຂົ້າຮ່ວມຂອງບັນດາປະເທດອື່ນໃນພາກພື້ນ ອາຊີ ປາຊີຟີກ ຄື: ສເກົາຫລີ, ອິນເດຍ, Tunisia ແລະ Maldives.

        ເປີດສາກງານມະໂຫລານ, ປະເທດເຈົ້າພາບ ມຽນມາ ໄດ້ສະແດງວາດຟ້ອນທີ່ເປັນມູນເຊື້ອຂອງຕົນ ພ້ອມກັບ 2 ບົດເພງ ມຽນມາ ນັ້ນແມ່ນ Burmese (ສະບາຍດີ) ແລະ Peaceful Earth (ຫນ່ວຍພິພົບສັນຕິພາບ). ພິເສດ ບົດເພງ Peaceful Earth ໂດຍແມ່ນພະນັກງານເຕັກນິກ Ko Linn ປະດິດແຕ່ງ ແລະ ຜ່ານການສະແດງຂອງໂຄສົກມຽນມາ 3 ຄົນຄື: Myo Min Min Oo, Min Thaik di ແລະ May Ingyin ສັງກັດ ວິທະຍຸກະຈາຍສຽງ Cherry ປະເທດມຽນມາ. ບົດເພງໄດ້ຮັບການປະດິດແຕ່ງຕາມທຳນອງເພງ Pop, ແມ່ນຍ້ອງຍໍໂລກສັນຕິພາບບໍ່ມີສົງຄາມ.

        ເຂົ້າຮ່ວມ Festival ABU Radio Song 2015 ຄັ້ງນີ້, ນັກຮ້ອງ ດີງທິແທ່ງເລ, ເປັນຜູ້ຕາງຫນ້າວິທະຍຸກະຈາຍສຽງຫວຽດນາມ VOV  ສະແດງບົດເພງທີ່ມີຊື່ວ່າ: ອອກໄກຝັ່ງ. ພາຍຫລັງໄດ້ຮັບລາງວັນທີຫນຶ່ງໃນງານປະກວດສຽງເພງ ປີ 2014 ໂດຍໂທລະພາບຫວຽດນາມ ຈັດຕັ້ງ, ນັກຮ້ອງ ດີງທິແທ່ງເລ ໄດ້ຮັບເຂົ້າເຮັດວຽກຢູ່ VOV. ແທ່ງເລ ແບ່ງປັນວ່າ ນາງຖືເປັນກຽດແມ່ນຜູ້ຕາງຫນ້າ VOV ນຳສຽງເພງຂອງບ້ານເກີດເມືອງນອນໄປແນະນຳໃຫ້ເພື່ອນມິດສາກົນໃນ Festival ABU Radio Song 2015 ຄັ້ງນີ້.

        ນອກຈາກບັນດາບົດເພງ ໂດຍນັກຮ້ອງຫນຸ່ມ Billy Talahatu Sisca ແລະ Christin Dama ສະແດງ, ທ່ານນາງ Rosarita Niken Widiastui, ຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ອິນໂດເນເຊຍ RRI ເປັນແຂກຖືກເຊີນ ກໍໄດ້ສົ່ງເຖິງ Festival ABU Radio Song 2015 ບົດເພງພື້ນເມືອງ Tanah Airku ຄືດັ່ງຄຳອວຍພອນ, ຄຳເຊີນທີ່ສົ່ງເຖິງບັນດາປະເທດພາຍໃນກຸ່ມ ABU. ທ່ານນາງ Rosarita Niken Widiastui ໃຫ້ຮູ້ວ່າ:

        “ນີ້ແມ່ນຄວາມເປັນກຽດສຳລັບຂ້າພະເຈົ້າ ເມື່ອປະເທດເຈົ້າພາບ ມຽນມາເຊີນຂ້າພະເຈົ້າສະແດງບົດເພງ ຢູ່ Festival. ຂ້າພະເຈົ້າຖືວ່າ: Festival ABU Radio Song 2015 ແມ່ນເວທີທີ່ມີປະໂຫຍດ, ແມ່ນໂອກາດເພື່ອໃຫ້ບັນດານັກຮ້ອງຫນຸ່ມ ອາຊີ ປາຊີຟີກ ສະແດງຄວາມເກັ່ງກ້າສາມາດຂອງຕົນ. ພວກຂ້າພະເຈົ້າຂໍເຊີນພວກເພື່ອນເຂົ້າຮ່ວມ Festival ABU Radio Song 2016 ຈັດຂຶ້ນຢູ່ປະເທດ ອິນໂດເນເຊຍ ຂອງພວກຂ້າພະເຈົ້າ.”

ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2004, ວົງດົນຕີຫນຸ່ມ ໄທ Jacks Fruit Bandລວມມີ ນັກດົນຕີຊາຍ, ນັກຮ້ອງຫນຸ່ມທີ່ມີຄວາມເກັ່ງກ້າສາມາດ 4 ຄົນ. ສິ່ງພິເສດທີ່ສ້າງຄວາມດຶງດູດຂອງວົງດົນຕີນີ້ ນັ້ນແມ່ນ ເຂົາເຈົ້າໄດ້ມີຄວາມສາມາດໃນການປະສານສຽງມ່ວນທີ່ສຸດ ຜ່ານເຄື່ອງດົນຕີ 3 ປະເພດເຊັ່ນ piano, Base ແລະ Trumpet. ວິທະຍຸກະຈາຍສຽງໄທ ໄດ້ຄັດເລືອກ Jacks Fruit Band ເຂົ້າຮ່ວມ Festival ABU Radio Song ຄັ້ງນີ້ ດ້ວຍບົດເພງທີ່ມີຊື່ວ່າ: ບ້ານຂອງເຣົາ.

Festival ABU Radio Song 2015 ໄດ້ນຳ ສີສັນດົນຕີເປັນຫລາຍຮູບຫລາຍແບບຂອງບັນດາປະເທດມາໃຫ້ຜູ້ຟັງຜູ້ຊົມ, ອັນໄດ້ຢືນຢັນບົດບາດຂອງດົນຕີທາງຄື້ນວິທະຍຸ ແມ່ນຄວາມຈຳເປັນທີ່ສຸດ. Festival ABU Radio Song ອັດລົງໃນຄວາມມິດຕະພາບ, ສາມັກຄີລະຫວ່າງບັນດາວິທະຍຸກະຈາຍສຽງໃນພາກພື້ນ. ຜູ້ຟັງຜູ້ຊົມສືບຕໍ່ລໍຖ້າສິ່ງທີ່ໃຫມ່ອ່ຽມໃນ Festival ABU Radio Song ຄັ້ງທີ 4 ຊື່ງຈະຖືກຈັດຂຶ້ນໃນປີ 2016 ຢູ່ ປະເທດ ອິນໂດເນເຊຍ ພາຍຫລັງປະຊາຄົມ ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ