Groove Band - ວົງດົນຕີ ຟິລີບປີນຢູ່ນະຄອນໂຮ່ຈິມີນ


(vovworld)- 9 ໂມງ​ຄ່ຳ​ຂອງວັນ​ເສົາ, ​ບັນ​ຍາ​ກາດ​ຢູ່ຮ້ານ​ບັນ​ເທິງ Vasco ຂຶ້ນ​ກັບ ເມືອງ 3 ນະ​ຄອນ​ໂຮ່​ຈິ​ມີນ ອຶກ​ກະ​ທຶກ​ຄຶກ​ໂຄມ​ທີ່​ສຸດ ດ້ວຍ​ສຽງ​ດົນ​ຕີ ແລະ ​ວາດ​ຟ້ອນທີ່​ດຶງ​ດູດ​ໃຈ. ສຳ​ລັບ​ຫລາຍ​ຄົນ​​ທີ່ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ດົນ​ຕີແລ້ວ, ເວ​ທີ​ສະ​ແດງ​ຢູ່​ຮ້ານ​ບັນ​ເທິງນີ້ບໍ່​ຄື​ດັ່ງ​ຄວາມ​ຫວັງ​ຂອງ​ເຂົາ​ເຈົ້າ ເພາະ​ວ່າ ເວ​ທີ​ສະ​ແດງ​ມີ​ຂະ​ຫນາດ​ນ້ອຍ ແລະ ບັນ​ຈຸ​ຜູ້​ຊົມ​​ພຽງ 200 ຄົນ​ເທົ່າ​ນັ້ນ. ແຕ່​ສຳ​ລັບ Sami, Harol, Sarah ແລະ Catie  ນັກ​ສິ​ລະ​ປິນ 4 ຄົນ​ທີ່​ມາ​ຈາກ ຟິ​ລ​ິບ​ປີນ ​ສັງ​ກັດວົງ​ດົນ​ຕີ Groove Band ​ທີ່ພວມ​ສະ​ແດງ​ຢູ່​ຮ້ານ​ບັນ​ເທິງນີ້, ​ຖ້າ​ຫາກ​ຍັງມີ​ຜູ້​ຊົມ​ນິ​ຍົມ, ເຂົາ​ເຈົ້າ​ຈະ​ສະ​ແດງ​ດ້ວຍ​ຄວາມສຸດ​ຈິດ​ສຸດ​ໃຈ​.

                ເຖິງວ່າ ນ້ຳເຫື່ອ​ໄຫລ​ລົງ​​ທົ່ວ​ໃບ​ຫນ້າ​ຍ້ອນ​ຄວາມ​ຮ້ອນ​ຈາກ​ໄຟແສງ​ສີ​ບົນ​ເວ​ທີ​ສະ​ແດງ ກໍ​ຕາມ, ແຕ່ Sami ຜູ້​ດີດກິ​ຕາ ໃນ​ວົງ​ດົນ​ຕີ band ​ຍັງ​ຄົງ​ເມົາ​ມົວ​ສະ​ແດງດ້ວຍ​ບັນ​ດາ​ເຕັກ​ນິກ​ໃນ​ການ​​ດີດ​ກີ​ຕາຢ່າງ​ຄ່ອງ​ແຄ້ວ​ສ້າງ​ເປັນ​ທຳ​ນອງ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ ທາມ​ກາງ​ສຽງ​ຕົບ​ມື​ຊົມ​ເຊີຍ​ຂອງ​ຜູ້​ຊົມ. ໃນຈຳ​ນວນ 4 ຄົນ​ນັ້ນ, Sami ແມ່ນ​ຜູ້​ມີ​ອາ​ຍຸ​ສູງກວ່າ​ໝູ່ ແລະ ມາ​ຫວຽດ​ນາມ ສ້າງ​ອາ​ຊີບ​ເປັນ​ເວ​ລາ​ຫລາຍ​ປີ​ແລ້ວ. ປີນີ້ ແມ່ນ​ປີ​ທີ 10 ອ້າຍ​ ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ.

        “ສາຍ​ເຫດ​ທຳ​ອິດ​ທີ່​ພາ​ໃຫ້​ຂ້າ​ພະ​ເຈົ້າ ມາ​ຫວຽດ​ນາມ ຍ້ອນ​ຫວຽດ​ນາມ​ແມ່ນ​ປະ​ເທດ​ເປີດ​ອົກ​ເປີດ​ໃຈ. ກ່ອນນີ້ ມີ​ນັກ​ສິ​ລະ​ປິນ​​ຟິ​ລີບ​ປີນຫລາຍ​ຄົນ​ເຄີຍ​ເລືອກ​ເຟັ້ນ ສ​ເກົາ​ຫລີ, ຍີ່​ປຸ່ນ, ສິງ​ກະ​ໂປ ຫລື ກຳ​ປູ​ເຈຍ ເພື່ອ​​ເປັນ​ບ່ອນພັດ​ທະ​ນາ​ອາ​ຊີບ ແຕ່​ປະ​ຈຸ​ບັນ ຫວຽດ​ນາມ ​ໄດ້​ສ້າງ​ຄວາມ​ດູດ​ດື່​ມກວ່າ. ໄລ​ຍະ​ທຳ​ອິດຂ້າ​ພະ​ເຈົ້າ​ມາ​ຫວຽດ​ນາມ, ມີ ​ ວົງ​ດົນ​ຕີ​ຟີ​ລີບ​ຟີນ​ ພຽງ 4 ວົງ ພວມ​ເຄື່ອນ​ໄຫວ​ເທົ່າ​ນັ້ນ ແຕ່​ປະ​ຈ​ຸບັນ​ມ​ີ​ຫລາຍວົງ​ດົນ​ຕີແລ້ວ. ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ມີ​ຄວາມດູດ​ດື່​ມກວ່າ. ຂ້າ​ພະ​ເຈົ້າ​ຮັກ​ແພງ​ປະ​ເທດນີ້. ບໍ່​ມີ​ສາຍ​ເຫດ​ໃດ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຫ່າງຈາກ​ປະ​ເທດນີ້​ໄດ້.”

           ສຽ​ງ​​ອ່ອນ​ຊ​ອ້ນ, ອ່ອນ​ຫວານ ທັງ​​ເພີດ​ເພີນ ນັ້ນແມ່ນ​ສຽງ​ຂັບ​ຮ້ອງ​ຂອງ Harol, ຫົວ​ຫນ້າ ວົງ​ດົນ​ຕີ Groove Band. ອ້າຍ​​ໄດ້​ເຂົ້າມາ​ຫວຽດ​ນາມເປັນ​ເວ​ລາກວ່າ 7 ປີ​ແລ້ວ, ພາ​ຍ​ຫລັງ​ສອງ​ສາມ​ປີ​ທຳ​ອິດ​ຮ້ອງ​ເພງ solo, ບັງ​ເອີນອ້າຍໄດ້​ພົບ​ Sami ແລະ ເກ​ີດ​ແນວ​ຄວາມ​ຄິດ​​ຈະສ້າງວົງ​ດົນ​ຕີ. ທຸກ​ສິ່ງ​ທຸກ​ຢ່າງ​ຍິ່ງ​ມີ​ຄວາມ​ສະ​ດວກກວ່າ ເມື່ອ​  ເອື້ອຍ​ຄີງຂອງ​​ລາວ ນາງ Sarah  ແລະ ນ້ອງ​ສາວ  Catie ຕັດ​ສິນ​ໃຈ​ມາ​ຫວຽດ​ນາມ ເພື່ອດຳ​ເນີນ​ອາ​ຊີບ​ເປັນ​ນັກ​​ຮ້ອງ​ ແລະ Groove Band ໄດ້​ຮັບ​ກາ​ນ​ສ້າງ​ຕັ້ງ​ຂຶ້ນ.

Groove Band - ວົງດົນຕີ ຟິລີບປີນຢູ່ນະຄອນໂຮ່ຈິມີນ - ảnh 1
ວົງ​ດົນ​ຕີ Groove Band

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຊື່ງ​ກ່ອນນີ້ ເມື່ອ​ຮ້ອງ​ເພງ solo ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຮູ້​ສຶກ​ໄດ້. ເມື່ອ​ມີ​ໂອ​ກາດ​ຮ້ອງ​ເພງ​ກັບ​ເອື້ອຍ​ ແລະ ນ້ອງ​ສາວ ຂອງ​ຕົນ ນັ້ນແມ່ນ​ສິ່ງ​ທີ່​ມີ​ຄ​ວາມ​ຜາ​ສຸກ​ທີ່​ສຸດ ເຖິງ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຄິດ​ຮອດ​ຄິດ​ເຖິງ​ຄອບ​ຄົວ​ຢູ່ Sebu ທີ່​ສຸດ. ​ແຕ່​ວ່າ ນັບ​ແຕ່​ຄາວ​ຍັງ​ນ້ອຍ ຂາ​້​ພະ​ເຈົ້າ​ຍາ​ມ​ໃດ​ກໍ​ມີ​ຄວາມ​ໄຝ່​ຝັນ ຈະ​​ມີ​ໂອ​ກາດ​ໄປ​ປະ​ເທດ​ອື່ນ ​ເພື່ອ​ສ້າງ​ຕັ້ງ​ວົງ​ດົນ​ຕີ ​ບາງ​ເທື່ອ​ຈະ​ພ້ອມກັບ​ຊາວ ​ຟີ​ລີບ​ຟີນ ຫລື​ຊາວ​ທ້ອງ​ຖິ່ນກໍ່​​ດີ. ເພື່ອ​ໄດ້​ສະ​ແດງບົນ​ເວ​ທີ​ດຽວພ້ອມ​ກັບ​ເຂົາ​ເຈົ້າ ແລະ ​ອຸ​ທິດຈົນ ​ສຸດ​​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ຜູ້​ຊົມ. ປະ​ຈຸ​ບັນ ຂ້​າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ກັບ​ພວກ​ເພື່ອນ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​​​ວ່າ ຄວາມ​ໄຝ່​ຝັນນັ້ນ​ໄດ້​ປະ​ກົດ​ຜົນ​ເປັນ​ຈິງ​ແລ້ວ.”

                ຖ້າ​ຫາກ​ສຽງ​ເພງ​ຂອງ Harol ດຶງ​ດູດ​ຜູ້​ຊົມຜ່ານບົດ​ດົນ​ຕີ pop-ballad, ສ່ວນ​ເອື້ອຍ​ຂອງລາວ ນາງ Sarah ​ພັດ​ເຮັດ​ໃຫ້​ຜູ້​ຊົມ​ຮູ້​ສຶກ​ມີ​ພະ​ລັງ​ຊີ​ວິດ​ຢ່າງ​ແຮງ​ກ້າ​ຜ່ານ ​ບົດ​ເພງ​ດ້ວຍ​ພາ​ສາ ແອດ​ສະ​ປາຍ ດ້ວຍ​ທຳ​ນອງ​ເພງ Fkamenco ຟົດ​ຟື້ນມ່ວນ​ຊື່ນ​ທີ່​ສຸດ. ບັນ​ດາ​ສະ​ມາ​ຊິກ​ຂອງ Groove Band  ອາດ​ຈະ​ຮ້ອງ​ເພງ​ທຸກ​ປະ​ເພດ​ດ້ວຍ​ພາ​ສາ ອັງ​ກິດ, ແອດ​ສະ​ປາຍ ແລະ ພາ​ສາ​ຫວຽດ​ໄດ້. ຢູ່​ນະ​ຄອນ​ທີ່​ຟົດ​ຟື້ນ, ທັນ​ສະ​ໄຫມ ແລະ ເຊື່ອມ​ໂຍງ​ຄື ນະ​ຄອນ ໂຮ່​ຈິ​ມີນ, ນັ້ນ​ກໍ​ເປັນ​ທ່າ​ໄດ້​ປຽບ​​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​​ດຳ​ເນີນ​ອາ​ຊີບ​ເປັນ​ນັກຮ້ອງ​​ຢູ່​ນະ​ຄອນນີ້​ໄດ້.

        “ພວກ​ຂ້າ​ພະ​ເຈົ້າ​ເຄີຍ​ເຊັນ​ສັນ​ຍາ​ເຄື່ອນ​ໄຫວໄລ​ຍະ 1,2 ປີ ກັບ​ອົງ​ການ​​ໃດຫນຶ່ງ. ພາຍ​ຫລັງ​ສິ້ນ​ສຸດ​ສັນ​ຍາ, ພວກ​ຂ້າ​ພະ​ເຈົ້າ​ອາດ​ຈະ​ຊອກ​ບ່ອນ​ອື່ນ. ສິ່ງ​ນີ້​ກໍ​ງ່າຍ​ດາຍ ເພາະວ່າ ຢູ່ ຫວຽດ​ນາມ ພິ​ເສດ ແມ່ນ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ ຍາມ​ໃດ​ກໍ​ແມ່ນ​ສະ​ຖານ​ທ​ີ່​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ. ຂ້າ​ພະ​ເຈົ້າ​ຍັງ​ມີ​ໝູ່​ເພື່ອນ​ຫວຽດ​ນາມ ຫລາຍ​ຄົນ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຍາມ​ໃດ​ກໍ​ຊ່ວຍ​ເຫລືອ​ຂ້າ​ພະ​ເຈົ້າ​ອີກ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຜາ​ສຸກ​ເມື່ອ​ໄດ້​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ທີ່ນີ້.”

                Harol ໄດ້​ເລືອ​ກ​ເຟັ້ນ​ບົດ​ເພງ ຫວຽດ​ນາມ ເພື່ອ​ເປັນ​ການ​ປິດ​ທ້າຍ​ລາຍ​ການ​ສະ​ແດງຂອງ​ຕົນ. ດົ​ນ​ຕີ ຫວຽດ​ນາມ ໄດ້​ເຮັດ​ໃຫ້​ອ້າຍ​​ມີ​ຄວາມໃກ້​ຊິດ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ຜູ້​ຊົມ​ຫວຽດ​ນາມກວ່າ. ເພື່ອນ ມີງ​ເຟືອງ ຜູ້​ມາ​ຊົມ​ລາຍ​ການ​ເວົ້າ​ດ້ວຍ​ຄວາມ​ຕືນ​ຕັ້ນ​ໃຈ​ວ່າ:

        “​ເຂົາ​ເຈົ້າແມ່ນ​ຊາວ ຟີ​ລີບ​ປີນ ແຕ່​ຮ້ອງ​​ບົດເພງ​​ດ້ວຍພາ​ສາ​ຫວຽດ ມ່ວນ​ຫລາຍ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ມີ​ຄວາມ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ສຸດ. ເມື່​ອ​ຄິດ​ເຖິງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໃນ​ການ​ແອບ​​ຜັນ​ສຽງ​ເປັນ​ພາ​ສາ​ຫວຽດ ເພື່ອ​ຮ້ອງ​ເພງ​​ຫວຽດ​ນາມ ຮັບ​ໃຊ້​ຜູ້​ຟັງ​ດ້ວຍ​ນ້ຳ​ໃຈ​ອັນ​ດູດ​ດື່ມ​ຄື​ແນວນັ້ນ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຫລາຍ.”

                 ​ຮອດ 10 ໂມງ​ກາງ​ຄືນ ຖະ​ຫນົນ​ຫົນ​ທາງ​ຢູ່ ໄຊ​ງ່ອນ ຍິ່ງ​ອຶກ​ກະ​ທຶກ​ຄຶກ​ໂຄ​ມ. Harol ພ້ອມ​ກັບ​ວົງ​ດົນ​ຕີ ຟ້າວ​ຟັ່ງ​ຂຶ້ນ​ລົດ taxi ​ໄປ​ຍັງ​ເຂດ​ໃຈ​ກາງ​ນະ​ຄອນ. ຍັງ​ມີລາຍ​ການ ອື່​ນ​ພວ​ມ​ລໍ​ຖ້າ​ເຂົາ​ເຈົ້າ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ