Langkawi- ແດນສະຫວັນແຫ່ງການທ່ອງທ່ຽວ

(vovworld)- ໂດຍ​ຫ່າງ​ຈາກ​ນະຄອນຫລວງ ກົວ​ລາ​ລຳ​ເປີ 414 ກິ​ໂລ​ແມັດ, ​ເກາະ Langkawi ​ນອນ​ໃນ​ໝູ່​ເກາະ Langkawi ທີ່​ມີ​ຊື່​ສຽງ​ຂອງ​ມາ​ເລ​ເຊຍ ດ້ວຍ​ເນື້ອ​ທີ່ດິນ 414 ຕາລາງ​ກິ​ໂລ​ແມັດ, ກວ້າງ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ເນື້ອ​ທີ່ດິນຂອງນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ. ຍ້ອນ​ຄວາມ​ສວຍ​ສົດ​ງົດ​ງາມ​ຂອງ​ເກາະ​ແຫ່ງ​ນີ້ ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ຈຶ່ງຕັ້ງ​ຊື່​ໃຫ້​ເກາະ Langkawi ວ່າ ​ແມ່ນ​ແດນ​ສະຫວັນ​ແຫ່ງ​ການທ່ອງທ່ຽວ, ​ເພາະວ່າ ຢູ່​ທີ່​ນີ້​ບໍ່​ພຽງ​ແຕ່​ມີ​ຫາດ​ຊາຍ​ທະ​ເລ​ສວຍງາມ​ຫລາຍ​ແຫ່ງ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ບ່ອນ​ອາ​ໄສ​ຂອງ​ນົກອີນຊີເປັນ​ຈຳນວນ​ຫລວງຫລາຍ.

Langkawi- ແດນສະຫວັນແຫ່ງການທ່ອງທ່ຽວ - ảnh 1

        ​ໄປ​ເຖິງ Langkawi ນັກ​ທ່ອງ​ທ່ຽວ​ມີ​ຫລາຍ​ວິທີ​ເລືອກ​ເຟັ້ນ ​ແຕ່​ຂີ່​ຍົນ​ຈາກ ກົວ​ລາ​ລຳ​ເປີແມ່ນວິທີ​ເໝາະ​ສົມ​ທີ່​ສຸດເພາະ​ນັກ​ທ່ອງ​ທ່ຽວ​ຈະ​ປະ​ຢັດ​ເວລາ​ໄດ້. ພາຍຫລັງ​ ຂີ່​ຍົນໃນເວລາຫນຶ່ງ​ຊົ່ວ​ໂມງ ນັກ​ທ່ອງ​ທ່ຽວ​​ຈະມາ​ຮອດ​ເກາະ Langkawi. ຢູ່​ເທິງ​​ເຮືອບິນ ຫລຽວ​ລົງ, ນັກ​ທ່ອງ​ທ່ຽວ​ຈະ​ເຫັນ​ເກາະ Langkawi ປະກົດ​ອອກຄືແກ້ວມະນີດ້ວຍ​ຫາດ​ຊາຍ​ທະ​ເລ​ຂາວ ​ແລະ ນຳ້​ທະ​ເລ​ຂຽວ​ສະອາດ, ຢູ່​ອ້ອມ​ແອ້ມ​ເກາະ​ມີສວນຕົ້ນ​ໝາກ​ພ້າວ​ຂຽວ​ອຸ່ມ​ທຸ່ມ.

        Langkawi ມີ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ​ຫລາຍ​ແຫ່ງ, ​ໃນ​ນັ້ນ ຫາດ​ຊາຍ​ທະ​ເລ Tanjung Rhu ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ​ກວ່າ​ໝູ່​ໃນ​ໂລກ. Tanjung Rhu ມີ​ຄວາມ​ງາມ​ແບບ​ດັ້ງ​ເດີມ​ເປົ່າ​ຫວ່າງ, ດ້ວຍ​ຫາດ​​ຊາຍ​ຂາວ​ ແລະຍາວ​ຢຽດ, ນຳ້​ທະ​ເລ​ຂຽວ​ສະອາດ ນັກ​ທ່ອງ​ທ່ຽວ​ສາມາດ​ເຫັນ​ທ້ອງ​ທະ​ເລ​ໄດ້. ມາ​ຢ້ຽມຢາມ Tanjung Rhu ​ແນ່ນອນ​ວ່າ ນັກ​ທ່ອງ​ທ່ຽວ​ຈະ​ມີ​ຄວາມ​ຮູ້ສຶກ​ຄ້າຍຄື​ເພື່ອນ ພະ​ນາ​ວັນ ຈິດ​ສະມຸດ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ໄທ ຫາ​ກໍ​ໄປ​ຢ້ຽມຢາມ​​ເກາະ​ແຫ່ງ​ນີ້​ໃຫ້​ຮູ້​ວ່າ:

        ​ ສຽງ ພະນາ​ວັນ ຈິດ​ສະມຸດພາສາ​ໄທ

Langkawi- ແດນສະຫວັນແຫ່ງການທ່ອງທ່ຽວ - ảnh 2

        ຖ້າ​ຫາກ​ພວກ​ເພື່ອນ​​ມັກ​ບັນຍາກາດ​ອຶກ​ກະ​ທຶກ​ຄືກ​ໂຄ​ມນັ້ນ Pantai Cenang ​ແມ່ນ​ຫາດ​ຊາຍ​ທະ​ເລ​ທີ່​ເປັນ​ຫນ້າ​ເລືອກ​ເຟັ້ນ. ​ໂດຍ​ຕັ້ງ​ຢູ່​ທິດ​ໃຕ້​ຂອງ​ເກາະ Langkawi, ຫາດ​ຊາຍ​ທະ​ເລ Pantai Cenang ມີ​ໂຮງ​ແຮ​ມຫລາຍ​ແຫ່ງ, ມີ​ເຂດ​ຕາກ​ອາກາດ ​ແລະ ບັນດາ​ຮ້ານ​ຂາຍ​ເຄື່ອງ​ຂອງ​ອັນ​ດູດ​ດື່ມ, ​ໃນ​ນັ້ນ​ມີ​ຮ້ານ​ຂາຍ​ເຄື່ອງ​ຍົກເວັ້ນ​ພາສີ. Pantai Cenang ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫລາຍກວ່າ​ໝູ່​ຢູ່ Langkawi ດ້ວຍ​ການ​ລະ​ຫລິ້ນ​ຕ່າງໆ. ມາ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ໄດ້​ເຂົ້າ​ຮ່ວມປະ​ເພດ​ກິລາ​ໃຕ້​ນຳ້​ຄື: ​ດຳ​ນຳ້, ຂີ່ລົດບົນຫນ້ານຳ້ທະເລ.

        ສຳລັບ​ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ຢາກ​ສູບ​ອາກາດ​ປອດ​​ໂປ່​ງສະຫງົບ​ງຽບ, ຫາດ​ຊາຍ​ທະ​ເລ Pantai Kok ​ຈະແມ່ນການ​ເລືອກ​ເຟັ້ນຕົ້ນຕໍ. ​ໂດຍ​ຕັ້ງ​ຢູ່​ທາງ​ທິດ​ໃຕ້​ຂອງ​ເກາະ Langkawi ​ແຕ່​ຫາດ​ຊາຍ​ທະ​ເລ​ແຫ່ງ​ນີ້​ບັນຍາກາດບໍ່​ອຶກ​ກະ​ທຶກ​ຄືກ​ໂຄມ. ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ອາບ​ນຳ້​ທະ​ເລ​ຂຽວ​ສະອາດ ຫລື ພັກຜ່ອນ​​ໃຕ້​ຮົ່ມ​ເຢັນຂອງຕົ້ນໄມ້ຂຽວ​ອຸ່ມ​ທຸ່ມ, ຮັບ​ຟັງ​ຄື້ນທະ​ເລ​ກະທົບ​ໃສ່​ຝັ່ງ. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​​​ເຊົ່າ​ລົດຖີບ​ໄປ​ທ່ຽວ​ອ້ອມ​ແອ້ມ​ເກາະ​​. ​ເພື່ອນ ​ເຈືອງ​ທາຍ​ງອກ​ແອ​ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຫວຽດນາມ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ມັກ​ຂີ່​ລົດຖີບ​​ໄປ​ທ່ຽວ​ອ້ອມ​ແອ້ມ​ເກາະ, ຊົມ​ເບິ່ງ​ນ້ອງ​ນ້ອຍ​ຂີ່​ລົດຖີບ ​ແລະ ​ໂອ້​ລົມ​ກັບປະຊາຊົນ​ຢູ່​ເກາະ​ແຫ່ງ​ນີ້. ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ສວຍ​ງາມ ​ແລະ ສະຫງົບ​ງຽບ, ອາກາດ​ປອດ​ໂປ່​ງ, ລົມ​ພັດ​ມາ​​ເຢັນ​ສະບາຍ​ເຮັດ​ໃຫ້​ຄວາມ​ອິດ​ເມື່ອຍ​ຫາຍ​ໄປ.”

        ​​ເກາະ Langkawi ຍັງ​ມີ​ຈຸດ​ພິ​ເສດ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນບ່ອນ​ອາ​ໄສ​ຂອງນົກ​ອີນຊີ​ເປັນ​ຈຳນວນ​ຫລວງຫລາຍ. ນັກ​ທ່ອງ​ທ່ຽວ​ຈະ​ເຫັນ​ປະຈັກ​ຕາ​ນົກ​.. ບິນ​ຢູ່​ເທິງ​ທ້ອງ​ຟ້າ…​ເປັນ​ຫນ້າ​ປະ​ທັບ​ໃຈ.  ​ເພື່ອນ ຫງວຽນ​ຟູ​ຢູງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມາ​ຢ້ຽມຢາມ​ເກາະ Langkawi, ນັ່ງ​ເທິງ​ເຮືອ​ຊົມ​ເບິ່ງ​ນົກອີນຊີບິນເຈີດໄປ​ເຈີດ​ມາ​ເຮັດໃຫ້​ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ປະ​ທັບ​ໃຈ.. ​ເພາະວ່າ ປະຈຸ​ບັນ ຍາກ​ທີ່​ມີ​ໂອກາດ​ໄດ້​ຮັບ​ຊົມ​ນົກອີນຊີຫລາຍ​ຄື​ແນວ​ນັ້ນ. ສ່ິງ​ດັ່ງກ່າວ​ກໍ​ພິສູດ​ໃຫ້​ເຫັນ​ວ່າ: ອຳນາດ​ການ​ປົກຄອງ​ຢູ່​ທີ່​ນີ້​ໄດ້​ປະຕິບັດ​ວຽກ​ງານ​ອະນຸລັກ​ຮັກສາ​​ດີທີ່​ສຸດ.”

        Langkawi ຍັງ​ມີ​​ຖຳ້​ຫີນ​ປຸນຫລາຍ​ແຫ່ງ ​ແລະ ປ່າດົງ​ດີບທີ່​ຂຽວອຸ່ມ​ທຸ່ມ, ​ໃນ​ນັ້ນ ມີ​ລິງ​ຫລາຍ​ໂຕ​. ​ແນ່ນອນ​ວ່າ ນັກ​ທ່ອງ​ທ່ຽວ​ມາຢ້ຽມຢາມ​ເກາະ​ແຫ່ງ​ນີ້​ລ້ວນ​ແຕ່​ມີ​ຄວາມ​ຫວັງ​ຢາກ​ກັບ​ຄືນ​ອີກ​ຄັ້ງ​ຫນຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ