Treehaus - ຂໍ້ລິເລີ່ມສ້າງຄວາມດຸ່ນດ່ຽງລະຫວ່າງວຽກງານ ແລະ ຊີວິດ


(vovworld)- ຊອກບ່ອນຝາກລູກນ້ອຍເພື່ອໄປເຮັດວຽກ ແມ່ນບັນຫາທີ່ຫຍຸ້ງຍາກສຳລັບຄົນງານຫລາຍຄົນ ແລະ ບໍ່ສຸດຈິດສຸດໃຈກັບວຽກງານໄດ້. ເຖິງຢ່າງໃດກໍຕາມ ຂໍ້ລິເລີ່ມຢູ່ ສິງກະໂປ ພວມເປີດກາລະໂອກາດໃຫມ່ ເພື່ອຊ່ວຍໃຫ້ຄົນງານມີເງື່ອນໄຂທັງສືບຕໍ່ອຸທິດສ່ວນໃຫ້ແກ່ວຽກງານ, ທັງມີເວລາຢູ່ໃກ້ ແລະ ຕິດຕາມລູກເຕົ້າຂອງຕົນ, ຊ້ຳບໍ່ໜຳ ເຂົາເຈົ້າຍັງຍາດເວລາຢູ່ກັບລູກໃນຂະນະທີ່ພວມເຮັດວຽກ.

Treehaus - ຂໍ້ລິເລີ່ມສ້າງຄວາມດຸ່ນດ່ຽງລະຫວ່າງວຽກງານ ແລະ ຊີວິດ - ảnh 1
ສູນ Treehaus

        ຜົວເມຍ ເອື້ອຍ Valeria Loh ແລະ ອ້າຍ Shang Liang ແມ່ນເຈົ້າຂອງບໍລິສັດອອກແບບຫນ້າເວັບ ແລະ ສ້າງເຄື່ອງໝາຍການຄ້າ. ຍ້ອນຄ້າງຄາກັບວຽກງານ, ພົບປະກັບລູກຄ້າ, ບໍລິຫານບໍລິສັດ …ສະນັ້ນ ເອື້ອຍ Valeria Loh ບໍ່ມີເວລາຢູ່ເຮືອນເພື່ອດູແລລູກນ້ອຍຂອງຕົນທີ່ມີອາຍຸພຽງ 3 ເດືອນ. ກໍເຊັ່ນດຽວກັນກັບແມ່ຍິງຫລາຍຄົນທີ່ມີລູກນ້ອຍ, ເອື້ອຍ Valerie Loh ມີຄວາມເປັນຫ່ວງໃນການຊອກເຮືອນລ້ຽງເດັກໃຫ້ລູກຂອງຕົນ. ຍ້ອນເຫດນັ້ນ ຜົວເມຍເອື້ອຍ Valerie Loh ຈຶ່ງໄດ້ຍ້າຍຫ້ອງການບໍລິສັດໄປເຖິງສູນ Treehaus (ຊື່ງແມ່ນສູນປະກອບຫ້ອງການເຮັດວຽກ ແລະ ບໍລິການດູແລເດັກ). ເອື້ອຍ Valerie Loh ແບ່ງບັນກ່ຽວກັບຄວາມຕັດສິນດັ່ງກ່າວຂອງຕົນວ່າ:

        “ຢູ່ ສິງກະໂປ, ຫ້ອງການຫລື ບ່ອນເຮັດວຽກ ທີ່ສາມາດຮັບເອົາເດັກນ້ອຍມາຢູ່ນຳພໍ່ແມ່ໃນຂະນະທີ່ພໍ່ແມ່ພວມເຮັດວຽກແມ່ນບໍ່ມີຫລາຍ.  ຕາມປົກກະຕິ ໃນຂະນະທີ່ທຸກຄົນພວມເຮັດວຽກພວກຫລານນ້ອຍຕ້ອງມິດງຽບຫລືລະຫລິ້ນຜູ້ດຽວອ້ອມເທົ່ານັ້ນ. ສ່ວນຢູ່ສູນ Treehaus ນີນພັດບໍ່ຄືແນວນັ້ນ. ມີຫລາຍບ່ອນອຳນວຍຄວາມສະດວກໃຫ້ທັງພໍ່ແມ່ ແລະ ເດັກນ້ອຍ. ສະນັ້ນ ທຸກຄົນເຮັດວຽກຢູ່ສູນນີ້ ລ້ວນແຕ່ຮູ້ສຶກມີຄວາມຜາສຸກ  ເພາະວ່າໄດ້ເຫັນລູກຂອງຕົນໄດ້ຮັບການດູແລຢູ່ຂ້າງບ່ອນເຮັດວຽກ”

Treehaus - ຂໍ້ລິເລີ່ມສ້າງຄວາມດຸ່ນດ່ຽງລະຫວ່າງວຽກງານ ແລະ ຊີວິດ - ảnh 2
ບ່ອນທີ່ພໍ່ແມ່ພວກຫລານຕ້ອນຮັບແຂກ, ແກ້ໄຂວຽກງານທຸລະກິດ

        ເອື້ອຍ Valeria Loh ແລະ ອ້າຍ Shang Liang ແມ່ນຄູ່ຜົວເມຍທຳອິດຍ້າຍມາເຮັດວຽກຢູ່ສູນ Treehaus ໃນຊຸມມື້ທຳອິດທີ່ສູນແຫ່ງນີ້ເລີ່ມເຄື່ອນໄຫວເມື່ອວັນທີ 17/2/2016. ໂດຍຕັ້ງຢູ່ຖະຫນົນ Orchard, ສູນ Treehaus ມີ “ບ່ອນເຮັດວຽກທີ່ໃກ້ຊິດກັບຄອບຄົວ”ແຫ່ງທຳອິດຢູ່ ສິງກະໂປ ລວມມີຕຶກອາຄານຫລາຍຊັ້ນ ແລະ ຫລັງເຮືອນນ້ອຍມີສວນຢູ່ອ້ອມແອ້ມ. ຢູ່ທີ່ນີ້ ມີເຂດປະກອບຫ້ອງການເຮັດວຽກ, ຊື່ງແມ່ນບ່ອນທີ່ພໍ່ແມ່ພວກຫລານສາມາດຕ້ອນຮັບແຂກ, ແກ້ໄຂວຽກງານທຸລະກິດ ແລະ ເຂດສະຫງວນໃຫ້ເດັກນ້ອຍ ຊື່ງແມ່ນບ່ອນພວກຫລານໄດ້ຮັບການເບິ່ງແຍງດູແລຈາກບັນດາຄູສອນ ແລະ ລະຫລິ້ນຢ່າງສະບາຍ. ລູກຄ້າຂອງສູນ Treehaus ສ່ວນຫລາຍແມ່ນວິສາຫະກິດເອກະຊົນຂະຫນາດນ້ອຍ ແລະ freelancer. ລາຍຈ່າຍເພື່ອເຂົ້າຮ່ວມສູນ Treehaus ແມ່ນ 350 SGD/ເດືອນ, ສ່ວນລາຍຈ່າຍດູແລເດັກແມ່ນ 12 SGD/ເດືອນ. ນາງ Tjin Lee ຜູ້ກໍ່ຕັ້ງ ສູນ Treehaus ໃຫ້ຮູ້ວ່າ: ບໍລິສັດພວມມຸ້ງໄປເຖິງຕະຫລາດໃຫຍ່ກວ່າ ພ້ອມທັງຢາກຂະຫຍາຍຮູບແບບ “ບ່ອນເຮັດວຽກທີ່ໃກ້ຊິດກັບຄອບຄົວ” ອອກໄປກວ້າງຂວາງກວ່າ.

        “ສິ່ງທີ່ພວກຂ້າພະເຈົ້າຢາກນຳຮູບແບບນີ້ເຖິງບັນດາບໍລິສັດໃຫຍ່ກວ່າ. ພວກຂ້າພະເຈົ້າຢາກປ່ຽນແປງທັດສະນະວ່າ ມີພຽງນັກທຸລະກິດຫລື ຜູ້ທີ່ເຮັດວຽກໂດຍບໍ່ກຳນົດເວລາ, ຜູ້ເຮັດວຽກຢ່າງເສລີ ຈຶ່ງສາມາດນຳໃຊ້ຮູບແບບຄືຢູ່ Treehaus. ສິ່ງດັ່ງກ່າວໝາຍຄວາມວ່າ ທັງເຮັດວຽກຢ່າງມີປະສິດທິຜົນ ທັງສາມາດຢູ່ກັບລູກຂອງຕົນໄດ້. ຄົນງານຍິງບໍ່ຕ້ອງອອກຈາກຫ້ອງການເມື່ອເຂົາເຈົ້າເກີດລູກ. ເຂົາເຈົ້າສາມາດຊອກໄດ້ບ່ອນເຮັດວຽກໃກ້ກັບບ່ອນລ້ຽງລູກ. ພວກຂ້າພະເຈົ້າສາມາດສ້າງຄວາມແຕກຕ່າງກັນຫລາຍເມື່ອທຽບໃສ່ສູນປະກອບຫ້ອງການອື່ນ.”

        ແນວຄວາມຄິດກໍ່ສ້າງເຮືອນລ້ຽງເດັກໃນບໍລິສັດບໍ່ແມ່ນສິ່ງໃຫມ່ອ່ຽມ. ແຕ່ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້ ບໍ່ແມ່ນວ່າບໍລິສັດໃດກໍມີເງື່ອນໄຂປະຕິບັດໄດ້. ສະນັ້ນ ເລື່ອງສ້າງຕັ້ງສູນ Treehaus  ອາດຈະໄດ້ຮັບຖືວ່າແມ່ນການທົດລອງ. ນາງ Tjin Lee ໃຫ້ຮູ້ວ່າ: ໂດຍແມ່ນຜູ້ທີ່ເປັນແມ່ ແລະ ແມ່ນນັກເຄື່ອນໄຫວທາງສັງຄົມ ສະນັ້ນ ນາງໄດ້ຜ່ານໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ ເມື່ອທັງຄ້າງຄາກັບວຽກງານ ແລະ ທັງຕ້ອງດູແລລູກເຕົ້າ. ດ້ວຍເຫດນັ້ນ ນາງປາດຖະຫນາວ່າ ການສ້າງສູນ Treehaus ກໍເປັນການເລືອກເຟັ້ນໃຫມ່ໃຫ້ບັນດາຄອບຄົວທີ່ເຄີຍຄ້າງຄາກັບວຽກງານ. ທ່ານ ນາງJosephine Teo, ລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ ສິງກະໂປ ໃຫ້ຮູ້ວ່າ: ລັດຖະບານ ສິງກະໂປ ຕີລາຄາສູງການມີຫົວຄິດປະດິດສ້າງຂອງສູນ Treehaus

        “ ຂ້າພະເຈົ້າຖືວ່າພາກເອກະຊົນເຂົ້າຮ່ວມຮູບແບບນີ້ແມ່ນສິ່ງດີທີ່ສຸດ. ພວກຂ້າພະເຈົ້າຈະຮັກສາ ແລະ ສົ່ງເສີມເຂົາເຈົ້າເຂົ້າຮ່ວມຮູບແບບນີ້ ກໍຄືປັບປຸງຮູບແບບນີ້ເພື່ອໃຫ້ສອດຄ່ອງກັບບັນດາສະພາບແວດລ້ອມທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ປະຈຸບັນສູນດັ່ງກ່າວຫາກໍເລີ່ມນຳເຂົ້າໃຊ້ການ. ເມື່ອຮູບແບບໄດ້ຮັບການຮັບຮູ້ຈາກຕະຫລາດ ຫລາຍກວ່າ, ລັດຖະບານ ຈະຊອກວິທີເພື່ອຊຸກຍູ້ການພັດທະນາຮູບແບບນີ້ ກວ່າອີກ.”

        ເມື່ອມີໂອກາດໄດ້ຢູ່ກັບລູກເຕົ້າໃນຊຸມເດືອນປີທຳອິດຂອງຊີວິດແມ່ນສິ່ງທີ່ຜູ້ເປັນພໍ່ເປັນແມ່ຄົນໃດກໍປາດຖະຫນາ. ແລະ ຮູບແບບຂອງສູນ Treehaus ໄດ້ນຳມາເຊິ່ງກາລະໂອກາດເພື່ອໃຫ້ບັນດາຄົນງານທັງເຮັດວຽກທັງໄດ້ຢູ່ກັບລູກນ້ອຍຂອງຕົນ, ເຫັນປະຈັກຕາວິວັດການການເຕີບໃຫຍ່ຂອງລູກ.

ຕອບກັບ

ຂ່າວ/ບົດ​ອື່ນ