vovworld.vn ຊ່ອງຂໍ້ມູນທີ່ມີປະໂຫຍດຂອງ ວິທະຍຸກະຈາຍສຽງຫວຽດນາມ

(vovworld) - ໃນເກືອບ 7 ທົດສະວັດ, ນັບແຕ່ມື້ອອກ​ອາກາດ​ລາຍການກະຈາຍສຽງພາກພາສາຕ່າງປະເທດລາຍການ​ທຳ​ອິດ​ເມື່ອ​ວັນ​ທີ 7/9/1945, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ນັບ​ມື້​ນັບ​ດຶງ​ດູດ​ຜູ້​ຟັງ​​ເປັນ​ຈຳນວນ​ຫລວງຫລາຍ. ພ້ອມ​ກັບ​ການ​ພັດທະນາ​ດ້ານ​ກະ​ຈາ​ຍສຽງ ດີ​ຈີ​ຕອນ, ວັນ​ທີ 16/1/2012 ຜ່ານ​ມາ, ລະບົບ​ກະຈາຍສຽງ​ພາກ​ພາ​ສາ​ຕ່າງປະ​ເທດ​ໄດ້​ເປີດ​ພິທີ​ສະ​ເຫ​ນີຕົວ ​​ເວັບ​ໄຊ ​ດ້ວຍ​ຫລາຍ​ພາສາຕ່າງປະ​ເທດເພື່ອ​ຮັບ​ໃຊ້ຄວາມ​ຕ້ອງການ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ​ຂອງ​ຜູ້​ຟັງ​ເປັນ​ຢ່າງ​ດີກ​ວ່າ.

vovworld.vn ຊ່ອງຂໍ້ມູນທີ່ມີປະໂຫຍດຂອງ ວິທະຍຸກະຈາຍສຽງຫວຽດນາມ - ảnh 1

        ພາຍຫລັງ​​ສະ​ເຫ​ນີຕົວ​ມາ​ເປັນ​ເວລາ ຫນຶ່ງເດືອນ​, ຫນ້າ​ເວັບ​ຂອງ​ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ​ຜ່ານ​ລະຫັດ vovworld.vn ​ແລະ vov5.vn ພວມ​ຄ່ອຍໆ​ຢືນຢັນ​​ບົດບາດການ​ຖະ​ແຫລ​ງຂ່າວ​ຂອງ​ຕົນ. ຫນ້າ​​ເວັບ vov 5 ​ໄດ້​ສົ່ງ​ ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ເຖິງ​ຜູ້​ຊົມ​ ​ແລະ ຜູ້​ຟັງໃນ​ທົ່ວ​​ໂລກ​ ຜ່ານ 12 ພາສາ​ຊຶ່ງ​ລວມມີ: ອັງກິດ, ຝລັ່ງ, ​ເຢຍລະ​ມັນ, ຍີ່​ປຸ່ນ, ລັດ​ເຊຍ, ປັກ​ກີງ, ​ໄທ, ລາວ ​ແລະ ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ​ແອດ​ສະ​ປາຍ ​ແລະ ພາສາ​ຫວຽດນາມ​ສະຫງວນ​ໃຫ້​ແກ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ພິທີ​ສະ​ເຫ​ນີຕົວ​ຫນ້າ​​ເວັບ vovworld.vn, ທ່ານ ຫງວຽນດັງ​ຕຽນ,     ຜູ​້ອຳນວຍ​ການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເວົ້າ​ວ່າ:

        “ການ​ສ້າງ​ຕັ້ງ​ ຫນ້າ​​ເວັບ vov5 ​​ ​ຂຶ້ນ ຈະ​ປະກອບສ່ວນ​ໃຫ້​ແກ່​ວຽກ​ງານ​         ຖະ​ແຫລ​ງຂ່າວ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ ​ແລະ ​ໂຄສະນາ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ເຊື່ອມ​ໂຍງ​ກັບ​ໂລກຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກວ່າ ​ແລະ ຊາວໂລກ ຈະ​ເຂົ້າ​ໃຈ​ກ່ຽວ​ກັບ​ພວກ​ເຮົາ​ກວ່າ ​​ແລະ​ກົງກັນຂ້າມ​ພວກ​ເຮົາ​ກໍ​ຈະ​ເຂົ້າ​ໃຈ​ກ່ຽວ​ກັບ​​ໂລກ​ກວ່າ.”

        ຕາມ​ທ່ານ  I Nyoman ທີ່​ປຶກສາ​ດ້ານຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ສະຖານທູດ​ອິນ​ໂດ​ເນ​ເຊຍ​ປະຈຳ ຫວຽດນາມ ​ແລ້ວ, ​ເລື່ອງ VOV ສະ​ເຫ​ນີ​ຫນ້າ​​ເວັບ ​ແມ່ນມີ​ປະສິດທິ​ຜົນ​ຢ່າງ​ຕັ້ງຫນ້າ, ຊ່ວຍ​ໃຫ້​ປະຊາຊົນ​ອີນ​ໂດ​ເນ​ເຊຍ​ເວົ້າ​ສະ​ເພາະ ​ແລະ ບັນດາ​ທ່ານ​ຜູ້​ຟັງ​ເວົ້າ​ລວມສາມາດ​​ເຂົ້າ​ເຖິງ​​ຂໍ້​ມູນ​ຂ່າວສານ​ຕ່າງໆກ່ຽວ​ກັບ​ຫວຽດນາມ​ຢ່າງ​ງ່າຍດາຍ​ໄດ້.

        “ຕາມ​ຂ້າພະ​ເຈົ້າ​ແລ້ວ, ຫນ້າ​​ເວັບ​ຂອງ vov 5 ​​ແມ່ນ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເພື່ອ​ໂຄສະນາ​ ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຫວຽດນາມ ​ ພິ​ເສດ​ແມ່ນ​ວັດທະນະທຳ ຫວຽດນາມ ອອກ​ສູ່​ໂລກຢ່າງ​ກວ້າງຂວາງ. ນີ້​ແມ່ນ​ບາດກ້າວ​ອັນໃຫຍ່​ຫລວງ​​ເພ​າະວ່າ​ຫນ້າ​ເວັບ​ນີ້ບໍ່​ພຽງ​ແຕ່​ສະ​​ເໜີ​ເປັນ​ພາສາ​ຫວຽດ​ເທົ່າ​ນັ້ນ ຫາກ​ຍັງ​ຈັດ​ເປັນຫລາຍ​ພາສາ​ຕ່າງປະ​ເທດ​ອີກ​ດ້ວຍ.”

        ພາຍ​ຫລັງ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ມາ​ເປັນ​ເວລາ​ 1 ​ເດືອນ, ຫນ້າ​ເວັບ vov5 ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ ​ແລະ ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກຜູ້​ຊົມຜູ້​ຟັງທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ​ນາງ ດ່ວານ​ທິຈຸ​ງ ຜູ້ອຳນວຍການ​ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ພຽ​ງ​ຫນຶ່ງ​ເດືອນ ​​ໄດ້​ມີ​ຜູ້​ເຂົ້າ​​ເບິ່ງເວັບ​ໄຊ vov 5 ນັບ​ສິບພັນ​ເທື່ອ​ຄົນ​ແລ້ວ.

        “ຫນ້າ​ເວັບ vov 5 ມີ​ປະ​ໂຫຍ​ດຫລາຍ​ຢ່າງ​, ​ໃນ​ນັ້ນ ຜູ້​ຊົມຜູ້​ຟັງ​ສາມາດ​ອ່ານ​ຂ່າວ ​ແລະ ບົດຕ່າງໆ, ນອກ​ນັ້ນ ຍັງ​ສາມາດຮັບ​ຟັງ​ບັນດາ​ລາຍການ​ກະຈາຍສຽງ​​​ໂດຍ​ກົງ​ໄດ້. ​ແຕ່​ລະ​ມື້ ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳ​ເຫັນ​ຈາກ​ທ່ານ​ຜູ້​ຟັງ​ເປັນ​ຈຳນວນ​ຫລວງຫລາຍ.”

        ທ່ານ Hazairin Rjunep ຢູ່ ນະຄອນ Yogyakarta ຊຶ່ງ​ແມ່ນ​ຜູ້​ຟັງ​ທີ່​ເຄີຍ​ຕິດຕາມ​ລາຍການ​ກະຈາຍສຽງ​ພາກ​ພາສາ​ ອິນ​​ໂດ​ເນ​ເຊຍ ​ເປັນ​ປະຈຳ​ໃຫ້​ຮູ້​ວ່າ: ກ່ອນ​ນີ້​ຂ້າພະ​ເຈົ້າ​ເຄີຍ​ຕິດ​ຕາມ​ບັນດາ​ລາຍການ​ກະຈາຍສຽງ​ທາງ​ຄື້ນສັ້ນ ​ແລະ ຄຸນ​ນະພາ​ບກະຈາຍ​ສຽງ​ບໍ່​ດີ​ປານ​ໃດ ບາງ​ເທື່ອ​ຄື້ນຖືກ​ລົບ​ກວນ(ບໍ່​ແຈ້ງ)ຍ້ອນ​ອາກາດ. ​ເມື່ອ​ມີ​ຫນ້າ​ເວັບ vov5 ທ່ານ​ສາມາດ​ຕິດຕາມ​ບັນດາ​ລາຍການ​ຂອງ​ວິທະ​ຍຸ​ກະຈາຍສຽງ​ຫວຽດນາມ​ຢ່າງ​ງ່າຍດາຍ. ຜ່ານ​ນັ້ນ ທ່ານ​ຮູ້ຈັກ​ເຖິງ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ກ່ຽວ​ກັບ​ຫວຽດນາມ.

        “ຂ້າພະ​ເຈົ້າ​ແມ່ນ​ຜູ້​ນິຍົມ​ສະ​ແຕມ ​ແລະ ກໍ​ແມ່ນ​ຜູ້​ຕິດຕາມ​ຮັບ​ຟັງ​ລາຍການ​ຕ່າງໆ​ທາງ​ວິທະຍຸ​ນັບ​​ແຕ່​ອາຍຸ 10 ປີ. ຜ່ານ​ຫນ້າ​ເວັບ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂ້າພະ​ເຈົ້າ​ຈຶ່ງ​ຮູ້ຈັກ​ໄດ້​ວ່າ ຢູ່ ຮ່າ​ໂນ້ຍ ມີ​ຕະຫລາດ​ສະ​ແຕມ​ແຫ່ງ​ຫນຶ່ງ​ດຽວ​ຢູ່​ໃນ​ໂລກ ​ແລະ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ທຸກວັນ​ອາທິດ​. ຂ້າພະ​ເຈົ້າ​ເຫັນ​ວ່າ ສິ່ງ​ດັ່ງກ່າວ​ແມ່ນ​ສ້າງ​ຄວາມດູ​ດດື່ມ ​ແລະ ຂ້າພະ​ເຈົ້າ​ຕັດສິນ​ໃຈ​ມາ​ຫວຽດນາມ ​ເພື່ອ​ຢ້ຽມ​ຊົມ​ຕະຫລາດ​ສະ​ແຕມ​ຮ່າ​ໂນ້ຍ. ”

        ສ່ວນ​ອ້າຍ ອຸດອນ​ ສອນ​ສຸ​ລິດ, ນັກຄົ້ນ​ຄ້ວາປະລິຍາ​ໂທ​ສັງກັດມະຫາວິທະຍາ​ໄລ​ວັດທະນະທຳ ຮ່າ​ໂນ້ຍ​​ໃຫ້​ຮູ້​ວ່າ, ຫນ້າ​ເວັບ vov 5 ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ລາວ ​ແລະ ​ເພື່ອນ​ລາວ​ຫລາຍ​ຄົນ ສາມາດ​ຕິດຕາມ​ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຫວຽດນາມ​​ໄດ້ຢ່າງ​ງ່າຍ​ດາຍ​ກວ່າ.

        “​​ຫນ້າ​ເວັບ​ vov 5 ​ແມ່ນ​ງາມ​ຫລາຍ ​ແລະ ​ເຂົ້າ​ເບິ່ງ​ກໍ​ງ່າຍ, ​ເນື້ອ​ໃນ​ອຸດົມສົມ​ບູນ, ​ໃນ​ນັ້ນ​ມີ​ບັນດາ​ຄໍລຳ​ທີ່ຊ່ວຍ​ພວກ​ເຮົາ​ສາມາດ​ຊອກຮູ້​ກ່ຽວ​ກັບ​ວັດທະນະທຳ, ຊີວິດ​ສັງຄົມ, ດ້ານ​ການ​ເມືອງ​ຕ່າງໆ​. ຂ້າພະ​ເຈົ້າ​ເຫັນ​ວ່າ ນັກ​ສຶກສາລາ​ວທີ່​ພວມ​ຮຳ່ຮຽນ​ຢູ່​ຫວຽດນາມ ນອກຈາກ​ເວລາ​ຂຶ້ນ​ຫ້ອງ​ແລ້ວ ພວກ​ເພື່ອນ​ສາມາດ​ເຂົ້າ​ເວັບ​ໄຊ​ນີ້​ເພື່ອ​ຕິດ​ຕາມ​ຂ່າວ​ຄາວ​ກໍ​ຄື​​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ ​ແລະ ຊາວ​ຫວຽດນາມ​ກວ່າ.”

        ຫນ້າ​ເວັບ​ຂອງລະບົບ​ກະ​ຈາ​ຍສຽງ​ພາກ​ພາສາ​ຕ່າງປະ​ເທດ ​ແມ່ນ​ຊ່ອງຂໍ້​ມູນ​ຂ່າວສານ​ມີ​ປະ​ໂຫຍ​ດ ປະກອບສ່ວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ທາງ​ພູມີ​ປະ​ເທດ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ໂລກ, ດຶງ​ດູດ​ເພື່ອ​ນມິດສາ​ກົນ​ມາ​ຫວຽດນາມ​ນັບ​ມື້​ນັບຫລາຍ​ຂຶ້ນ. ຫນ້າ​ເວັບ​ ​ນ້ີ​ໄດ້​ກາຍເປັນ​ຂົວ​​ເຊື່ອມ​ຕໍ່​ລະ​ຫວ່າງຫວຽດນາມ ກັບ​ເພື່ອນ​ມິດສາ​ກົນຢ່າງ​ແທ້​ຈິງ.

ຈູງເກື່ອງ

ຕອບກັບ

ຂ່າວ/ບົດ​ອື່ນ