ການບຳລຸງສ້າງ, ຝຶກອົບຮົມພະນັກງານຄຸ້ມຄອງລັດໃຫ້ປະເທດລາວ

(VOVWORLD) - ແຕ່ 19 ປີມານີ້, ສະຖາບັນການປົກຄອງແຫ່ງຊາດ ໄດ້ຮັບການມອບໝາຍຈາກລັດຖະບານ ຫວຽດນາມ ເພື່ອປະຕິບັດໜ້າທີ່ບຳລຸງສ້າງ, ຝືກອົບຮົມພະນັກງານຄຸ້ມຄອງລັດໃຫ້ ສປປ ລາວ, ບົນພື້ນຖານສັນຍາແຫ່ງການຮ່ວມມືທີ່ໄດ້ລົງນາມ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ສປປ ລາວ.

ວຽກງານບຳລຸງສ້າງ, ຝຶກອົບຮົມຖັນແຖວພະນັກງານໃຫ້ແກ່ລາວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

ການບຳລຸງສ້າງ, ຝຶກອົບຮົມພະນັກງານຄຸ້ມຄອງລັດໃຫ້ປະເທດລາວ - ảnh 1 ທ່ານຮອງສາດສະດາຈານ, ປອ ເລືອງແທງເກື່ອງ

        ທີ່ພິທີຕ້ອນຮັບບຸນປີໃໝ່ ພສ 2561, ທ່ານຮອງສາດສະດາຈານ, ປອ ເລືອງແທງເກື່ອງ, ຮອງຜູ້ອຳນວຍການສະຖາບັນການປົກຄອງແຫ່ງຊາດ ໄດ້ຕີລາຄາສູງນ້ຳໃຈ, ຄວາມຮັບຜິດຊອບ ແລະ ຄວາມມານະພະຍາຍາມໃນການຮ່ຳຮຽນຂອງນັກສຶກສາລາວ, ສະແດງໃຫ້ເຫັນໃນການເຂົ້າຮ່ວມບັນດາການເຄື່ອນໄຫວຮ່ຳຮຽນ ແລະ ຄົ້ນຄ້ວາ, ສຳຫຼວດ ຕາມຫຼັກສູດຢ່າງຕັ້ງໜ້າລາຍການກໍ່ຄືໝາກຜົນແຫ່ງການຮ່ຳຮຽນຂອງນັກສຶກສາ. ທ່ານຮອງສາດສະດາຈານ, ປອ ເລືອງແທງເກື່ອງ ຍັງໃຫ້ຮູ້ຕື່ມອີກວ່າ: ເມື່ອຮ່ຳຮຽນຢູ່ສະຖາບັນການປົກຄອງແຫ່ງຊາດ ຫວຽດນາມ ນັ້ນ, ບັນດານັກສຶກສາລາວ ໄດ້ເລືອກເຟັ້ນຮຽນຂະແໜງຕ່າງໆຄື: ບໍລິຫານລັດ, ຄຸ້ມຄອງລັດ, ການເງິນແຫ່ງລັດ, ນະໂຍບາຍລັດ, ຄຸ້ມຄອງບຸກຄະລາກອນ, ຄຸ້ມຄອງເສດຖະກິດ…

        “ແຕ່ລະປີ, ສະຖາບັນການປົກຄອງແຫ່ງຊາດໄດ້ຊ່ວຍປະເທດລາວ ບຳລຸງສ້າງພະນັກງານຂັ້ນກາງ 20 ຄົນ, ປະລິຍາຕີ 30 ຄົນ, ປະລິຍາໂທ 20 ຄົນ ແລະ 2 - 3 ຄົນຄົ້ນຄ້ວາປະລິຍາເອກ. ໃນບັນດານັກສຶກສາພວມເຂົ້າຮ່ວມການບຳລຸງສ້າງຂັ້ນປະລິຍາຕີ, ປະລິຍາໂທ, ປະລິຍາເອກຢູ່ສະຖາບັນມີປະມານກ່ວາ 100 ຄົນ. ນັກສຳມະນາກອນ, ນັກສຶກສາລາວ ມີສະຕິໃນການຮ່ຳຮຽນ ແລະ ຝຶກຝົນຫລໍ່ຫຼອມຕົນເອງເປັນຢ່າງດີ, ມີນັກສຳມະນາກອນ, ນັກສຶກສາລາວ ປ້ອງກັນບົດນິພົນບັນລຸໄດ້ຜົນງານດີເລີດ. ຍ້ອນມີວັດທະນະທຳ ແລະ ແບບແຜນການດຳລົງຊີວິດທີ່ຄ້າຍຄືກັນຫຼາຍຢ່າງ ແລະ ມີມູນເຊື້ອມິດຕະພາບລະຫວ່າງ 2 ຊາດນັ້ນ, ນັກສຳມະນາກອນ ແລະ ນັກສຶກສາລາວ ໄດ້ເຊື່ອມຕົວເຂົ້າກັບສະພາບແວດລ້ອມການບຳລຸງສ້າງ ແລະ ການດຳລົງຊີວິດຢູ່ ຫວຽດນາມ ຢ່າງວ່ອງໄວ.”

        ພາຍຫຼັງຮຽນຈົບຈາກສະຖາບັນການປົກຄອງແຫ່ງຊາດ ຫວຽດນາມ ແລ້ວ, ມີນັກສຳມະນາກອນ, ນັກສຶກສາລາວ ຫຼາຍຄົນກັບເມືອປະເທດ ໄດ້ໝູນໃຊ້ບັນດາຄວາມຮູ້, ທັກສະທີ່ເກັບກຳມາໄດ້ຈາກການຮ່ຳຮຽນ ເຂົ້າໃນພຶດຕິກຳຕົວຈິງຢ່າງມີປະສິດທິຜົນ ແລະ ໄດ້ນຳມາເຊິ່ງບັນດາການປ່ຽນແປງຕັ້ງໜ້າໃນການຄຸ້ມຄອງບໍລິຫານ ຢູ່ທ້ອງຖິ່ນຂອງຕົນ. ນັກສຶກສາ ກອງແກ້ວ ລຸນມາລາ, ຮອງຫົວໜ້າຂະແໜງການກວດກາ ເມືອງ ປາທຸມພອນ ແຂວງ ຈຳປາສັກ ໃຫ້ຮູ້ວ່າ:

        ເທບສຽງ ກອງແກ້ວ

     ນອກຈາກຄວາມຮັບຜິດຊອບກ່ຽວກັບການບຳລຸງສ້າງ ແລະ ຝຶກອົບຮົມແລ້ວ, ຍາມໃດສະຖາບັນກໍ່ເອົາໃຈໃສ່ເຖິງເງື່ອນໄຂການຮ່ຳຮຽນ ກໍ່ຄືຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງບັນດານັກສຳມະນາກອນ, ນັກສຶກສາລາວ ໃນວິວັດການຮ່ຳຮຽນຢູ່ ຫວຽດນາມ. ເອື້ອຍ ຫງວຽນທູເຮືອງ, ສັງກັດຫ້ອງການຄຸ້ມຄອງນັກສຶກສາ ໃຫ້ຮູ້ວ່າ:

        “ສະຖາບັນໄດ້ສ້າງທຸກເງື່ອນໄຂດີທີ່ສຸດໃຫ້ບັນດານັກຮຽນ, ນັກສຶກສາ ລາວ. ນອກຈາກວຽກງານບຳລຸງສ້າງແລ້ວ, ພວກຂ້າພະເຈົ້າຍັງໄດ້ເອົາໃຈໃສ່ເຖິງເງື່ອນໄຂການກິນ, ການຢູ່ ແລະ ການສົ່ງເສີມສຸຂະພາບໃຫ້ແກ່ພວກອ້າຍນ້ອງນັກສຶກສາລາວ.  ນັກສຶກສາລາວ ໄດ້ດຳລົງຊີວິດແຕ່ 3 4 ຄົນ/ຫ້ອງ, ໃນຂະນະທີ່ນັກສຶກສາ ຫວຽດນາມ ດຳລົງຊີວິດແຕ່ 6 8 ຄົນ/ຫ້ອງ. ນອກຈາກນັ້ນ, ໃນຫ້ອງຍັງມີແອເຢັນ, ໝໍ້ນ້ຳຮ້ອນ, ອິນເຕີເນັດ ແລະ ເຮືອນຄົວຮັບໃຊ້ສະເພາະນັກສຶກສາລາວ ນຳອີກ.”

ການບຳລຸງສ້າງ, ຝຶກອົບຮົມພະນັກງານຄຸ້ມຄອງລັດໃຫ້ປະເທດລາວ - ảnh 2 ພິທີບາສີສູ່ຂວັນຢູ່ສະຖາບັນການປົກຄອງແຫ່ງຊາດ

        ການເຄື່ອນໄຫວຮ່ຳຮຽນ, ຄົ້ນຄ້ວາຢູ່ສະຖາບັນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນຕ້ອງນຳໃຊ້ພາສາ ຫວຽດ ກ່ຽວກັບດ້ານວິຊາການ, ໃນຂະນະທີ່ນັກສຶກສາລາວເວົ້າ, ຂຽນພາສາ ຫວຽດ ຍັງບໍ່ໄດ້ຫຼາຍປານໃດ, ວັດຈະນານຸກົມ, ເອກະສານເປັນພາສາ ລາວ ຍັງຈຳກັດຢູ່. ເພື່ອຊ່ວຍໃຫ້ບັນດາເພື່ອນລາວ ແກ້ໄຂສະພາບການດັ່ງກ່າວ ແລະ ເຊື່ອມຕົວຢ່າງວ່ອງໄວນັ້ນ, ນອກຈາກຊົ່ວໂມງຂຶ້ນຫ້ອງປົກກະຕິແລ້ວ, ບັນດາຄູອາຈານ ແລະ ຄະນະຊາວໜຸ່ມໄດ້ມອບໜ້າທີ່ໃຫ້ບັນດານັກສຶກສາ, ສະມາຊິກຊາວໜຸ່ມດີເດັ່ນຊ່ວຍເພື່ອນລາວ ໃນການຮ່ຳຮຽນຢູ່ຫໍພັກ. ເພື່ອນ ຄັນສິດ ລາດທະສິນ, ນັກສຶກສາ ປີທີ 4 ຫວນຄືນເຖິງໄລຍະເວລາເມື່ອຫາກໍ່ເຂົ້າຮຽນວ່າ:

        ເທບສຽງ ຄັນສິດ

        ໃນເວລາຈະມາເຖິງ, ສະຖາບັນສືບຕໍ່ເປີດກ້ວາງການບຳລຸງສ້າງ, ຝຶກອົບຮົມໃຫ້ນັກສຳມະນາກອນ, ນັກສຶກສາລາວ ກ່ຽວກັບທັກສະໃນການປະຕິບັດວຽກງານ, ທັກສະໃນການຄຸ້ມຄອງແຫຼ່ງຊັບພະຍາກອນມະນຸດ, ທັກສະໃນການຊີ້ນຳນຳພາ… ສະຖາບັນກໍ່ມີແຜນການສ້າງຕັ້ງສະມາຄົມຕິດຕໍ່ພົວພັນອະດີດນັກສຶກສາ ລາວ ທີ່ເຄີຍຮ່ຳຮຽນຢູ່ສະຖາບັນ ເພື່ອເພີ່ມທະວີການຮ່ວມມື, ການພົວພັນແລກປ່ຽນລະຫວ່າງນັກສຳມະນາກອນ ກັບນັກສຳມະນາກອນ ແລະ ນັກສຶກສາ ກັບ ຄູອາຈານ, ເປັນການຮັດແໜ້ນນ້ຳໃຈຮ່ວມມືມິດຕະພາບລະຫວ່າງ 2 ຝ່າຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ