ການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ: ພາຍຫລັງ 1 ປີທີ່ເຂົ້າຮ່ວມປະຊາຄົມ ອາຊຽນ

(vovworld)- ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ແມ່ນ​ສອງ​ປະ​ເທດ​ມີ​ການ​ພົວ​ພັນ​ສະ​ຫນິດ​ແຫນ້ນ, ມີ​ຫລາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ ແລະ ແບ່ງ​ປັນ​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ​ໃນ​ພາກ​ພື້ນ. ການ​ພົວ​ພັນ​ນີ້​ພວມ​ໃນ​ໄລ​ຍະ​ພັດ​ທະ​ນາ​ອັນ​ດີ​ງາມ ພາ​ຍ​ຫລັງ​ຍົກ​ ການ​ພົວ​ພັນ​ຂຶ້ນ​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ເມ​ື່ອ ປີ 2013. ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ: ການ​ເມືອງ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສັງ​ຄົມ​ປີນີ້​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ເປັນ​ຫນ້າ​ຊື່ນ​ຊົມ. ​ບັນ​ລຸໄດ້ໝາກ​ຜົນ​ດັ່ງ​ກ່າວສ່ວນ​ຫນຶ່ງ​ແມ່ນ​ຍ້ອນ​ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ (31/12/2015) ແລະ ເຈດ​ຕະ​ນາ​ດີ​ຂອງ​ການ​ນຳ​ສອງ​ປະ​ເທດ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມມ​ື​ສອງ​ຝ່າຍກວ່າ​ອີກ.

ການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ: ພາຍຫລັງ 1 ປີທີ່ເຂົ້າຮ່ວມປະຊາຄົມ ອາຊຽນ - ảnh 1
ທ່ານ Ibnu Hadi, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ
 ປະ​ຈຳ​ຫວຽດ​ນາມ

        ເດືອນ 11 ຜ່ານ​ມາ, ຢູ່ນອກ ສັບ​ປະ​ດາ​ຂັ້ນ​ສູງ​ຄັ້ງ​ທີ 24 ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ ປາ​ຊີ​ຟີກ (APEC) ຢູ່ Lima ປ​ະ​ເທດ ເປ​ຣູ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈີນ​ດ້າຍກວາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Jusuf Kalla, ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ. ນະ​ທີ່ນີ້, ການ​ນຳ​ສອງ​ທ່ານ​ໄດ​້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ພິ​ເສດ ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຊຸກ​ຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ສ້າງ​ປະ​ຊາ​ຄົມ ອາ​ຊຽນ ຢ່າງ​ໝັ້ນ​ຄົງ.

        ຄຽງ​ຄູ່​ກັບ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແມ່ນ​ຈຸ​ດ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ 2016 ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ເປັນ​ຫລາຍ​ຄັ້ງ ກໍ​ຄື​ການ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ ວຽກ​ງານລະ​ຫວ່າງກອງ​ທັບ ແລະ ຕຳ​ຫລວດ​ສອງ​ປະ​ເທດ ​ເປັນ​ປະ​ຈຳ​.

ລະ​ອຽດ, ຕົ້ນ​ເດືອນ 6/2016, ພົນ​ໂທ ໂຕ​ເລີມ ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ອົງ​ການ​ກ່ຽວ​ຂ້ອງ​ຂອງ ອິນ​ໂດ​ເນ​ເຊຍ. ເດືອນ 8/2016, ທ່ານ Ryamizard Ryacudu ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ໂດ​ເນ​ເຊຍ ແລະ ຮອງ​ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ພົນ​ເອກ Syafruddin ມາ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງຂອງ​ຫວຽດ​ນາມ. ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຄັ້ງນີ້, ພົນ​ເອກ Syafruddin ຢືນ​ຢັນ​ວ່າ:

        “ການ​ພົວ​ພັນ​ສອງ​ຝ່າຍ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ແຫນ້ນ​ແຟ້ນ. ຫນ້າ​ທີ່​ຂອງ​ ກະ​ຊວ​ງ​ຕຳ​ຫລວດ ຫວຽດ​ນາມ ແລະ ​ກະ​ຊວງ​ຕຳ​ຫລວດ ອິນ​ໂດ​ເນ​ເຊຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ຮັບ​ໃຊ້, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງປະ​ຊາ​ຊົນ ແລະ ປະ​ເທດ​ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ເວົ້າ​ສະ​ເພາະ ແລະ ອາຊຽນ ເວົ້າ​ລວມ, ຕັດ​ສິນ​ໃຈ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບູ​ສູງ​ໃຫມ່, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເປັນ​ເອກ​ະ​ພາບ​ໃນ​ອາ​ຊຽນ.”

ການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ: ພາຍຫລັງ 1 ປີທີ່ເຂົ້າຮ່ວມປະຊາຄົມ ອາຊຽນ - ảnh 2


        ຄຽງ​ຄູ່​ກັນ​ນັ້ນ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໃນ​ປີ​ຜ່ານ​ມາບັນ​ລຸ​ໝາກ​ຜົນ​ດີ​ສົມ​ຄວນ. ອິນ​ໂດ​ເນ​ເຊຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ລົງ​ທຶນ​ໃຫ​ຍ່​ຢູ່​ຫວຽດ​ນາມ. ໄລ່​ຮອດ​ເດືອນ 10/2016, ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຂອງ ອິນ​ໂດ​ເນ​ເຊຍ ຢູ່ ຫວຽດ​ນາມ ແມ່​ນກວ່າ 400 ລ້ານ USD ດ້ວຍ 54 ໂຄງ​ການ, ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂະ​ແຫນງ​ຄື: ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ເຮືອນ​ຢູ່, ອາ​ຫານ ແລະ ເຄື່ອງ​ດືມ, ຂຸດ​ຄົ້ນ​ຖ່າ​ນ​ຫີນ, ກະ​ສິ​ກຳ​ປ່າ​ໄມ້ ສິນ​ໃນ​ນ້ຳ… ທີ່​ງານ​ວາງ​ສະ​ແດງ VietNam Expor ນະ​ຄອນ​ໂຮ່​ຈິ​ມີນ ປີ 2016 ດຳ​ເນີນ​ແຕ່​ວັນ​ທີ 30/11-3/12, ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ກິ​ຕິ​ມະ​ສັກ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ 66 ຮ້ານ. ຈຳ​ນວນ​ຮ້ານ​ສິນ​ຄ້າ​ຫລາຍ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ທີ່​ງານ​ວາງ​ສະ​ແດງນັ້ນ​ໄດ້​ພິ​ສູດ​ໃຫ້​ເຫັນ​ການ​ຮ່ວມມ​ື​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ. ເມື່ອ​ເວົ້າ​ເຖິງ​ໝາກ​ຜົນ​ດ້ານ​ການ​ຄ້າ​​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ​ຜ່ານ​ມາ, ທ່ານ ຫງວຽ​ນ​ຕວນ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ໃນ​ປີ 2015, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ 5,6 ຕື້ USD, ໃນ​ນັ້ນ​ໄລ່​ສະ​ເພາະ​​ວົງ​ເງິນ​ການ​ຄ້າກັບ​ນະ​ຄອນ  ໂຮ່​ຈິ​ມີນ ແມ່ນ 1,09 ຕື້ USD. ໃນ 10 ເດືອນ​ຕົ້ນ​ປີ 2016, ການ​ຄ້າ​ສອງ​ຝ່າຍ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ບັນ​ລຸ 4,4 ຕື້ USD(ນະ​ຄອນ​ໂຮ່​ຈິ​ມີນກວມກວ່າ 21%), ໃນ​ນັ້ນ ການ​ສົ່ງ​ອອກ​ຂອງ ອິນ​ໂດ​ເນ​ເຊຍ ​ເຂົ້າຫວຽດ​ນາມ ຢູ່​ໃນ​ລະ​ດັບ 2,27 ຕື້ USD, ວົງ​ເງິນ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຫວຽດ​ນາມ​ຂອງ​ອິນ​ໂດ​ເນ​ເຊຍ​ບັນ​ລຸ  2,21 ຕື້ USD. ສູ້​ຊົນ​ໝົດ​ປີ 2016, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ 6 ຕື້ USD.”

        ກ່ຽວ​ກັບ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ແຕ່​ລະ​ປີ ມີ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄປ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ​ປະ​ມານ 50.000 ເທື່ອ​ຄົນ ແລະ ນັກ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ ມາ​ຢ້ຽມ​ຢາມ ຫວຽດ​ນາມ ປະ​ມານ 80.000 ເທື່ອ​ຄົນ. ທ່ານ Ibnu Hadi, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ແບ່ງ​ປັນ​ວ່າ:

        “ປະ​ຈຸ​ບັນ ມີ​ສາຍ​ການ​ບິນ​ໂດຍ​ກົງ ຈາກ ນະ​ຄອນ​ໂຮ່​ຈິ​ມີນ ໄປ​ຍັງ ຈາ​ກາ​ຕາ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ກ້າວ​ເຂົ້າ​ສູ່​ປີ​ໃຫມ່ Vietnam Airlines ຈະ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ຈາກ ຮ່າ​ໂນ້ຍ ໄປ​ຍັງ ຈາ​ກາ​ຕາ ແລະ ເຊື່ອມ​ຕໍ່ຮ່າ​ໂນ້ຍ ກັບ​ນະ​ຄອ​ນ​ທ່ອງ​ທ່ຽວ​ອື່ນ​ຄື: Bali ຫລື Yogyakarta. ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ຄວາມ​ປອດ​ໄພ ແລະ ສະ​ຫງົບ​ສຸກ. ສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ບັນ​ດາ​ນັກ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ນິ​ຍົມ​​ມ​າຢ້ຽມ​ຢາມ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ນັບ​ມື້​ນັບ​ມີ​ນັກ​ທ່ອງ​ທ່ຽວ​ສອງ​ປະ​ເທດ​ໄປ​ມາ​ຢ້ຽມ​ຢາມ​ ແລະ ຊອກ​ຮູ້​ເຊິ່ງ​ກັນ ແລະ​ກັນ​ຫລາຍກວ່າ.”

        ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ​ຜ່ານ​ມາ ກໍ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ທີ່​ສຸດ. ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ແລະ ​ສະ​ມາ​ຄົມ​ມິດ​ຕະ​ພາບ ອິນ​ໂດ​ເນ​ເຊຍ ຫວຽດ​ນາມ ຈັດ​ຕັ້ງ​ລາຍ​ການ​ສະ​ເຫລີມ​ສະ​ຫລອງ ວັນ​ຊາດ​ຂອງ​ສອງ​ປະ​ເທດ ແລະ ບັນ​ດາ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະຢ່າງ​ຟົດ​ຟື້ນ. ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອິນ​ໂດ​ເນ​ເຊຍ ຕົ້ນ​ປີ 2016, ທ່ານ ຫງວຽນ​ດັງ​ຕຽນ, ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽ​ງ​ຫວຽດ​ນາມ, ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ ເວົ້າ​ວ່າ:

        “ສະ​ມາ​ຄ​ົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໃນ​ອາ​ຍຸ​ການ​ຜ່ານ​ມາ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ໄມ​ຕິ​ຈິດ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ອາ​ຍຸ​ການນີ້ ຈຸດ​ສຸມ​ແມ່ນ​ຊຸກ​ຍູ້​ການ​ພົວ​ພັນ​ນັບ​ມື້​ນັບ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ໃນ​ສະ​ພາບ​ປະ​ຊາ​ຄົມ ອາ​ຊຽນ ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃຫມ່, ຫນ້າ​ທີ່​ໂຄ​ສະ​ນາພາບ​ພົດ​ສອງ​ປະ​ເທດ​ເຖິງ​ປະ​ຊາ​ຄົມ ອາ​ຊຽນ ເວົ້າ​ສະ​ເພາະ ແລະ ປະ​ຊາ​ຄົມ​ສາ​ກົນ ເວົ້າ​ລວມ ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ຂອງ​ທັງ​ສອງ​ປະ​ເທດ​ຍິ່ງ​ມີ​ຄວາມ​ຈຳ​ເປັນ​ກວ່າ.”

        ປີ 2017, ຫວຽດ​ນາມ ຈະ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ດ້ວ​ຍ​ຫົວ​ຂໍ້ “ສ້າງ​ກຳ​ລັງ​ຫນູນ​ໃຫມ່ ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະ​ນາ​ຄົດ​ລວມ”. ຂໍ້​ຕົກ​ລົງ​ນີ້​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ແຮງ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ໃນ​ນັ້ນ ອິນ​ໂດ​ເນ​ຊຍ ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ ແລະ ການ​ນຳ​ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ສົມ​ທົບ​ກັນ​ຈັດ​ຕັ້ງ​ປີ APEC VietNam 2017 ເປັນ​ຢ່າງ​ດີ. 


ຕອບກັບ

ຂ່າວ/ບົດ​ອື່ນ