ການ​ພົວພັນ​ລະຫວ່າງ ອາຊຽນ - ຍີ່​ປຸ່ນ ມຸ່ງ​ໄປ​ສູ່​ບາດກ້າວ​ພັດທະນາ​ໃໝ່

(VOVWORLD) -ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຍີ່ປຸ່ນ ໄດ້ພັດທະນາຢ່າງໝັ້ນແກ່ນໃນຕະຫຼອດໄລຍະກວ່າ 45 ປີຜ່ານມາ, ອັນໄດ້ນໍາມາເຊິ່ງບັນດາຜົນປະໂຫຍດອັນສໍາຄັນໃຫ້ແກ່ປະຊາຊົນຂອງທຸກຝ່າຍ ແລະປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ຫວຽດນາມ ພວມສວມບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະ 2018 2021. ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຍີ່ປຸ່ນ ໄດ້ພັດທະນາຢ່າງໝັ້ນແກ່ນໃນຕະຫຼອດໄລຍະກວ່າ 45 ປີຜ່ານມາ, ອັນໄດ້ນໍາມາເຊິ່ງບັນດາຜົນປະໂຫຍດອັນສໍາຄັນໃຫ້ແກ່ປະຊາຊົນຂອງທຸກຝ່າຍ ແລະປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ເນື່ອງໃນໂອກາດຈັດຕັ້ງກອງປະຊຸມຫົວເລື່ອງ “ການຮ່ວມມືລະຫວ່າງ ອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ” ແລະ ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ຫາກໍດໍາເນີນຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ໄດ້ມີການແລກປ່ຽນກັບ ນັກຂ່າວ VOV  ເພື່ອມີຄວາມເຂົ້າໃຈລະອຽດກວ່າກ່ຽວກັບການພົວພັນດັ່ງກ່າວ.

ການ​ພົວພັນ​ລະຫວ່າງ ອາຊຽນ - ຍີ່​ປຸ່ນ ມຸ່ງ​ໄປ​ສູ່​ບາດກ້າວ​ພັດທະນາ​ໃໝ່ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ (ພາບປະກອບ: baochinhphu.vn)

 ຄໍາຖາມທີ 1: ຮຽນທ່ານຮອງລັດຖະມົນຕີ, ທ່ານຕີລາຄາແນວໃດກ່ຽວກັບການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໃນຕະຫຼອດໄລຍະກວ່າ 4 ທົດສະວັດຜ່ານມາ?

        “ການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ແມ່ນມີຄວາມສໍາຄັນທີ່ສຸດ. ບໍ້ຍາກທີ່ພວກເພື່ອນຢາກເຫັນປະກົດການຂອງຄວາມສໍາພັນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ໃນໄລຍະຜ່ານມາ ແລະ ບັນດາຂີດໝາຍຂອງ ຍີ່ປຸ່ນ ໃນໄລຍະການພັດທະນາຂອງແຕ່ລະປະເທດ ອາຊຽນ ໃນຕະຫຼອດ 45 ປີຜ່ານມາ. ອາດເວົ້າໄດ້ວ່າ ຍີ່ປຸ່ນ ແລະ ອາຊຽນ ໄດ້ກາຍເປັນບັນດາຄູ່ຮ່ວມມືຍຸດທະສາດ ທີ່ມີຄວາມໃກ້ຊິດສະໜິດສະໜົນ ແລະ ສໍາຄັນ”.

ຄໍາຖາມທີ 2: ເພື່ອໃຫ້ມີການພົວພັນອັນດີງາມລະຫວ່າງ ອາຊຽນ - ຍີ່ປຸ່ນ ຄືໃນວັນນີ້ ແມ່ນຍ້ອນມີຄວາມເປັນເຈົ້າການ ແລະ ເຈດຕະນາດີຂອງບັນດາຝ່າຍທັງໝົດ. ສໍາລັບສະເພາະ ຍີ່ປຸ່ນ, ທ່ານຮອງລັດຖະມົນຕີ ມີການຕີລາຄາແນວໃດກ່ຽວກັບບົດບາດຂອງປະເທດນີ້ໃນການຊຸກຍູ້ການຮ່ວມມືສ້າງຄວາມໄວ້ເນື້ອເຊື່ອໃຈໃນບັນດາເວທີປາໄສຢູ່ພາກພື້ນ?

        “ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າທີ່ສຸດຂອງ ອາຊຽນ ແລະ ຍີ່ປຸ່ນ ກໍເຂົ້າຮ່ວມບັນດາກົນໄກຮ່ວມມື ເຊິ່ງ ອາຊຽນນໍາພາຄື ອາຊຽນ+3, ກອມປະຊຸມສຸດຍອດ ອາຊີຕາເວັນອອກ, ADMM+ ... ຢ່າງມີຄວາມຮັບຜິດຊອບ. ຍີ່ປຸ່ນ ແລະ ອາຊຽນ ໄດ້ແບ່ງປັນທັດສະນະຫຼາຍຢ່າງທີ່ຄ້າຍຄືກັນກ່ຽວກັບບັນດາບັນຫາສາກົນ. ແລະ ຍີ່ປຸ່ນ ຖືບົດບາດເປັນຈຸດສຸມຂອງ ອາຊຽນ ແລະ ການນໍາພາຂອງ ອາຊຽນ ເປັນສໍາຄັນ ແລະ ປະກອບຄວາມມານະພະຍາຍາມພ້ອມກັບອາຊຽນ. ໄລຍະຈະມາເຖິງ, 2 ຝ່າຍພະຍາຍາມເພື່ອຍົກອອກຄວາມເຫັນດີເຫັນພ້ອມໃນຍຸດທະສາດຂອງແຕ່ລະຝ່າຍ. ເປັນຕົ້ນແມ່ນ ຍີ່ປຸ່ນ ມີວິໄສທັດກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ ເສລີ ແລະ ເປີດກວ້າງ. ສ່ວນ ອາຊຽນ ກໍມີທັດສະນະລວມກ່ຽວກັບພາກພື້ນນີ້. ສອງຝ່າຍພວມສົມທົບກັນເພື່ອຫັນບັນດາທັດສະນະລວມໃຫ້ເປັນອັນຄົບຊຸດ. ຫຼືເລື່ອງ ຍີ່ປຸ່ນ ຍົກອອກບັນດາຂໍ້ລິເລີ່ມກ່ຽວກັບພື້ນຖານໂຄງລ່າງແບບຍືນຍົງ, ສ່ວນ ອາຊຽນ ພັດມີແຜນການສັງລວມກ່ຽວກັບການເຊື່ອມຕໍ່. ສອງຝ່າຍພວມຊອກຫາວິທີເພື່ອຮ່ວມສໍາພັນ 2 ໂຄງການດັ່ງກ່າວເພື່ອໜູນຊ່ວຍກັນພ້ອມກັນພັດທະນາ”.

        ຄໍາຖາມທີ 3: ບໍ່ອາດປະຕິເສດໄດ້ວ່າ ອາຊຽນ ແລະ ຍີ່ປຸ່ນມີການຮ່ວມມືກັນຢ່າງແໜ້ນແຟ້ນທີ່ສຸດ ແຕ່ທັງສອງຝ່າຍ ລ້ວນແຕ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍລວມຄື ບັນຫາອັດຕາພົນລະເມືອງມີອາຍຸສູງເພີ່ມຂຶ້ນຫຼາຍ ຫຼື ບັນຫາການຮັບມືກັບບັນດາທ່າອ່ຽງໃໝ່ຂອງໂລກ ຄື ພັດທະນາວິທະຍາສາດເຕັກໂນໂລຢີ. ສະນັ້ນ, ອາຊຽນ ແລະ ຍີ່ປຸ່ນ ຄວນໜູນຊ່ວຍເຊິ່ງກັນແລະກັນຄືແນວໃດ, ຮຽນທ່ານຮອງລັດຖະມົນຕີ?

        “ໃນສະພາບການຄືໃນປັດຈຸບັນ, ດ້ວຍບັນດາການປ່ຽນແປງຢ່າງແຮງຂອງໂລກ ແລະ ພາກພື້ນນັ້ນ ໄດ້ວາງອອກກາລະໂອກາດ ແລະ ສິ່ງທ້າທາຍໃໝ່ຫຼາຍຢ່າງ. ດັ່ງນັ້ນ, ທັງສອງຝ່າຍພວມພ້ອມກັນກໍານົດທິດການຮ່ວມມື ເພື່ອແນໃສ່ຍົກລະດັບການພົວພັນສອງຝ່າຍ, ພ້ອມກັນຊົມໃຊ້ປະໂຫຍດຈາກບັນດາກາລະໂອກາດໃໝ່ ແລະ ຟື້ນຟູບັນດາສິ່ງທ້າທາຍຂອງຍຸກສະໄໝ ທີ່ໄດ້ວາງອອກສໍາລັບສອງຝ່າຍ”.

        “ເລື່ອງຮັບມືກັບການປະຕິວັດອຸດສາຫະກໍາ 4.0, ສ້າງເຄືອຂ່າຍນະຄອນອັດສະລິຍະນັ້ນ, ຫວຽດນາມ ໄດ້ເຊື່ອມຕໍ່ເພື່ອໃຫ້ ຍີ່ປຸ່ນ ພ້ອມກັນເຂົ້າຮ່ວມການສ້າງຕາໜ່າງນະຄອນອັດສະຫຼິຍະລະຫວ່າງປະເທດ ອາຊຽນ ແລະ ບັນດານະຄອນອັດສະລິຍະຂອງ ອາຊຽນ ກັບ ຍີ່ປຸ່ນ. ພິເສດ, ໃນສະພາບການທີ່ຫວຽດນາມ ແລະ ບາງປະເທດ ອາຊຽນ ພັດທະນາດ້ານກະສິກໍານັ້ນ ສໍາລັບພື້ນຖານອຸດສາຫະກໍາພັດທະນາສູງຂອງຍີ່ປຸ່ນ ແມ່ນເໝາະສົມທີ່ສຸດ, ອາດຈະຊ່ວຍ ອາຊຽນ ຊົມໃຊ້ບັນດາຜົນງານຂອງການຫັນເປັນດີຈີຕອນ ເພື່ອຊຸກຍູ້ການພັດທະນາດ້ານກະສິກໍາ. ກ່ຽວກັບບັນຫາອັດຕາພົນລະເມືອງມີອາຍຸສູງເພີ່ມຂຶ້ນຫຼາຍ, ການຂາດເຂີນກໍາລັງແຮງງານນັ້ນ ຍີ່ປຸ່ນແມ່ນປະເທດທີ່ມີປະສົບການຫຼາຍຢ່າງໃນວຽກງານດັ່ງກ່າວ. ພວກຂ້າພະເຈົ້າ ໄດ້ສ້າງຕັ້ງສູນ ອາຊຽນ  - ຍີ່ປຸ່ນ ທີ່ມີຊື່ວ່າ ອາຍຸສູງ ແຕ່ດໍາລົງຊີວິດຢ່າງຕັ້ງໜ້າ. ຂ້າພະເຈົ້າຫວັງວ່າ ການເຄື່ອນໄຫວຂອງສູນດັ່ງກ່າວ ຈະປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງທັງສອງຝ່າຍ”.

ຄໍາຖາມທີ 4: ໂດຍເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021, ຫວຽດນາມ ຕ້ອງເຮັດຫຍັງແດ່ ເພື່ອສ້າງຄວາມຜູກພັນກວ່າໃນການພົວພັນນີ້, ຮຽນທ່ານຮອງລັດຖະມົນຕີ?

        ໂດຍເປັນປະເທດປະສານງານ ພວກເຮົາຕ້ອງສວມບົດບາດເປັນເຈົ້າພາທາງ  ເຊິ່ງຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມີຄວາມມານະພະຍາຍາມຢ່າງຫຼວງຫຼາຍ ເພື່ອສົມທົບກັບ ຍີ່ປຸ່ນ ຍົກອອກບັນດາຂໍ້ລິເລີ່ມ, ຈັດຕັ້ງບັນດາການເຄື່ອນໄຫວ, ບັນດາໂຄງການ, ສ້າງບັນດາເອກະສານໃຫ້ສົມບູນແບບເພື່ອນໍາພາການພົວພັນດັ່ງກ່າວໃນເວລາ 3 ປີ ຈະມາເຖິງ. ຂໍ້ລິເລີ່ມຈັດຕັ້ງກອງປະຊຸມສໍາມະນາຫົວເລື່ອງ ຮ່ວມມື ອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ ຫຼື ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ໄດ້ຮັບການສະໜັບສະໜູນຈາກ ຍີ່ປຸ່ນ ແລະ ບັນດາປະເທດ ອາຊຽນ. ພວກເຮົາໄດ້ຈັດຕັ້ງກອງປະຊຸມສໍາມະນາ ແມ່ນຖືກກາລະເວລາທີ່ສຸດ ເຊິ່ງພາຍຫຼັງການສ້າງຕັ້ງສາຍພົວພັນສອງຝ່າຍມາໄດ້ 45 ປີ  ແລະ ຢືນຢູ່ຕໍ່ໜ້າບັນດາການປ່ຽນແປງຂອງສະພາບການໂລກ ແລະ ພາກພື້ນ ແມ່ນຮອດເວລາແລ້ວທີ່ຕ້ອງຄິດໄລ່ເຖິງບັນດາບາດກ້າວເດີນຕໍ່ໄປຈະເປັນຄືແນວໃດ. ຢູ່ 2 ເຫດການດັ່ງກ່າວ, ບັນດານັກຮຽນຮູ້, ຜູ້ທີ່ສ້າງນະໂຍບາຍ ແລະ ບັນດາວິສາຫະກິດຂອງທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາຕົ້ນຕໍ, ບັນດາບັນຫາ ເຊິ່ງທັງ ອາຊຽນ ແລະ ຍີ່ປຸ່ນ ພວມມີຄວາມສົນໃຈທີ່ສຸດ. ນັ້ນແມ່ນບັນຫາສັນຕິພາບ,ສະຖຽນລະພາບ, ບັນຫາການເຊື່ອມຕໍ່ລະຫວ່າງບັນດາພື້ນຖານເສດຖະກິດ, ການເຊື່ອມຕໍ່ດີຈີຕອນ, ນັ້ນແມ່ນບັນຫາຮັບມືກັບການປະຕິວັດອຸດສາຫະກໍາ 4.0, ອັດຕາພົນລະເມືອງມີອາຍຸສູງເພີ່ມຂຶ້ນຫຼາຍ.. ຂ້າພະເຈົ້າ ຫວັງວ່າ ພວກເຮົາຈະມີແນວຄວາມຄິດໃໝ່ ເພື່ອໃຫ້ການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ມີຄວາມສະໜິດຕິດພັນກັນກວ່າອີກໃນໄລຍະຈະມາເຖິງ.

 ເຈົ້າ, ຂໍຂອບໃຈທ່ານຮອງລັດຖະມົນຕີ./.

ຕອບກັບ

ຂ່າວ/ບົດ​ອື່ນ