ການພົວພັນແລກປ່ຽນວັດທະນະທຳ-ຂົວເຊື່ອມຕໍ່ນຳ້ໃຈມິດຕະພາບລະຫວ່າງ ຫວຽດນາມ - ອິນໂດເນເຊຍ

(vovworld)- ພວກ​ເຮົາ​ແມ່ນ​ບັນດາ​ເພື່ອ​ນມິດ​ທີ່​ສະ​ຫນິດ​ສະຫນົມ​ຂອງ​ກັນ”. ນັ້ນ​ແມ່ນ​ຄຳ​ເວົ້າ​ທີ່​ໄດ້​ເຕື້ອ​ງ​ເຖິງ​ຫລາຍ​ສຸດ​ພາຍຫລັງ​ງານ​ລາຕີ​ວັດທະນະທຳ​ຫວຽດນາມ - ອິນ​ໂດ​ເນ​ເຊຍ ທີ່​ຫາ​ກໍ່​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ໃນ​ຕົ້ນ​ເດືອນ 12/2013. ​​ໃນ​ລາຍການ​ອາ​ຊຽນພາກ​ນີ້, ​ພວກເຮົາແນະນຳບົດ​ທີ​່ພາດ​ຫົວ​ເລື່ອງ​ວ່າ: ການ​ພົວພັນ​ແລກປ່ຽນ​ວັດທະນະທຳ-​ຂົວ​ເຊື່ອມ​ຕໍ່ນຳ້​ໃຈ​ມິດຕະພາບ​ລະຫວ່າງ ຫວຽດນາມ - ອິນ​ໂດ​ເນ​ເຊຍ

        ​ໃນ​​ການສະ​ແດງ​ຕະຫຼອດເວລາ 90 ນາທີ, ນັກ​ສິລະ​ປິນ 11 ຄົນ​ຂອງ​ຄະນະ​ ສິລະ​ປະກອນ Padang ທີ່ມາ​ຈາກ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ແຂວງ Sumatra ​​ໄດ້​ແນະນຳ​ບັນດາ​ວາດ​ຟ້ອນ​ພື້ນ​ເມືອງທີ່​ຟົດ​ຟື້ນ​ງາມ​ຕາ​, ພ້ອມກັບ​ບັນດາ​ບົດ​ເພງ​​ ສຽງດົນຕີພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ. ທ່ານ​ນາງ Ade ຫົວຫນ້າ​ຄະນະ​ສິລະ​ປະກອນ Padang ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ສະ​ແດງ​ບັນດາ​ວາດ​ຟ້ອນ​ຄື: ວາດ​ຟ້ອນ Manggaro,​ເສບ​ຫລາຍ​ບົດດົນຕີດ້ວຍ​ເຄື່ອງ​ດົນຕີ​ພື້ນ​ເມືອງ Sampelo ທີ່ມີ​ທຳນອງ​ຄ້າຍຄືກັນ​ກັບດົນຕີຂອງຫວຽດນາມ  ພ້ອມ​ກັບ​ບັນດາ​ວາ​ດຟ້ອນ​ອື່ນ​ຄື: Selendang, Indang,  ​ແລະ ຂັບ​ຮ້ອງ​ເພງ Bacukudo ​ແລະ ສຸດ​ທ້າຍ​ແມ່ນ​ວາດ​ຟ້ອນ piring.”

        ວາດ​ຟ້ອນ Piring ​ແມ່ນ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ທາງ​ທິດຕາ​ເວັນ​ຕົກ​ ແຂວງ Sumatra. ກ່ອນ​ນີ້ ວາດ​ຟ້ອນ Piring ​ເຄີຍ​ສະ​ແດງ​ໃນ​ບັນດາ​ງານບຸນບູຊາ​ຟ້າ​ແຖນ​ ​ທີ່ໄດ້​​ດົນ​ບັນດານ​ໃຫ້​ຊາວ​ທ້ອງ​ຖິ່ນ​ມີ​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ​ໃນວາດຟ້ອນນີ້, ບັນດາ​ນັກ​ສິລະ​ປິ​ນ​​ໃນ​ຊຸດ​ອາພອນ​ພື້ນ​ເມືອງ ດ້ວຍ​ເສື້ອ Melayu ສີ​ແດງ, ສີ​ເຫຼືອງ,  ມືຖື​ຈານ​ອາຫານຫຼາຍ​ເຍື່ອງ ສະ​ແດງ​ວາດຟ້ອນດ້ວຍ​ກິລິຍາ​ທ່າທາງທັງ​ອ່ອນ​ນ້ອມ, ທັງ​ແຂງ​ແຮງ.. ​ແຕ່ບໍ່​ໄດ້​ໃຫ້​ຈານ​ຕົກ. ຍ້ອນ​ເຫດ​ນັ້ນ, ວາດ​ຟ້ອນ​ນີ້​ຍັງ​ເອີ້ນ​ວ່າ​ຟ້ອນ​ຈານ

ການພົວພັນແລກປ່ຽນວັດທະນະທຳ-ຂົວເຊື່ອມຕໍ່ນຳ້ໃຈມິດຕະພາບລະຫວ່າງ ຫວຽດນາມ - ອິນໂດເນເຊຍ - ảnh 1
ງານ​ລາຕີ​ວັດທະນະທຳ ຫວຽດນາມ-​ອິນ​ໂດ​ເນ​ເຊຍ
ພາບ:internet

ອ້າຍ Osep, ນັກ​ສິລະ​ປິນຄະນະ​ສິລະ​ປະກອນ Padang ​ໃຫ້​ຮູ້​ວ່າ: Piring ​ແມ່ນ​ວາດ​ຟ້ອນ​ທີ່ສະ​ແດງ​ຍາກ​ທີ່​ສຸດ ​ເພາະ​ນັກ​ສິລະ​ປິນບໍ່​ໄດ້​​​ໃຫ້​ຈານ​ຕົກ ​ໃນ​ຂະນະທັງ​ຟ້ອນດ້ວຍ​ມື ​ແລະ ຕີນ ທັງ​ສົມທົບ​ກັບ​ການ​ສະ​ແດງ​ມວຍ​ສິລະ​ປະ Pencasilat. ສຳລັບ​ນັກ​ສິລະ​ປິນທີ່​ເຄີຍ​ສະ​ແດງ​ວາດ​ຟ້ອນ​ນີ້​ມາ​ເປັນ​ເວລາ​ໃນ 8 ປີ​​ ​ແລ້ວ, ການ​ສະຫນັບສະຫນູນ​ຂອງ​ຜູ້​ຊົມ​ແມ່ນ​ການ​ສົ່ງ​ເສີມ, ລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫລວງ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ສະ​ແດງ​ ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຊາດ​ຕົນ​​ໄດ້​ດີ.

        “ສຳລັບ​ພວກ​ຂ້າພະ​ເຈົ້າ​ແລ້ວ, ຮອຍຍ້ີມ​ ​ແລະ ສຽງ​ຕົບມືຂອງ​ຜູ້​ຊົມ​ແມ່ນ​ແຫ​ລ່ງປຸກລະດົມ​ກຳລັງ​ໃຈພວກ​ຂ້າພະ​ເຈົ້າ. ຫວັງ​ວ່າ ຈະ​ມີ​ຫລາຍ​ຄົນຮູ້​ຈັກ​ເຖິງ​ດ້ານວັດທະນະທຳ​ອິນ​ໂດ​ເນ​ເຊຍ ກວ່າ ​ແລະ ຈະ​ສືບ​ຕໍ່​​ໄດ້ສະ​ແດງ​ຢູ່​ຫວຽດນາມ​ຫລາຍ​ຄັ້ງ​ກວ່າ​ອີກ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ເມື່ອ​ຮັບ​ຊົມ​ບັນດາ​ວາດ​ຟ້ອນ​ດັ່ງກ່າວ, ທຸກ​ຄົນ​ລ້ວນ​ແຕ່​ຮູ້​ຈັກໄດ້​ວ່າ ນັ້ນ​ແມ່ນ​ວາດ​ຟ້ອນ​ຂອງ​ອິນ​ໂດ​ເນ​ເຊຍ”

ສຽງ​ຕົບມື

        “ງານ​ລາຕີ​ວັດທະນະທຳ ຫວຽດນາມ-​ອິນ​ໂດ​ເນ​ເຊຍ” ​ໄດ້​ຮັບ​ຜົນສຳ​ເລັດ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊ່ິງ​​ໃຫ້​ແກ່​ຜູ້​ຊົມ​ຫວຽດນາມ. ​ເອື້ອຍ ຫງວຽນ​ທິງ​ອກບີ​ກ, ຜູ້​ຊົມ​ນະຄອນຫລວງ ຮ່າ​ໂນ້ຍ ​​ແບ່ງປັນ​ວ່າ:

        “ລາຍການ​ສະ​ແດງ​ຂອງ​ຄະນະ​ສິລະ​ປະກອນ ອິນ​ໂດ​ເນ​ເຊຍ ມ່ວນ​ຫລາຍ, ​ເປັນ​ເອກະລັກ​ສະ​ເພາະ, ​ເຕັມ​ໄປ​ດ້ວຍ​ສີສັນ​ຂອງ​ອິນ​ໂດ​ເນ​ເຊຍ. ບັນດາ​ກິລິຍາ​ທ່າ​ທາງ​ຂອງ​ເຂົາ​ເຂົ້າອ່ອນ​ນ້ອມ​ສວຍລວຍ ​ເຮັດ​ໃຫ້​ຜູ້​ຊົມ​ຮູ້ສຶກ​ສະຫວາດສະ​ເຫວີຍ. ຂ້າພະ​ເຈົ້າ​ມັກ​ລາຍການ​ສິລະ​ປະ​ນີ້​ຫລາຍ ​ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ຊົມ​ລາຍການ​ຄື​ດັ່ງກ່າວ​ອີກ​ຄັ້ງ​ຫນຶ່ງ.”

        ​ການ​ສະໜັບສະໜູນ​ຈາກ​ຜູ້​ຊົມ ​ແມ່ນ​ແຫ​ລ່ງລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ຄະນະ​ຈັດ​ຕັ້ງ​ເຫດການ​ນີ້. ທ່ານ​ ຫວໍ​ທິຫາຍ, ຮອງ​ປະທານ​ປະຈຳ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ, ​ເຊື່ອ​ໝັ້ນ​ວ່າ: ການ​ເຄື່ອນ​ໄຫວ​ນີ້​ຈະ​ປະກອບສ່ວນ​ຮັດ​ແຫນ້ນ​ອາລົມ​ຈິດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ- ອິນ​ໂດ​ເນ​ເຊຍ.

        “ລາຍການ​ສິລະ​ປະ​ແມ່ນ​ກາລະ​ໂອກາດ​ດີ​ທີ່​ສຸດ​ເພື່ອ​ໃຫ້​ພວກ​ເຮົາ​ຫຍັບ​ມໍ່​​ໃກ້ກັນ​ກວ່າ, ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງສອງ​ປະ​ເທດ, ພິ​ເສດ​​ແມ່ນ​ສ້າງຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ​ລະຫວ່າງ​ປະຊາຊົນ​ນະຄອນຫລວງ​ຮ່າ​ໂນ້ຍ, ຫວຽດນາມ ກັບປະຊາຊົນ​ອິນ​ໂດ​ເນ​ເຊຍ ​ແລະ ​ເພື່ອນ​ມິດສາ​ກົນ.”

        ​ໂດຍມີ​ທັດສະນະ​ ​ດຽວ​ກັນ​, ທ່ານ​ນາງ Ingan Malam, ທູດ​ວັດທະນະທຳ ​ແລະ ຖະ​ແຫລ​ງຂ່າວ ສະຖານທູດ​ອິນ​ໂດ​ເນ​ເຊຍ ​ປະຈຳ​ຫວຽດນາມ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ງານ​ລາຕີ​ວັດທະນະທຳ​ຫວຽດນາມ-​ອິນ​ໂດ​ເນ​ເຊຍ ຈະ​ນັບ​ມື້​ນັບ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ ຊື່​ງມີ​ມາ​ແຕ່​ດົນ​ນານລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​.

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ປະຊາຊົນ​ຫວຽດນາມ​ ສາມາດ​ເຂົ້າ​ໃຈ​ກ່ຽວກັບ​ອິນ​ໂດ​ເນ​ເຊຍ​ກວ່າ, ​ເພາະວ່າ ຊາວ​ຫວຽດນາມ ​ຫລາຍ​ຄົນ​ພຽງ​ແຕ່​ຮູ້ຈັກ​ຊື່​ຂອງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ເທົ່າ​ນັ້ນ ຫາກ​ບໍ່​ທັນ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ອິນ​ໂດ​ເນ​ເຊຍ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ງານ​ລາຕີ​ວັດທະນະທຳ​ນີ້​ ເພື່ອ​ແນ​ະນຳ​ກ່ຽວ​ກັບ​ຈຸຸດວັດທະນະທຳ​ຂອງ Sumatra ​ເພື່ອ​ໃຫ້​ບັນດາ​ຜູ້​ຊົມ ​ແລະ ປະຊາຊົນ​ຫວຽດນາມ​ ສາມາດ​ເຂົ້າ​ໃຈ​ວັດທະນະທຳ​ທີ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ປະ​ເທດ​ອິນ​ໂດ​ເນ​ເຊຍ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ“ງານ​ລາຕີ​ວັດທະນະທຳ ຫວຽດນາມ-​ອິນ​ໂດ​ເນ​ເຊຍ” ພ້ອມ​ກັບ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ​ໃນ​ປີຜ່ານມາ​ ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ນຳ້​ໃຈ​ມິດຕະພາບ ​ແລະ ​ຄວາມເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອພ້ອມ​ກັນ​ຊຸກຍູ້​ນຳ້​ໃຈ​ມິດຕະພາບປະຊາຊົນ​ໃນ​ຊາຍ​ຄາ​ລວມອາ​ຊຽນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ