ການລົງທຶນ ຫວຽດນາມ ຢູ່ ລາວ - ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ລາວ

(VOVWORLD) -ດ້ວຍລະດັບວົງເງິນການຄ້າເຕີບໂຕລະຫວ່າງ ຫວຽດນາມ - ລາວ ຄືໃນປະຈຸບັນ, ຄາດວ່າ ທັງປີ 2022 ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸ 1,6 ຕື້ USD.
ການລົງທຶນ ຫວຽດນາມ ຢູ່ ລາວ - ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ລາວ - ảnh 1ການພົບປະກັບນັກທຸລະກິດ ຫວຽດນາມ - ລາວ ດຳເນີນໃນວັນທີ 21 ມີນາ
(ພາບ: vnbusiness.vn)

        ການຮ່ວມມືດ້ານເສດຖະກິດ ພວມແມ່ນເສົ້າຄ້ຳຕົ້ນຕໍ, ໃຫ້ບຸລິມະສິດໃນການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ເລື່ອງຊຸກຍູ້ຜັນຂະຫຍາຍການປະຕິບັດບັນດາໂຄງການລົງທຶນຂອບຂະໜາດໃຫຍ່, ການສົ່ງເສີມບາງໂຄງການຮ່ວມມືລົງທຶນໃໝ່, ມີລັກສະນະຍຸດທະສາດໃນໄລຍະຈະມາເຖິງ ຈະມີຄວາມໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ. ດ້ວຍລະດັບວົງເງິນການຄ້າເຕີບໂຕລະຫວ່າງ ຫວຽດນາມ - ລາວ ຄືໃນປະຈຸບັນ, ຄາດວ່າ ທັງປີ 2022 ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸ 1,6 ຕື້ USD, ເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ປີ 2021.

        ຫວຽດນາມ ແລະ ລາວ ມີທີ່ຕັ້ງພູມສາດທີ່ໃກ້ຊິດ, ມີຄວາມສະດວກທາງຄົມມະນາຄົນ. 2 ປະເທດມີເສັ້ນຊາຍແດນຮ່ວມຍາວກວ່າ 2.300 ກມ, ໄປຜ່ານ 10 ແຂວງ, ນະຄອນຂອງແຕ່ລະປະເທດ, ແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາ, ມີທີ່ຕັ້ງຍຸດທະສາດໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ນີ້ແມ່ນບັນດາເງື່ອນໄຂສະດວກເພື່ອພັດທະນາການຄ້າ 2 ຝ່າຍ ຫວຽດນາມ - ລາວ.

ການລົງທຶນ ຫວຽດນາມ ຢູ່ ລາວ - ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ລາວ - ảnh 2(ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ)

ແຕ່ວັນທີ 13 ມີນາ 2022, ຫວຽດນາມ ໄດ້ເປີດປະຕູດ່ານຊາຍແດນຄືນໃໝ່ ພາຍຫຼັງປິດປະຕູເປັນເວລາຍາວນານ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ ວິສາຫະກິດຂອງ 2 ປະເທດໄດ້ກັບຄືນສູ່ສະພາບເປັນປົກກະຕິ. ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ, ໃຫ້ຮູ້ວ່າ:

(ທ່ານລັດຖະມົນຕີ ຄຳເຈນ ວົງໂພສີ)

        ມາຮອດປະຈຸບັນ, ມີ 417 ໂຄງການລົງທຶນຂອງວິສາຫະກິດ ຫວຽດນາມ ຢູ່ ລາວ, ດ້ວຍຈຳນວນເງິນລົງທຶນປະມານ 4,3 ຕື້ USD, ຢືນອັນດັບທີ 3 ໃນຈຳນວນບັນດາປະເທດ ແລະ ເຂດແຄວ້ນທີ່ພວມເຄື່ອນໄຫວລົງທຶນຢູ່ ລາວ. ມີຫຼາຍໂຄງການໄດ້ນຳເຂົ້າເຄື່ອນໄຫວເປັນປົກກະຕິ, ບັນລຸປະສິດທິຜົນ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ມອບເຂົ້າງົບປະມານ, ສ້າງວຽກເຮັດງານທຳ, ບຳລຸງສ້າງ ແລະ ຍົກສູງສີມືແຮງງານໃຫ້ແກ່ຜູ້ອອກແຮງງານ, ປົວແປງພື້ນຖານໂຄງລ່າງຢູ່ບາງທ້ອງຖິ່ນ ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາລາສູງຈາກລັດຖະບານ ລາວ.
ການລົງທຶນ ຫວຽດນາມ ຢູ່ ລາວ - ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ລາວ - ảnh 3(ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ)

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ ເຖິງວ່າໝາກຜົນບັນລຸໄດ້ແມ່ນໜ້າປະທັບໃຈກໍ່ຕາມ, ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າລະຫວ່າງ 2 ຝ່າຍ, ຍັງມີຈຸດອ່ອນ, ຂໍ້ຈຳກັດ ແລະ ສາຍເຫດທີ່ເຮັດໃຫ້ການພົບພັນດ້ານການຄ້າ ຫວຽດນາມ - ລາວ ຍັງບໍ່ທັນ ພັດທະນາສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດຄື: ນະໂຍບາຍດຶງດູດການລົງທຶນເຂົ້າໃນການຜະລິດ, ປຸງແຕ່ງ, ພື້ນຖານໂຄງລ່າງ, ຄົມມະນາຄົມ…

        “ບົດຮຽນໃນຕົວຈິງຊີ້ໃຫ້ເຫັນວ່າ ທາງຄົມມະນາຄົມພັດທະນາຮອດໃສ ເສດຖະກິດ, ສັງຄົມຈະພັດທະນາຮອດນັ້ນ. ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ການໄປມາເທົ່ານັ້ນ, ຫາກສຳຄັນກວ່າ ແມ່ນການພັດທະນາຄົມມະນາຄົມ ກໍ່ພ້ອມກັນການພັດທະນາແລວເສດຖະກິດ, ເປີດໂອກາດພັດທະນາໃຫຍ່ ເພື່ອສ້າງເຂດອຸດສາຫະກຳ, ເຂດການຄ້າ, ການບໍລິການ ແລະ ສາມາດສ້າງເຂດຕົວເມືອງ, ເຂດຊຸມຊົນໃໝ່ທັງແກ້ໄຂບັນຫາເສດຖະກິດ, ທັງແກ້ໄຂບັນຫາການປ້ອງກັນຊາດ ປ້ອງກັນຄວາມສະຫງົບ”.

        ໃນຕົ້ນປີ 2022, 2 ຝ່າຍໄດ້ເອກະພາບຕີລາຄາ, ໄຈ້ແຍກກາລະໂອກາດລົງທຶນຢູ່ ລາວ ໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ຮອດປີ 2025, ກຳນົດທິດຮອດປີ 2030; ເພີ່ມທະວີການຊຸກຍູ້, ໃຫ້ບຸລິມະສິດການລົງທຶນຂອງວິສາຫະກິດ ຫວຽດນາມ ທີ່ມີຄວາມສາມາດບົ່ມຊ້ອນດ້ານການເງິນ, ມີວິຊາສະເພາະລົງທຶນເຂົ້າ ລາວ ໃນບັນດາຂົງເຂດກະສິກຳປອດສານພິດ, ອຸດສາຫະກຳປຸງແຕ່ງ ຜະລິດ, ຂົງເຂດທີ່ມີທ່າແຮງຫຼາຍຢ່າງຢູ່ລຽບຕາມເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນຫຼຸດຜ່ອນຄວາມອຶດຫິວ, ທຸກຍາກໃຫ້ແກ່ປະຊາຊົນທ້ອງຖິ່ນ. ໃນປີ 2022, 2 ປະເທດສູ້ຊົນຍົກວົງເງິນການຄ້າຂຶ້ນແຕ່ 10-15% ຕາມເປົ້າໝາຍເຊິ່ງ 2 ຝ່າຍໄດ້ເອກະພາບນຳກັນໃນໄລຍະ 2021 -2025; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນຢູ່ເຂດຊາຍແດນຂອງ 2 ປະເທດເພີ່ມທະວີການແລກປ່ຽນການຄ້າ. ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ເນັ້ນໜັກວ່າ:

(ທ່ານຮອງນາຍົກລັດຖະມົນຕີ ລາວ ໄຊສົມພອນ ສີພັນດອນ)

        ມາຮອດປະຈຸບັນ, ບັນດາໂຄງການລົງທຶນຂອງ ຫວຽດນາມ ໄດ້ມີໜ້າຢູ່ເກືອບທຸກເຂດພາກຂອງ ລາວ, ຂຶ້ນກັບຫຼາຍຂົງເຂດຄື ການເງິນທະນາຄານ, ໂທລະຄົມມະນາຄົມ, ການບໍລິການ, ກະສິກຳປ່າໄມ້… ຄວາມສາມາດບົ່ມຊ້ອນພັດທະນາດ້ານການຄ້າລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່. ດ້ວຍເປົ້າໝາຍນຳວົງເງິນການຄ້າລະຫວ່າງ 2 ປະເທດ ບໍ່ພຽງແຕ່ເພີ່ມຂຶ້ນໃນລະດັບ 10-15% ຕໍ່ປີເທົ່ານັ້ນ, ຫາກຍັງຕ້ອງນຳວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເປັນປົກກະຕິ ແລະ ຍືນຍົງໃນອະນາຄົດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ