ການຫັນປ່ຽນໃນໂຄງປະກອບກຳລັງແຮງງານ ແລະ ເສດຖະກິດສິງກະໂປ

(vovworld)- ບົດ​ລາຍ​ງານ​ໂດຍ​ກະຊວງ​ແຮງ​ງານ ສິງກະ​ໂປ ທີ່ຫາ​ກໍ່​ປະກາດ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ: ຈຳນວນວຽກ​ງານ ​ແລະ ລາຍ​ຮັບ​ໃນ​ປີຜ່ານມາ​ແມ່ນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຜູ້​ຊ່ຽວຊານ​ກໍ​ກ່າວ​ເຕືອນ​ກ່ຽວ​ກັບສິ່ງ​ທ້າ​ທາຍ​ໃຫມ່​ສຳລັບ​ຄົນ​ງານ​ຢູ່ ສິງ​ກະ​ໂປ ​​ເມື່ອ​ມີ​ບໍລິສັດ​ຫລາຍ​ແຫ່ງ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຄືນ​ໃຫມ່​ໃນ​ປີ​ນີ້.

ການຫັນປ່ຽນໃນໂຄງປະກອບກຳລັງແຮງງານ ແລະ ເສດຖະກິດສິງກະໂປ - ảnh 1
ໃນ​ປີ ຜ່ານ​ມາ, ສິງກະ​ໂປ ໄດ້​ສ້າງ​ວຽກ​ງານ​ໃຫມ່​ຕື່ມ​ອີກ​ເກືອບ 135.000 ວຽກ​ ງານ​​
ພາບປະກອບ:dantri.com.vn

        ​ໃນ​ປີ ຜ່ານ​ມາ, ສິງກະ​ໂປ ​ໄດ້​ສ້າງ​ວຽກ​ງານ​ໃຫມ່​ຕື່ມ​ອີກ​ເກືອບ 135.000 ວຽກ​ ງານ​​. ຍ້ອນ​ນະ​ໂຍບາຍ​ຮັດ​ກຸ່ມ​ສຳລັບ​ຄົນງານ​ຕ່າງປະ​ເທດ, ຈຳນວນ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ສິງກະ​ໂປ ​ເພີ່ມ​ຂຶ້ນ​ກວ່າ 39%. ຕາມ​ການ​ສະຖິຕິ​ກໍ​​ແລ້ວ: ຈຳ​ນວນ​ວຽກ​ງານ​​ໃຫມ່​ໃນ​ໄຕ​ມາດ​ທີ 4 ​ແມ່ນ​ຫລາຍ​ກວ່າ​ເມື່ອ​ທຽບ​ໃສ່​ໄຕ​ມາດ 3. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຮອງ​ສາ​ສະ​ດາ​ຈານ Shandre M Thangavelu, ສັງກັດມະຫາວິທະຍາ​ໄລ​ແຫ່ງ​ຊາດ ສິງກະ​ໂປ ກ່າວ​ເຕືອນ​ວ່າ:

        “​ໄຕ​ມາດທີ 4 ຜ່ານ​ມາ, ມີ​ 39.000 ວຽກ​ງານ​ໃຫມ່. ​ແຕ່​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ໄຕ​ມາດ​ນີ້​ພັດ​ຫລຸດ​ລົງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ສະມັດ​ຕະພາບການ​ອອກ​ແຮງ​ງານຂອງ​ໄຕ​ມາດ 4 ​ໄດ້​ຫລຸດ​ລົງ​ຫລາຍ​ເມື່ອ​ທຽບ​ໃສ່​ໄຕ​ມາດ 3 .ດັ່ງ​ນັ້ນ ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ”

        ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ​ເພື່ອ​ໃຫ້​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ​ເພີ່ມ​ຂຶ້ນ, ລັດຖະບານ ສິງກະ​ໂປ ຄວນ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ວິ​ສາ​ຫະກິດຂະຫນາດ​ກາງ ​ແລະ ນ້ອຍ ກໍ​ຄື​ປ່ຽນ​ແປງ​ໂຄງ​ປະກອບການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ມີ 60% ວຽກ​​ເຮັດ​ງານທຳ​ໃຫມ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຈາກ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ. ສະ​ນັ້ນ ​ການເພີ່ມ​ສະມັດ​ຕະພາບ​ຢູ່ ບັນດາ​ວິ​ສາ​ຫະກິດ​ນີ້ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ສະມັດ​ຕະພາບ​ຂອງ​ທັງພື້ນຖານ​ເສດຖ​ະກິດ. ດ້ານ​ອື່ນ, ບັນດາ​ວຽກ​​ເຮັດງານທຳ​ໃຫມ່ ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ຂະ​ແຫນງ​ບໍລິການ, ​ໃນ​ຂະນະ​ນັ້ນ ຄົນ​ງານ​ເຮັດ​ວຽກ​ໃນ​ຂະ​ແຫນງ​ການ​ຜະລິດ​ພັດຖືກ​ຄັດ​ເຂ່ຍອອກຫລາຍ​ສຸດ​ໃນ​ໄຕ​ມາດ​ທີ 4 ຜ່ານ​ມາ. ນີ້​ແມ່ນ​ສັນຍານ​ຂອງ​ການ​ຫັນປ່ຽນ​ໂຄງ​ປະກອບພື້ນຖານ​ເສດຖະກິດ. ບັນດາ​ບໍລິສັດ​ມຸ່ງ​ໄປ​ເຖິງ​ການ​ລົງທຶນ​ເຂົ້າ​ໃນ​ຂະ​ແຫນງ​ອຸດສາຫະກຳ​ທີ່​ມີ​ລັກສະນະ​ປະດິດ​ສ້າງ. ທ່ານ David Ang, ຜູ້ອຳ​ນວຍ​ການ​ຮັບຜິດຊອບ​ວຽກ​ງານພັດທະນາ​ການດຳ​ເນີນ​ທຸລະ​ກິດ ​ແລະ ຈັດ​ຕັ້ງ​ແຫ​ລ່ງຊັບພະຍາກອນ​ມະນຸດ ສິງກະ​ໂປ ຖື​ວ່າ, ນັບ​ທັງ​ເວລາ​ບັນດາບໍລິສັດຜະລິດ​ຕ້ອງ​ຍົກຍ້າຍ​ໄປ​ເຖິງ​ເຂດ​ ລາຍ​ຈ່າຍ​ການ​ຜະລິດອາດ​ຈະ​ຫລຸດ​ລົງ, ​ແຕ່ຄວາມ​ຕ້ອງການ​ກ່ຽວ​ກັບ​ຄົນງານ​ທີ່ມີ​ປະສົບ​ການ​ຄື ນັກ​ວິ​ສາວະ​ກອນ ຍັງ​ສູງ​ຢູ່:

        “ບັນດາ​ຂະ​ແຫນງ​ ມີ​ຄວາມ​ຕ້ອງການ​ຮັບ​ສະຫມັກ​ຄົນ​ງານ​ຫລາຍຄື​ການ​ເງິນ, ບັນຊີ, ທະນາຄານ, ສຶກສາ, ບໍລິການ​ວິຊາ​ສະ​ເພາະ. ນອກ​ນັ້ນຂະ​ແຫນງ​ໂຮງ​ແຮມ, ຊື່​ງ​ແມ່ຂະ​ແຫນງ​ບໍ່​ສົ່ງ​ເສີມ​ຄົນ​ງານ​ຕ່າງປະ​ເທດ​ກໍ​​ຕ້ອງການ​ຄົນ​ງານຫລາຍ.”

        ຫນຶ່ງ​ໃນ​ບັນດາ​ບໍລິການ​ພວມ​ພັດທະນາຢ່າງ​ແຮງ​ຢູ່ ສິງ​ກະ​ໂປ ​ໃນ 2 ປີ​ມໍ່ໆ​ມາ​ນີ້ ​ແມ່ນ​ບໍລິການ​ເບິ່ງ​ແຍງ​ສຸຂະພາບ​ຢູ່​​ບ້ານ ດ້ວຍ​ລະດັບ​ເຕີບ​ໂຕ​ສູງ​ກັບ 3 ​ເທົ່າ. ຕາມ​ກະ​ຊວງ​ສາທາລະນະ​ສຸກ ສິງກະ​ໂປ ​ແລ້ວ, ບໍລິການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຢູ່​ບ້ານ ຈະ​ສວມ​ບົດບາດ​ສຳຄັນ ​ເພື່ອ​ຮັບ​ໃຊ້​ຜູ້​ອາຍຸ​ສູງ​ປະມານ 10.000 ຄົນ ​ໃນ​ປີ 2020. ທ່ານ​ນາງ Pang Sze Yunn, ຜູ້​ຊ່ວຍ​ວຽກ​ຜູ້ອຳ​ນວາຍ​ການ​ໃຫຍ່​ອົງການ​ເບິ່ງ​ແຍງສຸຂະພາບ​ຜູ້​ອາຍຸ​ສູງ NTUC ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຄວາມ​ຕ້ອງການ​ກ່ຽວ​ກັບ​ບໍລິການ​ສັງຄົມ​ນັບ​ມື້​ນັບ​ສູງ​. ນັບ​ແຕ່​ເດືອນ 6 ປີ​ກາຍ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ເປີດ​ບໍລິການ​ປິ່ນປົວ​ບຳລຸງ​ສຸຂະພາບ, ​ເບິ່ງ​ແຍງ​ສຸຂະພາບ​ຢູ່​ບ​​​້ານ ​ແລະ ມຸ່ງ​ໄປ​ເຖິງ​ບໍລິການຄົບ​ວົງ​ຈອນ. ບັນດາ​ຜູ້​ອາຍຸ​ສູງ​ຈະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຢ່າງຮອບດ້ານ ​ແລະ ຄົບ​ຖ້ວນ​.”

        ບັນດາ​ການ​ປ່ຽນ​ແປງ​ໃນ​ໂຄງ​ປະກອບ​ກຳລັງ​ແຮງ​ງານ​ຂອງ​ສິງກະ​ໂປ​ສະ​ແດງໃຫ້​ເຫັນ​ວ່າ ພື້ນຖານ​ເສດຖະກິດ​ສິງກະ​ໂປ​ມີ​ການ​ຫັນປ່ຽນ. ຂະ​ແຫນງ​ບໍລິການ​​ໄດ້​ຮັບ​ການເປີດກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ນັບ​ມື້​ນັບ​ສູງ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ກໍ​ຄື​ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ເມື່ອ​ມາ​ຢ້ຽມຢາ​ມສິງກະ​ໂປ.

ຕອບກັບ

ຂ່າວ/ບົດ​ອື່ນ