ການຮ່ວມມື ລະຫວ່າງຫວຽດນາມ ແລະ ມາເລເຊຍ ພັດທະນາຮອບດ້ານໃນທຸກຂົງເຂດ

(vovworld)​- ປີ 2013 ແມ່ນ​ປີ​ທີ່ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ​ສຳ​ລັບ​ສອງ​ປະ​ເທດ ຫວຽດ​ນາມ ແລະ ມາ​ເລ​ເຊຍ ເມື່ອ​ສອງ​ປະ​ເທດ​ສະ​ເຫລີ​ມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ສອງ​ຝ່າຍ. ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ມາ​ເລ​ເຊຍ ແລະ ຫວຽດ​ນາມ ມີ​ບາດ​ກ້າວ​ກະ​ໂດດ​ຂັ້ນ. ຂໍ້​ສັງ​ເກດ​ດັ່ງ​ກ່າວ​ຂອງ​ທ່ານ Shazryll Zahiran ຫົວ​ຫ​ນ້າ​ກົງ​ສູນ​ໃຫ​ຍ່ ມາ​ເລ​ເຊຍ ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ອີງ​ໃສ່​ໝາກຜົນ​​ແຫ່ງ​ການ​ຮ່ວມ​ມື ຊື່ງ​ຫວຽດ​ນາມ ແລະ ມ​າ​ເລ​ເຊຍ ບັນ​ລຸ​ໄດ້​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ທູດ, ການ​ທະ​ຫານ, ການ​ຄ້າ, ການ​ລົງ​ທຶນ, ການ​ຮ່ວມ​ມື​ແຮງ​ງານ…

        ນັ​ບ​ແຕ່​​ສ້າ​ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ສອງ​ຝາ​່ຍ​ເມື່ອ​ວັນ​ທີ 30/3/1973, ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ -  ມາ​ເລ​ເຊຍ ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າ​ງ​ຢ່າງບໍ່​ຢຸດຢັ້ງ ແລະ ຍູ້​ແຮງ​ຢ່າງ​ຮອບ​ດ້ານ ຜ່ານ​ກາ​ນ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຄັ້ງ​ຕ່າງໆຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ຫວ່າງ​ແລ້ວນີ້ ແມ່ນ​ການ​ຢ້ຽມ​ຢາມ​ຫວຽດນາມຂອງ​ກະ​ສັດ ມາ​ເລ​ເຊຍ Abdul Halim Muadzam Shah ເມື່ອ​ຕົ້ນ​ເດືອນ 9 ຜ່ານ​ມາ. ທ່ານ Shazryll Zahiran ຫົວ​ຫ​ນ້າ​ກົງ​ສູນ​ໃຫ​ຍ່ ມາ​ເລ​ເຊຍ ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

  ການຮ່ວມມື ລະຫວ່າງຫວຽດນາມ ແລະ ມາເລເຊຍ ພັດທະນາຮອບດ້ານໃນທຸກຂົງເຂດ - ảnh 1
ກະ​ສັດ ມາ​ເລ​ເຊຍ Abdul Halim Muadzam Shah ແລະ ທ່ານປະທານ
ປະເທດຫວຽດນາມ ເຈືອງເຕີນຊາງ
ພາບ:internet

        “ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຫລາຍ​ສະ​ບັບ, ພິ​ເສດ ແມ່ນ​ຖະ​ແຫລງ​ກາ​ນ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ພັດ​ທະ​ນາ​ຮອບ​ດ້ານ​ໃນ​ສັດ​ຕະ​ວັດ​ທີ 21. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ສ້າງ​ສາຍ​ພົວ​ພັນ​ຍາວ​ນານ ແລະ ໝັ້ນ​ແກ່ນ ໂດຍ​ອີງ​ໃສ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຄົາ​ລົບ​ເຊິ່ງ​ກັນ ແລະ​ກັນ. ສິ່ງ​ດັ່ງ​ກ່າວ​ກໍ​ແມ່ນ​ເງື່ອນ​ໄຂ​ເພື່ອຊຸກ​ຍູ້​ການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆລະຫວ່າງ​ສອງ​ຝ່າຍ.”

        ຄຽງ​ຄູ່​ກັບ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ປະ​ຈຸ​ບັນ ສອງ​ປະ​ເທດ​ພວມ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ກວ່າ​ອີກ. ພົນ​ໂທ ເຈືອງກວາງ​ແຄງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໃນ​ສະ​ພາບ​ການລວມ​ຂອງ​ການ​ພົວ​ພັນ​ລະ​ຫວ່າ​ງ​ສອງ​ປະ​ເທດ, ການ​ພົວ​ພັນ​ປ້ອງ​ກັນ​ຊາດ​ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ສະ​ດວກ, ເຂົ້າ​ສູ່​ລວງ​ເລິກ​ເທື່ອ​ລະ​ກ້າວ.

        “ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ສອງ​ຝ່າຍ ຫວຽດ​ນາມ ແລະ ມາ​ເລ​ເຊຍ ໃນ​ໂອ​ກາດ​ທີ່ທ່ານລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຟຸ່ງກວາງ​ແທງ ​ໄປຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ມາ​ເລ​ເຊຍ ຢ່າງ​ເປ​ັນ​ທາງ​ການ ເມື່ອ​ເດືອນ 8/2008. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ນຳ​ກັນເປັນ​ປະ​ຈຳ ຄື ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ, ຈັດ​ຕັ້ງ​ບັນດາ​ຊຸດບຳ​ລຸງ​ສ້າງວິ​ຊາ​ສະ​ເພາະ, ແລກ​ປ່ຽນ​ນັກ​ຮຽນ​ການ​ທະ​ຫານ, ຮ່ວມ​ມື​ລະຫວ່າງກຳ​ລັງ​ທະ​ຫານ​ເຮືອສອງ​ປະ​ເທດ.

        ໃນ​ໄລ​ຍະ​ຜ່ານ​ມາ, ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ ແລະ ມາ​ເລ​ເຊຍ ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ ກໍ​ບັນ​ລຸ​ຜົນ​ງານ​ຫລາຍ​ຢ່າງ​ທີ່​ຫ​ນ້າ​ປະ​ທັບ​ໃຈ. ມາ​ເລ​ເຊຍ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ​ຍ່​ອັນ​ດັບ 3 ຂອງ​ຫວຽດ​ນາມ ແລະ ແມ່ນ​ຕະ​ຫລາດ​ອຸ​ປະ​ໂພກ​ບໍ​ລິ​ໂພກສິນ​ຄ້າຂອງ​ຫວຽດ​ນາມ​ຫລາຍ​ສຸດ​ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ໃນ​ຂະ​ນະ​ນັ້ນ, ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ​ຍ່​ອັນ​ດັບ 5 ຂອງ​ປະ​ເທດນີ້.  ໃນ​ໄລ​ຍະ 2006-2012, ຍອດ​ມູນ​ຄ່າ​ແລກປ່ຽນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ​ມາ​ເລ​ເຊຍ ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ແມ່ນ 19,6/ປີ. ທ່ານ​ເອກ​ອັກຄະ​ລັດຖະທູດ ມາ​ເລ​ເຊຍ Dato Azmil Zabidi ​ໃຫ້​ຮູ້​ວ່າ:

        “ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ມາ​ເລ​ເຊຍ ​ແລະ ຫວຽດນາມ ​ໃນ​​ໄລຍະ​ຜ່ານ​ມາຮັກສາ​ຢູ່​ໃນ​ລະດັບ​ສູງ. ​ໃນ​ປີ 2012, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ເກືອບ 9 ຕື້ USD. ຍອດ​ຈຳນວນ​ເງິນ​ລົງ​ທຶນ​ຂອງ​ມາ​ເລ​ເຊຍ​ເຂົ້າ​ຫວຽດນາມ​ໃນ​ປີ 2012 ບັນລຸ 10 ຕື້ USD ດ​້ວຍ ກວ່າ 400 ​ໂຄງການ.”

        ​ນັບ​ແຕ່​ຕົ້ນ​ປີ​ຮອດ​ໝົດ​ເດືອນ 7/2013, ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ ​ໄປ​ຍັງ ມາ​ເລ​ເຊຍ ບັນລຸ 2,87 ຕື້ USD ​ເພີ່ມ​ທະວີ 21,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ​ໄປ​ຍັງ ມາ​ເລ​ເຊຍມີ: ນ້ຳ​ມັນ​ດີບ, ຄອມ​ພິວ​ເຕີ, ຜະລິດ​ຕະພັນ​ເອ​ເລັ​ກ​ໂຕນີກ ​ແລະ ​ເຄື່ອງ​ອາ​ໄລ່.. ກົງກັນຂ້າມ, ວົງ​ເງິ​ນສິນຄ້າ​ທີ່ຫວຽດນາມ ນຳ​ເຂົ້າ​ຈາກ ​ມາ​ເລ​ເຊຍ ບັນລຸ 2,33 ຕື້ USD, ​ເພີ່ມຂຶ້ນ 21,37% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ດ້ວຍ​ບັນດາ​ປະ​ເພດ​ສິນຄ້າ​ຄື: ຜະລິດ​ຕະພັນ​ເອ​ເລັກ​ໂຕ​ນີກ, ​ເຄື່ອງ​ອາ​ໄລ່, ນ້ຳມັນ​ພືດ…

        ນອກ​ນັ້ນ ມາ​ເລ​ເຊຍ ​ຍັງ​ແມ່ນ​ຕະຫລາດ​ແຮງ​ງານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ.  ນັບ​ແຕ່​ເມື່ອ​​ເປີດ​ປະຕູ​ຕະ​ຫລາດ​​ແຮງ​ງານ​ໃຫ້​ແກ່​ຊັບພະຍາກອນ​ມະນຸດ​ຫວຽດນາມ, ມາ​ຮອດ​ປະຈຸ​ບັນ, ມາ​ເລ​ເຊຍ ຍັງ​ຄົງ​ແມ່ນ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ດູດ​ດື່ມ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ.

        “ປະຈຸ​ບັນ ມາ​ເລ​ເຊຍ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຕົ້ນຕໍ​ຂອງ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງປະສິດທິ​ຜົນ​​ການ​ຮ່ວມ​ມື​ ຊື່​ງສອງ​ປະ​ເທດ​ບັນລຸ​ໄດ້​ໃນ​ຂົງ​ເຂດ​ແຮງ​ງານ. ປະຈຸ​ບັນ ມີ​ແຮງ​ງານ​ຫວຽດນາມ ກວ່າ 80.000 ຄົນ​ພວມ​ເຮັດ​ວຽກ​ຢູ່ ມາ​ເລ​ເຊຍ ອັນ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ປະ​ເທດ.”

          ​ໂດຍແມ່ນ​ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ດ້ານ​ການທ່ອງທ່ຽວ, ສະ​ນັ້ນ ການ​ສົ່ງ​ເສີມ​ໂຄສະນາ​ການທ່ອງທ່ຽວ​ເຊິ່ງກັນ ​ແລະ​ກັນ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສອງ​ປະ​ເທດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ ມາ​ຢ້ຽມຢາມ​ຫວຽດນາມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ກົງກັນ​ຂ້າມ. ສະ​ເພາະ​ປີ 2012, ຈຳນວນ​ນັກ​ທ່ອງ​ທ່ຽວ ຫວຽດນາມ ​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ ບັນລຸ 200.000​ເທ່ືອ​ຄົນ, ​ໃນ​ຂະນະ​ນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ ມາ​ຢ້ຽມຢາມ​ຫວຽດນາມ​ບັນລຸ 400.000 ​ເທື່ອ​ຄົນ. ສິ່ງ​ດັ່ງກ່າວ​ປະກອບສ່ວນ​ເພ​ີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ສອງ​ປະ​ເທດ.

        ດ້ວຍບັນດາ​ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໃນ​ຕະຫລອດ 40 ປີຜ່ານມາ, ​ເຊື່ອ​ໝັ້ນ​ວ່າສອງ​ປະ​ເທດ ຈະກ້າວ​ໄປ​ເຖິງ​ການສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ໄວ. ປະຈຸ​ບັນ ສອງ​ປະ​ເທດ ພວມມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ເພື່ອ​ບັນລຸ​ຈຸດໝາຍ​ດັ່ງກ່າວ​​ໃຫ້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ