ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ

(VOVWORLD) -ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ຄັ້ງທີ 1 ໂດຍສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ສົມທົບກັບມະຫາວິທະຍາໄລການຄ້າຕ່າງປະເທດ ຈັດຕັ້ງ ແມ່ນສະຖານທີ່ພົບປະແລກປ່ຽນຂອງນັກສຶກສາລາວ ຢູ່ຫວຽດນາມ. ເຖິງວ່າ ເປັນຄັ້ງທຳອິດໄດ້ຈັດຂຶ້ນ ແຕ່ໄດ້ດຶງດູດນັກສຶກສາລາວ 11 ຄົນເຂົ້າຮ່ວມການແຂ່ງຂັນ, ມີນັກສຶກສາບາງຄົນໄດ້ສ້າງຄວາມແປກປະຫລາດຕໍ່ແຂກເຂົ້າຊົມ ເພາະຄວາມສາມາດໃນການເວົ້າພາສາຫວຽດຂອງພວກເພື່ອນແມ່ນເກັ່ງຫລາຍ ແລະ ເນື້ອໃນບົດບັນລະຍາຍກໍ່ອຸດົມສົມບູນ ທັງມີຜູ້ສະແດງປະກອບ….ໃນລາຍການຊາຍຄາອາຊຽນພາກນີ້ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ຢ້ຽວຮົ່ງ ທີ່ມີຫົວຂໍ້ວ່າ: ການແຂ່ງຂັນບັນລະຍາຍດ້ວຍພາສາ ຫວຽດ - ສະຖານທີ່ພົບປະແລກປ່ຽນຂອງນັກສຶກສາລາວ ຢູ່ ຫວຽດນາມ.
ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ - ảnh 1 ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ

 

“ແຕ່ລະເທື່ອເມື່ອຂັບຮ້ອງບົດເພງ “ຮ່າໂນ້ຍ ໝາກຫົວໃຈຂອງທົ່ວປະເທດ” ຂອງນັກດົນຕີ ຫງວຽນດືກຕວານ ຂ້າພະເຈົ້າພັດມີຄວາມຮູ້ສຶກກ່ຽວກັບ ນະຄອນ ຮ່າໂນ້ຍ ທີ່ສວຍງາມດັ່ງໃນຝັນ. ຮ່າໂນ້ຍງາມຫລາຍ, ໃນສາຍຕາຂອງຜູ້ທີ່ໄດ້ ແລະ ພວມດຳລົງຊີວິດຢູ່ທີ່ນີ້ ຍາມໃດຮ່າໂນ້ຍກໍ່ແມ່ນນະຄອນທີ່ສວຍງາມ. ແລະ ຮ່າໂນ້ຍກໍ່ແມ່ນຄວາມຄິດຮອດຄິດເຖິງຂອງຜູ້ທີ່ຢູ່ຫ່າງໄກຮ່າໂນ້ຍ.”

 ໃນມື້ຫນຶ່ງຕົ້ນລະດູຫນາວຢູ່ ຮ່າໂນ້ຍ, ຢູ່ ຫໍວັດທະນະທຳກິລາ ຊາວຫນຸ່ມ, ບັນຍາກາດແມ່ນຟົດຟື້ນມ່ວນຊື່ນທີ່ສຸດ ດ້ວຍການສະແດງບົດບັນລະຍາຍຂອງເພື່ອນ ວິມົນສາ ພະສະຫວັດ ໃນການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ທີ່ສະຫງວນໃຫ້ແກ່ນັກສຶກສາລາວ. ຖ້າຫາກ ບົດບັນລະຍາຍຂອງ 2 ຄົນທີ່ຫາກໍ່ສະແດງ ບໍ່ສ້າງຄວາມປະທັບໃຈປານໃດ, ແຕ່ບົດບັນລະຍາຍຂອງນາງ ວິມົນສາ ພະສະຫວັດ ນຸ່ງຊຸດເສື້ອຍາວ ຫວຽດນາມ ໄດ້ເຮັດໃຫ້ແຂກເຂົ້າຮ່ວມໂຮ່ຮ້ອງ, ຕົບມືຊົມເຊີຍ.

ບໍ່ພຽງແຕ່ເລືອກເຟັ້ນຫົວຂໍ້ມ່ວນກ່ຽວກັບ “ລະດູໃບໄມ້ຫລົ່ນ” ເທົ່ານັ້ນ, ບົດບັນລະຍາຍຂອງ ວິມົນສາ ພະສະຫວັດ ຍັງສ້າງຄວາມດູດດື່ມ ຍ້ອນມີບັນດາຜູ້ສະແດງປະກອບ, ນອກນັ້ນ ຍັງເວົ້າເຖິງອາລົມຈິດຂອງຄູອາຈານ ໂຮງຮຽນ T80 ສະຫງວນໃຫ້ແກ່ນັກສຶກສາລາວ ເຕັມໄປດ້ວຍຄວາມຕື້ນຕັນໃຈ. ບົດບັນລະຍາຍ ຍາວ 7 ນາທີ ຍັງສ້າງຄວາມປະທັບໃຈອີກ ເມື່ອມີນາງສາວຜູ້ຫນຶ່ງນຸ່ງຊຸດອາພອນປະຈຳຊາດຂອງລາວ ຂັບຮ້ອງບົດເພງ “ຮ່າໂນ້ຍ ດອກໄມ້ 12 ສີ” ເມື່ອນາງ ວິມົນສາ ພະສະຫວັດ ໄດ້ແນະນຳເຖິງລະດູດອກໄມ້ຢູ່ ຮ່າໂນ້ຍ. ນາງວິມົນສາ ພະສະຫວັດ  ຫາກໍ່ມາຫວຽດນາມ ປະມານ 2 ເດືອນ ແຕ່ນາງໄດ້ສະຫງວນເວລາເພື່ອຮຽນພາສາຫວຽດ ອາທິດລະ 2 ມື້ກ່ອນນີ້ຫນຶ່ງປີແລ້ວ.

ສຽງນາງວິມົນສາ ພະສະຫວັດ

ການສະແດງບົດບັນລະຍາຍດ້ວຍການເວົ້າພາສາຫວຽດຢ່າງ ຫລ່ຽນໄຫລ, ຜູ້ສະແດງປະກອບ ໄດ້ສ້າງຄວາມປະທັບໃຈທີ່ສຸດ, ນາງ ນິພາພອນ ມີໄຊພົນ ນຸ່ງຊຸດເສື້ອຍາວສີບົວແກ່ ໄດ້ນຳມາໃຫ້ເວທີສະແດງຮູບພາບພວກເອື້ອຍຫາບເຄື່ອງໄປຂາຍຕາມຖະຫນົນ ແລະ ແມ່ຍິງຖີບລົດຖີບຂາຍດອກໄມ້ຕາມທາງ. ພິເສດ ຮອດຕອນມີນາງສາວຜູ້ຫນຶ່ງຂີ່ລົດຖີບລົ້ມ ແລະ ເວລານັ້ນ ມີ 2,3 ຄົນມາຊ່ວຍ. ນີ້ແມ່ນການສະແດງໃຫ້ເຫັນວ່າ ຊາວຮ່າໂນ້ຍ ເຄີຍຊ່ວຍເຫລືອຜູ້ອື່ນ. ນາງ ນິພາພອນ ມີໄຊພົນ  ໃຫ້ຮູ້ວ່າ:

        ນີ້ແມ່ນການເຄື່ອນໄຫວຖືກຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 42 ປີແຫ່ງວັນຊາດຂອງ ສປປ ລາວ (2/12/1975-2/12/2017) ແລະ ກໍ່ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສະເຫລີມສະຫລອງ ປີມິດຕະພາບຫວຽດນາມ - ລາວ ປີ 2017. 11 ບົດບັນລະຍາຍໃນຄັ້ງນີ້ໂດຍນັກສຶກສາລາວ ມາຈາກ 11 ໂຮງຮຽນຢູ່ ບໍລິເວນນະຄອນ ຮ່າໂນ້ຍຄື: T78, T80, ສະຖາບັນທະນາຄານ, ມະຫາວິທະຍາໄລການຄ້າຕ່າງປະເທດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ມະຫາວິທະຍາໄລການຄ້າ… ສະແດງ. ໃນນັ້ນ ມີ 5 ຫົວເລື່ອງເວົ້າເຖິງນະຄອນຫລວງ ຮ່າໂນ້ຍ ແຕ່ວິທີສະແດງແມ່ນແຕກຕ່າງກັນ, ຄວາມຮູ້ສຶກກໍ່ແຕກຕ່າງກັນ.  ທ່ານ ເຈີນວັນຕູຍ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ປາດຖະຫນາວ່າ:

        “ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດຄັ້ງທີ 1 ແມ່ນສະຖານທີ່ພົບປະແລກປ່ຽນທີ່ມີປະໂຫຍດ, ແມ່ນໂອກາດເພື່ອໃຫ້ບັນດານັກສຶກສາລາວ ຢັ້ງຢືນຄວາມສາມາດຂອງຕົນໃນການເວົ້າພາສາຫວຽດຜ່ານບົດບັນລະຍາຍ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ນັກສຶກສາສອງປະເທດ ຫວຽດນາມ ແລະ ລາວ ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຜ່ານນັ້ນ ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ”.

ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ - ảnh 2 ຜູ້ໄດ້ຮັບລາງວັນພິເສດໃນການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ

ບັນດາແຂກມາຊົມລາຍການກໍ່ຮູ້ສຶກປະທັບໃຈທີ່ສຸດ ເພາະວ່າ ນີ້ແມ່ນຄັ້ງທຳອິດການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ຖືກຈັດຂຶ້ນ. ນອກນັ້ນ ນອກຈາກການສະແດງບົດບັນລະຍາຍ ແຂກມາຮ່ວມຍັງໄດ້ຊົມບັນດາວາດຟ້ອນ, ບົດເພງລາວ ແລະ ບົດເພງກ່ຽວກັບນ້ຳໃຈມິດຕະພາບ ຫວຽດນາມ - ລາວ ອີກດ້ວຍ.

ສຽງນັກສຶກສາລາວ 1

ສຽງນັກສຶກສາລາວ 2

ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ - ảnh 3 ນັກສຶກສາເຂົ້າຮ່ວມການແຂ່ງຂັນຖ່າຍຮູບກັບແຂກຖືກເຊີນ

ການແຂ່ງຂັນສິ້ນສຸດໃນເວລາ 12 ໂມງທ່ຽງ ເຖິງວ່າຊ້າກັບແຜນການຫນຶ່ງຊົ່ວໂມງກໍຕາມ ແຕ່ຜູ້ໃດກໍ່ຮູ້ສຶກປະທັບໃຈ ແລະ ຍັງຖ່າຍຮູບທີ່ລະນຶກໃຫ້ໝູ່ເພື່ອນ. ຄະນະຈັດຕັ້ງໄດ້ມອບລາງວັນພິເສດ 1 ລາງວັນ, 2 ລາງວັນທີຫນຶ່ງ, 3 ລາງວັນທີສອງ, 5 ລາງວັນທີ 3 ໃຫ້ແກ່ນັກສຶກສາເຂົ້າຮ່ວມການແຂ່ງຂັນ. ໃນຊຸມປີຈະມາເຖິງ, ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ແນ່ນອນວ່າຈະແມ່ນສະຖານທີ່ພົບປະແລກປ່ຽນທີ່ມີປະໂຫຍດຊື່ງບັນດານັກສຶກສາລາວ ປາດຖະຫນາ.

ຕອບກັບ

ຂ່າວ/ບົດ​ອື່ນ