ຄວາມປະທັບໃຈຂອງນັກຮ້ອງບັນດາປະເທດອາຊຽນເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3

(VOVWORLD) -ງານປະກວດ ສຽງເພງ ອາຊຽນ +3 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ຢູ່ ເຂດພັກຜ່ອນບຳລຸງສຸຂະພາບທີ່ມີຄຸນນະພາບສູງ FLC ເທດສະບານ ເຊີມເຊີນ, ນະຄອນ ແທງຮວາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ງານປະກວດບໍ່ພຽງແຕ່ຄັດເລືອກເອົານັກຮ້ອງສຽງດີເທົ່ານັ້ນ ຫາກຍັງນຳມາໃຫ້ນັກຮ້ອງທີ່ມາຈາກບັນດາປະເທດອາຊຽນ ມີຄວາມປະທັບໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ, ໄດ້ລຶ້ງເຄີຍກັບບັນດາໝູ່ເພື່ອນໃຫມ່ ແລະ ສິ່ງສຳຄັນແມ່ນສະຫນິດຕິດພັນກັບບັນດາພື້ນຖານວັດທະນະທຳໃນກຸ່ມ ອາຊຽນອີກດ້ວຍ. ນັກຮ້ອງ 17 ຄົນທີ່ເຂົ້າຮ່ວມງານປະກວດຄັ້ງນີ້ ເຖິງວ່າ ເຂົາເຈົ້າຍາດໄດ້ລາງວັນຫລືບໍ່ໄດ້ຮັບລາງວັນກໍຕາມ ແຕ່ເມື່ອກັບຄືນເມືອປະເທດ ລ້ວນແຕ່ນຳເອົາຄວາມປະທັບໃຈໄປນຳ.
ຄວາມປະທັບໃຈຂອງນັກຮ້ອງບັນດາປະເທດອາຊຽນເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 - ảnh 1 ນັກຮ້ອງມາຈາກບັນດາປະເທດ ອາຊຽນ ພ້ອມກັນຂັບຮ້ອງ ບົດເພງອາຊຽນ

ໃນຮອບຮອງຊີງຊະນະເລີດ, ນັກຮ້ອງ 17 ຄົນທີ່ມາຈາກ 7 ປະເທດ ໄດ້ພ້ອມກັນຂັບຮ້ອງບົດເພງຢ່າງເປັນທາງການຂອງງານປະກວດສຽງເພງ ອາຊຽນ +3 ດ້ວຍຊື່ວ່າ: “ບົດເພງ ອາຊຽນ”. ບົດເພງນີ້ ໂດຍທ່ານຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ຫົວຫນ້າ ຄະນະຊີ້ນຳງານປະກວດສຽງເພງ ອາຊຽນ ເປັນຜູ້ປະດິດແຕ່ງ. ບົດເພງ ແມ່ນເວົ້າເຖິງຄວາມສາມັກຄີ, ຄວາມປອງດອງ ແລະ ການພົວພັນແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາປະເທດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ບັນດານັກຮ້ອງທີ່ເຂົ້າຮ່ວມງານປະກວດສຽງເພງ. ນັກຮ້ອງ Darlin Joy Baje ມາຈາກ ຟີລີບປີນ ແບ່ງປັນວ່າ:

“ເມື່ອໄດ້ຂັບຮ້ອງບົດເພງອາຊຽນ ນີ້ແມ່ນຄວາມເປັນກຽດສຳລັບຂ້າພະເຈົ້າ. ນັ້ນແມ່ນບົດເພງໃກ້ຊິດສະຫນິດສະຫນົມ, ແມ່ນເວົ້າເຖິງຄວາມເປັນເອກະພາບລະຫວ່າງບັນດາປະເທດ ອາຊຽນ. ບົດເພງ ມີຄວາມໝາຍແທ້ຈິງ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ນີ້ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າໄດ້ແນະນຳຄວາມເກັ່ງກ້າສາມາດໃນການຮ້ອງເພງຂອງ ຟີລີບປີນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າໄດ້ສະແດງຕໍ່ຫນ້າຜູ້ຊົມຫລາຍຄົນ.

ຄວາມປະທັບໃຈຂອງນັກຮ້ອງບັນດາປະເທດອາຊຽນເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 - ảnh 2 ນັກສິລະປີນ Darlin Joy Baje  ໄດ້ຮັບລາງວັນທີຫນຶ່ງ

ສຳລັບນັກຮ້ອງ Ni Ni Khin Zaw ເຊິ່ງແມ່ນ, ນັກຮ້ອງຍິງທີ່ມີຊື່ສຽງຢູ່ ມຽນມາ, ຜູ້ເຄີຍເຂົ້າຮ່ວມງານປະກວດສຽງເພງຕ່າງໆຂອງສາກົນ ຖືວ່າ:  ງານປະກວດສຽງເພງອາຊຽນ +3 ແມ່ນງານປະກວດທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບ ແລະ ຫວັງວ່າ ຢາກນຳສີສັນວັດທະນະທຳມຽນມາ ແນະນຳໃຫ້ເພື່ອນມິດໃນກຸ່ມ ອາຊຽນ.

        “ມາເຂົ້າຮ່ວມງານປະກວດຄັ້ງນີ້ ຈຸດປະສົງຂອງຂ້າພະເຈົ້າບໍ່ແມ່ນເພື່ອຍາດລາງວັນ ຫາກຢາກແນະນຳບົດເພງຂອງ ມຽນມາ ໃຫ້ເພື່ອນມິດໃນອາຊຽນ. ນີ້ແມ່ນເຫດການວັດທະນະທຳ ປະກອບສ່ວນສ້າງຂົວຕໍ່ສັນຕິພາບ, ມິດຕະພາບ ພ້ອມກັນພັດທະນາ ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນນຳເອົາສີສັນວັດທະນະທຳຂອງປະເທດຕົນມາສູ່ຜູ້ຊົມ.”

        ສ່ວນ ນັກຮ້ອງ Nam Bunnaroth ແມ່ນຫນຶ່ງໃນຈຳນວນນັກຮ້ອງກຳປູເຈຍ 3 ຄົນເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3  ຖືວ່າ: ນີ້ບໍ່ພຽງແຕ່ແມ່ນເຫດການວັດທະນະທຳ ເພື່ອແນໃສ່ປະກອບສ່ວນສ້າງຂົວຕໍ່ສັນຕິພາບ, ມິດຕະພາບພ້ອມກັນພັດທະນາລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ ແລະ ສເກົາຫລີ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນ ພົບປະແລກປ່ຽນ, ຖອດຖອນບົດຮຽນ, ຍົກສູງວິຊາສະເພາະອີກດ້ວຍ.

ໃນຂອບເຂດງານປະກວດ, ບັນດານັກຮ້ອງ ຍັງໄດ້ເຂົ້າຮ່ວມລາຍການເຄື່ອນໄຫວຕ່າງໆຄື: ໄປຢ້ຽມຢາມທັດສະນີຍະພາບ ຢູ່ ຈ່າງອານ, ນີງບີງ ຊື່ງແມ່ນມໍລະດົກທຳມະຊາດ ແລະ ວັດທະນະທຳໂລກ ຂອງຫວຽດນາມ ຊື່ງໄດ້ຮັບການຮັບຮອງຈາກ UNESCO. ພ້ອມກັນນັ້ນ ບັນດານັກຮ້ອງຍັງໄດ້ເຂົ້າຮ່ວມລາຍການ Roadshow ຢູ່ຫາດຊາຍທະເລ ເຊີມເຊີນ ພ້ອມກັນຖີບລົດຖີບຢູ່ລຽບຕາມຊາຍຝັ່ງທະເລ ດ້ວຍຄຳຂວັນກ່ຽວກັບການໂຄສະນາການປົກປັກຮັກສາສິ່ງແວດລ້ອມ. ຕາມນັກຮ້ອງໄທ ໄພສານ ສູນກອນ ແລ້ວ, ການເຄື່ອນໄຫວຕ່າງໆໃນງານປະກວດສຽງເພງ ອາຊຽນ + 3 ແມ່ນສະຖານທີ່ພົວພັນແລກປ່ຽນດ້ານວັດທະນະທຳຂອງບັນດາປະເທດ ອາຊຽນ ຜ່ານດົນຕີ.

“ຂ້າພະເຈົ້າມີຄວາມເປັນກຽດເປັນຜູ້ຕາງຫນ້າຂອງໄທເຂົ້າຮ່ວມງານປະກວດຄັ້ງນີ້. ຂ້າພະເຈົ້າຖືວ່າ ນີ້ບໍ່ແມ່ນງານປະກວດເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອພົວພັນແລກປ່ຽນດ້ານວັດທະນະທຳ, ມີໝູ່ເພື່ອນໃຫມ່ຕື່ມອີກ. ພິເສດ ຂ້າພະເຈົ້າສາມາດແນະນຳບັນດາບົດເພງຂອງໄທໃຫ້ແກ່ປະຊາຊົນບັນດາປະເທດ ອາຊຽນ

ຖ້າຫາກບັນດານັກຮ້ອງມີຄວາມປະທັບໃຈຕໍ່ທັດສະນີຍະພາບ, ປະເທດຊາດ ແລະຊາວຫວຽດນາມ, ສຳລັບຄະນະກຳມະການລວມມີ 5 ຄົນ (ຫວຽດນາມ: 2 ຄົນ, ຟີລີບຟີນ: 1 ຄົນ, ອິນໂດເນເຊຍ: 1 ຄົນ ແລະ ໄທ 1 ຄົນ) ແມ່ນບັນດາຜູ້ຊ່ຽວຊານດ້ານດົນຕີ ພັດມີຄວາມປະທັບໃຈດ້ວຍຄວາມເກັ່ງກ້າສາມາດດ້ານດົນຕີຂອງບັນດານັກຮ້ອງ. ນັກດົນຕີ, ນັກປະດິດແຕ່ງດົນຕີ ແລະ ລິຂະສິດ James.F. Sundah, ຊາວ ອິນໂດເນເຊຍ, ສະມາຊິກຄະນະກຳມະການໃຫ້ຮູ້ວ່າ:

“ບັນດານັກຮ້ອງເຂົ້າຮ່ວມງານປະກວດຄັ້ງນີ້ ເຂົາເຈົ້າຮ້ອງເພງດ້ວຍພາສາຂອງປະເທດຕົນ. ມີບາງນັກຮ້ອງຂັບຮ້ອງດ້ວຍພາສາອັງກິດ. ຂ້າພະເຈົ້າເຫັນວ່າ ງານປະກວດນີ້ຄືດັ່ງງານພົບປະລະຫວ່າງບັນດານັກຮ້ອງສຽງດີຂອງ ອາຊຽນ. ອາດຈະເຫັນໄດ້ວ່າ ດົນຕີຂອງບັນດາປະເທດອາຊຽນແມ່ນມີຄວາມເປັນເອກະລັກສະເພາະ. ແຕ່ລະປະເທດມີຈຸດທີ່ເປັນເອກະລັກສະເພາະ. ຫວຽດນາມແມ່ນປະເທດເຈົ້າພາບ ໄດ້ເຕົ້າໂຮມບັນດາປະເທດ ອາຊຽນ ມາຮ່ວມກັນ. ຂ້າພະເຈົ້າ ຕີລາຄາສູງວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງງານປະກວດສຽງເພງຄັ້ງນີ້.”

ຄວາມປະທັບໃຈຂອງນັກຮ້ອງບັນດາປະເທດອາຊຽນເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 - ảnh 3 ທ່ານຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ VOV ກ່າວຄຳເປັນທີ່ງານປະກວດ

ງານປະກວດສຽງເພງ ອາຊຽນ +3 ໄດ້ອັດລົງ ດ້ວຍລາງວັນທີ 1 ໄດ້ແກ່ນັກຮ້ອງ Darlin Joy Baje ມາຈາກ ຟິລີບປີນ, ລາງວັນທີ 2 ສອງລາງວັນ ໄດ້ແກ່ ນັກຮ້ອງ Ni Ni Khin Zaw ມາຈາກ ມຽນມາ ແລະ ນັກຮ້ອງ ທູລານຂອງຫວຽດນາມ, ລາງວັນທີ 3 ສາມລາງວັນ ໄດ້ແກ່ ນັກຮ້ອງ ຟ້າມຕຽນແມ້ງ ມາຈາກຫວຽດນາມ ແລະ ນັກຮ້ອງ Alvir Anthony Subrado ມາຈາກ ຟີລີບປີນ. ອາດຈະເວົ້າໄດ້ວ່າ ດົນຕີຢູ່ທຸກບ່ອນ, ທຸກຫົນແຫ່ງ, ບໍ່ຈຳແນກປະເທດໃດ, ຊາດໃດ. ດົນຕີ ເຮັດໃຫ້ທຸກຄົນຫຍັບມໍ່ໃກ້ກັນກວ່າ. ແລະ ງານປະກວດສຽງເພງ ອາຊຽນ+3 ໄດ້ສະຫນິດຕິດພັນບັນດານັກຮ້ອງມີຄວາມເກັ່ງກ້າສາມາດຂອງ ອາຊຽນ ແລະ ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ບັນດານັກຮ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ