ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ເລີ່ມຕົ້ນຢ່າງດີງາມ, ມຸ່ງໄປສູ່ອະນາຄົດ

(VOVWORLD) - ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ພວມຢູ່ໃນທ່ວງທ່າການພັດທະນາທີ່ຕັ້ງໜ້າ, ພິເສດແມ່ນ ພາຍຫລັງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ ອິນໂດເນເຊຍ ເມື່ອເດືອນ ກໍລະກົດ 2017 ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແຕ່ວັນທີ 11 12 ກັນຍາ ຜ່ານມາ.

 ປີ 2018 ໄດ້ສ້າງເປັນຂີດໝາຍໄລຍະທາງ 5 ປີທຳອິດທີ່ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ 2 ຝ່າຍພວມຊຸກຍູ້ການສ້າງໂຄງການດຳເນີນງານໃໝ່ສຳລັບໄລຍະ 2019 2023 ໃຫ້ສຳເລັດຜົນໂດຍໄວ. ເນື່ອງໃນໂອກາດນີ້ ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາກຕາ ໄດ້ມີການແລກປ່ຽນກັບທ່ານ Denny Abdi ຫົວໜ້າກົມ ອາຊຽນ, ກະຊວງການຕ່າງປະເທດ ອິນໂດເນເຊຍ.

ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ  ເລີ່ມຕົ້ນຢ່າງດີງາມ, ມຸ່ງໄປສູ່ອະນາຄົດ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ເມື່ອຕີລາຄາກ່ຽວກັບບັນດາໝາກຜົນ ຊຶ່ງ ຫວຽດນາມ ແລະ ອິນໂດເນເຊຍ ບັນລຸໄດ້ນັບແຕ່ 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013, ທ່ານ Denny Abdi ຖືວ່າ: ໂດຍອີງໃສ່ພື້ນຖານຂອງການພົວພັນຄູ່ຮ່ວມມືຍຸດທະສາດແລ້ວ, 2 ປະເທດໄດ້ວາງແຜນການພັດທະນາສາຍພົວພັນລະຫວ່າງ 2 ປະເທດໄລຍະ 5 ປີທຳອິດ. ມາຮອດປັດຈຸບັນນີ້, 2 ປະເທດ ປະຕິບັດໄດ້ຫລາຍເປົ້າໝາຍທີ່ວາງອອກສຳລັບແຜນການພັດທະນາໃນຂົງເຂດຕ່າງໆຄື: ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາເສດຖະກິດ, ຂຸດຄົ້ນສິນໃນນ້ຳ, ສິນທະເລກໍ່ຄືການຮ່ວມມືທາງດ້ານວັດທະນະທຳ - ສັງຄົມ.

ໃນເດືອນ ເມສາ ຜ່ານມາ, ຢູ່ນະຄອນຫລວງ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມື 2 ຝ່າຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ພາຍໃຕ້ການເປັນປະທານຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ອິນໂດເນເຊຍ, ແນໃສ່ຕີລາຄາຄືນ ໄລຍະທາງ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ແລະ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນອະນາຄົດ. ໜຶ່ງໃນບັນດາເນື້ອໃນທີ່ສຳຄັນ ເຊິ່ງໄດ້ລົງນາມທີ່ກອງປະຊຸມນັ້ນ ແມ່ນ 2 ຝ່າຍຈະຕັ້ງໜ້າເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃນ 5 ປີຈະມາເຖິງມີຄວາມເລິກເຊິ່ງ ແລະ ພັດທະນາ. ຕາມນັ້ນແລ້ວ, 2 ປະເທດພວມຕັ້ງໜ້າມຸ່ງໄປສູ່ການພົວພັນຮ່ວມມືທີ່ດີງາມ ກ່ວາໃນໄລຍະຕໍ່ໄປ, ວາງອອກບັນດາເປົ້າໝາຍໃໝ່ ເພື່ອປະຕິບັດໃນ 5 ປີຈະມາເຖິງ. ທ່ານ Denny Abdi ໃຫ້ຮູ້ວ່າ: ອິນໂດເນເຊຍ ພວມຕັ້ງໜ້າປະຕິບັດບັນດາແຜນນະໂຍບາຍນີ້ຂອງລັດຖະບານກໍ່ຄືການແລກປ່ຽນ, ປຶກສາຫາລືກັບບັນດາເພື່ອນຮ່ວມອາຊີບຝ່າຍກະຊວງການຕ່າງປະເທດ ຫວຽດນາມ.

ຕາມທ່ານ Denny Abdi ແລ້ວ, ບໍ່ມີສິ່ງກີດຂວາງໃດໆ ໃນການພົວພັນລະຫວ່າງ 2 ປະເທດ; 2 ຝ່າຍຍາມໃດກໍ່ແລກປ່ຽນ ແລະ ເຮັດວຽກນຳກັນຢ່າງເປີດອົກເປີດໃຈ ແລະ ກົງໄປກົງມາ. ທ່ານກໍ່ເຊື່ອໝັ້ນວ່າ ບົນພື້ນຖານການພົວພັນອັນດີງາມລະຫວ່າງ 2 ປະເທດນັ້ນ, ບັນດາຂົງເຂດການຮ່ວມມື ແລະ ເຮັດວຽກລວມ ພວມ ແລະ ຈະດີງາມທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ທ່ານ Denny Abdi ກໍ່ຍົກອອກສິ່ງທ້າທາຍຈຳນວນໜຶ່ງ ເຊິ່ງ 2 ຝ່າຍຕ້ອງປະເຊີນໜ້າໃນບັນດາຂົງເຂດຮ່ວມມື 2 ຝ່າຍ. ໂດຍລະອຽດແມ່ນ, ກ່ຽວກັບຂົງເຂດເສດຖະກິດ, ເຖິງວ່າມີການຮ່ວມມືຢ່າງແໜ້ນແຟ້ນກໍ່ຕາມ ແຕ່ 2 ປະເທດຍັງຄົງມີບັນດາຂົງເຂດທີ່ແກ່ງແຍ້ງກັນ ແລະ ເພື່ອຜ່ານຜ່າບັນດາສິ່ງທ້າທາຍນີ້ 2 ຝ່າຍຕ້ອງຕັ້ງໜ້າເຮັດວຽກນຳກັນ ແລະ ແບ່ງປັນບັນດາຄຸນຄ່າລວມ.

ທ່ານ Denny Abdi ເນັ້ນໜັກວ່າ ອິນໂດເນເຊຍ ແລະ ຫວຽດນາມ ແມ່ນບັນດາປະເທດໃຫຍ່ໃນ ອາຊຽນ ທັງກ່ຽວກັບຈຳນວນປະຊາກອນທັງດ້ານເສດຖະກິດ, ມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງຫລາຍຢ່າງເພື່ອຮ່ວມມື, ສະນັ້ນ 2 ຝ່າຍຄວນຕັ້ງໜ້າເພີ່ມທະວີການຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືແມ່ນທ່າແຮງຂອງ 2 ປະເທດ. ໜຶ່ງໃນບັນດາເນື້ອໃນສຳຄັນຕ້ອງການປະຕິບັດໃນທັນທີ ນັ້ນແມ່ນ ຕັ້ງໜ້າຮ່ວມມືແລກປ່ຽນກ່ຽວກັບບຸກຄະລາກອນ, ເຕັກໂນໂລຢີ, ເຕັກນິກໃໝ່. 2 ປະເທດກໍ່ມີບັນດາແຫຼ່ງຊັບພະຍາກອນທຳມະຊາດໃຫຍ່ທີ່ສຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດ ແລະ ນີ້ແມ່ນບັນຫາຕົ້ນຕໍ ຮັບປະກັນໃຫ້ແກ່ຜົນສຳເລັດຂອງການຮ່ວມມື 2 ຝ່າຍໃນອະນາຄົດ ເຊິ່ງ 2 ປະເທດຄວນຕັ້ງໜ້າແບ່ງປັນ ແລະ ຮ່ວມມືນຳກັນ.

ກ່ຽວກັບອະນາຄົດ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ, ທ່ານ Denny Abdi ຖືວ່າ: 2 ປະເທດສາມາດຊຸກຍູ້ການພົວພັນນີ້ໃຫ້ມີປະສິດທິຜົນ ແລະ ແທດຈິງກ່ວາອີກ ໂດຍຜ່ານການຍູ້ແຮງການຮ່ວມມືໃນຂອບເຂດ ອາຊຽນ. ຕາມທ່ານ Denny Abdi ແລ້ວ, ໃນສະພາບການ ອາຊຽນ ປັດຈຸບັນພວມສວມບົດບາດສຳຄັນທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ ກໍ່ຄືທົ່ວໂລກ, ແມ່ນບັນດາປະເທດໃຫຍ່ສຸດໃນ ອາຊຽນ, ອິນໂດເນເຊຍ ແລະ ຫວຽດນາມ ກໍ່ສວມບົດບາດສຳຄັນທີ່ສຸດໃນບັນດາສາຍພົວພັນລະຫວ່າງ ອາຊຽນ ກັບບັນດາປະເທດ, ອົງການຈັດຕັ້ງສາກົນ. ທ່ານ Denny Abdi ໄດ້ສະແດງຄວາມປະອີບໃຈກ່ຽວກັບການພົວພັນລະຫວ່າງ 2 ປະເທດໃນອະນາຄົດ ໂດຍອີງໃສ່ແຜນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນ, ຕາມນັ້ນແລ້ວ, ຄວາມເຫັນດີເຫັນພ້ອມ, ການແບ່ງປັນ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຫລາຍກ່ວາອີກ ຈະຊຸກຍູ້ການຮ່ວມມືທີ່ແທດຈິງ, ມີປະສິດທິຜົນລະຫວ່າງ 2 ປະເທດໃນບັນດາບັນຫາຂອງພາກພື້ນກໍ່ຄືສາກົນ ./.

ຕອບກັບ

ຂ່າວ/ບົດ​ອື່ນ