ຊຸດຮຽນກ່ຽວກັບຂະແຫນງກວດກາດ້ວຍຄວາມປະທັບໃຈຫລາຍຢ່າງ

(VOVWORLD) -“ຊຸດບຳລຸງວິຊາສະເພາະການກວດກາ, ການປະເມີນຜົນ ແລະ ຕິດຕາມກວດກາໂຄງການລົງທຶນສາທາລະນະໃຫ້ແກ່ພະນັກງານລາວ, ໂດຍກະຊວງແຜນການ ການລົງທຶນຫວຽດນາມ ຈັດຕັ້ງໃນໄລຍະ 1,5 ເດືອນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນອກຈາກໄດ້ຮຽນທິດສະດີກ່ຽວກັບວິຊາສະເພາະແລ້ວ, ບັນດາພະນັກງານລາວ ຍັງໄດ້ລົງຕົວຈິງຢູ່ບາງແຂວງ ເພື່ອໄປທັດສະນະສຶກສາ. ຊຸດຮຽນນີ້ໄດ້ສ້າງຄວາມປະທັບໃຈຫລາຍຢ່າງສຳລັບບັນດານັກສຳມະນາກອນລາວ.
ຊຸດຮຽນກ່ຽວກັບຂະແຫນງກວດກາດ້ວຍຄວາມປະທັບໃຈຫລາຍຢ່າງ - ảnh 1 ນາງ ນິດສະວອນ

ເມື່ອໄດ້ຮັບໃບຢັ້ງຢືນສຳເລັດ “ຊຸດບຳລຸງວິຊາສະເພາະການກວດກາ, ປະເມີນຜົນ ແລະ ຕິດຕາມກວດກາໂຄງການລົງທຶນສາທາລະນະ”, ນິດສະວອນ ແກ້ວມະນີ, ອາຍຸ 26 ປີ ແມ່ນຜູ້ຫນຸ່ມກວ່າໝູ່ໃນຈຳນວນນັກສຳມະນາກອນລາວ 20 ຄົນ ທີ່ເຂົ້າຮ່ວມຊຸດບຳລຸງສະຫງວນໃຫ້ພະນັກງານລາວ ມີຄວາມປິຕິຊົມຊື່ນທີ່ສຸດ. ນີ້ເປັນຄັ້ງທຳອິດ ນາງນິດສະວອນ ໄດ້ເຂົ້າຮ່ວມຊຸດບຳລຸງວິຊາສະເພາະຢູ່ ຕ່າງປະເທດ ນັບແຕ່ເມື່ອນາງໄດ້ຮັບເຂົ້າມາເຮັດວຽກຢູ່ ຄະນະກວດກາ ສັງກັດກະຊວງແຜນການ ແລະ ການລົງທຶນ ລາວ ກ່ອນນີ້ 4 ປີ.

        ສຽງນາງ ນິດສະວອນ

ອ້າຍ ຈັນສະໜົມ ແສງດາລັດ ອາຍຸກວ່າ 45 ປີ ແມ່ນຫົວຫນ້າຄະນະກວດກາລັດຖະບານ, ສັງກັດກະຊວງແຜນການ ແລະ ການລົງທຶນ ແຂວງ ຜົ້ງສາລີ ກໍ່ມີຄວາມປິຕິຊົມຊື່ນ ແລະ ມີຄວາມຮູ້ສຶກເຊັ່ນດຽວກັນກັບນາງ ນິດສະວອນ:

        ສຽງຂອງອ້າຍ ຈັນສະນົງ

ຊຸດບຳລຸງສ້າງດຳເນີນແຕ່ວັນທີ 14 ສິງຫາ ຮອດວັນທີ 23 ກັນຍາປີ 2017, ແຕ່ລະມື້ຮຽນ 8 ຊົ່ວໂມງ ດ້ວຍ 18 ຫົວເລື່ອງສະເພາະຄື: ວິຊາສະເພາະການປະເມີຜົນບົດລາຍງານການຄົ້ນຄ້ວາຄວາມເປັນໄປໄດ້ຂອງໂຄງການລົງທຶນສາລະນະນະ, ຕິດຕາມກວດກາການລົງທຶນຂອງວົງຄະນາຍາດ, ວິທີການຕີລາຄາໂຄງການລົງທຶນ, ວິທີການດຳເນີນການກວດກາ. ມີບາງຫົວເລື່ອງສະເພາະ ຕ້ອງຄົ້ນຄ້ວາໃນຫລາຍຊົ່ວໂມງຮຽນ ແຕ່ບັນຍາກາດໃນການຮ່ຳຮຽນຍາມໃດກໍ່ຟົດຟື້ນທີ່ສຸດ ເພາະມີການແລກປ່ຽນຄຳເຫັນລະຫວ່າງຄູອາຈານ ແລະ ນັກສຳມະນາກອນ. ຊຸມມື້ຕົ້ນອາທິດແມ່ນຮຽນທິດສະດີ ແລະ ຮອດວັນສຸກ ບັນດານັກສຳມະນາກອນ ໄດ້ລົງຖອດຖອນບົດຮຽນຢູ່ບາງແຂວງ ແລະ ໄປຢ້ຽມຢາມທັດສະນີຍະພາບຢູ່ບັນດາແຂວງນັ້ນ. ທ່ານ ໂງວັນຢາງ, ຮອງຜູ້ອຳນວຍການສູນບຳລຸງພະນັກງານເສດຖະກິດ ແຜນການ, ສັງກັດກະຊວງແຜນການ ແລະ ການລົງທຶນຫວຽດນາມ ພ້ອມທັງແມ່ນອາຈານສອນ ສອນ 3 ຫົວເລື່ອງສະເພາະ ໃນຈຳນວນ 18 ຫົວເລື່ອງສະເພາະຂອງຊຸດຮຽນຄັ້ງນີ້ໃຫ້ຮູ້ວ່າ:

        “ລະບົບກົດໝາຍຂອງຫວຽດນາມ ແລະ ລາວ ມີຫລາຍຈຸດແຕກຕ່າງກັນ ສະນັ້ນ ເມື່ອຈົບຊຸດຮຽນນີ້ ບັນດານັກສຳມະນາກອນລາວກັບຄືນເມືອປະເທດເມື່ອໝູນໃຊ້ເຂົ້າໃນວຽກງານອາດຈະປະສົບກັບຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍຕາມ ໃນໄລຍະຮຽນ, ນັບແຕ່ເລື່ອງຮຽນທິດສະດີຕະຫລອດຮອດການລົງຕົວຈິງຢູ່ບັນດາທ້ອງຖິ່ນ, ບັນດານັກສຳມະນາກອນລາວ ເຫັນວ່າ ລະບົບກົດໝາຍຂອງສະພາແຫ່ງຊາດ, ຈົດໝາຍທາງການຂອງກະຊວງ ຕະຫລອດຮອດຂໍ້ກຳນົດຂອງບັນດາທ້ອງຖິ່ນລ້ວນແຕ່ຄົບຊຸດ. ນີ້ແມ່ນບັນດາບົດຮຽນດີເພື່ອໃຫ້ພວກເພື່ອນເມື່ອກັບເມືອປະເທດສະເຫນີປະຕິບັດຢູ່ລາວ ເພາະວ່າ  ຕົວຈິງ ກົດໝາຍຂອງລາວຍັງບໍ່ທັນຄົບຊຸດເທື່ອ.”

ຊຸດຮຽນກ່ຽວກັບຂະແຫນງກວດກາດ້ວຍຄວາມປະທັບໃຈຫລາຍຢ່າງ - ảnh 2 ບັນດານັກສຳມະນາກອນ, ອາຈານ ໃນພິທີອັດຊຸດບຳລຸງ

        ທ່ານ ໂງວັນຢາງ ກໍ່ໃຫ້ຮູ້ຕື່ມອີກວ່າ: ໃນກວ່າ 20 ປີແຫ່ງການສ້າງຕັ້ງ, ສູນໄດ້ເປີດຊຸດບຳລຸງໃຫ້ແກ່ພະນັກງານລາວ 13 ຊຸດແລ້ວ ດ້ວຍການເຂົ້າຮ່ວມຂອງນັກສຳມະນາກອນ ກວ່າ 100 ຄົນ. ຊຸດຮຽນທີ 13 ນີ້ ມີສຳມະນາກອນກວ່າ 60% ແມ່ນຫົວຫນ້າພະແນກ ສ່ວນຍັງເຫລືອແມ່ນນັກວິຊາການ. ນອກນັ້ນ ຊຸດຮຽນນີ້ ຍັງມີຫລາຍຈຸດແຕກຕ່າງເມື່ອທຽບໃສ່ບັນດາຊຸດຮຽນກ່ອນນີ້.

        “ຊຸດຮຽນກ່ອນນີ້ ໂດຍແມ່ນກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ສູນບຳລຸງພະນັກງານເສດຖະກິດ ແລະ ແຜນການ  ກຽມ ເນື້ອໃນ ແຕ່ຊຸດຮຽນນີ້ ໂດຍແມ່ນກະຊວງແຜນການ ແລະ ການລົງທຶນລາວ ສະເຫນີເນື້ອໃນຊື່ງຝ່າຍລາວຢາກຮຽນ. ສະນັ້ນ  ນັກສຳມະນາກອນ ລາວທັງໝົດ ລ້ວນແຕ່ຕີລາຄາສູງກ່ຽວກັບເນື້ອໃນຂອງຊຸດຮຽນ. ໃນຊຸດຮຽນ ສູນບຳລຸງພະນັກງານເສດຖະກິດ ແລະ ແຜນການ  ໄດ້ເຊີນບັນດາຜູ້ຊ່ຽວຊານແຖວຫນ້າໃນຂົງເຂດກວດກາ ມາຈາກກະຊວງແຜນການ ແລະ ການລົງທຶນຫວຽດນາມ, ອົງການກວດກາລັດຖະບານ ເຂົ້າຮ່ວມ, ອາຈານມາຈາກໂຮງຮຽນພະນັກງານກວດກາ ມາສອນ.”

ພາຍຫລັງຮ່ຳຮຽນຢູ່ຫວຽດນາມ ເວລາກວ່າເດືອນຫນຶ່ງ, ບັນດານັກສຳມະນາກອນ ລາວກັບເມືອປະເທດ. ນາງນິດສະວອນ ແລະ ອ້າຍ ຈັນສະໜົມ ມີຄວາມຮູ້ສຶກປິຕິຊົມຊື່ນ ເພາະໄດ້ຮ່ຳຮຽນເອົາບົດຮຽນຕົວຈິງອັນລ້ຳຄ່າ ແລະ ຈະໝູນໃຊ້ບັນດາຄວາມຮູ້ທີ່ຕົນເອງໄດ້ຮ່ຳຮຽນເຂົ້າໃນວຽກງານເພື່ອບັນລຸໝາກຜົນຄືດັ່ງຄວາມຫວັງ. ປີ 2018 ມີອີກຊຸດຮຽນຫນຶ່ງຄ້າຍຄືກັນຈະຖືກຈັດຕັ້ງ ແລະ ຈະສືບຕໍ່ຕ້ອນຮັບນັກສຳມະນາກອນ 20 ຄົນມາເຂົ້າຮ່ວມຊຸດຮຽນ. ການນຳສູນບຳລຸງສ້າງພະນັກງານເສດຖະກິດ - ແຜນການ, ສັງກັດກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກໍ່ມີຄວາມປາດຖະຫນາວ່າ ຝ່າຍລາວຈະສືບຕໍ່ເປັນເຈົ້າການໃນການສະເຫນີເນື້ອໃນຫລັກສູດເພື່ອໃຫ້ຊຸດຮຽນບັນລຸໝາກຜົນດີທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ