ຊາຍຫນຸ່ມຄົນຫນຶ່ງໄປເຖິງ10 ປະເທດສະມາຊິກອາຊຽນເພື່ອໂຄສະນາຫວຽດນາມ

(vovworld)-​ການເດີນທາງ​ມາ​ເປັນ​ເວລາ 30 ວັນ ຜ່ານ 10 ປະ​ເທດ ອາ​ຊຽນ, ປະຕິບັດ​ການ​ສຳພາດ​ປະຊາຊົນ​ປະ​ເທດ​ປະຈຳ​ຖິ່ນເກືອບ 100 ຄັ້ງ ​ເພື່ອ​ຮັບ​ຟັງ​ເຂົາ​ເຈົ້າ​ຕີ​ລາຄາ​ແນ​ວ​ໃດ, ມີ​ຄວາມ​ຄິດ​ແນວ​ໃດ ​ແລະ ​ເຂົ້າ​ໃຈ​ຄື​ແນວ​ໃດ​ກ່ຽວ​ກັບ​ຫວຽດນາມ. ຈາກ​ນັ້ນ​ເພື່ອ​ສ້າງ​ເປັນ Clipvideo ​​ໃຫ້​ທຸກ​ຄົນ, ພິ​ເສດ​ແມ່ນ​ບັນດາ​ເພື່ອນ​ຫນຸ່ມ​ພ້ອມ​ກັນ​ປຶກສາ​ຫາລື, ມີ​ການ​ປ່ຽນ​ແປງ​ເພື່ອ​ໃຫ້​ຫວຽດນາມ ສວຍ​ງາມ​ກວ່າ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ.​ ນັ້ນ​ແມ່ນ​ບັນດາ​ຄຳ​ເຫັນ​ທີ່​​ເພື່ອນ ບຸ່ຍ​ກວາງ​  ບີ​ງ, ອາຍຸ 26 ປີ ຢູ່ ນະຄອນ​ ດາ​ຫນັງ, ປະຈຸ​ບັນ ​ແມ່ນ​ຄູ​ສອນ​ພາສາ​ອັງກິດ ​ໄດ້​ປະຕິບັດ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ແອ​ງຮ່ວຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: ຊາຍຫນຸ່ມຄົນຫນຶ່ງໄປເຖິງ 10 ປະເທດສະມາຊິກອາຊຽນເພື່ອໂຄສະນາຫວຽດນາມ.

        ​ໂດຍ​​ແມ່ນ​ຄົນ​ມັກ​ໄປ​ທ່ອງ​ທ່ຽວ, ຢາກ​ຄົ້ນ​ຫາ, ​ເຮັດ​ສິ່ງ​ທີ່​ແຕກ​ຕ່າງ​, ​ແຕ່​ຄຳ​ຖາມ​ທີ່​ວ່າ “ຊາວ​ຕ່າງປະ​ເທດ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຫວຽດນາມ” ຈຶ່ງ​ແມ່ນ​ກຳລັງ​ຫນູນ​ສຳລັບ​ການເດີນທາງ​ໄປ​ຢ້ຽມຢາມ 10 ປະ​ເທດ ອາຊຽນ ມາ​ເປັນ​ເວລາ​ເກືອບ 1 ​ເດືອນ ຂອງ ​ເພື່ອນບຸ່ຍ​ກວາງບີ​ງ ຢູ່​ເມືອງ ຫາຍ​ເຈົາ ນະຄອນ ດາ​ຫນັງ. ຕົ້ນ​ເດືອນ 5/2014, ບຸ່ຍ​ກວາງບີ​ງ ​ເລີ່​ມຕົ້ນ​ການ​ເດີນທາງ​ເຖິງ ລາວ, ກຳປູ​ເຈຍ, ​ໄທ, ສິງກະ​ໂປ,​ ມຽນມາ,​ ມາ​ເລ​ເຊຍ… ນະຄອນຫລວງ​ຂອງ​ບັນດາ​ປະ​ເທດ​​ແມ່ນ​ສະຖານ​ທີ່ ບຸ່ຍ​ກວາງບີ​ງ ​ເລືອກ​ເຟັ້ນ​ໄປຢ້ຽມຢາມ. ບຸ່ຍ​ກວາງບີ​ງ ​ແບ່ງປັນ​ວ່າ ນີ້ບໍ່​ແມ່ນ​ລາຍການ​ຢ້ຽມຢາມ​ທຳ​ມະ​ດາ​ເທົ່າ​ນັ້ນ ຫາກ​ແມ່ນ​ການ​ເດີນທາງ​ຢາກ​ຊອກຮູ້​ວ່າ​ ​ ຊາວ​ຕ່າງປະ​ເທດ ມີ​ຂໍ້​ສັງ​ເກ​ດ​ແນວ​ໃດ​ກ່ຽວ​ກັບ ຫວຽດນາມ.

        “ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້​ວ່າ ປະຊາ​ຊົນ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ເຂົາ​ເຈົ້າມີ​ຄວາມ​ຄິດຄື​ແນວ​ໃດ​ກ່ຽວ​ກັບຫວຽດນາມ. ​ແລະ ຂ້າພະ​ເຈົ້າ​ຢາກ​ນຳ​ເອົາ​ບັນດາ​ຂໍ້​ມູນ​ຂ່າວສານ​ນີ້​ມາ​ເຜີຍ​ແຜ່​ໃຫ້​​ເພື່ອນ​ຫວຽດນາມ ທຸກ​ຄົນ, ຜ່ານ​ນັ້ນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຕົນ​ເອງ​ກວ່າ, ຈາກ​ນັ້ນ ຖອດ​ຖອນ​ບັນດາ​ບົດຮຽນ​ທີ່​ມີ​ປະ​ໂຫຍ​ດກ່ຽວ​ກັບ​ທຸກ​ດ້ານ​ໃນ​ຊີວິດ.”

ຊາຍຫນຸ່ມຄົນຫນຶ່ງໄປເຖິງ10 ປະເທດສະມາຊິກອາຊຽນເພື່ອໂຄສະນາຫວຽດນາມ - ảnh 1
ບຸ່ຍ​ກວາງ​  ບີ​ງ ຢູ່ມາເລເຊຍ

        ​ເມື່ອ​ໄປ​ຮອດ​ບັນດາ​ປະ​ເທດ​ດັ່ງກ່າວ,  ​ເພື່ອນ ບຸ່ຍ​ກວາງບີ​ງ ​ໄດ້​ພົບ​ປະ​ກັບ​ບັນດາ​​ເພື່ອນ​ມິດຢູ່​ປະ​​ເທດ​ເຫຼົ່ານັ້ນ ​ແລະ ຕັ້ງ​ຄຳຖາມ​ວ່າ: ​ເພື່ອນ​ຄິດ​ແນວ​ໃດ, ​ເຂົ້າ​ໃຈ​ຫຍັງ​ແດ່​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ. ບັນດາ​ເພື່ອນທີ່​ຖືກ​ຖາມ​ນັ້ນລ້ວນ​ແຕ່​ໃຫ້​ຄຳ​ຕອບ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ສວຍ​ງາມ,​ ສະຫງົບ​ສຸກ, ​ໃກ້ຊິດ​ສະຫນິດສະຫນົມ ​ແລະ ຊາວ​ຫວຽດນາມ ຮັກ​ແພງ​ແຂກ. ນອກ​ນັ້ນ ບຸ່ຍ​ກວາງບີ​ງ ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ​ ຫວຽດນາມ ​ໃຫ້​ແກ່​ບັນດາເພື່ອນ​ມິດຮັບ​ຊາບ.

        “ສິ່ງ​ປະ​ທັບ​ໃຈ​ນັ້ນ​ແມ່ນ ​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວກັບ​ຊາວ​ຫວຽດນາມ. ຕົວຢ່າງ ​ເມື່ອ​ໄດ້​ຊົມ​ຮູບ​ພາບ​ກ່ຽວ​ກັບ ອ່າວ​ຮ້າ​ລອງ, ພວກ​ເພື່ອນ​​ລ້ວນ​ແຕ່​ຕົກສະ​ເງີ້ ບໍ່​ຮູ້​ວ່າ​ຢູ່​ຫວຽດນາມ ມີ​ທິວ​ທັດ​ທຳ​ມະ​ຊາດ​ງາມ​ຄື​ແນວ​ນັ້ນ. ນອກຈາກ​ໃຫ້​ພວກ​ເພື່ອນ​ຊົມ​ຮູບ​ພາບ​​ແລ້ວ, ຂ້າພະ​ເຈົ້າ​ຍັງ​ນຳເອົາ​ອາຫານ​ພິ​ເສດ​ຂອງ​ຫວຽດນາມຫລາຍ​​ເຍື່ອງ ມາ​ເຊີນ​ພວກ​ເພື່ອນ​ອີກ​ດ້ວຍ. ພວກ​ເພື່ອນ​ແບ່ງປັນ​ວ່າ: ທຳ​ອິດ ​ເຂົາ​ເຈົ້າ​ຢາກ​​ໄປ​ຢ້ຽມຢາມ ອັງກິດ, ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ​ແຕ່​ພາຍຫລັງ ​ເມື່ອ​ໄດ້​ຮັບ​ຊົມ​ຮູບ​ພາບ​ກ່ຽວ​ກັບ​ຫວຽດນາມ, ຮັບ​ຟັງ​ດົນ​ຕີ ຫວຽດນາມ ​ເຂົາ​ເຈົ້າ​ຢາກ​​ໄປ​ທ່ອງ​ທ່ຽວ ຫວຽດນາມ ຫລາຍກວ່າ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ​ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ຫວຽດນາມ.”

        ​ໂດຍ​ແມ່ນ​ຄູ​ສອນ​ພາສາ ອັງກິດ ສະ​ນັ້ນ ບຸ່ຍ​ກວາງບີ​ງ ມີ​ຄວາມ​ສະດວກ​ໃນ​ການ​ສຳພາດ ​ແລະ ໂອ້​ລົມ​ກັບ​ພວກເພື່ອນ​ ​ເພື່ອ​ຊອກຮູ້​​ທັດສະນະ​ຂອງ​ເຂົາ​ເຈົ້າກ່ຽວ​ກັບບັນຫາ​ສັງຄົມ, ການ​ເມືອງ, ການ​ສຶກສາ​ຂອງ​ຫວຽດນາມ. ​​ໃນ​ການ​​ເດີນທາງ​ນັ້ນ, ສິ່ງ​ທີ່​ເຮັດ​​ໃຫ້ ບຸ່ຍ​ກວາງບີ​ງ ຮູ້ສຶກ​ຕຶ້ນຕັນ​ໃຈ, ນັ້ນ​ແມ່ນ​ ເມື່ອ​ມາ​ຢ້ຽມຢາມ​ປະ​ເທດ ມຽນມາ, ​ເວລາ​ພວມ​ຢູ່​ສະຫນາມ​ບິນ ບຸ່ຍ​ກວາງບີ​ງ ​ເຫັນ​ວ່າ ຊ່ອງ​ໂທລະພາບ ມຽນມາ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ຈີນຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດ​ຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ​ແລະ ຮູບ​ພາບ​ປະຊາຊົນ​ຫວຽດນາມ ລົງ​ຖະ​ຫນົນ​ແຫ່​ຂະ​ບວນຄັດຄ້ານ​ການ​ກະທຳ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ຈຸດ​ເວລາ​ນັ້ນ, ຢູ່​ປະ​ເທດ​ສະມາຊິກ​ໃດ​ຂອງ ອາ​ຊຽນ, ບຸ່ຍ​ກວາງບີ​ງ ກໍ​ໄດ້​ຮັບ​ຟັງ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​​ເຫດການ​ຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ​ເຖິງ​ວ່າ ບໍ່​ນອນ​ໃນ​ແຜນການ​ຂອງ​ຕົນ, ​ແຕ່ ບຸ່ຍ​ກວາງບີ​ງ ຢາກ​ຮູ້​ວ່າ ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ມີ​ຄວາມ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ, ບຸ່ຍ​ກວາງບີ​ງ ​ໄດ້​ບັນທຶກ​ບັນດາ​ຄຳ​ເຫັນ​ຂອງ​ປະຊາຊົນ​ອາ​ຊຽນ ກ່ຽວ​ກັບ​ເຫດການ​ນີ້ ຄື​ດັ່ງ​ວິທີ​ຫນຶ່ງ​ສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ຮັກ​ຊາດ. ບຸ່ຍ​ກວາງບີ​ງ ​ເລ່ົາ​ສູ່​ຟັງ​ວ່າ: ບັນດາຜູ້​ທີ່​ຖືກ​ຖາມລ້ວນ​ແຕ່​ສະ​ແດງ​ທັດສະນະ ບໍ່​ສະຫນັບສະຫນູນ​ການ​ກະທຳ​ຂອງ​ຈີນ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ຢາກ​​ສັນຕິພາບ ​ແລະ ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຜ່ານ​ການ​ເຈລະຈາ. ​ເມື່ອ​ໄປ​ຮອດ ສິງກະ​ໂປ, ບຸ່ຍ​ກວາງບີ​ງ ​ໄດ້​ພົບ​ປະ​ກັບ​ບັນດາ​ເພື່ອນ​ແມ່ນ​ຊາວ​ຈີນ ​ແລະ ​ເມື່ອ​ຖາມ​ເຂົາ​ເຈົ້າ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ, ຜູ້​ໃດ​ກໍ​ເວົ້າ​ວ່າ ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຕົວ​ຈິງ​ແມ່ນ​ໄປ​ຝືນ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພູມສາດ, ອະທິປະ​ໄຕ ຊື່​ງ​ເຂົາ​ເຈົ້າ​ໄດ້​ຮຳ່​ຮຽນ​​ໃນ​ໂຮງຮຽນ. ບຸ່ຍ​ກວາງບີ​ງ ​​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ກັບ​​ເພື່ອນ​ຜູ້ຫນຶ່ງ​ແມ່ນ​ຊາວ​ຈີນ ​ຢູ່ ສິງກະ​ໂປ ​ແລະ ຜູ້​ນັ້ນ​ເວົ້າ​ວ່າ ​ລາວ​ຮູ້ສຶກ​ຕົກສ​ະ​ເງີ້​ ບໍ່​ຮູ້​ວ່າ ​ສິ່ງ​ທີ່ໂລກ​ເວົ້າ​​ແມ່ນ​ຕ່າງ​ກັບ​ສິ່ງ​ທີ່​ເພື່ອນ​ໄດ້​ຮຽນ​ໃນ​ປື້​ມຕຳລາ​ຮຽນ​ຂອງ​ຈີນ. ສະ​ນັ້ນ ລາ​ວຢາກ​ຊອກ​ຮູ້​ວ່າຄວາມ​ຈິງ​ແມ່ນ​ຫຍັງ.”

        ບັນດາ​ຄຳ​ຖາມ, ການ​ຕີລາຄາ​ຂອງ​​ເພື່ອ​ນມິດ​ຢູ່​ບັນດາ​ປະ​ເທດ​ຊື່​ງ ບຸ່ຍ​ກວາງບີ​ງ ​ໄດ້​ພົບ ​ແລະ ​ໂອ້​ລົມ​ສົນທະນາ ​ໃນ​ການ​ເດີນທາງ​ເຖິງ 10 ປະ​ເທດ ອາ​ຊຽນ ຈະ​ຖືກ​​ແນະນຳ​ດ້ວຍ Clipvideo 10 ພາກ ດ້ວຍ​ແຕ່​ລະ​ຫົວ​ເລື່ອງ​ແຕກ​ຕ່າງ​ກັນ. ປະຈຸ​ບັນ ມີ Clipvideo 3 ພາກ​ໄດ້​ອອກ​ທາງ youtube ນັ້ນ​ແມ່ນ“ ອາ​ຊຽນ ຄິດ​ແນວ​ໃດ​ກ່ຽວ​ກັບ​ຫວຽດນາມ”, ອາ​ຊຽນ ຕີ​ລາຄາ​ຄື​ແນວ​ໃດ​ກ່ຽວ​ກັບ​ການ​ກະທຳ​ຂອງ​ຈີນ, ມາດ​ຕະການ​ໃຫ້​ແກ່​ຫວຽດນາມ ​ແລະ “ນ້ອງ​ມື້​ໃນ​ມື້ວານ​ນີ້​” ເຖິງ​ວ່າ ບັນດາ clipvideo ​ຫາກໍ່ ອອກສະເຫນີຕໍ່​ຜູ້​ຊົມ​ກໍ​ຕາມ ແຕ່ໄດ້ດຶງດູດຜູ້ເຂົ້າຊົມນັບພັນເທື່ອຄົນ.

        ຄາດວ່າໄລຍຈະມາເຖິງ, ທັງໝົດ 10 clipvideo  ​ໃນການຢ້ຽມຢາມຈະສ້າງສຳເລັດ. ບຸ່ຍ​ກວາງບີ​ງ ປາດ​ຖະຫນາ ຜ່ານ​ບັນດາ​ຄຳ​ຖາມ​ກ່ຽວ​ກັບ​ຫວຽດນາມ, ຄວາມ​ຮູ້ສຶກ, ຄວາມ​ຄິດ​  ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ກ່ຽວ​ກັບ​ຫວຽດນາມ, ປະຊາຊົນ​ທຸກ​ຄົນ, ​ເປັນ​ຕົ້ນ​ແມ່ນ​ເພື່ອນ​ຫນຸ່ມ​ຈະ​ປຶກສາ​ຫາລື​ເພື່ອ​ເຮ​ັດ​ແນວ​ໃດ​ໃຫ້​ປະ​ເທດ​ຫວຽດນາມ ນັບ​ມື້​ນັບ​ສວຍ​ງາມ​ກວ່າ​ໃນ​ສາຍ​ຕາເພື່ອນ​ມິດສາ​ກົນ​.

 

ຕອບກັບ

ຂ່າວ/ບົດ​ອື່ນ