ຍານພາຫະນະການທ່ອງທ່ຽວ - ຈຸດທີ່ເປັນເອກະລັກສະເພາະຂອງ ການທ່ອງທ່ຽວອາຊຽນ

(vovworld)- ປະຈຸ​ບັນ, ບັນດາ​ປະ​ເທດ ອາ​ຊຽນ ພວມ​​ແມ່ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ສາກົນ​ເປັນ​ຈຳນວນ​ຫລວງຫລາຍ. ​ເພາະວ່າ ອາ​ຊຽນບໍ່​ພຽງ​ແຕ່​ມີສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາມ, ​ມີທັດສະນີ​ຍະ​ພາບ​ທີ່ລື​ຊື່, ​ແລະ​ອາຫານ​ພື້ນ​ເມືອງ​ຫຼາຍ​ເຍື່ອງທີ່​ແຊບນົວ​ເທົ່າ​ນັ້ນ ຫາກບັນດາຍານ​ພາຫະນະ​​ໄປ​ມາ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ທີ່​ສຸດໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້, ​ພວກ​ເຮົາ​ຂໍ​ແນະນຳ​ຍານພາຫະນະ​ທີ່​ເປັນ​ເອກະລັກ​ສະ​ເພາະຈຳນວນ​ຫນຶ່ງຂອງ​ນະຄອນຫລວງ ຮ່າ​ໂນ້ຍ (ຫວຽດນາມ), ນະຄອນຫລວງ ບາງກອກ(​ໄທ) ​ແລະ ນະຄອນຫລວງ ມາ​ນີລາ​ຂອງ ຟີ​ລີບ​ປີນ.

        “ຂ້າພະ​ເຈົ້າ​ຢາກ​ຂີ່​ລົດຖີບ​ສາມ​ລໍ້ (ຫລື​ເອີ້ນ​ວ່າ ຊີກ​ໂລ)​ເທື່ອ​ຫນຶ່ງ” ນັ້​ນ​ແມ່ນ​ຄຳ​ເວົ້າ​ຂອງນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່ມາ​ຢ້ຽມຢາມຫວຽດນາມສ່ວນ​ຫລາຍ​ເມື່ອ​ເຫັນ​ຂະ​ບວນຊີກ​​ໂລແລ່ນ​ຕາມຖະຫນົນ​ນ້ອຍ​ສາຍ​ຕ່າງໆ. ຊີກ​ໂລ​ແມ່ນ​ລົດ​ປະ​ເພດ​ນ້ອຍ​ນຳ​ໃຊ້​​​ແຮງຄົນ. ຊີກ​ໂລ ມີ​ສາມ​ລໍ້, ສອງ​ລໍ້​ເບື້ອງ​ຫນ້າ ​ແລະ ລໍ້​ຫນຶ່ງ​ເບື້ອງ​ຫລັງ. ​ເບື້ອງ​ຫນ້າ​ແມ່ນ​ຕູ້​ລົດ​ສາ​ມາດໃຫ້ແຂກສອງ​ຄົນນັ່ງໄດ້​, ​ເບື້ອງ​ຫລັງ​ແມ່ນ​ບ່ອນ​ນັ່ງຂອງ​ຜູ້​ຂັບ​ລົດ. ​ແຕ່​ດົນ​ນານ​ມາ​ແລ​້ວ, ຊີກ​ໂລ​ໄດ້​ກາຍ​ເປັນ​ຍານພາຫະນະ​ໄປ​ມາທ່ອງ​ທ່ຽວ​ທີ່​ຂາດ​ບໍ່​ໄດ້​ຢູ່​ຮ່​າ​ໂນ້ຍ. ດ້ວຍ​ບັນດາ​ປັດ​​​ໃຈ​ທີ່​ສະດວກ​ສະ​ບາຍ ແລະ ສະຫນິດສະຫນົມ​ນັ້ນ. ປະຈຸ​ບັນ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຄີຍ​ເລືອກ​ເຟັ້ນ ຊີກ​ໂລ​​ແມ່ນ​ຍານພາຫະນະ​ໄປມາ​ເມື່ອ​ທ່ຽວ​ຊົມ​ນະຄອນຫລວງ ຮ່າ​ໂນ້ຍ. ​ເມື່ອນັ່ງ​​ເທິງ​ຊີກ​ໂລ​ເລາະ​ຫລິ້ນ​ຕາມຖະຫນົນ​ຫົນທາງ​​ສາຍຕ່າງໆຢູ່​ຄຸ້ມ​ເມືອງ​ເກົ່າ ແລະ ເຈືອ​ຈານ​ໃນ​ບັນຍາກາດ​ອຶກ​ກະ​ທຶກຄຶກ​ໂຄມ​​ຂອງຊາວຮ່າ​ໂນ້ຍ ດ້ວຍຖະຫນົນ​ເກົ່າ  36 ສາຍ ​ແມ່ນ​ຮູບ​ການທ່ອງທ່ຽວທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​. ​ໃນບັນຍາກາດ​ອຶ​ກກະ​ທຶກ​ຄຶກ​ໂຄມ​ຂອງ​ນະຄອນ​​ທີ່ທັນ​ສະ​ໄຫມ​ນັ້ນ, ​ຮູບ​ພາບຊິກ​​ໂລ​ໄປ​ມາ​ຊ້າໆເປັນ​ຂະ​ບວນ​ໄດ້​ສ້າງ​ຄວາມ​ດູດ​ດື່ມ, ປະ​ກອບ​ສ່ວນຮັກສາ​​ວັດທະນະທຳ​ທີ່​ເປັນ​ເອ​ກະ​​ລັກ​ສະ​ເພາະຂອງ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ​ໄວ້.  ອ້າຍ ຫງວຽນ​ວັນ​ເກ​ື່ອງ, ຜູ້​ຂັບ​​ຊິກ​ໂລ​ສັງກັດ​ບໍລິສັດ​ຫຸ້ນ​ສ່ວນ​ການ​ຄ້າ ​ແລະ ບໍລິການ ​ລານ​ແອ​ງ ​ແບ່ງປັນ​ວ່າ:

ຍານພາຫະນະການທ່ອງທ່ຽວ - ຈຸດທີ່ເປັນເອກະລັກສະເພາະຂອງ ການທ່ອງທ່ຽວອາຊຽນ - ảnh 1
ລົດຊີກໂລ ຢູ່ ຫວຽດນາມ
ພາບ:internet

        “ປະຈຸ​ບັນ, ຄະນະ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢ້ຽມຢາ​ມນະຄອນຫລວງ​ຮ່າ​ໂນ້ຍ ສ່ວນ​ຫລາຍ​​​ມັກ​ທ່ຽວຊົມ​ຮ່າ​ໂນ້ຍດ້ວຍ​ຊິກ​ໂລໃນຊົ່ວ​ໂມງ​ທີ່​ມີ​ຍານ​ພາ​ຫະ​ນະ​ໄປ​ມາຫຼາຍ​ທີ່​ສຸດ ເພື່ອ​ໄດ້ເຫັນ​ປະຈັກ​ຕາຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຮ່າ​ໂນ້ຍ. ສ່ວນ​ສຳ​ລັບຜູ້​ທີ່ມັກ​ຄວາມ​ສະຫງົບ​ງຽບ​ຫລື​ຢາກ​ຄົ້ນ​ຫາ​ຮ່າ​ໂນ້ຍເກົ່າ​, ​ເຂົາ​ເຈົ້າ​ມັກ​ທ່ຽວ​ຊົມ​ຕົວ​ເມືອງ​ດ້ວຍ​ຊີກ​ໂລ​ ໃນ​ເວລາ 4 ​ໂມງ​ເຊົ້າ ​ຫລື 20 ​ໂມງ. ຖ້າ​ໄປ​ແຕ່ 4 ​ໂມງ​ເຊົ້າ, ນັກ​ທ່ອງ​ທ່ຽວ​ຈະ​ແວ່​ຢາມ​ຕະຫລາດ​ດອກ​ໄມ້ຄຳ່​ຄືນ ກວ໋າງບາ ​ແລະ ​ໄປ​ຢ້ຽມ​ຊົມ​ຫນອງ​ໂຮ່​ໄຕ​ເພື່ອ​ສູບ​ອາກາດ​ປອດ​​ໂປ່​ງໃນຍາມ​ອາ​ລຸນ​ໃໝ່. ສ່ວນຢ້ຽມຊົມຕົວ​ເມືອງ​ໃນ​ຍາມ​ຄ່ຳ​ຄືນ, ນັກ​ທ່ອງ​ທ່ຽວ​​ເຄີຍ​ໄປ​ສະຫນາມ​ຫລວງ ບາ​ດີ່ງ, ຮັບ​ຊົມ ​ແລະ ​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງຊາດ​ລົງ, ໄປຖະຫນົນ​ອາຫານ​ການ​ກິນ​​ໃນ​ຍາມກາງຄືນ ​ແລະ ຮັບ​ຊົມ​ຮ່າ​ໂນ້ຍ​​ທີ່​ສວຍ​ງາມໃນ​ແສງ​ໄຟ​ດ້ວຍສີຫລາກ​ຫລາຍ”

ຍານພາຫະນະການທ່ອງທ່ຽວ - ຈຸດທີ່ເປັນເອກະລັກສະເພາະຂອງ ການທ່ອງທ່ຽວອາຊຽນ - ảnh 2

        ສ່ວນ​ຢູ່ ນະຄອນຫລວງ ບາງກອກ​ປະ​ເທດ​ໄທ, ​ເຖິງ​ວ່າ​ຢູ່​ທີ່​ນີ້​ເຕົ້າ​ໂຮມ​ຍານພາຫະນະ​​ທີ່ທັນ​ສະ​ໄຫມ​ຫຼາຍ​ປະ​ເພດຄື: ລົດ​ໄຟຟ້າ, ​ໄຟຟ້າ​ໃຕ້​ດິນ, ​ແທກຊີ… ​ແຕ່​ຮູບ​ພາບ​ລົດ​ຕຸກ​ຕຸກຫຼາຍ​ຄັນ​ທີ່ໄປ​ມາຕາມ​ຖະຫນົນ​ສາຍ​ຕ່າງໆ​ນັ້ນ​ ​​ກໍ່ພາ​ໃຫ້​ນັກ​ທ່ອງ​ທ່ຽວ​ຢາກ​ໄດ້​ໄປ​ທ່ຽວ​ບາງກອກ​ດ້ວຍ​ລົດ​ປະ​ເພດນີ້​.

        ຕຸກ​ຕຸກ​ແມ່ນ​ຊື່​ຂອງ​ລົດ​ທີ່​ມາ​ຈາກສຽງ​ດັງ “​ຕຸ​ກຕຸກ”​ ຂອງ​ກົນ​ຈັກ​ໃນ​ລົດ​ນີ້. ນີ້​ແມ່ນຍານ​ພາຫະນະ​ຂະຫນາດ​ນ້ອຍ, ​ໄປມາ​ຢ່າງ​ສະດວກ​ສະບາຍ​ຢູ່​ຖະຫນົນ​ທີ່​ຄັບຄາ​ຫນາ​ແຫນ້ນ. ລົດ​ຕຸກ​ຕຸກ​ໄດ້​ປະກົດ​ອອກ​ກ່ອນ​ນີ້ 50 ປີ. ​ໃນລົດ​ຕຸກ​ຕຸກຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ ຜູ້​ຂັບ​ລົດ​ເຄີ​ຍຕິດ​ຕັ້ງ​ເຄື່ອງ​ດົນຕີ, ແລະ​ປົກ​ຫຸ້ມບ່ອນ​ນັ່ງ​ຂອງ​ແຂກ​​ດ້ວຍ​ໜັງ​ທີ່​ສວຍ​ງາມ, ຢູ່​ເບື້ອງ​ຫລັງ​​ມີ​ສາຍ​ອັງ​ແຕນ​ທີ່ມັດ​​ດ້ວຍຜ້າໄຫມສີ​ແດງ​ເພື່ອ​ປະ​ດັບ. ​ ​ລົດ​ຕຸກ​ຕຸກກາຍ​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໄທ. ທ່ານ Ery, ນັກ​ທ່ອງ​ທ່ຽວ​ມາ​ຈາກ ດານ​ມາກ ​ໃຫ້​ຮູ້ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ເມື່ອ​ໄດ້​ໄປ​ດ້ວຍ​ລົດຕຸກ​ຕຸກ​​, ລົດ​ນີ້​ແລ່ນ​​​ກໍ່ໄວ ​ແລະ ​ໄປ​ມາສະດວກສະບາຍ ແລະ ສາ​ມາດ​ໄປ​ຍັງທຸກບ່ອນ​ໃນ​ຕົວ​ເມືອງໄດ້​, ອັນ​ໄດ້ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ມີ​ໂອກາດ​ຮັບ​ຊົມ ​ແລະ ຄົ້ນ​ຫາຄວາມ​ງາມ​ຂອງ​ນະຄອນຫຼວງ. ”

        ​ໂດຍຕ່າງ​ຫາກ​ກັບ​ຍານ​ພາ​ຫະ​ນະ​ສາມ​ລໍ້​ຄື: ​ຊີກ​ໂລຂອງຫວຽດນາມ,​ ລົດ​ຕຸກ​ຕຸກ​ຂອງ​ໄທ, Jeepney ຂອງ​ມາ​ນີລາ ​ແມ່ນ​ລົດ​ປະ​ເພດ​ຫນຶ່ງ​ໂດຍຊາວ ຟິລິບ​ປີນ ຜະລິດ​ເອງ. ລົດ Jeepney ສາ​ມາດ​ຂົນ​ສົ່ງ​ຜູ້​ໂດຍສານ​​ໄດ້​ແຕ່ 8 -10 ຄົນ. ທາງໃນ​ຂອງ​ລົດ ສ່ວນ​ຫລາຍ​ແມ່ນຄ້າຍຄື​ກັນ, ​ແຕ່​ທາງ​ນອກ​ຂອງ​ລົດ ແມ່ນ​ຖືກປະດັບ​ປະດາ​​ດ້ວຍຮູບ​ພາບ ແລະ ສີ​ສັນ​ທີ່​ມີ​ຊີ​ວິດ​ຊີ​ວາຕາມ​ຄວາມ​ນິ​ຍົມ​ຂອງ​ຜູ້​ຂັບ​ລົດ. ອ້າຍ ​ເລ​ຈີ​ຫຽນ, ນັກ​ທ່ອງ​ທ່ຽວ​ ​ໄດ້​ແບ່ງປັນ​ວ່າ: ​ການຢ້ຽມ​ຊົມ​ຕົວ​ເມືອງມາ​ນີລາ ດ້ວຍ​ລົດ Jeepney ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈທີ່​ສຸດໃຫ້​ແກ່​ອ້າຍ​.

        “ຂ້າພະ​ເຈົ້າ​ຮູ້ສຶກ​ຈັບ​ອົກ​ຈັບໃຈຫຼາຍ ​ເມື່ອ​ໄດ້​ນັ່ງ​ເທິງລົດ Jeepney ​ໄປ​ທ່ຽວຊົມ​​ທັດ​ສະ​ນີ​ຍະ​ພາບ​ທັງສອງ​ຟາກ​ທາງ. ພິ​ເສດ ລົດ​​ປະ​ເພດນີ້​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ຫລາຍ​ຮູບ​ທີ່​​ແປກ​ປະຫຼາດ ແລະ ງາມຕາ.”

ຍານພາຫະນະການທ່ອງທ່ຽວ - ຈຸດທີ່ເປັນເອກະລັກສະເພາະຂອງ ການທ່ອງທ່ຽວອາຊຽນ - ảnh 3
ລົດ Jeepney
ພາບ:internet

        ຢູ່​ມາ​ນີລາ, Jeepney ຈະ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປຍັງ​ທຸກ​ບ່ອນ​ດ້ວຍ​ລາຄາ​ຖືກ. ​​ດັ່ງ​ນັ້ນ​ເຂົາ​ເຈົ້າ​ເຄີຍ​ເວົ້າ​​ວ່າ ​ຖ້າ​ຫາກ ບໍ່​ທັນໄດ້​ນັ່ງ​ເທິງລົດ Jeepney ໄປ​ທ່ຽວ​ນະ​ຄອນ ​​​​ມາ​ນີ​ລາ, ໝາຍ​ຄວາມ​ວ່າ​​ເພື່ອນບໍ່​ທັນ​ມາ​ຢາມນະຄອນ​ນີ້​ເທື່ອ.

        ​ເຖິງ​ວ່າ ເພື່ອນ​ຈະ​ໄປ​ທ່ອງ​ທ່ຽວ​ດ້ວຍຮູບ​ການ​ໃດກໍ​ຕາມ, ​ແຕ່​ການ​ທ່ອງ​ທ່ຽວ​ນະ​ຄອນ​ດ້ວຍ​ບັນດາ​ຍານພາຫະນະ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ເພື່ອນ​​ຮັບ​ຮູ້​​ໄດ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ທ້ອງ​ຖິ່ນ​ຢ່າງ​ຈະ​ແຈ້ງ​ ​ແລະ ​ ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​​​ສຸດໃຫ້​ແກ່​ເພື່ອນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ