ຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ- ຫນ້າທີ່ຂອງທຸກໆຄົນ


(vovworld)- ຕາມ​ສົນ​ທິ​ສັ​ນ​ຍາ​ກ່ຽວ​ກັບ​ສິດ​ເດັກ​​ໄດ້​ກຳ​ນົດ​ວ່າ: ເດັກ​ນ້ອຍ​ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ​ໄດ້​ມີ​ຊີ​ວິດ, ສິ​ດ​ໄດ້​ຮັບ​ກາ​ນພັດ​ທະ​ນາ ແລະ ສິດໄດ້​ຮັບ​ການ​ປົກ​ປ້ອງ​​ປາ​ສະ​ຈາກ​ທຸກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ທຸກ​ຮ​ູບ​ແບບ. ສິ່ງ​ດັ່ງ​ກ່າວ​ໄດ້​ເນັ້ນ​ຫນັກ​ທີ່​ເວ​ທີ​ປາ​ໄສ​ເດັກ​ນ້ອຍ ອາ​ຊຽນ ຄັ້ງ​ທີ 4 ຫາ​ກໍ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ​ໃນ​ທ້າຍ​ເດືອນ 6 ຜ່ານ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວຽກ​ງານ​ປ້ອງ​ກັນ​ຕ້ານ, ​ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ນ້ອຍ ຍັງ​ຄົງ​ແມ່ນ​ສິ່ງ​ທ້າ​ທາຍ​ຢູ່​ທຸກ​ປະ​ເທດ, ໃນ​ນັ້ນ ມີ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ສະ​ພາບ​ການນັ້ນ, ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ຄວນ​ເຮັດ​ຫຍັງ​ເພື່ອ​ປົກ​ປ້ອງ​ພວກ​ນ້ອງ​​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ການໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ.

 

ຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ- ຫນ້າທີ່ຂອງທຸກໆຄົນ - ảnh 1
ລາຍ​ການ​ສິ​ລະ​ປະ​ຂ່ຳ​ນັບ​ຊົມ​ເຊີຍ​ເວ​ທີ​ປ​າ​ໄສ

        “ນ້ອງ ແມ່ນ Christine ມາ​ຈາກ ຟິ​ລີບ​ປີ​ນ. ນ້ອງ​ເຫັນ​ວ່າ ພວກ​ເຮົາ​ໄດ້​ມີ​ບັນ​ດາ​ຂໍ້​ກຳ​ນົດ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກໃນຄອບ​ຄົວ, ໃນ​ໂຮງ​ຮຽນ ແລະ ນັບ​ທັງ​ໃນ​ຊີ​ວິດການ​ເປັນ​ຢູ່. ເຖິງ​ຢ່າງ​ກໍ​ຕາມ, ການ​ປະ​ຕິ​ບັດ​ພັດ​​ຍັງບໍ່​ທັນ​​ມີ​ປະ​ສິດ​ທິ​ຜົນ ຍ້ອນ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຫລາຍຄົນ​​ຍັງບໍ່​ທັນ​ຮັບຮູ້​​ເຖິງ​ສິດປົກ​ປ້ອງ​ຕົນ​ເອງ. ນ້ອງ​ເອງ ກໍເຄີຍ​ຖືກ​ໝູ່​ເພື່ອນອາ​ຍຸ​ສູງກວ່າ​​ທູບຕີຢູ່​ໂຮງ​ຮຽນ ແຕ່​ໃນ​ເວ​ລານັ້ນ​ນ້ອງ​ຍັງບໍ່​ທັນ​ຮູ້​ວິ​ທີປ້ອງ​ກັນ​​ຕົວ, ເລີຍບໍ່​ກ້າ​​ບອກ​ອາ​ຈານ​. ນ້ອງ​ປາດ​ຖະ​ຫນາ​ວ່າ ສິ່ງນີ້​ຈະ​ບໍ່​ເກີດ​ຂຶ້ນ​ສຳ​ລັບ​ໝູ່​ເພື່ອນ​ຄົນອື່ນໆ.”

        ນັ້ນ​ແມ່ນ ຄຳ​ແບ່ງ​ປັນ​ຫນຶ່ງ​ໃນບັນ​ດາ​ຜູ້​ຕາງ​ຫນ້າ​​ທີ່ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເດັກ​ນ້ອຍ ອາ​ຊຽນ ຄັ້ງ​ທີ 4 ດຳ​ເນີນ​ໄປ​ຫວ່າງ​ແລ້ວນີ້​ຢູ່​ຮ່າ​ໂນ້ຍ. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ຜູ້​ແທນ​ກໍ​ເຂົ້າ​ໃຈ​ໄດ້​ວ່າ ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ນ້ອຍ​ແມ່ນ​ບັນ​ຫາ​ຮ້ອນ​ເຮັ່ງ​ບໍ່​ພຽງ​ແຕ່​ເກີດ​ຂຶ້ນ​ຢູ່​ບັນ​ດາ​ໂຮງ​ຮຽນ, ໃນ​ວົງ​ຄະ​ນາ​ຍາດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ບັນ​ດາ​ຄອບ​ຄົວ​ອີກ​ດ້ວຍ. ນອກ​ຈາກ ຟິ​ລີບ​ປີນ​ແລ້ວ, ມີ​ຫລາຍ​ປະ​ເທ​ດ​ໃນ​ພາກ​ພື້ນກໍ​ຢັ້ງ​ຢືນ​​ວ່າ ມີ​ຫລາຍ​ກໍ​ລະ​ນີ​ໃຊ້​ຄວາມ​ຮຸນ​ແຮງ​ຄ້າຍ​ຄື​ກັນ. ຕາມ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ນ້ອຍຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ແລະ ປ​າ​ຊີ​ຟີກ, ຄາດ​ວ່າ ອັດ​ຕາ​ສ່ວນ​ເດັກ​ຍິງ ແລະ ເດັກ​ຊາຍ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຖືກ​ທາ​ລຸນ​ທາງ​ຮ່າງ​ກາຍ​ ແມ່ນ​ຢູ່​ໃນ​ລະ​ດັບ​ແຕ່ 10%- ກວ່າ 30%; ​ຖືກ​ສວຍ​ໃຊ້ທາງ​ເພດສຳ​ພັນ​ແຕ່ 1,7%-ກວ່າ 10%, ການ​ທາ​ລຸນ​ດ້ານ​ ຈິດໃຈ​ເກືອບ 70% ແລະ ​ການ​ໃຊ້​ແຮງ​ງານ​ເດັກ​ມີບາງ​ບ່ອນ​ຂຶ້ນ​ເຖິງ​ເກືອບ 60%.

        ກົດ​ໝາຍ​ຂອງ​ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ມີບັນ​ດາ​ຂໍ້ກຳ​ນົດ​ກ່ຽວ​ກັບ​ສິດ​ຂອງ​ເດັກ​ນ້ອຍ ດ້ວຍ​ກອບ​ການ​ຕັດ​ສິນ​ລົງ​ໂທດ​ຫນັກຈຳ​ຄຸກ​ 3 ປີ ​ເຖິງ​ການ​ປະ​ຫານ​ຊີ​ວິດ​ສຳ​ລັບ​ບັນ​ດາ​ຜູ​້​ມີ​ການ​ກະ​ທຳ​ຜິດ, ເຖິງວ່າ ວຽກ​ງານ​ປົກ​ປ້ອງ​ເດັກ​ນ້ອຍ​ຍັງ​ບໍ່​ທັ​ນ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​​ພໍປານ​ໃດ ຍ້ອນ​ສະ​ຕິ​ຄວາມ​ຮັບ​ຮູ້​ດ້ານ​ສັງ​ຄົມ​ກ່ຽວ​ກັບ​ບັນ​ຫານີ້​ຍັງ​ຄົງ​ແມ່ນ​ສິ່ງ​ກີດ​ຂວາງບໍ່​ແມ່ນ​ຫນ້ອຍ. ຫນຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ ໄດ້ ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ຫນ້າ​ຈາກ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ອາ​ຊຽນ ນັ້ນ​ແມ່ນ​ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ, ສຶກ​ສາ​​ອົບ​ຮົມຄວາມ​ຮັບ​ຮູ້​ທາງ​ສັງ​ຄົມ.

ຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ- ຫນ້າທີ່ຂອງທຸກໆຄົນ - ảnh 2
ພວກ​ນ້ອງ​ນ້ອຍ ອາ​ຊຽນ ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສ​ເດັກ​ນ້ອຍ​ອາ​ຊຽນ
ພາບ:vov

        ທ່ານ ດັ້ງ​ຮ​ວາ​ນາມ, ຫົວ​ຫນ້າ​ກົມ​ປົກ​ປ້ອງ​ເດັກ​ນ້ອຍ ສັງ​ກັດ​ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ​ສັງ​ຄົມ ຖື​ວ່າ:

        “ບັນ​ດາ​ປະ​ເທດ​ອາ​ຊຽນ, ໃນ​ນັ້ນ ມີ​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສິດ​​ມີ​ສ່ວນຮ່ວມ​ຂອງ​ເດັກ, ເຄົາ​ເລົາ​ຄວາມ​ເຫັນ​ຂອງ​ຂອງ​ເດັກ. ຄຽງ​ຄູ່​ກັນ​ນັ້ນ ພວກ​ເຮົາ​ຄວນ​ມີ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ເພື່ອ​ຍົກ​ສູງ​ສະ​ຕິ​ຂອງ​ປະ​ຊາ​ຊົນ ແລະ ວົງ​ຄະ​ນາ​ຍາດ​ໃນ​ການ​ປົກ​ປ້ອງ​ສິດ​ຂອງ​ເດັກ​ນ້ອຍ. ໃນ​ຫລາຍ​ປີ​ຜ່ານ​ມາ, ລັດ​ຖະ​ບານ​ຫວຽດ​ນາມ ກໍ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ, ກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ໂຄ​ສະ​ນາ​ກ່ຽວ​ກັບ​ສິດ​ຂອງ​ເດັກ​ນ້ອຍ​ເປັນ​ຫລາຍ​ຄັ້ງ​ຢູ່​ຫລາຍ​ແຫ່ງ ກໍ​ຄື​ເຜີຍ​ແຜ່​ກ່ຽວ​ກັບ​ສິດ​ປ້ອງ​ກັນ​ຕົວ​ຂອງ​ພວກ​ນ້ອງ​ຢູ່​ບັນ​ດາ​ໂຮ​ງ​ຮຽນ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ວຽກ​ງານ​ປົກ​ປ້ອງ​ສິດ​ຂອງ​ເດັກ​ນ້ອຍ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

        ຄຽງ​ຄູ່​ກັບ​ການ​ປົ​ກ​ປ້ອງ​ຂອງ​ກົດ​ໝາຍ​ກໍ​ຄື​ຄວາ​ມ​ເອົາ​ໃຈ​ໃສ່​, ການ​ຮ່ວມ​ແຮງ​ຮ່ວ​ໃຈ​ຂອງ​ວົງ​ຄະ​ນາ​ຍາດ​ສັງ​ຄົມ, ເດັກ​ນ້ອຍ​ເອງ​ຜູ້​ທີ່​ປະ​ສົບ​ເຄາະ​ຮ້າຍ​ຈາ​ກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕ້ອງ​ມີ​ສຽງ​ເວົ້າ ແລະ ປົກ​ປ້ອງ​ຕົນ​ເອງ.    ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ​ນາງ Marta Santos Pais, ຜູ້​ຕາງ​ຫນ້າ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ນ້ອຍ, ຍົກ​ອອກ​ມາ​ທີ່​ເວ​ທີ​ປາ​ໄສດັ່ງ​ກ່າວ. ທ່ານ​ນາງ ​ເນັ້ນ​ຫນັກ​ວ່າ: ຫນຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ປົກ​ປ້ອງ​ເດັກ​ນ້ອຍ ນັ້ນ​ແມ່ນ​ສ້າງ​ສະ​ຕິ​​ປ້ອງ​ກັນ​ຕົວ​ຂອງ​​ໝູ່​ເດັກ​ນ້ອຍ, ລະ​ດົມ​ກຳ​ລັງ​ໃຈ ແລະ ຮຽກ​ຮ້ອງ​ພວກ​ນ້ອງ​ຍົກ​ອອກ​ທັດ​ສະ​ນະ, ສຽງ​ເວົ້າ​ຂອງ​ຕົນ.

        “ສຽງ​ເວົ້າ​ຂອງ​ເດັກ​ນ້ອຍ​ແມ່ນ​ສຳ​ຄັນ​ທີ່​ສຸດ​ເພື່ອ​ນຳ​ໃຊ້​ບັນ​ດາ​ຂໍ້​ກຳ​ນົດ, ບັນ​ດາ​ນະ​ໂຍ​ບາຍ ແລະ ການ​ກະ​ທຳ​ໃຫ້​ດີກວ່າ​ຢູ່​ໃນ​ລະ​ດັບ​ຊາດ. ເພາະ​ວ່າ ສຽງ​ເວົ້າ​ຂອງ​ເດັກ​ນ້ອຍ​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ພວກ​ນ້ອງ​ໃນ​ເວ​ລາ​ຢູ່​ໂຮງ​ຮຽນ, ຢູ່​ວົງ​ຄະ​ນາ​ຍາດ ແລະ ຢູ່​ຄອບ​ຄົວ. ສິ່ງ​ໃດ​ທີ່​ປົກ​ປ້ອງ​ພວກ​ນ້ອງ, ສິ່ງ​ໃດ​ບໍ່​ປົກ​ປ້ອງ​ພວກ​ນ້ອງ. ສິ່ງ​ໃດ​ເຮັດ​ໃຫ້​ພວກ​ນ້ອງ​ຢ້ານ​ກົວ. ບັນ​ດາ​ລັດ​ຖະ​ບານ ອາ​ຊຽນ ຕ້ອງ​ສົ່ງ​ເສີມ​ໃຫ້​ເດັກ​ນ້ອຍ​ຍົກ​ອອກ​ທັດ​ສະ​ນະ​ຂອງ​ຕົນ, ກໍ​ຄື​ຄວາມ​ເຫັນ​ກ່ຽວ​ກັບ​ນ​ະ​ໂຍ​ບາຍ. ສິ່ງ​ດັ່ງ​ກ່າວນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ ບໍ່ແມ່ນ​ຫນ້າ​ທີ່​​ສະ​ເພາະ​ຂອງ​ລັດ​ຖະ​ບານ​​​ປະ​ເທດ​ໃດ​ຫນຶ່ງ​ເທົ່າ​ນັ້ນ ຫາກ​​ຍັງ​ແມ່ນຂອງ​​ທົ່ວທັງ​ວົງ​ຄະ​ນາ​ຍາດ​ສັງ​ຄົມອີກ​ດ້ວຍ. ແລະ ເມື່ອ​​​ໃດການ​ໃຊ້​ຄວາມ​ຮຸນ​ແຮງ​ຖືກລົບ​ລ້າງ​ບັນ​ດາ​ສິດ​ຂອງ​ເດັກ​ນ້ອຍ​​ກໍໄດ້​ຮັບ​ການ​ຮັບ​ປະ​ກັນ, ບັນ​ດາ ​ເດັກ​ນ້ອຍ “ເຈົ້າ​ຂອງ​ປະ​ເທດ​ຊາດ​ໃນອະ​ນາ​ຄົດ​” ຈຶ່ງ​ສາ​ມາດ​ພັດ​ທະ​ນາເປັນ​ປົກ​ກະ​ຕິ, ເຂັ້ມ​ແຂງ ແລະ​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ