ທິດທາງສຳລັບການຮ່ວມມືໃນຂົງເຂດ ກາເຟ ຫວຽດນາມ - ອິນໂດເນເຊຍ

(VOVWORLD) - ຫວຽດນາມ ແມ່ນປະເທດສົ່ງອອກ ກາເຟ ໃຫຍ່ທີສອງ ແລະ ອິນໂດເນເຊຍ ແມ່ນປະເທດສົ່ງອອກກາເຟໃຫຍ່ທີ 4 ຢູ່ໃນໂລກ. ທັງ 2 ປະເທດນີ້ລ້ວນແຕ່ແມ່ນສະມາຊິກ ອາຊຽນ ແລະ ອົງການກາເຟ ໂລກ, ປະລິມານການຜະລິດກວມເອົາ 80% ປະລິມານ ກາເຟ ໃນໂລກ.

ຍ້ອນເຫດນັ້ນ, ອິນໂດເນເຊຍ ແລະ ຫວຽດນາມ ຈຶ່ງມີຫຼາຍກາລະໂອກາດຮ່ວມມືເພື່ອຜົນປະໂຫຍດຂອງທັງ 2 ປະເທດ. ບົດຂຽນຂອງນັກຂ່າວ ຫງວຽນຮ່າ ດ້ວຍຫົວຂໍ້ “ທິດທາງສຳລັບການຮ່ວມມືໃນຂົງເຂດ ກາເຟ ຫວຽດນາມ -  ອິນໂດເນເຊຍ”.

ທິດທາງສຳລັບການຮ່ວມມືໃນຂົງເຂດ ກາເຟ ຫວຽດນາມ - ອິນໂດເນເຊຍ - ảnh 1 ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ເພີ່ມທະວີການຮ່ວມມືໃນຂົງເຂດ ກາເຟ ຂອງອິນໂດເນເຊຍ - ຫວຽດນາມ”

(ພາບ: Nguyen Ha/VOV5)

        ໃນກາງເດືອນ ກຸມພາ ປີ 2018 ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ເພີ່ມທະວີການຮ່ວມມືໃນຂົງເຂດ ກາເຟ ຂອງອິນໂດເນເຊຍ - ຫວຽດນາມ”. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ 2 ຝ່າຍ, ບັນດາບໍລິສັດອິນໂດເນເຊຍ ແລະ ຫວຽດນາມ 25 ບໍລິສັດ. ນີ້ແມ່ນໂອກາດເພື່ອໃຫ້ບັນດາບໍລິສັດ 2 ປະເທດມີເງື່ອນໄຂໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ຊອກຫາຄູ່ຮ່ວມມືໃນອະນາຄົດ. ທ່ານ ແທກມາຍລອງ, ຜູ້ອຳນວຍການຮັບຜິດຊອບເຂດພາກເໜືອຂອງ ບໍລິສັດ ກາເຟ ເມຈາງ, ເຊິ່ງເປັນຍີ່ຫໍ້ ກາເຟ ທີ່ມີຊື່ສຽງຢູ່ ຫວຽດນາມ, ແບ່ງປັນວ່າ:

        “ພາຍຫຼັງກອງປະຊຸມສຳມະນາຄັ້ງນີ້, ເມຈາງ ກໍ່ປາດຖະໜາຢາກຊອກໄດ້ຄູ່ຮ່ວມມືຢູ່ ອິນໂດເນເຊຍ ຫຼາຍກ່ວາ ເພື່ອນຳຜະລິດຕະພັນໄປຍັງຕະຫຼາດ ອິນໂດເນເຊຍ. ເມຈາງ ມີທ່າແຮງ, ນັ້ນແມ່ນບັນດາປະເພດສິນຄ້າກາເຟປຸງແຕ່ງສຳເລັດຮູບ, ມີເຂັດລັບ ກໍ່ຄືເປັນບັນດາຜະລິດຕະພັນນຳໜ້າຢູ່ ຫວຽດນາມ ຄືແມ່ນກາເຟປອດສານພິດຂອງ ເມຈາງ.”

        ທ່ານນາງ Tri Yuli Kurniasih ມາຈາກບໍລິສັດ D’Excelent, ສະໜອງສະເພາະບັນດາປະເພດ ກາເຟ ປອດສານພິດ, ໃຫ້ຮູ້ວ່າ:

        “ຄວາມຈິງແລ້ວ, ນີ້ແມ່ນຄັ້ງທຳອິດທີ່ພວກຂ້າພະເຈົ້າມາ ຫວຽດນາມ, ດັ່ງນັ້ນ, ພວກຂ້າພະເຈົ້າຢາກຊອກຮູ້ຕະຫຼາດກ່ອນ, ຊອກຮູ້ບັນດາຄວາມສາມາດບົ່ມຊ້ອນເພື່ອສາມາດຮ່ວມມື ແລະ ຜະລິດຕະພັນ ກາເຟ ຂອງ ຫວຽດນາມ ເປັນຄືແນວໃດ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າຈະມີທິດທາງລະອຽດ”

        ກອງປະຊຸມສຳມະນາດັ່ງກ່າວແມ່ນໜຶ່ງໃນບັນດາການເຄື່ອນໄຫວລະອຽດ ໄດ້ຮັບການຈັດຕັ້ງໃນໄລຍະມໍ່ໆມານີ້, ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ໃນຂົງເຂດ ກາເຟ. ຄວາມຈິງແລ້ວ, ຫວຽດນາມ ແລະ ອິນໂດເນເຊຍ  ໄດ້ມີການຮ່ວມມືໃນຂົງເຂດນີ້ ເມື່ອເກືອບ 30 ປີກ່ອນ, ຫວຽດນາມ ໄປ ອິນໂດເນເຊຍ ເພື່ອຮຽນວິທີຜະລິດກາເຟຂອງ ອິນໂດເນເຊຍ. ປີ 2017, ຜະລິດຕະພັນ ກາເຟ ຂອງ ຫວຽດນາມ ບັນລຸ 28,6 ລ້ານຖົງ, ເກືອບທົບ 2,5 ເທົ່າປະລິມານການຜະລິດຂອງ ອິນໂດເນເຊຍ, ໃນຂະນະທີ່ເນື້ອທີ່ປູກ ກາເຟຂອງ ອິນໂດເນເຊຍ ໃນປະຈຸບັນແມ່ນ 1,25 ລ້ານ ເຮັກຕາ, ເກືອບທົບ 2 ເທົ່າເນື້ອທີ່ປູກກາເຟຂອງ ຫວຽດນາມ. ຕົວເລກນີ້ໄດ້ສະແດງໃຫ້ເຫັນການພັດທະນາກະໂດດຂັ້ນຂອງຂະແໜງກາເຟ ຫວຽດນາມ. ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ອິນໂດເນເຊຍ ແລະ ຫວຽດນາມ ໃນຫຼາຍປີມານີ້ ໄດ້ມີບັນດາຄວາມມານະພະຍາຍາມເພື່ອສົ່ງເສີມການຮ່ວມມືໃນຂົງເຂດ ກາເຟ ຜ່ານການແລກປ່ຽນຂໍ້ມູນຂ່າວສານ, ລົງນາມບາງເອກະສານຮ່ວມມື, ບັນດາການຢ້ຽມຢາມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການ 2 ປະເທດ… ປີ 2005, 2 ປະເທດ ໄດ້ເຫັນດີເປັນເອກະພາບສ້າງຕັ້ງຄະນະກຳມະການຮ່ວມມືກ່ຽວກັບການສະໜອງ ກາເຟ ອອກສູ່ຕະຫຼາດສາກົນ. ພິເສດ, ໃນການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໃນເດືອນ ສິງຫາ 2017, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ ແລະ ຂໍ້ລິເລີ່ມໃໝ່ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ 2 ປະເທດ, ໃນນັ້ນ, ອິນໂດເນເຊຍ ເຫັນດີເປັນເອກະພາບຍົກອອກບັນດາມາດຕະການລະອຽດໃນການຄຸ້ມຄອງ; ເພີ່ມທະວີການຮ່ວມມືກັບ ຫວຽດນາມ ແລະ ສາກົນ ເພື່ອຮັກສາລາຄາ ກາເຟ ສົ່ງອອກເປັນປົກກະຕິ ແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ພິເສດແມ່ນຊາວກະສິກອນ. ທ່ານ ເລືອງວັນຕື້, ປະທານສະມາຄົມ ກາເຟ - ກາກາວ ຫວຽດນາມ, ໃຫ້ຮູ້ວ່າ:

        “ພວກເຮົາມີບັນດາຜະລິດຕະພັນທີ່ມີທ່າແຮງທີ່ສຸດ ແຕ່ປະຈຸບັນ ພວກເຮົາຍັງບໍ່ທັນຄຸ້ມຄອງດ້ານລາຄາໄດ້. ຖ້າພວກເຮົາຮັກສາລາຄາເປັນປົກກະຕິໃຫ້ປະຊາຊົນຜູ້ປູກ ກາເຟໄດ້, ແມ່ນແນ່ນອນວ່າພວກເຮົາຈະສາມາດຮັກສາລາຄາກາເຟເປັນປົກກະຕິໄດ້. ຈຸດປະສົງສຸດທ້າຍແມ່ນເຮັດແນວໃດເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ຊາວກະສິກອນ. ຂ້າພະເຈົ້າຄິດວ່າ, ໃນອະນາຄົດ, ບັນດາສະຫະສະມາຄົມ, ບັນດາກະຊວງ, ຂະແໜງການລະຫວ່າງ 2 ປະເທດຄວນມີການຮ່ວມມືຫຼາຍກ່ວາອີກ ເພື່ອແກ້ໄຂບັນຫານີ້.”

        ບໍ່ພຽງແຕ່ຮັກສາລາຄາກາເຟສົ່ງອອກໄດ້ເທົ່ານັ້ນ, ແຕ່ຫາກທັງ 2 ປະເທດຄວນເພີ່ມທະວີບັນດາມາດຕະການຮ່ວມມືລະອຽດອື່ນໆ, ພິເສດແມ່ນໃນການຮ່ຳຮຽນ ແລະ ແລກປ່ຽນບົດຮຽນເພື່ອຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມກະສິກຳ ແລະ ປັບປຸງຄຸນນະພາບກາເຟສົ່ງອອກ. ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ, Ibnu Hadi ສະເໜີວ່າ:

        “ຕາມຂ້າພະເຈົ້າແລ້ວ, ຫວຽດນາມ ແລະ ອິນໂດເນເຊຍ ມີຫຼາຍກາລະໂອກາດຮ່ວມມືເພື່ອແນະນຳບັນດາຜະລິດຕະພັນກາເຟ ທີ່ມາຈາກ 2 ປະເທດສະມາຊິກ ອາຊຽນ ອອກສູ່ໂລກ. 2 ປະເທດຄວນຈັດຕັ້ງກອງປະຊຸມສຳມະນາ ແລະ ບັນດາຊຸດຝືກອົບຮົມ, ຊຸກຍູ້ການແລກປ່ຽນດ້ານເຕັກນິກລະຫວ່າງບັນດາຄອບຄົວປູກ ກາເຟ ຢູ່ 2 ປະເທດ, ຮ່ວມມືນັບແຕ່ຂອດການຫົດນ້ຳ, ປຸງແຕ່ງ, ການຕະຫຼາດ… ເພື່ອຍົກສູງຄຸນນະພາບ ກາເຟ ກໍ່ຄືທີ່ຕັ້ງຂອງ 2 ປະເທດໃນແຜນທີ່ກາເຟໂລກ”

        ໂດຍສືບຕໍ່ບັນດາຄວາມມານະພະຍາຍາມຊຸກຍູ້ການຮ່ວມມືໃນຂົງເຂດກາເຟ ລະຫວ່າງ 2 ປະເທດ, ກໍ່ຄືໃນເດືອນ ກຸມພາ ທີ່ຜ່ານມາ, ຄະນະປະຕິບັດງານຂອງສະຫະສະມາຄົມ ກາເຟ, ຜະລິດຕະພັນພິເສດສະເພາະຂອງ ອິນໂດເນເຊຍ ພ້ອມກັບບັນດາວິສາຫະກິດ ອິນໂດເນເຊຍ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ດັກລັກ, ເຊິ່ງແມ່ນໜຶ່ງໃນບັນດາແຂວງມີເນື້ອທີ່ດິນປູກ ກາເຟ ທີ່ກ້ວາງໃຫຍ່ທີ່ສຸດຢູ່ ຫວຽດນາມ, ເພື່ອແບ່ງປັນບົດຮຽນໃນການປູກຝັງ , ປຸງແຕ່ງ ແລະ ສົ່ງອອກ ກາເຟ. ດ້ວຍບັນດາບາດກ້າວລະອຽດ, ແນ່ນອນວ່າໃນອະນາຄົດ, ການຮ່ວມມືໃນຂົງເຂດ ກາເຟ ຫວຽດນາມ - ອິນໂດເນເຊຍ ຈະນັບມື້ນັບໄດ້ຮັບການຮັດແໜ້ນ ເພື່ອບັນລຸຄາດໝາຍທີ່ວາງອອກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ