ທ່າອ່ຽງພັດທະນາວິສາຫະກິດເລີ່ມດຳເນີນອາຊີບຢູ່ໄທ


(vovworld)- ປະ​ຈຸ​ບັນ ທ່າ​ອ່ຽງ​ເລີ່ມ​ດຳ​ເນີນ​ອາ​ຊີບ (startup) ຂອງ​ບັນ​ດາ​ເພື່ອ​ນ​ຫນຸ່ມ ທີ່​ຫາ​ກໍ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ຫລື ຜູ້​ທີ່ໄດ້ເຮັດ​ວຽກຢູ່​ບັນ​ດາ​ບໍ​ລິ​ສັດ​ຫລື ອົງ​ການ​ຂອງ​ລັດ​ໃນ​ໄລ​ຍະ​ສອງ​ສາມ​ປີ ນັບ​ມື້​ນັບ​​ພັດ​ທະ​ນາ ຢູ່ ໄທ. ໄລ່​ມາ​ຮອດ​ເດືອນ 3/2016, ​ຢູ່ໄທ ມີ​ບໍ​ລິ​ສັດ​ເລີ່ມ​ດຳ​ເນີນ​ອາ​ຊີບ 2000 ແຫ່ງໄດ້​ຮັບ​ການ​ກຳ​ນົດ​ມູ​ນ​ຄ່າ​​ເຄື່ອງ​ໝາຍການ​ຄ້າ ປະ​ມາ​ນ 10 ຕື້​ບາດ. ບັນ​ດາ startup ສ່ວນ​ຫລາຍ​ແມ່ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ວາງ​ອອກ​ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ຊອກ​ຫາ​ແຫລ່ງ​ທຶນ​ຈາກ​ບັນ​ດາ​ກອງ​ທຶນ​ສ່ຽງ​ໄພ​ຫລື​ບັນ​ດາ​ນັກ​ລົງ​ທຶນ​ເສ​ລີ.

ທ່າອ່ຽງພັດທະນາວິສາຫະກິດເລີ່ມດຳເນີນອາຊີບຢູ່ໄທ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ຣາ​ຢຸດ ຈັນ​ໂອ​ຊາ
ເຂົ້າ​ຮ່ວມ​ວັນ​ບຸນ startup


ນັບ​ແຕ່ 2 ປີ​ມານີ້, ຕະ​ໄຣ ສັດ​ສະ​ຕະ​ວັດ​ທະ​ນາ, ອາ​ຍຸ 28 ປີ, ເຮັດ​ອາ​ຊີບ​ທະ​ນາຍ​ຄວາມ​ເສ​ລີ ແລະ ຄຸ້ມ​ຄອງກອງ​ທຶນ​ກຸ​ສົນ​ທີ່​ສະ​ຫງວນ​ໃຫ້​ແກ່​ຜູ້ດ​ອ້ຍ​ໂອ​ກາດ. ກອງ​ທຶນນີ້​ໂດຍເຈົ້າ​ຍິງ, ຫລານ​ສ​າວ​ຂອງພະ​ບາດ​ສົມ​ເດັດ​ພະເຈົ້າມະຫາຊີວິດ ພູ​ມີ​ພົນ ອະ​ດູ​ນຍາ​ເດດ ສ້າງ​ຕັ້ງ ເພື່ອ​ຫນູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ນັກ​ໂທດ ພາ​ຍ​ຫລັງ​ໄດ້​ອອກ​​ຈາກ​ຄຸກ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ. ໃນ​ວິ​ວັດແຫ່ງ​ການ​ເຮັດ​ວຽກ, ຕະ​ໄຣ ເຫັນ​ວ່າ: ປະ​ຊາ​ຊົນ​ຍັງປະ​ສົບ​ກັບ​ບາງ​ບັນ​ຫາ​​ໃນ​ການ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ສານ​ດ້ານ​ກົດ​ໝາຍ, ການບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ບັນ​ດາ​ສັນ​ຍາ​ການ​ຄ້າ ຫລື ບັນ​ດາ​ກໍ​ລະ​ນີ​ຂັດ​ແຍ້ງ ຟ້ອງ​ຮ້ອງ … ​ຈາກນັ້ນ ຕະ​ໄຣ ຈຶ່ງ​ເກີດ​ແນວ​ຄວາມ​ຄິດ​ເປີດ​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ ແລະ ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທະ​ນາຍ​ຄວາມ​ກັບ ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ ເພື່ອ​ຊຸກ​ຍູ້​ເລື່ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ກົດ​ໝາຍ​ຜ່ານ​ທະ​ນາຍ​ຄວາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ແລະ ກ່ອນນີ້ 6 ເດືອນ, ບໍ​ລິ​ສັດ Lawender ໂດຍ​ຕະ​ໄຣ ແລະ ເພື່ອນ 4 ຄົນ​ພ້ອມ​ກັນ​ສ້າງ​ຕັ້ງ ​ຊື່ງລວມ​ມີ​ພາ​ລະ​ກອນ 7 ຄົນ.

ສຽງ ຕະ​ໄຣ


ໃນ​ເດືອນ 8 ຜ່ານ​ມາ, Lawender ໄດ້ ​ຊະ​ນະ​ຄູ່​ແຂ່ງ​ອື່ນກວ່າ 1000 ແຫ່ງ ​ແລະ ຍາດ​ລາງວັນ​ທີ 3 ທ​ີ່​ການ​ເສັງ​ບັນ​ລະ​ຍາຍ START UP THAILAND BY GSB ໂດຍ ກອງ​ທຶນ​ປະ​ຢັດ​ແຫ່ງ​ຊາດ ຈັດ​ຕັ້ງ ແລະ ໄດ້​ຮັບ​ລາງວັນ​ດ້ວຍຈຳ​ນວນ​ເງິນ 200.000 ບາດ. ຍິ່ງກວ່ານັ້ນ, Lawender ຖືກ​ຈັດ​ເຂົ້າ​​ບັນ​ຊີ​ລາ​ຍ​ຊື່ວິ​ສາ​ຫະ​ກິດເລີ່ມ​ດຳ​ເນີນ​ອາ​ຊີບແຖວ​ຫ​ນ້າ​ຂອງ​ໄທ 20 ແຫ່ງ ໃນ​ປີ 2016 ໂດຍ Dtac ຊື່ງ​ແມ່ນບໍ​ລິ​ສັດ​ສະ​ຫນອງ​ບໍ​ລິ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ​ແຖວ​ຫ​ນ້າ​ຂອງ​ໄທ​ຄັດ​ເລືອກ.

ທ່າອ່ຽງພັດທະນາວິສາຫະກິດເລີ່ມດຳເນີນອາຊີບຢູ່ໄທ - ảnh 2
ເພື່ອນຕະ​ໄຣ ສັດ​ສະ​ຕະ​ວັດ​ທະ​ນາ


ຕາມ​ບົດ​ລາຍ​ງານ​ຂອງ​ບໍ​ລິ​ສັດ Tech Soft ແລ້ວ, ໄລ່​ຮອດ​ໄຕ​ມາດ​ທີ 2/2016, ໄທ ມີ​ ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີ​ນ​ອາ​ຊີບ ປະ​ມານ 70 ແຫ່ງ​​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໄດ້​ຮັບ​ບ້ວງ​ເງິນ​ລົງ​ທຶນ 4 ຕື້​ບາດ.   ແຕ່ ບັນ​ຫາ​ຫ​ຍຸ້ງ​ຍາກ ຊື່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ພວມ​ປະ​ສົບ​ນັ້ນ ແມ່ນ ບັນ​ຫາ​ບຸກ​ຄະ​ລາ​ກອນ, ພື້ນ​ຖານ​ໂຄງ​ລ່າງ ແລະ ຂາດ​ທຶນຮອນ. ທ່ານ ສາດ​ໄຊ ພະ​ຍຸ​ນະ​ວິ​ໄຈ, ຜູ້​ອຳ​ນວຍ​ການກອງ​ທຶນ​ປະ​ຢັດ​ແຫ່ງ​ຊາດ, ກະ​ຊວງ​ການ​ເງິນ​ໄທ ຍົກ​​ວິ​ທີ​ການ​ແກ້​ໄຂ​ບັນ​ດາ​ຂາດ​ທຶນ​ວ່າ:

ສຽງ​ທ່ານ ສາດ​ໄຊ


        ບໍ່​ພຽງ​ແຕ່​ໃຫ້​ກູ້​ຢືມ​ທຶນ​ດ້ວຍ​ອັດ​ຕາ​ດອກ​ເບ້ຍ​ຕ່ຳ​ເທົ່າ​ນັ້ນ, ​ຫາກກອງ​ທຶນ​ດັ່ງ​ກ່າວ ຍັງ​ມີ​ຫລາຍ​ມາດ​ຕະ​ການ​ຫ​ນູນ​ຊ່ວຍ​ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຈາກ​ບັນ​ດາ​ວິ​ສ​າ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ​ຄື: ຈັດ​ຕັ້ງ​ຊຸດ​ບຳ​ລຸງ​ຄວາມ​ຮູ້​ດ້ານ​ບັນ​ຊີ, ການ​ຜະ​ລິດ ແລະ ຈັດ​ຕັ້​ງ​ການ​ເສັງ​ບັນ​ລະ​ຍາຍ ດ້ວຍ​ລາງວັນ​ແມ່ນ 1 ລ​້ານ​ບາດ​ທີ່​ສະ​ຫງວ​ນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິ​ດ​ເລີ່ມ​ດຳ​ເນີນ​ອາ​ຊີບ. ສ່ວນ​ລັດ​ຖະ​ບານ​ໄທ ໄດ້​ຈັດ​ຕັ້ງ​ວັນ​ບຸນ​ຂອງວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ Thailand & digital Thailand 2016 ​ຢູ່​ບາງກອກ ແລະ 3 ເຂດ​ໃນ​ທົ່ວ​ປະ​ເທດ. ຈຸ​ດ​ປະ​ສົງ​ແມ່ນ​ແນ​ໃສ່​ຊ່ວຍ​ໂຄ​ສະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ​, ສ້າງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ ແລະ ບັນ​ດາ​ກອງ​ທຶນ​ລົງ​ທຶນ. ໃນ​ນັ້ນ ວັນ​​ບຸນ ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ  ໄທ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່ ບາງກອກ ແຕ່​ວັນ​ທີ 28/4 – 1/5 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ 180 ແຫ່ງ, ດຶງ​ດູດ​ຜູ້​ເຂົ້າ​ຊົມ 36.000 ຄົນ. ເຫດ​ການນີ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ວັນ​ບຸນ​ໃຫ​ຍ່​ກ່​ວາ​ໝູ່​ຢູ່ ອາ​ຊີ.  ນອກນັ້ນ ວັນ​ທີ 7/6 ລັດ​ຖະ​ບານ​ໄທ ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເລີ່ມ​ດຳ​ເນີນ​ອາ​ຊີບ​ແຫ່ງ​ຊາດ ເພື່ອ​ຫ​ນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ. ປອ ພິ​ເສດ ດຸ​ຣົງ​ກາ​ໂຣດ, ລັດ​ຖະ​ມົນ​ຕີ ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ໄທ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ ພິ​ເສດ


ກ່ຽວ​ກັບ​ທິດ​ທາງ​ພັດ​ທະ​ນາ ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ວ່າ: ລັດ​ຖະ​ບານ​ຈະ​ສ້າງ​ເຄືອ​ຂ່າຍ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ຕາມ​ທິດ “ລັດ ແລະ ປະ​ຊາ​ຊົນ​ພ້ອມ​ກັນ​ປະ​ຕິ​ບັດ” ເພື່ອ​ຍາດ​ແຍ່ງ​ທຸກ​ແຫລ່ງ​ກຳ​ລັງ​ໃນ​ສັງ​ຄົມ. ພ້ອມ​ກັນ​ນັ້ນ ດຳ​ເນີນ​ການ​ປະ​ຕິ​ຮູບ​ລະ​ບົບ​ກົດ​ໝາຍ ແລະ ເປີດກວ້າງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ຫ​ນູນ​ຊ່ວຍ ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ ພັດ​ທະ​ນາ ແລະ ຖື​ວ່າ ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃຫມ່. ໃນ​ນັ້ນ ວາງ​ອອກ​ຍຸດ​ທະ​ສາດ​ປ່ຽນ​ແປງ​ກຳ​ລັງ​ຫ​ນູນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຈາກ​ເລື່ອງ​ຖື​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ເປັນ​ຈຸດ​ສຸມ, ຫັນ​ໄປ​ສູ່​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ດັດ​​ແປ່ງ​ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ໃຫມ່.


ຕອບກັບ

ຂ່າວ/ບົດ​ອື່ນ