ນັກ​ສຶກ​ສາ​ລາວ ເຂົ້າ​ຮ່ວມ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ ຢ່າງ​ອົບ​ອຸ່ນ​ໃນ​ໄລ​ຍະ​ໂລກ​ລະ​ບາດ

(VOVWORLD) -ໄລຍະພັກບຸນປີໃໝ່ຈຳຊາດ ຫວຽດນາມ ແມ່ນແກ່ຍາວກວ່າວັນບຸນອື່ນໆນີ້ກໍແມ່ນໂອກາດທີ່ນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ຫຼາຍຄົນ ມັກເລືອກກັບເມືອຢາມບ້ານ ແລະ ຄອບຄົວຍາດຕິພີ່ນ້ອງເຖິງຢ່າງໃດກໍຕາມໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ 2022 ນີ້ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ສະນັ້ນ ບັນດານັກສຶກສາລາວ ບໍ່ສາມາດກັບບ້ານໄດ້ເຖິຢ່າງໃດກໍຕາມບັນດາຫົວໜ່ວຍອົງການການເມືອງ - ສັງຄົມ ແລະ ທາງໂຮງຮຽນ ໃນບໍລິເວນແຂວງ ເງະອານ ກໍໄດ້ຈັດການເຄື່ອນໄຫວຫຼາຍຢ່າງ ເປັນຕົ້ນແມ່ນລາຍການພົບປະແລກປ່ຽນຢື້ຢາມຖາມຂ່າວມອບຂອງຂວັນໃຫ້ແກ່ນັກສຶກສາລາວ ໝົດທຸກຄົນ ທີ່ພວມສຶສາຢູ່ໂຮງຮຽນແຫ່ງຕ່າງໆຢູ່ນະ&a
ນັກ​ສຶກ​ສາ​ລາວ ເຂົ້າ​ຮ່ວມ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ ຢ່າງ​ອົບ​ອຸ່ນ​ໃນ​ໄລ​ຍະ​ໂລກ​ລະ​ບາດ - ảnh 1ນັກສຶກສາລາວ ສະແດງສິລະປະໃນລາຍການພົບປະແລກປ່ຽນມິດຕະພາບ ສະບາຍດີປີໃໝ່ (ພາບ: nghean24h.vn)

ວັນທີ 28 ບຸນເຕັດ-ກົງກັບວັນທີ 30 ມັງກອນ 2022 ແມ່ນຊຸມວັນສຸດທ້າຍຂອງປີເກົ່າປີສະຫລູ, ກຽມຕ້ອນຮັບປີໃໝ່ປີຂານ 2022. ນີ້ກໍແມ່ນຈຸດເວລາທີ່ທຸກໆຄອບຄົວ ຫວຽດນາມ ໄດ້ປັດກວດມ້ຽນມັດເຮືອນຊານ, ຈັດແຈງປະດັບປະດານເຮືອນຊານບ້ານຊ່ອງ, ຫໍ່ເຂົ້າຕົ້ມ, ສະມາຊິກທຸກຄົນໃນຄົວຄອບກໍກັບມາເຕົ້າໂຮມກັນເພື່ອກຽມຕ້ອນຮັບປີໃໝ່. ສຳລັບນັກສຶກສາລາວ ຈຳນວນ 430 ຄົນ ທີ່ພວມຮຽນຢູ່ ເງະອານ ຄື ມະຫາວິທະຍາໄລ ວິງ, ມະຫາວິທະຍາໄລແພດສາດ ວິງ, ມະຫາວິທະຍາໄລອຸດສາຫະກຳ ວິງ ແລະ ມະຫາວິທະຍາໄລສ້າງຄູເຕັກນິກ ວິງ, ແຂວງ ເງະອານ ພັດບໍ່ໄດ້ກັບບ້ານ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ, ເຂົາເຈົ້າກໍບໍ່ຮູ້ສຶກໂສກເສົ້າຫງວ່ມເຫງົາ ຫຼື ຄິດຮອດບ້ານ, ຫາກຍັງຮູ້ສຶກດີໃຈ, ມີຄວາມສຸກ ແລະ ອົບອຸ່ນ ເມື່ອໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດຂອງຊາດ ຫວຽດນາມ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນຳແຂວງ ແລະ ຈາກອົງການໝູ່ຄະນະຕ່າງໆພາຍໃນແຂວງ.

  ນັ້ນແມ່ນຄຳແບ່ງປັນຂອງນັກສຶກສາລາວ  2 ຄົນ ໃນຈຳນວນ 150 ຄົນ ທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບ ໂດຍບັນດາອົງການໝູ່ຄະນະແຂວງເງະອານ ສົມທົບກັບມະຫາວິທະຍາໄລແຫ່ງຕ່າງໆ ຈັດຂຶ້ນໃນວັນທີ 28 ບຸນເຕັດຜ່ານມາ. ນະທີ່ນີ້, ເຂົາເຈົ້າໄດ້ເຂົ້າຮ່ວມງານລ້ຽງ ໂດຍມີເຂົ້າຕົ້ມ ແລະ ຊິມອາຫານທີ່ເປັນມູນເຊື້ອຫຼາຍຢ່າງ, ໄດ້ຮັບອັງເປົ່າ ເຊິ່ງເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ໃນບຸນປີໃໝ່ປະຈຳຊາດຂອງຊາດ ຫວຽດນາມ. ໃນຕະຫຼອດລາຍການນັ້ນແມ່ນ ບັນດາລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈສາມັກຄີ, ບໍລິສຸດຜຸດຜ່ອງ ຫວຽດນາມ - ລາວ. ທ່ານນາງ ຫວໍ້ທິມິງຊິງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ເງະອານ ຖືວ່າ ນີ້ແມ່ນການເຄື່ອນໄຫວນອນໃນແຜນການເຄື່ອນໄຫວຂອງແຂວງ ເພື່ອແນໃສ່ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ສະເຫຼີມສະຫຼອງ ວັນເຊັນສົນທິສັນຍາ ຫວຽດນາມ - ລາວ ຄົບຮອບ 40 ປີ. ການຈັດບຸນປີໃໝ່ປະຈຳຊາດ ຫວຽດນາມ ໃນຄັ້ງນີ້ ແມ່ນເພື່ອໃຫ້ນັກສຶກສາລາວ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບຮີດຄອງປະເພນີ, ວັດທະນະທຳຂອງຊາວ ຫວຽດນາມ. ຜ່ານນັ້ນ, ກໍປະກອບສ່ວນເຂົ້າໃນການເສີມສ້າງຄວາມຜູກພັນອັນໜຽວແໜ້ນ, ຄວາມສາມັກຄີລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

ພວກຂ້າພະເຈົ້າ ຈັດລາຍການພົບປະມິດຕະພາບ ສະຫຼອງບຸນປີໃໝ່ເພື່ອໃຫ້ນັກສຶກສາລາວ ທຸກຄົນມີຄວາມຮູ້ສຶກຄືກຳລັງຢູ່ບ້ານເກີເມືອງນອນຂອງຕົນ. ນອກຈາກການເຄື່ອນໄຫວນີ້ແລ້ວ, ພວກຂ້າພະເຈົ້າຈະສືບຕໍ່ຈັດການເຄື່ອນໄຫວອື່ນໆທີ່ຟົດຟື້ນມ່ວນຊື່ນຫຼາຍກວ່າອີກ ໃຫ້ສົມກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ”.

ນັກ​ສຶກ​ສາ​ລາວ ເຂົ້າ​ຮ່ວມ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ ຢ່າງ​ອົບ​ອຸ່ນ​ໃນ​ໄລ​ຍະ​ໂລກ​ລະ​ບາດ - ảnh 2ບັນດາຜູ້ແທນມອບຂອງຂວັນປີໃໝ່ໃຫ້ແກ່ນັກສຶກສາລາວ (ພາບ: nghean24h.vn)

ທ່ານ ເລກົງດຶກ, ຜູ້ອຳນວຍການສູນບໍລິການໜູນຊ່ວຍນັກສຶກສາ ແລະ ການພົວພັນວິສາຫະກິດ, ມະຫາວິທະຍາໄລ ວິງ ໃຫ້ຮູ້ວ່າ ຍ້ອນໂລກລະບາດໂຄວິດ - 19, ສະນັ້ນ ນັກສຶກສາລາວ 250 ຄົນ ໄດ້ພັກບຸນປີໃໝ່ຢູ່ກັບໂຮງຮຽນເລີຍ. ເພາະສະນັ້ນ, ທາງໂຮງຮຽນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍໃຫ້ນັກສຶກສາ ລາວ ໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ, ຈັດບັນດາການເຄື່ອນໄຫວ “ເພື່ອນຊ່ວຍເພື່ອນ”, ພົບປະມິດຕະພາບ, ສະແດງສິລະປະ ດ້ວຍຫົວຂໍ້ “ສີສັນວັດທະນະທຳ”…ແຕ່ລະພາກວິຊາ, ສະຖາບັນ, ຫົວໜ່ວຍຕ່າງໆ ກໍໄດ້ຈັດການໄປຢື້ຢາມຖາມຂ່າວ,ໃຫ້ກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ເຂົາເຈົ້າອີກດ້ວຍ.

ນັກ​ສຶກ​ສາ​ລາວ ເຂົ້າ​ຮ່ວມ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ ຢ່າງ​ອົບ​ອຸ່ນ​ໃນ​ໄລ​ຍະ​ໂລກ​ລະ​ບາດ - ảnh 3ບໍລິສັດໃຫຍ່ການຮ່ວມມື ທະຫານເຂດທີ 4  ມອບຂອງຂວັນໃຫ້ແກ່ນັກສຶກສາລາວ (ພາບ: Quoc Khanh)

ນອກຈາກໄດ້ຮັບຄວາມເອົາໃຈໃສ່ຈາກການນຳແຂວງ, ບັນດາອົງການ, ໝູ່ຄະນະ ແລ້ວ, ບັນດາວິສາຫະກິດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສະຫງວນນ້ຳໃຈພິເສດໃຫ້ແກ່ນັກສຶກສາລາວ. ເນື່ອງໃນໂອກາດນີ້, ບໍລິສັດໃຫຍ່ການຮ່ວມມື ທະຫານເຂດທີ 4  - ເຊິ່ງເປັນຫົວໜ່ວຍທີ່ມີການເຄື່ອນໄຫວທຸລະກິດຢູ່ປະເທດລາວ ກໍໄດ້ມອບຂອງຂວັນໃຫ້ແກ່ນັກສຶກສາລາວ, ແຕ່ລະພູດລວມມີເຄື່ອງຂອງ ແລະ ເງິນສົດແຕ່ 500.000 ຫາ 1 ລ້ານດົ່ງ.

ເຖິງວ່າ ໂລກລະບາດໂຄວິດ - 19 ໄດ້ສ້າງໄລຍະຫ່າງໃຫ້ແກ່ນັກສຶກສາລາວ ແລະ ຄອບຄົວກໍຕາມ ແຕ່ນີ້ກໍແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ສຳຜັດຕົວຈິງກັບວັດທະນະທຳ ຫວຽດນາມ, ຮູ້ສຶກໄດ້ເຖິງຄວາມເອົາໃຈໃສ່, ນ້ຳໃຈຂອງ ຊາວຫວຽດນາມ ກໍຄື ການຜູກພັນອັນໜຽວແໜ້ນຂອງສອງປະເທດ ຫວຽດນາມ - ລາວ ຕື່ມອີກ. ບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກເຊິ່ງ, ເຕັມໄປດ້ວຍວັດທະນະທຳມະນຸດນີ້ ກໍເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ຕື່ມອີກ./.  

ຕອບກັບ

ຂ່າວ/ບົດ​ອື່ນ