ນັກສຶກສາລາວກັບຮູບແບບ Homestay

(vovworld)- ນັບ​ແຕ່​ສົກ​ຮຽນ 2014 ມາ​ຮອດ​ປະ​ຈຸ​ບັນ, ໂຮງ​ຮຽນ​ມິດ​ຕະ​ພາບ T78  ຕາ​ແສງ ທໍ້​ລົກ, ເມືອງ ຟຸກ​ທໍ້, ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ລາຍ​ການ “ສົ່ງ​ນັກ​ສຶກ​ສາ​ລາວ ພວມ​ຮ່ຳ​ຮຽ​ນ​ຢູ່​ຫວຽດ​ນາມ​ລົງ​ຕົວ​ຈິງ​ຢູ່ ເຮືອນ​ຂອງ​ປະ​ຊາ​ຊົນ (Homestay) ໄດ້ 4 ຄັ້ງ ແລ້ວ, ເພື່ອ​ແນ​ໃສ່​ຍົກ​ສູງ​ການ​ຝືກ​ຫັດພາ​ສາ​ຫວຽດ​, ດ້ວຍ​ນັກ​ສຶກ​ສາເຂົ້າ​ຮ່ວມ​ເກືອບ 200 ຄົນ. ຜ່ານການ​ລົງ​ຕົວ​ຈິງ, ລາຍ​ການ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ຮູບ​ແບບ​ຮ່ຳ​ຮຽນ​ມີ​ຄວາມ​ກ້າວ​ຫ​ນ້າ, ຊ່ວຍ​ໃຫ້​ນັກ​ສຶກ​ສາ​ລາວ ນຳ​ເອົາຄວາມ​ຮູ້​ທີ່​ໄດ້​ຮ່ຳ​ຮຽນ​ຢູ່ໃນ​ໂຮງ​ຮຽນ​​ມາ​ນຳ​ໃຊ້​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​, ຊ່ວຍ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ບຳ​ລຸງ​ພາ​ສາ​ຫວຽດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ກະ​ກຽມ​ກ່ອນ​ທີ່ເຂົ້າ​​ໄປຮຽນ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຫວຽດ​ນາມ.

ນັກສຶກສາລາວກັບຮູບແບບ Homestay - ảnh 1
​ບັນ​ດານັກ​ສຶກ​ສາ​ລາວ​ເຂົ້າ​ຮ່ວມ​ລາຍ​ການHomestay
ພ້ອມ​ກັບ​ຄະ​ນະ​ຈັດ​ຕັ້ງ​ລາຍ​ການHomestay

        ​ເຂົ້າຮຽນ​ຫ້ອງ​ກຽມ​ພາ​ສາ​ຫວຽດ ຢູ່ ໂຮງ​ຮຽ​ນ​ມິດ​ຕະ​ພາບ T78 ມາ​ໄດ້ 4 ເດືອນ, ເພື່ອນ ສຸກ​ສະ​ຄອນ ລາດ​ວົງ​ໄສ, ອາ​ຍຸ 32 ປີ ​ເຊິ່ງແມ່ນ​ພະ​ນັກ​ງານ​ຂະ​ແຫນງ​ສາ​ນ​ຢູ່​ເຂດ 2 ແຂວງ ວຽງ​ຈັນ, ລາວ ຖືກສົ່ງ​ມາ​ດຳ​ລົງ​ຊີ​ວິດ​ຢູ່ ເຮືອນ ທ່ານ ກຽວ​ຈີ​ເລີ້ຍ ຕາ​ແສງ ທໍ້​ລົກ ຕາມ​ລາຍ​ການ Homestay. ນີ້​ເປັນ​ຄັ້ງ​ທຳ​ອິດ ​ທີ່ເພື່ອນ​ສຸກ​ສະ​​ຄອນ ລາດ​ວົງ​​ໄຊ ມາ​ຮຽນ​ຢູ່ ຫວຽດ​ນາມ ແລະ ນີ້​ກໍ​ແມ່ນ​ຄັ້ງ​ທຳ​ອິດ​​ທີ່ໄດ້​ເຂົ້າ​ຮ່ວມ​ລາຍ​ການ Homestay. ຍ້ອ​ນ​ຄອບ​ຄົວ​ທ່ານ ເລີ້ຍ ຖື​ສຸກ​ສະ​ຄອນ​ຄື​ດັ່ງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຕົນ, ສະ​ນັ້ນ ພາຍ​ຫລັງ​ພຽງ 2-3 ມື້, ສຸກ​ສະ​ຄອນ ໄດ້​ເຊື່ອມ​ຕົວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​.

ສຽງ​ເພື່ອນ​ສຸກ​ສະ​ຄອນ


ກໍ​ເ​ຊັ່ນ​ດຽວ​ກັນ​ກັບ​ເພື່ອນ​ສຸກ​ສະ​ຄອນ ລາ​ດ​ວົງ​​ຊາ, ພາຍ​ຫລັງ 20 ມື້ທີ່​ເຂົ້າ​ຮ່ວມ​ລາຍ​ການ Homestay, ພູ​ກີ ຖື​ຄອບ​ຄົວ​ທີ່​ຕົນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ​ຄື​ດັ່ງ​ຄອບ​ຄົວ​ຂອງ​ຕົນ​ຢູ່​ລາວ. ເມື່ອ​ທຽບ​ໃສ່​ກັບ​ຄອບ​ຄົວ​ຂອງ​ພູ​ກີ ຢູ່​ລາວ, ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້​ແມ່ນ​ດີກວ່າ​ຫລາຍ.

ສຽງ​ເພື່ອນ​ພູ​ກີ


ດ້ວຍ​ຫ​ນ້າ​ທີ່​ແມ່ນ​ສອນ​ພາ​ສາ​ຫວຽດ ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ລາວ, ໂຮງ​ຮຽນ​ມິດ​ຕະ​ພາບ T78 ໄດ້​ວາງຫລາຍ​ມາດ​ຕະ​ການ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ລາວ ສາ​ມາດ​ຮຽນ​ພາ​ສາ​ຫວຽດ​​ໃຫ​້ດີກວ່າ. ຫ​ນຶ່ງ​ໃນ​ຫລາຍ​ມາດ​ຕະ​ການ​ຊື່ງ​ທາງ​ໂຮງ​ຮຽນ​ໄດ້​ນຳ​ໃຊ້​ສຳ​ເລັດ​ຜົນ​ນັ້ນ​ແມ່ນ​ລາຍ​ການ Homestay. ຜ່ານ​ລາ​ຍ​ການນີ້, ນັກ​ສຶກ​ສາ​ລາວ ຫລາຍ​ຄົນ​ມີ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ເພື່ອ​ຝືກ​ຫັດ​ພາ​ສາ​ຫວຽດ. ພ້ອມ​ກັນ​ນັ້ນ, ນີ້ກໍ່​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ນັກ​ສຶກ​ສາ​ແຕ່​ລະ​ຄົນ​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ, ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີຂອງ​ຊາວ​ຫວຽດ​ນາມ. ທ່ານ ເລ​ຟູ​ທັງ, ຮອງ​ຫົວ​ຫ​ນ້າ​ອຳ​ນວຍ​ການ​ໂຮງ​ຮຽນ T78, ຫົວ​ຫ​ນ້າ​ຄະ​ນະ​ຈັດ​ຕັ້ງ​ແຜນ​ຮ່າງ​ໃຫ້​ຮູ້​ວ່າ:

“ເລື່ອງ​ຈັດ​ຕັ້ງລາຍ​ການ​ສົ່ງ​ນັກ​ສາ​ລາວ​ເຂົ້າ​​ໄປ​​ຢູ່​ນຳເຮືອນ​ຂອງ​ປະ​ຊາ​ຊົນ ພວກ​ຂ້າ​ພະ​ເຈົ້າ​ຕ້ອ​ງ​ມີ​ການຄັດ​ເລືອກ. ກ່ອນ​ອື່ນ ພວກ​ນ້ອງ​​ຕ້ອງ​ແມ່ນ​ຜູ້ມີ​ຄຸນ​ສົມ​ບັດ, ມີສະ​ຕິ​​ໃນ​ການປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ໂຮງ​ຮຽ​ນ​ກໍ​ຄື​ຂອງ​ທ້ອງ​ຖິ່ນ. ທີ​ສອງ ພວກ​ນ້ອງ​ຕ້ອງແມ່ນ​ຜູ້​ຮຽນດີ”

ນັກສຶກສາລາວກັບຮູບແບບ Homestay - ảnh 2
ເພື່ອນສຸກ​ສະ​ຄອນພ້ອມ​ກັບ​ຄອບ​ຄົວ​ທ່ານ​ເລີ້ຍ

        ກ່ອນນີ້​ເກືອບ 60 ປີ, ໃນ​ໄລ​ຍະ​ສົງ​ຄາມ, ບັນ​ດາ​ນັກ​ສຶກ​ສາ​ລາວ​ມາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ ​ເຂົາ​ເຈົ້າ ກໍ່​ມາ​ຊອກ​ ຂໍ​​ຢູ່​ນຳເຮືອນ​ຂອງປະ​ຊາ​ຊົນ​ມໍ່​ກັບ​ໂຮງ​ຮຽນເພື່ອ​ຮຽນ​ພາ​ສາ​ຫວຽດ. ເພື່ອ​ສືບ​ທອດ​ມູນ​ເຊື້ອ​ນັ້ນ, ປະ​ຊາ​ຊົນ​ຕາ​ແສງ ທໍ້​ລົກ ໄດ້​ຮັບ​ພວກ​ນ້ອງ​ມາ​ຢູ່​ກັບ​ຄອບ​ຄົວຂອງ​ຕົນ. ບັນ​ດາ​ຄອບ​ຄົວທີ່​ໄດ້​ຮັບ​ນັກ​ສຶກ​ສາ​ລາວ​ມາ​ຢູ່​ນຳ​ນັ້ນ ເຂົາ​ເຈົ້າ​ໄດ້​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫລືອ​ນັກ​ສຶກ​ສາ​ລາວ​ໃນ​ການ​ດຳ​ເນີນ​ຊີ​ວິດ, ​ການຮ່ຳ​ຮຽນຄື​ດັ່ງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຕົນ. ​ລຸງ ຫງວຽນ​ກວາງ​ບຸດ ແລະ ປ້າ ຫງວຽ​ນ​ທິ​ບາ ຢູ່ ບ້ານ ໂອ​ໂທນ ຕາ​ແສງ ທໍ້​ລົກ ແບ່ງ​ປັນ​ວ່າ:

        “ນັກ​ສຶກ​ສາ​ລາວ​ມາ​ຢູ່​ນຳ​ຄອບ​ຄົວ​ຂ້າ​ພະ​ເຈົ້າ, ສ່ວນ​ຫລາຍ​ພວກ​ນ​ອ້ງ​ແມ່ນ​ຜູ້ມັກ​ຮ່ຳ​ມັກ​ຮຽນ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ເອງ​ກໍ​ຄື​ຄອບ​ຄົວ​ໄດ້​ກາຍ​ເປັນ​ອາ​ຈານ​ຜູ້​ທີ​ສອງຂອງ​ພວກ​ນ້ອງ. ປະ​ຈຸ​ບັນ ມີ​ນັກ​ສຶກ​ສາ​ລາວ​ຫລາຍ​ຄົນ​ພວມ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຫລາຍ​ແຫ່ງ​ຢູ່​ຫວຽດ​ນາມ ແຕ່​ຍັງ​ຄົງ​ຮັກ​ສາ​ການ​ພົວ​ພັນ​ຕິດ​ຕໍ່​ຢ່າ​ງ​ສະ​ຫ​ນິດ​ແຫ​ນ້ນ​ກັບ​ຄອບ​ຄົວ​ຂ້າ​ພະ​ເຈົ້າ, ພິ​ເສດ​ໃນ​ໂອ​ກາດ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ, ພວກ​ນ້ອງ​ເຄີຍ​ໂທ​ລະ​ສັບ​ມາ​ອວຍ​ພອນ ແລະ ຢື້​ຢາມ​ຖາມ​ຂ່າວ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ”

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ນັກ​ສຶກ​ສາ​ລາວ​ມາ​ຢູ່​ນຳ​ຄອບ​ຄົວ​ເປັນ 3 ຄັ້ງ​ແລ້ວ. ນອກ​ຈ​າກ​ຊົ່ວ​ໂມງ​ຂຶ້ນ​ຫ້ອງ, ເມື່ອ​ມາ​ຢູ່​ນຳ​ຄອບ​ຄົວ ພວກ​ນ້ອງ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ ວຽກ​ງານ​ຕ່າງໆໃນ​ຄອບ​ຄົວ. ນອກນັ້ນ ທຸກ​ຄົນ​ໃນ​ຄອບ​ຄົວ​ຍັງ​ເລົ່າ​ໃຫ້​ຟັງ​ບັນ​ດາ​ຮີ​ດ​ຄອ​ງ​ປະ​ເພ​ນີ​ຂອງ​ຫວຽດ​ນາມ ແລະ​ລາວ. ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ ຖ້າ​ຫາກວ່າ ທາງ​ໂຮງ​ຮຽນ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຄື​ດັ່ງ​ກ່າວ​ພວກ​ຂ້າ​ພະ​ເຈົ້າ​ຍັງ​ຄົງ​ສືບ​ຕໍ່​ຮັບ​ນັກ​ສຶກ​ສາ​ລາວ​ມາ​ຢູ່​ນຳ​ຄອບ​ຄົວ​ຕື່ມ​ອີກ”

        ຜ່ານ​ການ​ລົງ​ຕົວ​ຈິງ​ຢູ່​ເຮືອນ​ປະ​ຊາ​ຊົນ​ແຕ່​ລະ​ຄັ້ງ​​ເປັນ​ເວ​ລາ 20 ມື້, ເຖິງວ່າ​ເວ​ລາບໍ່​ຫລາຍ​ກໍ​ຕາມ ແຕ່​ພວກ​ນ້ອງ​ກໍ່ສາ​ມາດ​ເວົ້າ​ພາ​ສາ​ຫວຽດ​ໄດ້​ດີ. ອາດ​ຈະ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ຜົນ​ສຳ​ເລັດ​ໃຫ​ຍ່​ສຸດ​ຂອງ​ລາຍ​ການ. ທ່ານ​ອຳ​ພາ​ວັນ ກວ້າງ​ມະ​ນີ​ວັນ ​ທູດ​ສຶກສາ​ ວັດ​ທະ​ນະ​ທຳ, ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ​ຕີ​ລາ​ຄາ​ວ່າ:

        ສຽງ​ທ່ານ ອຳພາ​ວັນ

        Homestay ແມ່ນ​ລາຍ​ການ​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ​ຂອງ​ໂຮງ​ຮຽນ​ມິດ​ຕະ​ພາບ T78. ຄາດ​ວ່າ ໃນ​ເດືອນ 3/2018 ໂຮງ​ຮຽ​ນ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ລາຍ​ການ​ສົ່ງ​ນັກ​ສຶ​ກ​ສາ​ລາວ ລົງ​ຕົວ​ຈິງ​ຢູ່ ເຮືອນ​ຂອງປະ​ຊາ​ຊົນ ດ້ວຍ​ຈຳ​ນວນ​ປະ​ມານ 100 ຄົນ ແລະ ເວ​ລາ​ຈະ​ແກ່​ຍາວ​ເຖິງ 1 ເດືອນ. 

ຕອບກັບ

ຂ່າວ/ບົດ​ອື່ນ