ນັກສຶກສາລາວແຂ່ງບັນລະຍາຍດ້ວຍພາສາຫວຽດ

(VOVWORLD) -      ຮອບຄັດເລືອກການແຂ່ງບັນລະບາຍດ້ວຍພາສາຫວຽດ ສໍາລັບນັກສຶກສາລາວ - ເຂດພາກເໜືອ ຫວຽດນາມ ຖືກຈັດຂຶ້ນຢູ່ ມະຫາວິທະຍາໄລ ຊົນລະປະທານ ຫວ່າງມໍ່ໆມານີ້ ດ້ວຍຫົວຂໍ້ “ຫວຽດນາມ - ປະເທດທີ່ຂ້ອຍຮັກ” ເປັນເວທີທີ່ມີຄວາມໝາຍ ແລະ ເປັນປະໂຫຍດສໍາລັບ ນັກສຶກສາລາວ ທີ່ພວມດໍາລົງຊີວິດ ແລະ ຮໍ່າຮຽນຢູ່ຫວຽດນາມ. ຕໍ່ໄປນີ້, ເຊີນທ່ານຕິດຕາມບົດຂຽນຂອງນັກຂ່າວ ເຈິ່ນຕ໊ວນທີ່ມີຫວົຂໍ້ “ນັກສຶກສາລາວ ແຂ່ງບັນລະຍາຍດ້ວຍພາສາຫວຽດ”.

  

        ທີ່ທ່ານຫາກໍຟັງຜ່ານໄປແລ້ວນັ້ນ ແມ່ນຄວາມຮູ້ສຶກຂອງນັກສຶກສາລາວມາຈາກ 42 ໂຮງຮຽນ ທີ່ເຂົ້າຮ່ວມການແຂ່່ງບັນລະຍາຍຄັ້ງນີ້, ເຊິ່ງປັດຈຸບັນກໍາລັງຮຽນປະລິນຍາຕີ, ປະລິນຍາໂທ, ເປັນນັກສຶກສາຝຶກຫັດ ຫຼື ກໍາລັງຮຽນກຽມພາສາຫວຽດ ຢູ່ຫວຽດນາມ.

ນັກສຶກສາລາວແຂ່ງບັນລະຍາຍດ້ວຍພາສາຫວຽດ - ảnh 1ບົດບັນລະຍາຍມີຫົວຂໍ້ “ເຂດປູຊະນີຍະສະຖານ ລາວ ໂຄ (ເຊີນລາ) ຂອງນາງ ອາລຸນນີ ໄຊສົງຄາມ 

ດ້ວຍຄວາມສາມາດເວົ້າພາສາຫວຽດ ໄດ້ຢ່າງລ່ຽນໄຫຼ, ມີສໍານຽງສຽງເວົ້າທີ່ໜ້າຈັບໃຈ ປະກອບດ້ວຍການສະແດງທີ່ມີຊີວິດຊີວາ ຂອງລວມໝູ່່ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ສະຖາບັນການເງິນ, ບົດບັນລະຍາຍມີຫົວຂໍ້ “ເຂດປູຊະນີຍະສະຖານ ລາວ ໂຄ (ເຊີນລາ) - ເຊິ່ງເປັນສັນຍາລັກອັນດີງາມຂອງນໍ້າໃຈໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ລາວ” ຂອງນາງ ອາລຸນນີ ໄຊສົງຄາມ ກໍ່ໄດ້ສ້າງຄວາມປະທັບໃຈຕໍ່ຄະນະກໍາມະການ ແລະ ທ່ານຜູ້ຊົມ. ເມື່ອແບ່ງປັນກ່ຽວກັບເຫດຜົນທີ່ເລືອກເອົາຫົວຂໍ້ນີ້, ອາລຸນນີ ໃຫ້ຮູ້ວ່າ: ນີ້ແມ່ນໜຶ່ງໃນບັນດາຖານທີ່ໝັ້ນການປະຕິວັດແຫ່ງທໍາອິດ ລຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ, ເຊິ່ງເປັນບ່ອນທີ່ໄດ້ສ້າງຂີດໝາຍ ກ່ຽວກັບການຊ່ວຍເຫຼືອຂອງປະຊາຊົນໃນເຂດດັ່ງກ່າວທີ່ມີຕໍ່ກັບຜູ້ບັນຊາຄະນະປະຈັນບານ ລາວ - ເໜືອ (ລາວ)  ນັ້ນຄືທ່ານປະທານ ໄກສອນ ພົມວິຫານ. 

        ໃນຊຸດອາພອນປະຈໍາຊາດ, ວິພາວະດີ ອິນທະປະທາ, ນັກສຶກສາພະແນກເຕັກນິກກໍ່ສ້າງຂົວ-ທາງ, ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ, ແມ່ນຜູ້ຄວ້າໄດ້ລາງວັນທີ 2 ໃນການແຂ່ງຂັນ ໄດ້ນໍາມາເຊິ່ງບັນຍາກາດຟົດຟື້ນມ່ວນຊື່ນ ຜ່ານບົດບັນລະຍາຍ ດ້ວຍຫົວຂໍ້ “ຫວຽດນາມ - ຄວາມຝັນຂອງຂ້ອຍ”. ວິພາວະດີ ແບ່ງປັນວ່າ:

ນັກສຶກສາລາວແຂ່ງບັນລະຍາຍດ້ວຍພາສາຫວຽດ - ảnh 2 ການບັນລະຍາຍຂອງນາງ ວິພາວະດີ

ເພື່ອບັນລຸໄດ້ຜົນງານສູງຄືແນວນີ້, ວິພາວະດີ ຕ້ອງຜ່ານການຝຶກຊ້ອມຢ່າງຫ້າວຫັນ ພ້ອມກັບໝູ່ເພື່ອນຂອງຕົນມາເປັນເວລາ 2 ອາທິດ, ຈາກຂອດກະກຽມບົດບັນລະຍາຍຕະຫຼອດຮອດຂອດສະແດງເທິງເວທີ. ກອງຟ້ອນປະກອບໃຫ້ແກ່ບົດບັນລະຍາຍຂອງ ວິພາວະດີ ລວມມີ 28 ຄົນ, ອາດເວົ້າໄດ້ວ່າ ແມ່ນຫຼາຍທີ່ສຸດເມື່ອທຽບໃສ່ໂຮງຮຽນແຫ່ງຕ່າງໆ.

        ນອກຈາກການຊ້ອມເວົ້າແນວໃດໃຫ້ລ່ຽນໄຫຼ, ອອກສຽງ ແລະ ຢຸດໃຫ້ຖືກຈັງຫວະແລ້ວ, ການສະແດງ, ສີໜ້າສີຕາຂອງຜູ້ເຂົ້າຮ່ວມການແຂ່ງຂັນກໍຕ້ອງໄດ້ກະກຽມຢ່າງລະອຽດລະອໍ, ພ້ອມກັນນັ້ນ ແມ່ນກະກຽມເຄື່ອງນຸ່ງ, ອຸປະກອນສະແດງຢ່າງລອບຄອບຖີ່ຖ້ວນນັ້ນ ກໍ່ໄດ້ເຮັດໃຫ້ບົດບັນລະຍາຍມີຊີວິດຊີວາຂຶ້ນຕື່ມອີກ.  ນັກຂ່າວ ຟຸ່ງຮຸຍທິ້ງ, ເປັນໜຶ່ງໃນບັນດາສະມາຊິກຄະນະກໍາມະການ ຕີລາຄາວ່າ:

        “ຂ້າພະເຈົ້າຮູ້ສຶກແປກປະຫຼາດໃຈຕໍ່ການເວົ້າພາສາຫວຽດ ຂອງນັກສຶກສາລາວ, ມີເພື່ອນລາວຫຼາຍຄົນເວົ້າພາສາຫວຽດໄດ້ດີ ແລະ ອອກສຽງວັນນະຍຸດ ໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ຄວາມຈິງແລ້ວ, ຂ້າພະເຈົ້າມັກການບັນລະຍາຍຂອງນັກສຶກສາລາວບາງຄົນທີ່ເຂົ້າຮ່ວມການແຂ່ງຂັນນີ້ອີຫຼີ ແລະ ຂ້າພະເຈົ້າຖືວ່າ ນີ້ແມ່ນການແຂ່ງຂັນທີ່ມີຄຸນນະພາບສູງ”.

        “ນ້ອງເຫັນວ່າ ນີ້ແມ່ນການແຂ່ງຂັນທີ່ມີຄວາມໝາຍ ແລະ ເປັນປະໂຫຍດທີ່ສຸດ, ຜ່ານການແຂ່ງຂັນຄ້ັງນີ້ ນ້ອງໄດ້ຮູ້ຈັກກັບເພື່ອນຄົນລາວຫຼາຍຄົນ. ໃນການແຂ່ງຂັນມື້ນີ້, ນ້ອງເຫັນວ່າ ບັນດາເພື່ອນລາວ ເວົ້າພາສາຫວຽດ ໄດ້ດີຫຼາຍ ແລະ ໄດ້ສົ່ງສານມີຄວາມໝາຍໄປໃຫ້ຜູ້ຊົມ, ບໍ່ພຽງແຕ່ແມ່ນຄວາມຮູ້ທາງດ້ານວັດທະນະທໍາຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນວັດທະນະທໍາຂອງລາວອີກດ້ວຍ”.

        “ນ້ອງເຫັນວ່າ ບັນຍາກາດຂອງການແຂ່ງຂັນນີ້ ແມ່ນຟົດຟື້ນມ່ວນຊື່ນທີ່ສຸດ, ນັກສຶກສາທີ່ທີ່ເຂົ້າຮ່ວມການແຂ່ງຂັນໄດ້ກະກຽມບົດແຂ່ງຂັນຂອງຕົນຢ່າງລອບຄອບຖີ່ຖ້ວນ”.

        ການແຂ່ງບັນລະຍາຍດ້ວຍພາສາຫວຽດ ປີ 2019 ແກ່ຍາວເປັນເວລາກວ່າ 8 ຊົ່ວໂມງ. ຄະນະຈັດຕັ້ງ ໄດ້ມອບລາງວັນທີ 1 ສອງລາງວັນ, ລາງວັນທີ 2 ແມ່ນ4 ລາງວັນ ແລະ ລາງວັນທີ 3 ແມ່ນ 06 ລາງວັນ ໃຫ້ແກ່ບັນດາທິມທີ່ມີນັກສຶກສາດີເລີດ. ລາງວັນທີ 1 ໄດ້ແກ່ສະຖາບັນການຕ່າງປະເທດ ແລະ ມະຫາວິທະຍາໄລສ້າງຄູ (ມະຫາວິທະຍາໄລ ຖ໊າຍງວຽນ). ລາງວັນທີສອງ ໄດ້ແກ່ມະຫາວິທະຍາໄລເຕັກນິກອຸດສາຫະກໍາ, ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ, ມະຫາວິທະຍາໄລການຄ້າຕ່າງປະເທດ ແລະ ມະຫາວິທະຍາໄລອຸດສາຫະກໍາ ກວ໋າງນິງ.  ສໍາລັບທິມທີ່ຍາດໄດ້ລາງວັນທີ 1  ແລະ ທີ 2  ຈະໄດ້ເຂົ້າຮອບຊີງຊະນະເລີດລະດັບທົ່ວປະເທດ ເຊິ່ງຈະຈັດຂຶ້ນຢູ່ມະຫາວິທະຍາໄລ ຖ໊າຍງວຽນ ພາກເໜືອຫວຽດນາມໃນວັນທີ 8 ພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ