ນັກຮ້ອງຫນຸ່ມຂອງລາວສອງຄົນ- ປະສົບຜົນສຳເລັດດ້ວຍຄວາມມານະພະຍາຍາມບືນຕົວຂຶ້ນ

(VOVWORLD) -ພອນສະຫວັນ ອິນທະວົງ ຫລືເອີ້ນວ່າ ນ້ຳຝົນ ແລະ ຄຳປະສົງ ທິລະສັກ ຫລື ເອີ້ນວ່າ ໂອລາ ແມ່ນນັກຮ້ອງຫນຸ່ມຂອງລາວ ສອງຄົນ ຫາກໍ່ເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ໃນທ້າຍເດືອນສິງຫາຜ່ານມາ. ໃນວິວັດການເຂົ້າຮ່ວມງານປະກວດສຽງເພງດັ່ງກ່າວ, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີໂອກາດພົບປະໂອ້ລົມກັບພວກເພື່ອນ ແລະ ຊອກຮູ້ກ່ຽວກັບພາລະກິດແຫ່ງການຮ້ອງລຳທຳເພງຂອງເຂົາເຈົ້າ. 
ນັກຮ້ອງຫນຸ່ມຂອງລາວສອງຄົນ- ປະສົບຜົນສຳເລັດດ້ວຍຄວາມມານະພະຍາຍາມບືນຕົວຂຶ້ນ - ảnh 1 ນັກຮ້ອງ ໂອລາ ແລະ ນ້ຳຝົນແລກປ່ຽນບົດຮຽນກັບນັກຮ້ອງບັນດາປະເທດອາຊຽນ

ສຽງນ້ຳຝົນ

ນ້ຳຝົນ ປີນີ້ມີອາຍຸ 22 ປີ ຊື່ງແມ່ນນັກຮ້ອງຫນຸ່ມເປັນຫນ້າຮັກ ດ້ວຍຜິວຫນັງຂາວ ຈົ່ງຜົມຍາວ ແລະ ຍ້ອມສີອີກ, ສຽງເວົ້າກໍ່ນຸ່ມນວນອ່ອນຫວານເມື່ອນາງແບ່ງບັນກັບນັກຂ່າວ VOV ກ່ຽວກັບເສັ້ນທາງເຂົ້າຮ່ວມວົງການດົນຕີຂອງຕົນ. ໂດຍໄດ້ກຳເນີດຢູ່ ວຽງຈັນ ໃນຄອບຄົວຫນຶ່ງບໍ່ມີຜູ້ໃດເຮັດວຽກງານສິລະປະ, ແຕ່ຄາວຍັງນ້ອຍ ນ້ຳຝົນ ມີພອນສະຫວັນກ່ຽວກັບດົນຕີແລ້ວ. ເມື່ອມີອາຍຸ 3-4 ປີ, ນ້ຳຝົນ ໄດ້ໄປສະແດງຢູ່ໂຮງຮຽນອະນຸບານ ແລະ ເມື່ອເຕີບໃຫຍ່ ນ້ຳຝົນນັບມື້ນັບເຂົ້າຮ່ວມລາຍການສະແດງສິລະປະອື່ນຫລາຍຄັ້ງ.

        ສຽງນ້ຳຝົນ

ບໍ່ພຽງແຕ່ເຂົ້າຮ່ວມງານປະກວດສຽງເພງຢູ່ພາຍໃນປະເທດເທົ່ານັ້ນ ນ້ຳຝົນ ຍັງໄດ້ຮັບເຊີນໄປເຂົ້າຮ່ວມລາຍການສະແດງສິລະປະລະດັບສາກົນອີກດ້ວຍ ພິເສດ ຫວ່າງແລ້ວນີ້ ແມ່ນງານປະກວດສຽງເພງ ອາຊຽນ +3 ດຳເນີນຢູ່ ເຊີມເຊີນ ແຂວງ     ແທງຮວາ. ນາງໄດ້ຮັບການຄັດເລືອກເຂົ້າ top 10 ຄົນເຂົ້າຮອບຊີງຊະນະເລີດ. ສິ່ງພິເສດ ນັ້ນແມ່ນ ນ້ຳຝົນຍັງບໍ່ທັນໄດ້ຮັບການບຳລຸງສ້າງຈາກຊຸດຮຽນໃດກ່ຽວກັບດົນຕີ. ແລະ ເພື່ອບັນລຸໄດ້ຜົນສຳເລັດຄືປະຈຸບັນ, ນ້ຳຝົນ ຕ້ອງຮຽນເອງ, ຖອດຖອນບົດຮຽນຈາກການເຂົ້າຮ່ວມລາຍການສະແດງສິລະປະຄັ້ງຕ່າງໆເພື່ອພັດທະນາອາຊີບຂອງຕົນ

ສຽງນ້ຳຝົນ

ກໍ່ເຊັ່ນດຽວກັນກັບ ນ້ຳຝົນ, ໂອລາ ແມ່ນນັກຮ້ອງຊາຍປະສົບຜົນສຳເລັດຢູ່ຕະຫລາດດົນຕີຂອງລາວ ແຕ່ກໍ່ບໍ່ແມ່ນນັກຮ້ອງໄດ້ຮັບການບຳລຸງສ້າງດ້ານດົນຕີເປັນລະບົບ. ໂອລາ ເລີ່ມຕົ້ນພາລະກິດດົນຕີຂອງຕົນເມື່ອມີອາຍຸ 14 ປີ. ຄາວນັ້ນ ໂອລາ ພວມແມ່ນນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ພ້ອມກັບເພື່ອນຂອງຕົນ 5 ຄົນ ໄດ້ສ້າງຕັ້ງວົງດົນຕີ Black Eyes. ໂອລາ ໄດ້ພ້ອມກັບວົງດົນຕີນີ້ ເຂົ້າຮ່ວມງານປະກວດສຽງເພງ ຢູ່ລາວ ເປັນຫລາຍຄັ້ງ, ໃນນັ້ນ ມີງານປະກວດສຽງເພງກ່ຽວກັບວົງດົນຕີ rock ທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ໄດ້ຮັບລາງວັນ ວົງດົນຕີ rock ອັນດັບ ຫນຶ່ງຂອງລາວ ຈາກນັ້ນມີຫລາຍຄົນຮູ້ຈັກເຖິງວົງດົນຕີ Black Eyes ແລະ ໂອລາ ຫລາຍກວ່າ.

ສຽງໂອລາ

ໂດຍແມ່ນຜູ້ໃກ້ຊິດ ແລະ ສະຫນິດຕິດພັນກັບ ນ້ຳຝົນ ແລະ ໂອລາ ມາເປັນເວລາ 5-6 ປີແລ້ວ, ທ່ານນາງຕຸ້ມຄຳ ບໍລິຫານ, ພາລະກອນບໍລິສັດຜະລິດດົນຕີ Idee Recors ແມ່ນຜູ້ຄຸ້ມຄອງຂອງນັກຮ້ອງ ນ້ຳຝົນ ແລະ ໂອລາ ໃຫ້ຮູ້ວ່າ: ຂ້າພະເຈົ້າລື້ງເຄີຍກັບນ້ຳຝົນເມື່ອເຂົ້າຮ່ວມງານປະກວດສຽງເພງເມື່ອປີ 2013 ແລະ ຍາດໄດ້ລາງວັນທີ     ຫນຶ່ງໃນງານປະກວດນັ້ນ. ສຳລັບ ໂອລາ ຂ້າພະເຈົ້າຮູ້ຈັກລາວຜ່ານວົງດົນຕີ Black Eyes ແລະ ປະຈຸບັນ ນັກຮ້ອງສອງຄົນນີ້ລ້ວນແຕ່ສັງກັດບໍລິສັດ Idee Recors.

ນັກຮ້ອງຫນຸ່ມຂອງລາວສອງຄົນ- ປະສົບຜົນສຳເລັດດ້ວຍຄວາມມານະພະຍາຍາມບືນຕົວຂຶ້ນ - ảnh 2 ນັກຮ້ອງ ໂອລາ ແລະ ນ້ຳຝົນ ຖ່າຍຮູບກັບບັນດານັກຮ້ອງບັນດາປະເທດອາຊຽນ

ສຽງນາງຕຸ້ມຄຳ

ບໍລິສັດ Idee Recors ກໍ່ໄດ້ວາງຫລາຍແຜນການໃນໄລຍະຈະມາເຖິງ ເພື່ອພັດທະນາຄວາມເກັ່ງກ້າສາມາດຂອງໄວຫນຸ່ມ. ໃນນັ້ນ ໄດ້ສ້າງແຜນເພື່ອອອກ    ສະເຫນີຕົວຫລາຍບົດເພງ ໂດຍ ນ້ຳຝົນ ແລະ ໂອລາ ສະແດງ ແລະ ຫວັງວ່າ ຜ່ານການເຂົ້າຮ່ວມບັນດາລາຍການສະແດງສິລະປະຢູ່ພາຍໃນ ແລະ ຕ່າງປະເທດ ເຂົາເຈົ້າຈະມີໂອກາດໄດ້ພົບປະແລກປ່ຽນກັບບັນດານັກຮ້ອງ, ໝູ່ເພື່ອນອື່ນ ເພື່ອມີບົດຮຽນຕື່ມອີກ ເພື່ອດຶງດູດຜູ້ຊົມນິຍົມຊົມຊອບສຽງເພງຂອງຕົນຫລາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ