ນຳເອົາອາຫານແລະເຄື່ອງດື່ມຂອງ ອິນໂດເນເຊຍ ເຂົ້າມາຂາຍຢູ່ຕະຫລາດຫວຽດນາມ

(VOVWORLD) -ບັນດາຜະລິດຕະພັນເຂົ້າຫນົມ ທີ່ມີຊື່ວ່າ: Coffe Joy, Gerre, Kopiko, MintZ… ປະຈຸບັນບໍ່ແມ່ນສິ່ງແປກປະຫລາດສຳລັບປະຊາຊົນຫວຽດນາມ ອີກແລ້ວ. ແຕ່ໃນນັ້ນ ມີຫລາຍຄົນບໍ່ຮູ້ໄດ້ວ່າບັນດາຜະລິດຕະພັນນັ້ນແມ່ນມາຈາກ ອິນໂດເນເຊຍ. ເພື່ອແນະນຳບັນດາຜະລິດຕະພັນຂອງ ອິນໂດເນເຊຍ ເຖິງຜູ້ອຸປະໂພກຫວຽດນາມ, ຫວ່າງແລ້ວນີ້ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ໄຂງານວາງສະແດງທີ່ມີຊື່ວ່າ “ຊາຍຄາ ອິນໂດເນເຊຍ”. ແລະ ເຫດການທຳອິດດຳເນີນຢູ່ງານວາງສະແດງນີ້ ແມ່ນ ການແນະນຳເຂົ້າຫນົມ ແລະ ເຄື່ອງດື່ມ ອິນໂດເນເຊຍ ຂອງ  ບໍລິສັດຜະລິດອາຫານ 5 ແຫ່ງ ອິນໂດເນເຊຍ. 
ນຳເອົາອາຫານແລະເຄື່ອງດື່ມຂອງ ອິນໂດເນເຊຍ ເຂົ້າມາຂາຍຢູ່ຕະຫລາດຫວຽດນາມ - ảnh 1 ພິທີເປີດຫ້ອງວາງສະແດງສິນຄ້າ ອິນໂດເນເຊຍ ຢູ່ ຮ່າໂນ້ຍ

ຢູ່ໃນຫ້ອງວາງສະແດງອາຫານ ແລະ ເຄື່ອງດື່ມ ຂອງ ອິນໂດເນເຊຍ ທີ່ສະຖານທູດ ອິນໂດເນເຊຍ ປະຈຳຮ່າໂນ້ຍ, ທ່ານ Eddy ຜູ້ອຳນວຍການບໍລິສັດ Distribution PS ຈຳກັດ ສັງກັດ ກຸ່ມບໍລິສັດ Orang Tua (OT) ປະເທດ ອິນໂດເນເຊຍ ພວມແນະນຳໃຫ້ແຂກເຂົ້າຊົມກ່ຽວກັບບັນດາຜະລິດຕະພັນຂອງບໍລິສັດຕົນ. ກ່ອນນີ້ 10 ປີ, ບັນດາຜະລິດຕະພັນຂອງບໍລິສັດ OT ໄດ້ເລີ່ມມີຫນ້າຢູ່ຕະຫລາດຫວຽດນາມ ໂດຍຊາວຫວຽດນາມ ໄປຊື້ຢູ່ ອິນໂດເນເຊຍ ແລ້ວນຳເອົາມາຂາຍຢູ່ຕະຫລາດພາຍໃນປະເທດ. ປະຈຸບັນ ບັນດາຜະລິດຕະພັນຂອງບໍລິສັດ OT ສ່ວນຫລາຍແມ່ນປະເພດເຂົ້າຫນົມມີຄຸນນະພາບສູງ. ທ່ານ Eddy ຜູ້ອຳນວຍການບໍລິສັດ Distribution PS ຈຳກັດ ໃຫ້ຮູ້ວ່າ:

        “ຕະຫລາດຫວຽດນາມ ກໍເຊັ່ນດຽວກັນກັບຕະຫລາດ ອິນໂດເນເຊຍ ເພາະວ່າ ພວກເຮົາລ້ວນແຕ່ແມ່ນບັນດາປະເທດສະມາຊິກໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຍິ່ງກວ່ານັ້ນ ບັນດາຜະລິດຕະພັນຂອງ OT Group ລ້ວນແຕ່ມີຄຸນນະພາບດີ. ເພາະສະນັ້ນ ພວກຂ້າພະເຈົ້າປາດຖະຫນາວ່າ ບັນດາຜະລິດຕະພັນຂອງພວກຂ້າພະເຈົ້າສືບຕໍ່ໄດ້ຮັບຄວາມນິຍົມຈາກປະຊາຊົນ ຫວຽດນາມ.”

        ບັນດາແຂກເຂົ້າຊົມງານວາງສະແດງຮູ້ສຶກປະທັບໃຈຕໍ່ບັນດາຂໍ້ມູນຂ່າວໂດຍບັນດາບໍລິສັດຂອງອິນໂດເນເຊຍ ແນະນຳ, ພິເສດ ເຂົາເຈົ້າລ້ວນແຕ່ມີຄວາມແປກປະຫລາດໃຈເມື່ອເຫັນວ່າ ເຂົ້າຫນົມຫລາຍປະເພດຢູ່ງານວາງສະແດງນີ້ ລ້ວນແຕ່ໄດ້ນຳເອົາມາຂາຍໃນບັນດາຮ້ານຄ້າ, ຮ້ານຊັບພະສິນຄ້າຢູ່ຫວຽດນາມ. ພາຍຫລັງເຂົ້າຊົມງານວາງສະແດງຂອງບໍລິສັດ OT, ເອື້ອຍແທງງອກ, ພາລະກອນທະນາຄານ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ເມື່ອໄດ້ເຂົ້າຊົມງານວາງສະແດງໃນມື້ນີ້ ຂ້າພະເຈົ້າຈຶ່ງຮູ້ຈັກເຖິງເຂົ້າໜົມ Mintz ແມ່ນຜະລິດຕະພັນຂອງ ອິນໂດເນເຊຍ. ນອກນັ້ນ ຂ້າພະເຈົ້າຍັງພົບເຫັນເຂົ້າຫນົມຫລາຍປະເພດທີ່ເຄີຍຊື້ຢູ່ຮ້ານຊັບພະສິນຄ້າຄື: Garuda, Kopiko, Gery….ຂ້າພະເຈົ້າບໍ່ຄິດວ່າ ເຂົ້າຫນົມຫລາຍປະເພດຂອງ ອິນໂດເນເຊຍ ໄດ້ນຳເອົາມາຂາຍຢູ່ຫວຽດນາມ ແມ່ນຫລວງຫລາຍຄືແນວນັ້ນ.”

ນຳເອົາອາຫານແລະເຄື່ອງດື່ມຂອງ ອິນໂດເນເຊຍ ເຂົ້າມາຂາຍຢູ່ຕະຫລາດຫວຽດນາມ - ảnh 2ທ່ານ  Eddy ຜູ້ອຳນວຍການບໍລິສັດ Distribution PS ແນະນຳຜະລິດຕະພັນຂອງບໍລິສັດຕົນ

        ຢູ່ຄຽງຂ້າງຮ້ານວາງສະແດງຂອງບໍລິສັດ OT ແມ່ນຮ້ານວາງສະແດງຂອງບໍລິສັດອາຫານ ແລະ ເຄື່ອງດື່ມ Garuda Food” . ໂດຍໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາ 25 ປີແລ້ວ, ປະຈຸບັນ Garuda Food ມີໂຮງງານ 5 ແຫ່ງ ຢູ່ ອິນໂດເນເຊຍ. ບັນດາຜະລິດຕະພັນຂອງ Garuda Food ໄດ້ມີຫນ້າຢູ່ຕະຫລາດຫວຽດນາມ 7 ປີແລ້ວ. ທ່ານ Paradongan Butarbutar, ຮອງຜູ້ອຳນວຍການ Marketing ແລະ ພັດທະນາຕະຫລາດຂອງ Garuda Food ຢູ່ ຫວຽດນາມ ໃຫ້ຮູ້ວ່າ:

        “ສອງສາມປີມານີ້ ເຂົ້າຫນົມ Gerry Chees Cracker ຂອງພວກຂ້າພະເຈົ້າໄດ້ຮັບຄວາມນິຍົມຈາກປະຊາຊົນຫວຽດນາມເປັນຈຳນວນຫລວງຫລາຍ. ລາຄາຜະລິດຕະພັນຂອງບໍລິສັດພວກຂ້າພະເຈົ້າມີລັກສະນະແກ້ງແຍ້ງ, ນັ້ນແມ່ນສາຍເຫດທີ່ພາໃຫ້ພວກຂ້າພະເຈົ້າໄດ້ດຳເນີນທຸລະກິດປະສົບຜົນສຳເລັດຢູ່ຕະຫລາດຫວຽດນາມ. ມາຮອດຈຸດເວລານີ້, ລາຍຮັບຈາກການຂາຍເຂົ້າຫນົມຢູ່ຕະຫລາດຫວຽດນາມ ແມ່ນບັນລຸປະມານ 4-5 ລ້ານ USD.”

ນອກຈາກຮ້ານວາງສະແດງ 2 ຮ້ານ ຂອງບໍລິສັດ Garuda Food  ແລະ OT, ບັນດາຮ້ານວາງສະແດງຂອງບໍລິສັດອື່ນ 3 ແຫ່ງ ລວມມີ: Kalbe, Sun Resources ແລະ Nutrisari ກໍ່ໄດ້ຮັບຄວາມສົນໃຈຈາກແຂກເຂົ້າຊົມ.  ຜະລິດຕະພັນຂອງບັນດາບໍລິສັດດັ່ງກ່າວ ປະຈຸບັນ ໄດ້ແນະນຳ ແລະ ປະກອບສ່ວນເຂົ້າສິນຄ້າຂອງຕະຫລາດ ຫວຽດນາມ. ທ່ານ Ibnu Hadi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ, ຊື່ງແມ່ນຜູ້ມີຂໍ້ລິເລີ່ມສ້າງຕັ້ງເຂດວາງສະແດງ “Umah Indo” (ຊາຍຄາອິນໂດເນເຊຍ) ໃຫ້ຮູ້ວ່າ:

        “ປະຈຸບັນ ມີບໍລິສັດອາຫານ ແລະ ເຄື່ອງດື່ມຂອງອິນໂດເນເຊຍ ຢ່າງຫນ້ອຍສຸດ 10 ແຫ່ງໄດ້ນຳເອົາຜະລິດຕະພັນມາຂາຍຢູ່ຫວຽດນາມແລ້ວ ແລະ ຕົວເລກດັ່ງກ່າວມີທ່າອ່ຽງເພີ່ມຂຶ້ນສູງໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວໝາຍຄວາມວ່າ ຄວາມສາມາດບົ່ມຊ້ອນຢູ່ຕະຫລາດຫວຽດນາມຍັງໃຫຍ່ຫລວງຢູ່. ປະຈຸບັນ ບໍລິສັດຂອງພວກຂ້າພະເຈົ້ານຳເອົາຜະລິດຕະພັນມາຂາຍຢູ່ຕະຫລາດຫວຽດນາມ ແມ່ນຖັດຈາກ ໄທ ແລະ ສເກົາຫລີ, ແຕ່ໃນອະນາຄົດ ແນ່ນອນວ່າ ພວກຂ້າພະເຈົ້າຍັງຄົງມີກາລະໂອກາດພັດທະນາຂຶ້ນ ເພາະຄຸນນະພາບ ແລະ ບັນດາຜະລິດຕະພັນຂອງອິນໂດເນເຊຍກໍມີລາຄາຖືກເຊັ່ນດຽວກັບສິນຄ້າຂອງປະເທດອື່ນ.”

        ພາຍຫລັງພິທີໄຂ, ຫ້ອງວາງສະແດງ “ຊາຍຄາ ອິນໂດເນເຊຍ” ຈະສືບຕໍ່ເປີດປະຕູຮອດທ້າຍເດືອນ ຕຸລາ ເພື່ອໃຫ້ປະຊາຊົນຫວຽດນາມ ແລະ ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຊື້ເຂົ້າຫນົມ ແລະ ເຄື່ອງດື່ມຂອງອິນໂດເນເຊຍ. ພາຍຫລັງເຫດການນີ້ ໃນໄລຍະຈະມາເຖິງ ຫ້ອງວາງສະແດງ “ຊາຍຄາ ອິນໂດເນເຊຍ” ຈະດຳເນີນບັນດາການເຄື່ອນໄຫວຕໍ່ໄປ ເພື່ອແນໃສ່ໂຄສະນາກ່ຽວກັບການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຈາກບັນດາວິສາຫະກິດ ອິນໂດເນເຊຍ ເຖິງປະຊາຊົນຫວຽດນາມ ຢ່່າງເລິກເຊິ່ງກວ້າງຂວາງກວ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ