ນ້ຳ​ໃຈ​ເມດ​ຕາ​ປາ​ນີ, ເຊື່ອມ​ຕໍ່ການ​ກຸ​ສົນ “ເພື່ອ​ພື້ນ​ຖານ​ກິ​ລາ​ທີ່​ຍຸ​ຕິ​ທຳ ແລະ ຍືນ​ຍົງ”

(VOVWORLD) -ກິດຈະກຳ Bowling ເພື່ອການກຸສົນ “ເພື່ອພື້ນຖານກິລາທີ່ຍຸຕິທຳ ແລະ ຍືນຍົງ” ຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພະລາຊີນີໄທ ໃນວັນທີ 3 ມິຖຸນາ ແລະ ໄດ້ດຶງດູດການເຂົ້າຮ່ວມຂອງສະມາຊິກປະຊາຄົມໄທ, ວິສາຫະກິດໄທ ປະຈຳ ຫວຽດນາມ, ປະຊາຄົມ ຫວຽດນາມ, ວິສາຫະກິດ ຫວຽດນາມ ພ້ອມດ້ວຍເພື່ອນມິດຂອງ ໄທ ແລະ ນັກກິລາ ສະຫະສະມາຄົມ Paralympic ຫວຽດນາມ ເກືອບ 100 ຄົນ. 

ໃນຊຸມວັນຜ່ານມາ, ໄປຄຽງຄູ່ກັບການພົວພັນນັບມື້ນັບເກີດດອກອອກຜົນໃນບັນດາຂົງເຂດລົງທຶນ, ການຄ້າ, ການເມືອງ, ໄທ ແລະ ຫວຽດນາມ ຍາມໃດກໍເອົາໃຈໃສ່ເປັນພິເສດຕໍ່ການຊຸກຍູ້ການພົບປະແລປ່ຽນປະຊາຊົນ. ໃນ 6 ເດືອນຜ່ານມາ, ສະຖານທູດ ໄທ, ປະຊາຄົມຊາວ ໄທ ແລະ ວິສາຫະກິດ ໄທ ປະຈຳ ຫວຽດນາມ ໄດ້ມອບເງິນການກຸສົນຈຳນວນ 95,800,000 ດົ່ງ ຈາກການເຄື່ອນໄຫວ Bowling ເພື່ອການກຸສົນ ໃຫ້ແກ່ສະຫະສະມາຄົມ Paralympic ຫວຽດນາມ ເພື່ອຊື້ເຄື່ອງມື, ອຸປະກອນກິລາໃຫ້ແກ່ບັນດານັກກິລາຄົນພິການ. ການເຄື່ອນໄຫວນີ້, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີຄົນພິກາມີການປະກອບສ່ວນຢ່າງຍຸຕິທຳ ແລະ ດ້ວຍຄວາມເອກອ້າງທະນົງໃຈໃນສັງຄົມເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນ້ຳໃຈເມດຕາປານີ ເຊິ່ງເປັນບຸກຄະລິກອັນດີງາມຂອງປະຊາຊົນ ໄທ ແລະ ຫວຽດນາມ ອີກດ້ວຍ.

ນ້ຳ​ໃຈ​ເມດ​ຕາ​ປາ​ນີ, ເຊື່ອມ​ຕໍ່ການ​ກຸ​ສົນ “ເພື່ອ​ພື້ນ​ຖານ​ກິ​ລາ​ທີ່​ຍຸ​ຕິ​ທຳ ແລະ ຍືນ​ຍົງ” - ảnh 1ກິດຈະກຳ Bowling ເພື່ອການກຸສົນ 

ກິດຈະກຳ Bowling ເພື່ອການກຸສົນ “ເພື່ອພື້ນຖານກິລາທີ່ຍຸຕິທຳ ແລະ ຍືນຍົງ” ຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພະລາຊີນີໄທ ໃນວັນທີ 3 ມິຖຸນາ ແລະ ໄດ້ດຶງດູດການເຂົ້າຮ່ວມຂອງສະມາຊິກປະຊາຄົມໄທ, ວິສາຫະກິດໄທ ປະຈຳ ຫວຽດນາມ, ປະຊາຄົມ ຫວຽດນາມ, ວິສາຫະກິດ ຫວຽດນາມ ພ້ອມດ້ວຍເພື່ອນມິດຂອງ ໄທ ແລະ ນັກກິລາ ສະຫະສະມາຄົມ Paralympic ຫວຽດນາມ ເກືອບ 100 ຄົນ. ທ່ານ ໄຊຍະພົນ ສຸປັນຍາ, ຜູ້ອຳນວຍການຝ່າຍບຸກຄະລາກອນ ແລະ ການພົວພັນຕ່າງປະເທດ, ກຸ່ມບໍລິສັດ PRIME, ຮອງປະທານສະຫະສະມາຄົມວິສາຫະກິດ ໄທ ປະຈຳ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ພົນສິຣິປິຢະກຸນ ຜູ້ອຳນວຍການຝ່າຍພົວພັນສາກົນ, ບໍລິສັດ Central Retail Vietnam ໃຫ້ຮູ້ວ່າ:

ພວກຂ້າເຈົ້າໄດ້ແຈ້ງໃຫ້ປະຊາຄົມຊາວ ໄທ ຮັບຊາບກ່ຽວກັບການຈັດຕັ້ງກິດຈະກຳ Bowling ເພື່ອການກຸສົນໃຫ້ແກ່ ສະຫະສະມາຄົມ Paralympic ຫວຽດນາມ ເພື່ອຊື້ເຄື່ອງອຸປະກອນກິລາໃຫ້ແກ່ບັນດານັກກິລາຄົນພິການ. ບັນດາສ່ວນບຸກຄົນ ແລະ ວິສາຫະກິດ ໄທ ລ້ວນແຕ່ເຂົ້າຮ່ວມຢ່າງຕັ້ງໜ້າດ້ວຍຫຼາຍຮູບແບບຄື: ປະກອບເງິນ, ລົງທະບຽນແຂ່ງຂັນ bowling ຫຼື ໜູນຊ່ວຍເງິນໂດຍກົງ”.

ກິດຈະກຳ bowling ເພື່ອການກຸສົນ ໂດຍສະຖານທູດ ໄທ ຈັດຂຶ້ນແມ່ນມີຄວາມໝາຍທີ່ສຸດ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຕອບແທນໃຫ້ ຫວຽດນາມ. ການເຄື່ອນໄຫວໜູນຊ່ວຍສະຫະສະມາຄົມ Paralympic ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ເຖິງວ່າ ຕ່າງຄົນຕ່າງມີເງື່ອນໄຂທີ່ແຕກຕ່າງກັນ, ແຕ່ສຳລັບການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພວກຂ້າພະເຈົ້າຈະຊ່ວຍເຫຼືອເຊິ່ງກັນ ແລະ ກັນ”.

ນ້ຳ​ໃຈ​ເມດ​ຕາ​ປາ​ນີ, ເຊື່ອມ​ຕໍ່ການ​ກຸ​ສົນ “ເພື່ອ​ພື້ນ​ຖານ​ກິ​ລາ​ທີ່​ຍຸ​ຕິ​ທຳ ແລະ ຍືນ​ຍົງ” - ảnh 2ທ່ານນາງ ມໍຣະກົດ ເຈນມາທູກອນ, ອັກຄະລັດຖະທູດ ໄທ ປະຈຳ ຮ່າໂນ້ຍ  ມອບເງິນຊ່ວຍເຫຼືອໃຫ້ແກ່ທ່ານ ຮວິ່ງຫວິງອ໊າຍປະທານສະຫະສະມາຄົມ Paralympic ຫວຽດນາມ

ທ່ານ ວິ່ງຫວິງອ໊າຍ, ປະທານສະຫະສະມາຄົມ Paralympic ຫວຽດນາມ, ໃຫ້ຮູ້ວ່າ: ກິລາຄົນພິການ ຫວຽດນາມ ມີມາແຕ່ດົນນານ, ແຕ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 1989. ເຖິງວ່າ ໄດ້ສ້າງຕັ້ງຂຶ້ນຕາມຫຼັງກໍຕາມ ແຕ່ສະຫະສະມາຄົມ ກໍພະຍາຍາມເອື້ອອຳນວຍຄວາມສະດວກໃຫ້ຄົນພິການເຂົ້າຮ່ວມກິດຈະກຳຕ່າງໆຢູ່ພາກພື້ນ ແລະ ໃນໂລກ. ລັດຖະບານ ແລະ ພະບໍລົມວົງສານຸວົງ ໄທ ຍາມໃດກໍເອົາໃຈໃສ່ເຖິງກິດຈະກຳກິລາຂອງຄົນພິການ, ລະອຽດແມ່ນບັນດາລາງວັນກິລາສຳລັບຄົນພິການຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໂລກ.

ພວກຂ້າພະເຈົ້າຄວາມຕື້ນຕັນໃຈຫຼາຍ ແລະ ກໍມີຄວາມປະຕິຊົມຊື່ນຕໍ່ຂໍ້ລິເລີ່ມນີ້ຂອງສະຖາທູດ. ໃນຕະຫຼອດໄລຍະປະຫວັດສາດ, ຫວຽດນາມ ແລະ ໄທ ໄດ້ຜູກພັນກັນ, ວັດທະນະທຳມີຄວາມກົມກຽວ, ໂດຍສະເພາະແມ່ນນ້ຳໃຈເມດຕາປານີ, ເອົາໃຈໃສ່ເຖິງຄົນພິການ, ຜູ້ດ້ອຍໂອກາດ. ພວກຂ້າພະເຈົ້າ ຫວັງວ່າ ສະຖານທູດ ໄທ ຈະສືບຕໍ່ຮ່ວມເດີນທາງ ແລະ ສະໜັບສະໜູນຂະບວນການກິລາຄົນພິການ ຫວຽດນາມ ຜ່ານຫຼາຍຮູບແບບທີ່ເໝາະສົມ”.

ສ່ວນທ່ານນາງ ມໍຣະກົດ ເຈນມາທູກອນ, ອັກຄະລັດຖະທູດ ໄທ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວວົງຄະນະຍາດ, ຊ່ວຍເຫຼືອປະຊາຊົນ ຫວຽດນາມ ແມ່ນໄດ້ຈັດຂຶ້ນປະຈຳປີ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ປີ 2022 ນີ້, ຫວຽດນາມ ເປັນເຈົ້າພາບຈັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ) ຄັ້ງທີ 31. ນີ້ກໍແມ່ນສາເຫດເຮັດໃຫ້ສະຖານທູດໄທ ຢາກຊ່ວຍເຫຼືອກຸ່ມຄົນພິການ ແລະ ກິລາຄົນພິການຂອງ ຫວຽດນາມ:

ຄົນພິການແມ່ນສ່ວນໜຶ່ງຂອງສັງຄົມ. ພວກຂ້າພະເຈົ້າບໍ່ຄິດວ່າ ເຂົາເຈົ້າເປັນພາລະໜັກໜ່ວງ ຫາກແມ່ນບຸກຄົນທີ່ມີຄວາມສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງ. ສິ່ງສຳຄັນແມ່ນ ພວກຂ້າພະເຈົ້າຢາກໃຫ້ຄົນພິການຮູ້ສຶກພາກພູມໃຈຕໍ່ຕົນເອງ, ໄດ້ຮັບການປະພຶດຢ່າງຍຸຕິທຳ ແລະ ມີຄວາມສາມາດຫາເງິນລ້ຽງຊີບໄດ້. ກິລາຄົນພິການ ໄທ ກໍໄດ້ຮັບຄວາມເອົາໃຈໃສ່ ແລະ ບັນລຸຜົນງານຫຼາຍຢ່າງທີ່ໜ້າຊື່ນຊົມໃນການແຂ່ງຂັນລະດັບສາກົນ. ປີ 2021 ຜ່ານມາ, ໄທ ຄວ້າໄດ້ 18 ຫຼຽນ, ພິເສດແມ່ນໃນການແຂ່ງັນແລ່ນ ແລະ ລານ. ສະນັ້ນ, ຂ້າພະເຈົ້າຫວັງວ່າ, ການໜູນຊ່ວຍ ແລະ ສ້າງໂອກາດໃຫ້ແກ່ຄົນພິການຈະຊ່ວຍໃຫ້ເຂົາເຈົ້າສືບຕໍ່ກາຍເປັນກຳລັງໜູນສຳຄັນໃນສັງຄົມ”.

ດ້ວຍຄວາມໝາຍມະນຸດສະທຳອັນເລິກເຊິ່ງນີ້, ກິດຈະກຳ bowling ເພື່ອການກຸສົນ “ເພື່ອພື້ນຖານກິລາຍຸຕິທຳ ແລະ ຍືນຍົງ” ຂອງສະຖານທູດ, ປະຊາຄົມຊາວໄທ ແລະ ວິສາຫະກິດ ໄທ ບໍ່ພຽງແຕ່ຊ່ວຍເຊື່ອມຕໍ່ ແລະ ແຜ່ຂະຫຍາຍນ້ຳໃຈເມດຕາປານີ ເທົ່ານັ້ນ, ຫາກຍັງຊ່ວຍຊຸກຍູ້ສົ່ງເສີມການຮ່ວມມືດ້ານກິລາ ແລະ ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ, ສອງຊາດ ອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ