ຜູ້​ອຳ​ນວຍ​ການ​ໃຫຍ່ຊາວ ໄທ ກັບ​ຄວາມ​ໄຝ່​ຝັນ​ “ນຳ ຫວຽດ​ນາມ ກາຍ​ເປັນ​ເຮືອນ​ຄົວ​ຂອງ​ໂລກ”

(VOVWORLD) -ເດືອນພຶດສະພາ ປີ 2021, ວາລະສານ Forbes Viet Nam ໄດ້ຍ້ອງຍໍຊົມເຊີຍທ່ານ Montri Suwanphosi ຜູ້ອຳນວຍການໃຫຍ່ບໍລິສັດ CP ຫວຽດນາມ ຜູ້ທີ່ສະຫງວນເວລາເຄິ່ງຊີວິດຂອງຕົນ ຕິດພັນ ແລະ ອຸດທິດສ່ວນໃຫ້ແກ່ການພັດທະນາປະເທດ ຫວຽດນາມພິເສດແມ່ນສຳລັບຂະແໜງກະສິກຳໃນລາຍການຊາຍຄາອາຊຽນ ພານີ້ເຊີນທ່ານພ້ອມກັບນັຂ່າວ VOV ພົບປະກັບທ່ານທີ່ໜ້າເຄົາລົບນີ້ ຜ່ານບົດຂຽນ: “ຜູ້ອຳນວຍການໃຫຍ່ຊາວໄທ ກັບຄວາມໄຝ່ຝັນນຳ ຫວຽດນາມ ກາຍເປັນເຮືອນຄົວຂອງໂລກ”.
ຜູ້​ອຳ​ນວຍ​ການ​ໃຫຍ່ຊາວ ໄທ ກັບ​ຄວາມ​ໄຝ່​ຝັນ​ “ນຳ ຫວຽດ​ນາມ ກາຍ​ເປັນ​ເຮືອນ​ຄົວ​ຂອງ​ໂລກ” - ảnh 1ທ່ານ ມົນຕຣີ ສຸວັນໂພສີ ຜູ້ອຳນວຍການໃຫ່ຍບໍລິສັດ CP ຫວຽດນາມ

ການທີ່ທ່ານ ມົນຕຣີ ສຸວັນໂພສີ ມາເປັນຜູ້ອຳນວຍການໃຫ່ຍບໍລິສັດ CP ຫວຽດນາມ ແມ່ນເລື່ອງບັງເອີນແທ້ໆ. ປີ 1993, ທ່ານ ມົນຕຣີ ສຸວັນໂພສີ ແມ່ນພະນັກງານບັນຊີໜຸ່ມ ແລ້ວມີໝູ່ຮ່ວມງານຄົນໜຶ່ງ ຫາໃຫ້ຊອກຜູ້ມາດຳລົງຕຳແໜ່ງຜູ້ອຳນວຍການດ້ານການເງິນຂອງໂຮງງານ CP ສາຂາຢູ່ ຫວຽດນາມ. ແຕ່ຫຼັງການໂອ້ລົມ, ບັງເອີນ ທ່ານ ມົນຕຣີ ສຸວັນໂພສີ ເອງເປັນຜູ້ໄດ້ຮັບການສະເໜີໃຫ້ດຳລົງຕຳແໜ່ງດັ່ງກ່າວ. ຕອນນັ້ນ, ທ່ານ ມົນຕຣີ ສຸວັນໂພສີ ກໍມີຄວາມກັງວົນ ຍ້ອນວ່າ ທ່ານບໍ່ທັນມີຄວາມເຂົ້າໃຈປານໃດ ກ່ຽວກັບປະເທດທີ່ຍັງຖືກຂວ້ຳບາດເສດຖະກິດນີ້. ແຕ່ໃນສຸດທ້າຍ, ທ່ານກໍໄດ້ຮັບປາກ ແລ້ວຫຼັງຈາກນັ້ນ 28 ປີ, ນັກບັນຊີໜຸ່ມຄາວນັ້ນ ໄດ້ກາຍເປັນຜູ້ອຳນວຍການໃຫຍ່ຂອງບໍລິສັດ CP ຫວຽດນາມ ທີ່ມີພະນັກງານຄົນ ຫວຽດນາມ ກວ່າ 25.000 ຄົນ ແລະ ມີທຶນຈົດທະບຽນ 9.188 ຕື້ດົ່ງ. ທ່ານ ມົນຕຣີ ສຸວັນໂພສີ ແບ່ງປັນວ່າ, ສິ່ງທີ່ເຮັດໃຫ້ບໍລິສັດຕ່າງປະເທດປະສົບຜົນສຳເລັດໃນຂົງເຂດກະສິກຳຢູ່ ຫວຽດນາມ ນັ້ນແມ່ນ ຕ້ອງມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ປະຊາຊົນ ຫວຽດນາມ, ພ້ອມດຽວກັນນັ້ນ ກໍຕ້ອງມີຈຸດປະສົງອັນດຽວກັນນັ້ນແມ່ນ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ຄອບຄົວ ແລະ ສັງຄົມ.

« ທຸກສິ່ງທຸກຢ່າງທີ່ພວກຂ້າພະເຈົ້າເຮັດູ່ປະເທດ ຫວຽດນາມ ແມ່ນລ້ວນແຕ່ມີຄວາມປາດຖະໜາວ່າ ຈະນຳມາເຊິ່ງຜົນປະໂຫຍດອັນສູງສຸດໃຫ້ແກ່ປະເທດ ຫວຽດນາມ ໃນການສ້າງສາປະເທດ ຫວຽດນາມ, ໃນການສ້າງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ໃນການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແລະ ນຳມາເຊິ່ງຜົນປະໂຫຍດຫຼາຍທີ່ສຸດໃຫ້ແກ່ປະຊາຊົນໃນທຸກຂົງເຂດ ບໍ່ວ່າຈະເປັນທາງດ້ານສຸຂະພາບ, ສັງຄົມ, ສິ່ງແວດລ້ອມສິ່ງທີ່ຂ້າພະເຈົ້າຢາກເນັ້ນກໍຄື  ເຖິງວ່າເຮົາຈະເຮັດວຽກງານໃດກໍຕາມ ເຮົາກໍຕ້ອງເຮັດດ້ວຍຄວາມຮັບຜິດຊອບ ແລະ ຊ່ວຍເຫຼືອສັງຄົມໃຫ້ຫຼາຍກວ່າອີກ ».

ໃນຕະຫຼອດໄລຍະເວລາ 28 ປີ ທີ່ເຮັດວຽກຢູ່ບໍລິສັດ CP ຫວຽດນາມ, ທ່ານໄດ້ສ້າງບໍລິສັດແຫ່ງນີ້ກາຍເປັນກຸ່ມບໍລິສັດລາຍໃຫຍ່ຢູ່ ຫວຽດນາມ ແລະ ໄດ້ຮັບການຮັບຮອງດ້ວຍລາງວັນອັນສູງສົ່ງຫຼາຍລາງວັນ ເປັນຕົ້ນແມ່ນ ຫຼຽນໄຊແຮງງານຊັ້ນ III ຂອງປະທານປະເທດ ຫວຽດນາມ, ລາງວັນວິສາຫະກິດເພື່ອຊາວກະສິກອນຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ລາງວັນ Volunteer Avard ຂອງ ສປຊ… ດ້ວຍວິໄສທັດກາຍເປັນເຮືອນຄົວໂລກ, CP ຫວຽດນາມ ໄດ້ເຄື່ອນໄຫວຕາມຮູບແບບສ້າງລະບົບການຜະລິດຄົບວົງຈອນ 3F Plus : ນັບແຕ່ຟາມຮອດພາເຂົ້າ ( Feed – Farm – Food), ອັນໄດ້ນຳມາໃຫ້ຜູ້ບໍລິໂພກແຫຼ່ງສະບຽງອາຫານທີ່ສົດ, ປອດສານຜິດ ແລະ ສາມາດກວດແຫຼ່ງທີ່ມາໄດ້ຜ່ານແຕ່ລະໄລຍະການຜະລິດ. CP ຫວຽດນາມ ໄດ້ຍູ້ແຮງການຂາຍຍ່ອຍຢູ່ຕະຫຼາດ ແລະ ເປີດຮ້ານຂາຍສິນຄ້າສະເພາະຄື CP Shop, CP Fresh Mart, CP Pork Shop. ນອກຈາການຂາຍຍ່ອຍຢູ່ພາຍໃນປະເທດແລ້ວ, ບໍລິສັດດັ່ງກ່າວຍັງສົ່ງບັນດາຜະລິດຕະພັນທີ່ປຸງແຕ່ງຢູ່ຫວຽດນາມ ໄປຍັງຕ່າງປະເທດອີກດ້ວຍ. ທ່ານ ມົນຕຣີ ໃຫ້ຮູ້ວ່າ ຈະເປີດທາງນຳສະບຽງອາຫານທີ່ປຸງແຕ່ງຢູ່ ຫວຽດນາມ ໄປຍັງບັນດາຕະຫຼາດທີ່ເຄັ່ງຄັດ, ດ້ວຍຄວາມປາດຖະໜາບໍ່ພຽງແຕ່ຫັນ CP ກາຍເປັນເຮືອນຄົວຂອງຄອບຄົວຫວຽດນາມ ເທົ່ານັ້ນ ຫາກຍັງຢາກຫັນ ຫວຽດນາມ ກາຍເປັນເຮືອນຄົວໂລກອີກດ້ວຍ.

«ຄວາຈິງແລ້ວ ບໍ່ແມ່ນໃນມື້ໜຶ່ງອງມື້ທີ່ພວກຂ້າພະເຈົ້າສາມາດເຮັດໄດ້ຄືແນວນັ້ນ. ພວກຂ້າພະເຈົ້າໄດ້ຕັ້ງເປົ້າໝາຍ ແລະ ຽມນັບແຕ່ຕອນສ້າງຕັ້ງບໍລິສັດມານີ້ ເພື່ອສາມາດກາຍເປັນເຮືອນຄົວໂລກຢ່າງແທ້ຈິງ. ນັບແຕ່ຂັ້ນຕອນການປຸງແຕ່ງ, ການສົ່ງສະບຽງອາຫານອອກສູ່ໂລກ. ທັງໝົດຂັ້ນຕອນເຫຼົ່ານັ້ນ ພວກຂ້າພະເຈົ້າລ້ວນແຕ່ປະຕິບັດຕາມມາດຕະຖານຂອງສາກົນ. ອາດເວົ້າໄດ້ວ່າ  CP ຫວຽດນາມ ໄດ້ກະກຽມຄົບທຸກຢ່າງ ແລະ ມາຮອດປັດຈຸບັນ, ພວກຂ້າພະເຈົ້າມີຄວາມພ້ອມທີ່ຈະປຸງແຕ່ງສະບຽງຫານສົ່ງອອກທົ່ວໂລກນັ້ນຄືສິ່ງທີ່ CP ຫວຽດນາມ ໄດ້ເຮັດ ».

ຜູ້​ອຳ​ນວຍ​ການ​ໃຫຍ່ຊາວ ໄທ ກັບ​ຄວາມ​ໄຝ່​ຝັນ​ “ນຳ ຫວຽດ​ນາມ ກາຍ​ເປັນ​ເຮືອນ​ຄົວ​ຂອງ​ໂລກ” - ảnh 2ທ່ານ ມົນຕຣີ ໄດ້ສ້າງຕັ້ງ ແລະ ຜັນຂະຫຍາຍບັນດາໂຄງການຊ່ວຍເຫຼືອສັງຄົມ

ເຖິງວ່າເປັນຜູ້ນຳຂອງບໍລິສັດທີ່ມີລາຍຮັບນັບຕື້ໂດລາສະຫະລັດ ແຕ່ທ່ານ ມົນຕຣີ ຍັງຮັກສາທ່າທີທີ່ລຽບງ່າຍ ແລະ ສະໜິດສະໜົມ. ທ່ານແບ່ງປັນວ່າ ທ່ານມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມຫຍຸ້ງຍາກ, ລຳບາກຂອງເດັກກຳພ້າກຳພອຍ, ຂອງບັນດາຄອບຄົວທີ່ທຸກຍາກ ເພາະວ່າ ທ່ານກໍໄດ້ກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວໜຶ່ງທີ່ບໍ່ໄດ້ສົມບູນ. ສະນັ້ນ, ທ່ານໄດ້ສ້າງຕັ້ງ ແລະ ຜັນຂະຫຍາຍບັນດາໂຄງການຊ່ວຍເຫຼືອສັງຄົມຄື ສ້າງເຮືອນພັກອາໄສໃຫ້ແກ່ຜູ້ເປັນໂລກມະເຮັງທີ່ພວມປິ່ນປົວຢູ່ໂຮງໝໍ K ເຕິນຈ່ຽວ, ແຈກເຂົ້າປຽກເຂົ້າຢູ່ໂຮງໝໍ, ຊ່ວຍເຫຼືອສະມາຄົມແພດໝໍໜຸ່ມຫວຽດນາມ ໃນການຜ່າຕັດຫົວໃຈໃຫ້ເດັກນ້ອຍ, ຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມຄັ້ງປະຫວັດສາດຢູ່ພາກກາງ ຫວຽດນາມ… ອັນໄດ້ນຳມາເຊິ່ງໝາກຜົນທີ່ແທດຈິງຫຼາຍຢ່າງໃຫ້ແກ່ວົງຄະນະຍາດ. 

ການບໍລິຈາກເລືອດ ກໍແມ່ນໜຶ່ງໃນບັນດາກິດຈະກຳການກຸສົນ ເຊິ່ງທ່ານ ພ້ອມດ້ວຍບໍລິສັດ CP ຫວຽດນາມ ໄດ້ປະຕິບັດ ເພື່ອເປັນການຕອບບຸນແທນຄຸນຕໍ່ປະເທດ ຫວຽດນາມ. ຍາມໃດທ່ານກໍຄິດວ່າ ເຮົາເປັນສ່ວນໜຶ່ງໃນຊາຍຄາ ຫວຽດນາມ, ແຕ່ລະມື້ທີ່ຜ່ານພົ້ນໄປ, ທ່ານ ມົນຕຣີ ສຸວັນໂພສີ ກໍມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອແຜ່ກະຈາຍ ແລະ ສ້າງຄວາມຜູກພັນ ກັບພະນັກງານໃນບໍລິສັດ ເພື່ອສືບຕໍ່ສ້າງປະຕິບັດກິດຈະກຳຕ່າງໆ ທີ່ເຕັມໄປດ້ວຍຄວາມຮັກແພງ ແລະ ເມດຕາປານີ, ອັນໄດ້ກາຍເປັນພື້ນຖານເພື່ອນຳມາເຊິ່ງຜົນສຳເລັດ ກໍຄືຊ່ວຍໃຫ້ ຫວຽດນາມ ສົ່ງບັນດາສະບຽງອາຫານອອກສູ່ໂລກ.

« ສິ່ງທີ່ຂ້າພະເຈົ້າພາກພູມໃຈທີ່ສຸດໃນຊີວິດ ນັ້ນແມ່ນ ໄດ້ເຮັດວຽກຢູ່ ຫວຽດນາມ ແລະ ຂ້າພະເຈົ້າຮັກປະເທດຫວຽດນາມ ຫຼາຍທີ່ສຸດ. ຂ້າພະເຈົ້າມີຄວາມປະທັບໃຈກັບປະຊາຊົນ ຫວຽດນາມ ຜູ້ດຸໝັ່ນ, ມຸ່ງໝັ້ນໃນການເຮັດວຽກ ແລະ ຮຽນຮູ້ທຸກຢ່າງ ເຊິ່ງເຮົາສາມາດເຫັນໄດ້ສິ່ງດັ່ງກ່າວ ຜ່ານການພັດທະນາເສດຖະິດທີ່ນັບມື້ນັບດີຂຶ້ນຂອງ ຫວຽດນາມ. ເມື່ອເຮົາຮັກປະເທດນີ້ແລ້ວ, ເຮົາຈະເຫັນວ່າ ທຸກສິ່ງທຸກຢ່າງທີ່ຊາວ ຫວຽດນາມ ໄດ້ເຮັດມາ ລ້ວນແຕ່ກາຍເປັນກຳລັງໜູນຊ່ວຍໃຫ້ເຮົາເຮັດທຸກຢ່າງ, ເຮັດໃຫ້ເຮົາຮັກ, ມີຄວາມສາມັກຄີ ແລະ ພະຍາຍາມຮຽນຮູ້ຫຼາຍກວ່າອີກເພື່ອພັດທະນາປະເທດຫວຽດນາມ. »

ຕອບກັບ

ຂ່າວ/ບົດ​ອື່ນ