ພົບປະກັບ ກວາງບາວ - ທູດທ່ອງທ່ຽວໄທປີ 2019 ຢູ່ຫວຽດນາມ

(VOVWORLD) -  ຮອຍຍີ້ມອັນສົດໃສ, ໃສ່ແວ່ນຕາສີຂາວ, ດວງຕາດຳໃຫຍ່, ຮູບຮ່າງເປັນຄົນຈ່ອຍສູງ, ບໍ່ຍາກທີ່ຈະເບິ່ງອອກວ່າແມ່ນ ກວາງບາວ ໃນທ່າມກາງຂອງຜູ້ນິຍົມ (fan) ທີ່ງານໂຄສະນາການທ່ອງທ່ຽວ ໄທ ຢູ່ ຮ່າໂນ້ຍ ໃນໂອກາດຕົ້ນປີ 2019.

ກວາງບາວ ແມ່ນອ້າຍບ່າວເກີດປີ 1990, ເປັນໜຶ່ງໃນບັນດາຜູ້ດຳເນີນລາຍການທີ່ໄດ້ຮັບຄວາມນິຍົມຢ່າງຫລວງຫລາຍຈາກທ່ານຜູ້ຊົມ ຜ່ານບັນດາລາຍການໂທລະພາບເຊັ່ນ: ໃບໜ້າທີ່ຄຸ້ນເຄີຍ, ຮັກຕ້ອງແຕ່ງງານ…ລາວກໍ່ແມ່ນຕົວເລືອກທຳອິດຂອງຫລາຍເຫດການໃຫຍ່ພາຍໃນປະເທດ ເມື່ອຄວ້າໄດ້ລາງວັນອັນສຳຄັນຄື: ລາງວັນປີກນົກແອ່ນເງິນ 2016, Elle Style Awards 2017 ແລະ Her World Young Achiever 2018. ຫວ່າງແລ້ວນີ້, ກວາງບາວ ໄດ້ຮັບກຽດຈາກກົມໃຫຍ່ການທ່ອງທ່ຽວແຫ່ງປະເທດໄທ ຖືກເລືອກເປັນທູດທ່ອງທ່ຽວໄທປີ 2019 ຢູ່ ຫວຽດນາມ. ຕໍ່ໄປເຊີນທ່ານຜູ້ຟັງຮ່ວມກັບນັກຂ່າວ VOV ພົບປະສົນທະນາກັບອ້າຍບ່າວທີ່ມີຄວາມເກັ່ງກ້າສາມາດດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ

ພົບປະກັບ ກວາງບາວ - ທູດທ່ອງທ່ຽວໄທປີ 2019 ຢູ່ຫວຽດນາມ - ảnh 1 ກວາງບາວ ແມ່ນອ້າຍບ່າວເກີດປີ 1990, ເປັນໜຶ່ງໃນບັນດາຜູ້ດຳເນີນລາຍການທີ່ໄດ້ຮັບຄວາມນິຍົມຢ່າງຫລວງຫລາຍຈາກທ່ານຜູ້ຊົມ 

“ບາງກອກ, ມ່ວນກ່ວາຢູ່ບ້ານ” ແມ່ນລາຍການ ເຊິ່ງນອນໃນໂຄງການໜັງສັ້ນ “ອາ, ແມ່ນແລ້ວປະເທດໄທ!”.  ແຕ່ລະພາກໄດ້ອອກອາກາດທາງ youtube ແລະ fanpage ຂອງກົມໃຫຍ່ການທ່ອງທ່ຽວແຫ່ງປະເທດ ໄທ (TAT) ຢູ່ນະຄອນ ໂຮ່ຈີມິນ ເຊິ່ງມີຄົນເຂົ້າເບິ່ງ ແລະ ມີການຕອບ-ຮັບນັບເປັນສິບພັນເທື່ອຄົນ. ຮອຍຍີ້ມອັນສົດໃສ, ໃສ່ແວ່ນຕາສີຂາວ, ດວງຕາດຳໃຫຍ່, ຮູບຮ່າງເປັນຄົນຈ່ອຍສູງ, ບໍ່ຍາກທີ່ຈະເບິ່ງອອກວ່າແມ່ນ ກວາງບາວ ໃນທ່າມກາງຂອງຜູ້ນິຍົມ (fan) ທີ່ງານໂຄສະນາການທ່ອງທ່ຽວ ໄທ ຢູ່ ຮ່າໂນ້ຍ ໃນໂອກາດຕົ້ນປີ 2019. ລາວມີຄວາມພາກພູມໃຈ ແລະ ແບ່ງປັນວ່າ:

ຂ້າພະເຈົ້າດີໃຈຫລາຍ ເພາະປະເທດໄທ ແມ່ນປະເທດທີ່ຂ້າພະເຈົ້າມີອະນຸສອນພິເສດຫລາຍຢ່າງ. ນີ້ແມ່ນປະເທດທຳອິດທີ່ຂ້າພະເຈົ້າໄດ້ໄປແຂ່ງຂັນ ແລະ ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮັບຫຼຽນຄຳກໍ່ແມ່ນຢູ່ປະເທດນີ້. ການໄປທ່ອງທ່ຽວຄັ້ງທຳອິດ, ຂ້າພະເຈົ້າໄດ້ໃຊ້ເງິນທີ່ຕົນຫາມາໄດ້ ເພື່ອພາຄອບຄົວໄປທ່ຽວຕ່າງປະເທດ ນັ້ນກໍ່ແມ່ນປະເທດໄທ. ນີ້ກໍ່ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເປັນທູດການທ່ອງທ່ຽວ.

ກ່ອນທີ່ຈະກາຍເປັນຜູ້ດຳເນີນລາຍການທີ່ມີຊື່ສຽງ, ກວາງບາວ ເຄີຍເປັນນັກລອຍນ້ຳລະດັບຊາດ ແລະ ຄວ້າໄດ້ຫຼຽນໄຊຢູ່ພາຍໃນປະເທດ ແລະ ສາກົນໃນປະເພດກິລານີ້ຫລາຍຫຼຽນ. ສິ່ງທີ່ໜ້າສົນໃຈ, ກວາງບາວ ຄວ້າໄດ້ຫຼຽນທອງໃນ Seagames  2011 ໃນກິລາປະເພດດຳນ້ຳ ແລະ ຫຼຽນທອງໃນການແຂ່ງຂັນຮອບຊິງຊະນະເລີດກິລາດຳນ້ຳອາຊີ 2012. ໃນມໍ່ໆມານີ້, ກວາງບາວ ຍັງຄວ້າໄດ້ລາງວັນທີໜຶ່ງໃນການແຂ່ງຂັນລອຍນ້ຳເພດຊາຍໃນເກນອາຍຸແຕ່ 20 – 29 ປີ ເຊິ່ງໄດ້ຈັດຕັ້ງຢູ່ ກະບີ່, ປະເທດ ໄທ 2018.

ກວາງບາວ ໄດ້ໄປທ່ອງທ່ຽວຢູ່ ບາງກອກ ເປັນເວລາ 8 ວັນ, ເຊິ່ງແມ່ນສະຖານທີ່ເບິ່ງຄືວ່າຄຸ້ນເຄີຍ ແຕ່ກໍ່ມີສິ່ງທີ່ແປກໃໝ່ຫລາຍຢ່າງ; ຢູ່ ຫົວຫີນ ແມ່ນດິນແດນສະຫວັນສະຫງວນໃຫ້ພຽງແຕ່ລາດຊະວົງໃນເມື່ອກ່ອນເທົ່ານັັ້ນ ແຕ່ປັດຈຸບັນ ເລີ່ມເປີດປະຕູບໍລິການຮັບໃຊ້ແຂກ ນັ້ນກໍ່ຄືເຂົາໃຫຍ່ - ແມ່ນສະຖານທີ່ສວຍງາມແຫ່ງໜຶ່ງ, ມີຄວາມສະຫງົບ ແລະ ເຢັນສະບາຍ. ເມື່ອເຮັດລາຍການນີ້, ຄຽງຄູ່ກັບການແນະນຳບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ປະເທດ ໄທ, ກວາງບາວ ກໍ່ຢາກໃຫ້ທຸກໆຄົນ ໄດ້ສຳພັດກັບບັນຍາກາດການທ່ອງທ່ຽວດັ່ງກ່າວ.

ດ້ວຍບົດບາດເປັນທູດທ່ອງທ່ຽວໄທປີ 2019 ຢູ່ ຫວຽດນາມ, ຕາມ ກວາງບາວ ແລ້ວ, ນີ້ແມ່ນໂອກາດໃຫຍ່ ແລະ ກໍ່ແມ່ນສິ່ງທ້າທາຍ.

ເມື່ອກາຍເປັນທູດທ່ອງທ່ຽວຂອງ ໄທ ຢູ່ ຫວຽດນາມ, ກວາງບາວ ຖືນີ້ແມ່ນໂອກາດໃຫຍ່ຫລວງທີ່ສຸດ. ຍ້ອນວ່າ ນີ້ແມ່ນໂອກາດ ເພື່ອໃຫ້ ກວາງບາວ ລົງຕົວຈິງກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວ ໄທ. ກວາງບາວ ໄດ້ໄປທ່ຽວຢູ່ບັນດາສະຖານທີ່ທ່ອງທ່ຽວໃໝ່ ເພື່ອຮັບໃຊ້ການໂຄສະນາ ແລະ ເຂົ້າຮ່ວມບັນດາງານບຸນປະເພນີຢູ່ ໄທ. ຕໍ່ໄປແມ່ນຮ່ວມເດີນທາງໃນບັນດາການເຄື່ອນໄຫວໂຄສະນາທ່ອງທ່ຽວທັງໝົດຢູ່ ຫວຽດນາມ ຂອງ TAT. ສິ່ງທີ່ສຳຄັນທີ່ສຸດ ນັ້ນແມ່ນຊ່ວຍໃຫ້ປະຊາຊົນ 2 ປະເທດມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ປະຊາຊົນຂອງກັນກ່ວາອີກ. ໄທ ໄດ້ຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ໄປ ໄທກ່ວາ 1 ລ້ານເທື່ອຄົນ, ປີນີ້ ຕ້ອງບັນລຸໄດ້ຕົວເລກສູງກ່ວາ. ກວາງບາວ ຫວັງວ່າ ປີນີ້ຈະຈັດຕັ້ງການເຄື່ອນໄຫວຫລາຍກ່ວາ ແລະ ນັບມື້ນັບມີແຂກທ່ອງທ່ຽວ ຫວຽດນາມ ໄປທ່ຽວຢູ່ ໄທ ຫລາຍກ່ວາອີກ.

ດ້ວຍຮູບຮ່າງພາຍນອກທີ່ດູດີ, ມີຄວາມຮູ້ຄວາມສາມາດຫລາກຫລາຍ, ທັກສະນຳສະເໜີລາຍການເປັນມືອາຊີບ, ມີຜູ້ນິຍົມຫລວງຫລາຍ ແລະ ການເຮັດວຽກຢ່າງເຂັ້ມງວດນັ້ນ, ການໄດ້ຮັບເລືອກເປັນທູດທ່ອງທ່ຽວ ໄທ 2019 ປະຈຳ ຫວຽດນາມ ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດເມື່ອຍຂອງ ກວາງບາວ.

ເປັນທູດທ່ອງທ່ຽວ, ສິ່ງທີ່ ກວາງບາວ ປາດຖະໜາທີ່ສຸດ ນັ້ນແມ່ນເພີ່ມຄວາມຜູກພັນລະຫວ່າງ 2 ປະເທດນ ກໍ່ຄືພື້ນຖານການທ່ອງທ່ຽວຂອງ 2 ປະເທດ. ເພາະວ່າ ຄຽງຄູ່ກັບການແນະນຳບັນດາສະຖານທີ່, ວັດທະນະທຳ, ປະຊາຊົນ ໄທ ແລ້ວ, ກວາງບາວ ກໍ່ຢາກແນະນຳກ່ຽວກັບວັດທະນະທຳ, ປະຊາຊົນ ຫວຽດນາມ ຕື່ມອີກ. ໃນຊຸມປີຜ່ານມາ, ຫວຽດນາມ ແລະ ໄທ ມີຄວາມຜູກພັນກັນຫລາຍຢ່າງ ແລະ ພວກເຮົານັບມື້ນັບສະໜິດສະໜົມກັນກ່ວາ. ກວາງບາວ ຫວັງວ່າ ດ້ວຍຖານະເປັນທູດທ່ອງທ່ຽວຂອງ ໄທ ຢູ່ ຫວຽດນາມ ນັ້ນ, ດ້ວຍບັນດາເລື່ອງລາວຂອງຕົນ, ບັນດາການໄປທ່ຽວຂອງຕົນ ຈະຊ່ວຍໃຫ້ທຸກຄົນມີຄວາມເຂົ້າໃຈກ່ຽວກັບປະເທດ ໄທ ຫລາຍກ່ວາ. ໄທ ແມ່ນຈຸດນັດພົບບຸລິມະສິດ ຊຶ່ງທຸກຄົນຈະເລືອກໄປທ່ຽວ.

ປີ 2019, TAT ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ໄທ 1,1 ລ້ານເທື່ອຄົນ. ແລະ ເລື່ອງເລືອກ ກວາງບາວ ເປັນທູດທ່ອງທ່ຽວ ໄທ ປີ 2019 ຢູ່ ຫວຽດນາມ ແມ່ນສ່ວນໜຶ່ງໃນແຜນການປະຕິບັດເປົ້າໝາຍນີ້. TAT ເຊື່ອໝັ້ນວ່າ: ດ້ວຍຈຳນວນຜູ້ນິຍົມຫລາຍ, ເປັນຄົນສຸພາບຮຽບຮ້ອຍ ແລະ ມີນິໄສສ່ວນຕົວພິເສດສະເພາະ, ຄວາມມານະພະຍາຍາມໃນພາລະກິດ ແລະ ຄວາມຮັກທີ່ສະຫງວນໃຫ້ປະເທດ ໄທ ຂອງ ກວາງບາວ ແນ່ນອນວ່າ ຈະນຳພາບພົດຂອງປະເທດ ໄທ ນັບມື້ນັບເຂົ້າໃກ້ກັບປະຊາຊົນ ຫວຽດນາມ ກ່ວາອີກ ./.

ຕອບກັບ

ຂ່າວ/ບົດ​ອື່ນ