ພົບປະກັບຄົນໄທ ທີ່ບໍລິຈາກເລືອດຫລາຍຄັ້ງຢູ່ ຫວຽດາມ

(VOVWORLD) -  ຈະສືບຕໍ່ເຂົ້າຮ່ວມການບໍລິຈາກເລືອດຊ່ວຍຊີວິດຄົນຈົນເຖິງເວລາທີ່ບໍສາມາດບໍລິຈາກໄດ້ອີກແລ້ວຈຶ່ງຈະຢຸດເຊົ່າ
ພົບປະກັບຄົນໄທ ທີ່ບໍລິຈາກເລືອດຫລາຍຄັ້ງຢູ່ ຫວຽດາມ - ảnh 1ພະນັກງານ-ພາລະກອນບໍລິສັດ CP ຫວຽດນາມເຂົ້າຮ່ວມການບໍລິຈາກເລືອດ

ເວລາ 11 ໂມງ 20 ນາທີ, ທີ່ຫ້ອງໂຖງຊັ້ນໜຶ່ງໃນຫໍປະຊຸມແຫ່ງຊາດ ຫວຽດນາມ ຢູ່ ໝີດີ່ງ - ຮ່າໂນ້ຍ, ອ້າຍ ຈິໂນຣົກ ເບັນຈະຊາວະກຸນ ມາຈາກປະເທດ ໄທ - ຮອງຜູ້ອຳນວຍການບໍລິສັດ CP ຫວຽດນາມ, ມີຮູບຮ່າງເປັນຄົນຕ່ຳຮ່າງນ້ອຍ, ໃບໜ້າແຈ່ມໃສ ແລະ ຫ້າວຫັນ, ນຸ່ງຊຸດອາສາສະໝັກສີແດງຂອງບໍລິສັດ ພວມພັກຜ່ອນພາຍຫລັງບໍລິຈາກເລືອດໃນວັນບຸນບໍລິຈາກເລືອດ. ນີ້ແມ່ນການບໍລິຈາກເລືອດຄັ້ງທີ 45 ຂອງລາວ ແລະ ກໍ່ແມ່ນການບໍລິຈາກເລືອດຄັ້ງທີ 20 ຢູ່ ຫວຽດນາມ.

ປີ 2017 ຜ່ານມາ, ອ້າຍ ຈິໂນຣົດ ໄດ້ເປັນກຽດແມ່ນໜຶ່ງໃນຈຳນວນຜູ້ແທນ 100 ຄົນທີ່ໄດ້ຮັບການ “ເຊີດຊູເປັນຜູ້ບໍລິຈາກເລືອດດີເດັ່ນໃນທົ່ວປະເທດ ຫວຽດນາມ”. ສະເລ່ຍແຕ່ລະປີ, ລາວບໍລິຈາກເລືອດປະມານ 3 - 4 ຄັ້ງ, ຊຶ່ງຂຶ້ນກັບອາການສຸຂະພາບຂອງຕົນ. ລາວແບ່ງປັນວ່າ, ເລື່ອງບໍລິຈາກເລືອດ ບໍ່ພຽງແຕ່ແມ່ນການເຄື່ອນໄຫວມະນຸດສະທຳຊ່ວຍກອບກູ້ຊີວິດຄົນເທົ່ານັ້ນ ຫາກຍັງຊ່ວຍໃຫ້ລາວຮັກສາສຸຂະພາບຂອງຕົນອີກດ້ວຍ.

ໃນ 14 ປີທີ່ເຮັດວຽກຢູ່ ຫວຽດນາມ ນັ້ນ, ອ້າຍ ຈິໂນຣົກ ເບັນຈະຊາວະກຸນ ໃຫ້ຮູ້ວ່າ: ລາວບໍ່ເຄີຍຂາດການເຄື່ອນໄຫວເພື່ອການກຸສົນສັງຄົມຂອງບໍລິສັດຈັກເທື່ອ. ຈາກຈຳນວນກອງທຶນເລັກນ້ອຍໃນເບື້ອງຕົ້ນ, ປັດຈຸບັນ ກອງທຶນການກຸສົນຂອງບໍລິສັດ CP ຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກພາລະກອນໃນບໍລິສັດເກືອບທັງໝົດ, ນອກນັ້ນ ຍັງໄດ້ຮັບການສະໜັບສະໜູນຈາກບັນດາວິສາຫະກິດຄູ່ຮ່ວມມືເປັນເວລາຫລາຍປີຂອງບໍລິສັດນຳອີກ. ປັດຈຸບັນ ແຫຼ່ງເງິນການກຸສົນໄດ້ມີພຽງພໍເພື່ອໃຊ້ຈ່າຍໃຫ້ແກ່ບັນດາການເຄື່ອນໄຫວການກຸສົນທີ່ອຸດົມສົມບູນຂອງບໍລິສັດໃນ 4 ຂົງເຂດ, ນັ້ນແມ່ນ ບັນດາລາຍການບໍລິຈາກເລືອດມະນຸດສະທຳ, ລາຍການທ່ານໝໍ ໜຸ່ມອາສາສະໝັກ, ລາຍການໜູນຊ່ວຍການສຶກສາ ແລະ ລາຍການບໍລິຈາກເງິນໜູນຊ່ວຍປະຊາຊົນ ຫວຽດນາມ ທີ່ປະສົບກັບໄພທຳມະຊາດ, ຊ່ວຍເຫຼືອຄົນພິການ, ເດັກກ່ຳພ້າ, ຄົນທຸກຍາກ…ໃນທົ່ວທຸກເຂດພາກຂອງປະເທດ ຫວຽດນາມ. ພາຍຫລັງເຮັດວຽກຢູ່ ຫວຽດນາມ ເປັນເວລາ 14 ປີມານັ້ນ, ບັນດາການເຄື່ອນໄຫວການກຸສົນຂອງບໍລິສັດ CP ພາຍໃຕ້ການນຳພາຂອງ ອ້າຍ  ຈິໂນຣົກ ກໍບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ. ອ້າຍ ຈິໂນຣົກ ໃຫ້ຮູ້ຕື່ມອີກວ່າ: ສິ່ງທີ່ພວກຂ້າພະເຈົ້າໄດ້ຮັບຈາກບັນດາການເຄື່ອນໄຫວການກຸສົນ ນັ້ນແມ່ນພາລະກອນໃນບໍລິສັດມີຄວາມຮັກແພງກັນ, ສາມັກຄີກັນ, ເຮັດວຽກເປັນກຸ່ມ ແລະ ຮັບຟັງຄຳຄິດເຫັນຂອງກັນກ່ວາ, ສ້າງສະພາບແວດລ້ອມໃນການເຮັດວຽກດີກ່ວາ. ສິ່ງນີ້ ຊ່ວຍໃຫ້ພາລະກອນມີຄວາມຮັກແພງ ແລະ ຕິດພັນກັບບໍລິສັດກ່ວາ. ຍ້ອນເຖິງວ່າ ອອກແຮງງານ ຫາເງິນໃນບໍລິສັດຕ່າງປະເທດກໍ່ຕາມ ແຕ່ບັນດາພາລະກອນຊາວ ຫວຽດນາມ ກໍຍັງມີໂອກາດຊ່ວຍເຫຼືອພໍ່ແມ່ປະຊາຊົນຂອງປະເທດຕົນນຳອີກ.

ພົບປະກັບຄົນໄທ ທີ່ບໍລິຈາກເລືອດຫລາຍຄັ້ງຢູ່ ຫວຽດາມ - ảnh 2

ໂດຍເຄື່ອນໄຫວການກຸສົນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງອ້າຍ ຈິໂນຮົກ ນັ້ນ ຄືສາຍເຊື່ອມຕໍ່ລະຫວ່າງບັນດາສະມາຊິກໃນບໍລິສັດ, ພິເສດແມ່ນລະຫວ່າງພາລະກອນ ໄທ ແລະ ພາລະກອນ ຫວຽດນາມ. ເວົ້າເຖິງຫົວໜ້າຂອງຕົນ, ນາງ ກິມແອງ ພາລະກອນຫ້ອງບໍລິຫານຂອງ CP ຫວຽດນາມ ໃຫ້ຮູ້ວ່າ:

“ອ້າຍ ຈິໂນຮົກ ແມ່ນນັກຄຸ້ມຄອງທີ່ເກັ່ງກ້າ, ຮູ້ຈັກຮັບຟັງ ແລະ ຮູ້ຈັກແບ່ງປັນຄຳເຫັນກັບຜູ້ອື່ນ. ໃນບັນດາການເຄື່ອນໄຫວອາສາສະໝັກຂອງ ບໍລິສັດ, ພິເສດແມ່ນຂະບວນການບໍລິຈາກເລືອດ, ລາວຍາມໃດກໍ່ແມ່ນຄົນນຳໜ້າ ແລະ ລາວເຂົ້າຮ່ວມດ້ວຍຈິດໃຈຮັກແພງ ແລະ ຄວາມສຸດຈິດສຸດໃຈຂອງຕົນ. ລາວເປັນແບບຢ່າງດີເດັ່ນໃຫ້ພາລະກອນບໍລິສັດ CP ຫວຽດນາມ ຂອງພວກຂ້າພະເຈົ້າທຸກຄົນ ເພື່ອຮ່ຳຮຽນເອົາ.”

        “ເຮັດວຽກດ້ວຍຄວາມສຸດໃຈສຸດໃຈ” ນັັ້ນແມ່ນຄຳເວົ້າ ເຊິ່ງອ້າຍ ຈິໂນຣົກ ເຄີຍມັກເວົ້າ. ອ້າຍໃຫ້ຮູ້ວ່າ: ຈະສືບຕໍ່ເຂົ້າຮ່ວມການບໍລິຈາກເລືອດຊ່ວຍຊີວິດຄົນຈົນເຖິງເວລາທີ່ບໍສາມາດບໍລິຈາກໄດ້ອີກແລ້ວຈຶ່ງຈະຢຸດເຊົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ