ພົບປະກັບນັກຮ້ອງ Darlin Joy Baje ຜູ້ໄດ້ຮັບລາງວັນທີຫນຶ່ງໃນງານປະກວດສຽງເພງ ອາຊຽນ +3 ປີ 2017

(VOVWORLD) -ນັກຮ້ອງຍິງ Darlin Joy Baje, ມາຈາກ ຟິລີບປີນ ປີນີ້ ມີອາຍຸ 29 ປີ ເຖິງວ່າປະຈຸບັນ ນາງບໍ່ເຄື່ອນໄຫວໃນຂົງເຂດດົນຕີແລ້ວກໍຕາມ, ແຕ່ນາງຍັງຄົງສືບຕໍ່ເປັນນັກຮ້ອງດີເດັ່ນກວ່າໝູ່ເມື່ອທຽບໃສ່ນັກຮ້ອງ16 ຄົນ ມາຈາກບັນດາປະເທດອາຊຽນ ເພື່ອຍາດໄດ້ລາງວັນທີຫນຶ່ງໃນງານປະກວດສຽງເພງ ອາຊຽນ+3  ໂດຍວິທະຍຸກະຈາຍສຽງຫວຽດນາມຈັດຂຶ້ນຢູ່ ເຊີມເຊີນ ນະຄອນ ແທງຮວາຂອງຫວຽດນາມ ໃນ ທ້າຍເດືອນສິງຫາຜ່ານມາ. ກ່ອນນີ້  8 ປີ ນັກຮ້ອງ Darlin Joy Baje ໄດ້ເດີນທາງມາຮ່າໂນ້ຍ ເພື່ອພັດທະນາອາຊີບນັກຮ້ອງຂອງຕົນ ແຕ່ປະຈຸບັນ ນັກຮ້ອງຄົນນີ້ໄດ້ຫ່າງເຫີນຈາກເວທີສະແດງແລ້ວເພື່ອກ້າວເຂົ້າເສັ້ນທາງໃຫມ່. ເຊີນທ່ານ ພ້ອມກັບ ນັກຂ່າວ ຮ່ວາງຫາຍ ພົບປະກັບນັກຮ້ອງ Darlin Joy Baje.
ພົບປະກັບນັກຮ້ອງ Darlin Joy Baje ຜູ້ໄດ້ຮັບລາງວັນທີຫນຶ່ງໃນງານປະກວດສຽງເພງ ອາຊຽນ +3 ປີ 2017 - ảnh 1 ນັກຮ້ອງ Darlin Joy Baje 

ເວລາ 4 ໂມງແລງ ຢູ່ ເສັ້ນທາງນ້ອຍມໍ່ກັບຫນອງ ໂຮ່ໄຕ, ບັນຍາກາດຢູ່ໂຮງແຮມ Hanoi Club Hotel & Lake Palais Residence ຊື່ງແມ່ນບ່ອນນັກຮ້ອງ Darlin Joy Baje ເຮັດວຽກ ແມ່ນອຶກກະທຶກຄຶກໂຄມທີ່ສຸດ, ມີຄົນເຂົ້າ, ອອກໂຮງແຮມຢ່າງຄັບຄາຫນາແຫນ້ນ. ເມື່ອພົບປະກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ, ນາງກໍຮູ້ສຶກດີໃຈ ແລະ ເລົ່າໃຫ້ຟັງກ່ຽວກັບຄວາມຮູ້ສຶກຂອງຕົນເມື່ອເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3.

        “ເມື່ອເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3, ຂ້າພະເຈົ້າມີຄວາມກັງວົນທີ່ສຸດ ເພາະວ່າ ເກືອບ 2 ປີແລ້ວຂ້າພະເຈົ້າບໍ່ໄດ້ຢືນສະແດງບົນເວທີ. ພາຍຫລັງໄດ້ຊົມລາຍການການສະແດງຂອງບັນດານັກຮອ້ງມາຈາກບັນດາປະເທດໃນອາຊຽນ ຂ້າພະເຈົ້າເຫັນວ່າ ພວກເພື່ອນມີຄວາມເກັ່ງກ້າກວ່າຕົນຫລາຍ. ເຖິງວ່າ ໄດ້ສະຫລະເວລາຫລາຍເພື່ອຝຶກແອບການຮ້ອງເພງ ແລະ ຊອກຫາຊຸດເຄື່ອງນຸ່ງ ແຕ່ຂ້າພະເຈົ້າຍັງມີຄວາມເປັນຫ່ວງ ບໍ່ຮູ້ວ່າ ຕົນເອງສາມາດສະແດງຢູ່ບົນເວທີໄດ້ດີຫລືບໍ່. ແຕ່ເຖິງຢ່າງໃດກໍຕາມ ພາຍຫລັງສຽງດົນຕີດັງຂຶ້ນ ຂ້າພະເຈົ້າຮ້ອງທຳນອງເພງທຳອິດ ແລະກໍ່ຮູ້ສຶກວ່າບໍ່ຖືກກົດດັນອີກ.”

        ບົດເພງ ຊື່ງ ນັກຮ້ອງ Darlin Joy Baje ເລືອກເຟັ້ນມາສະແດງໃນງານແຂ່ງຂັນຊີງຊະນະເລີດ ມີຊື່ວ່າ: one night only, ຊື່ງແມ່ນບົດເພງທີ່ມີຊື່ສຽງໃນບົດດົນຕີລະຄອນ Broadway “Dreamgirl”. ນັກດົນຕີ ໂດ໋ຮົ່ງກວນ, ປະທານສະມາຄົມນັກດົນຕີ ຫວຽດນາມ, ຫົວຫນ້າ ຄະນະກຳມະການ ງານປະກວດສຽງເພງ ອາຊຽນ ໃຫ້ຮູ້ວ່າ: ໃນງານປະກວດຊີງຊະນະເລີດນັ້ນ, ສຽງເພງໂດຍ ນັກຮ້ອງ Darlin ສະແດງໄດ້ດຶງດູດໃຈຄະນະກຳມະການ ແລະ ຜູ້ຊົມທີ່ສຸດ.

        “ນາງ Darlin ແມ່ນນັກຮ້ອງສຽງດີ, ທ່າທາງໃນການສະແດງກໍ່ທັນສະໄຫມ ຖືກກັບຈິດໃຈຂອງດົນຕີ pop ນັ້ນແມ່ນສະແດງສຸດຄວາມສາມາດຂອງຕົນ ເຮັດໃຫ້ນັກຮ້ອງ ແລະ ຜູ້ຊົມມີຄວາມໃກ້ຊິດສະຫນິດສະຫນົມກວ່າ. ອີກບັນຫາຫນຶ່ງ ນີ້ແມ່ນບົດເພງທີ່ເໝາະສົມກັບສຽງຂັບຮ້ອງຂອງນາງ Darlin. ສິ່ງນີ້ແມ່ນສຳຄັນທີ່ສຸດ ໄດ້ຊ່ວຍໃຫ້ນາງສະແດງໄດ້ທ່າແຮງຂອງຕົນ ແລະ ກາຍເປັນນັກຮ້ອງເດັ່ນກວ່າໝູ່ເມ່ືອທຽບໃສ່ກັບບັນດານັກຮ້ອງທີ່ເຂົ້າຮ່ວມງານປະກວດ”.

ບົດເພງ Burn ຊື່ງທ່ານກຳລັງຮັບຟັງ ແມ່ນບົດເພງໂດຍນັກຮ້ອງ Darlin ຂັບຮ້ອງ ແລະ ອັດເປັນແຜ່ນ CD  ສົ່ງເຖິງຄະນະກຳມະການ ງານປະກວດສຽງເພງ ອາຊຽນ+3 ເພື່ອຈົດທະບຽນເຂົ້າຮ່ວມການແຂ່ງຂັນ. ເຖິງວ່າ ຍັງບໍ່ທັນໄດ້ຮ່ຳຮຽນຜ່ານຊຸດຮຽນທາງການໃດກ່ຽວກັບດົນຕີ ກໍຕາມ ແຕ່ນັບແຕ່ຄາວຍັງນ້ອຍ Darlin ໄດ້ຮັບການບອກສອນຢ່າງສຸດຈິດສຸດໃຈຈາກ ອາຂອງຕົນ ຊື່ງແມ່ນນັກຮ້ອງມືອາຊີບທີ່ມີຊື່ສຽງຢູ່ ຍີ່ປຸ່ນ. ປີ 2009, ເວລານັ້ນ ນາງ Darlin ມີອາຍຸ 21 ປີ, ນາງ ພ້ອມກັບເພື່ອນຜູ້ຫນຶ່ງຕັດສິນໃຈເດີນທາງມາຫວຽດນາມ ເພື່ອພັດທະນາອາຊີບນັກຮ້ອງ ຕາມຄຳສະເຫນີຂອງຍາດຕິພີ່ນ້ອງຜູ້ຫນຶ່ງທີ່ພວມດຳລົງຊີວິດຢູ່ຫວຽດນາມ ແລະ ເມື່ອມາຫວຽດນາມ ນາງໄດ້ກາຍເປັນນັກຮ້ອງນຳໃນວົງດົນຕີ The Black Rose.

        “ວຽກງານຂອງຂ້າພະເຈົ້າໃນໄລຍະນັ້ນກໍ່ດີທີ່ສຸດ. ທຸກໆມື້ໃນອາທິດ ພວກຂ້າພະເຈົ້າລ້ວນແຕ່ ມີ Show ສະແດງ. ທິດຫນຶ່ງພຽງແຕ່ໄດ້ພັກຜ່ອນມື້ຫນຶ່ງ. ນອກຈາກສະແດງຢູ່ ຮ້ານອາຫານໃຫຍ່, ໂຮງແຮມ, ຮ້ານບັນເທິງ, ລາຍການພິເສດຕ່າງໆຢູ່ຮ່າໂນ້ຍແລ້ວ, ວົງດົນຕີພວກຂ້າພະເຈົ້າຍັງໄດ້ໄປສະແດງຢູ່ຕ່າງແຂວງຄື ແທງຮວາ, ນີງບີງ, ຮ້າລອງ…”

ໂຮງແຮມ Hanoi Club Hotel ກໍ່ແມ່ນບ່ອນທີ່ນາງ Darlin ມາສະແດງເປັນປະຈຳ. ພາຍຫລັງສະແດງຫລາຍເທື່ອຢູ່ທີ່ນີ້ ນາງໄດ້ຮັບເຊີນເຂົ້າມາເຮັດວຽກຢູ່ພາກສ່ວນຕ້ອນຮັບແຂກ. ນາງ Darlin ຮັບຜິດຊອບທັງສອງວຽກງານໃນໄລຍະສອງສາມປີ ແຕ່ສຸດທ້າຍສຸຂະພາບຂອງນາງບໍ່ໄດ້ດີປານໃດ ສະນັ້ນ ນາງຕ້ອງເລືອກເຟັ້ນວຽກງານຫນຶ່ງໃຫ້ເໝາະສົມເທົ່ານັ້ນ ແລະສຸດທ້າຍ ນາງຕ້ອງລາຈາກເວທີສະແດງ.

ພົບປະກັບນັກຮ້ອງ Darlin Joy Baje ຜູ້ໄດ້ຮັບລາງວັນທີຫນຶ່ງໃນງານປະກວດສຽງເພງ ອາຊຽນ +3 ປີ 2017 - ảnh 2 ນັກຮ້ອງ Darlin Joy Baje  ໄດ້ຮັບລາງວັນທີຫນຶ່ງໃນງານປະກວດສຽງເພງອາຊຽນ

        ບໍ່ໄດ້ຮ່ວມກັບວົງດົນຕີໄປສະແດງຢູ່ທຸກແຫ່ງຄືກ່ອນນີ້, ປະຈຸບັນ ນາງ Darlin ພຽງຂັບຮ້ອງໃນງານລາຕີພ້ອມກັບໝູ່ເພື່ອນໃນບໍລິສັດ ຫລື ໄປຮ້ອງ karaoke ກັບໝູ່ເພື່ອນ. ເລື່ອງເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 ກໍ່ບໍ່ແມ່ນແນວຄວາມຄິດຂອງນາງ. ມີສ່ຽວຂອງນາງຜູ້ຫນຶ່ງໄດ້ຈົດທະບຽນປິດລັບ ໃຫ້ນາງເຂົ້າຮ່ວມງານປະກວດ ຜ່ານສະຖານທູດ ຟີລີບປີນ ປະຈຳຮ່າໂນ້ຍ. ເຖິງຢ່າງໃດກໍຕາມ ພາຍຫລັງໄດ້ປະສົບຜົນສຳເລັດທີ່ງານປະກວດສຽງເພງອາຊຽນ, ຄວາມໝັ້ນໃຈຕົນເອງ ແລະ ຄວາມເມົາມົວກັບດົນຕີຂອງນາງຄືດັ່ງໄດ້ກັບຕ່າວຄືນອີກແລ້ວ.

        “ເມື່ອຂ້າພະເຈົ້າກັບຄືນເມືອ ຟີລີບຟີນ ໝູ່ເພື່ອນ ແລະ ຄອບຄົວ ໃນນັ້ນມີຫລາຍຄົນເຖິງວ່າຍັງບໍ່ທັນຮູ້ຈັກເຖິງຂ້າພະເຈົ້າ ກໍ່ເວົ້າວ່າ ເຂົາເຈົ້າມີຄວາມຜາສຸກ ແລະ ຮູ້ສຶກເອກອ້າງທະນົງໃຈຕໍ່ຂ້າພະເຈົ້າ. ເມື່ອໄດ້ອ່ານຄຳຕິຊົມທາງອິນເຕີແນັດ: ພວກເຮົາມີນັກຮ້ອງສຽງດີສຽງມ່ວນຄືແນວນັ້ນແທ້ຫວະ, ເປັນຫຍັງມາຮອດປະຈຸບັນ ຂ້າພະເຈົ້າຈຶ່ງຮູ້ຈັກນາງ. ຂ້າພະເຈົ້າຮູ້ສຶກຕຶ້ນຕັນໃຈທີ່ສຸດ. ຄວາມເມົາມົວກັບການຮ້ອງລຳທຳເພງຂອງຂ້າພະເຈົ້າເກືອບຄືວ່າໄດ້ກັບຕ່າວຄືນມາແລ້ວພາຍຫລັງງານປະກວດສຽງເພງຄັ້ງນີ້. ຖ້າສັບຊ້ອນເວລາໄດ້ ຂ້າພະເຈົ້າຈະກັບຄືນມາສະແດງບົນເວທີອີກ”

        ເວລາ 6 ໂມງຄ່ຳ, Darlin ສິ້ນສຸດມື້ເຮັດວຽກ. ມື້ນີ້ ນາງບໍ່ກັບເມືອເຮືອນພັກຄືທຸກມື້ ນາງໄດ້ໄປພົບປະກັບເພື່ອນຜູ້ຫນຶ່ງເພື່ອປຶກສາຫາລືກ່ຽວກັບໂຄງການດົນຕີ. ນາງ Darlin ໄດ້ຮັບຄຳເຊີນຮ່ວມມືພາຍຫລັງທີ່ນາງປະສົບຜົນສຳເລັດໃນງານປະກວດສຽງເພງ ອາຊຽນ. ນາງເວົ້າວ່າ ຍັງບໍ່ທັນເວົ້າຫຍັງໄດ້ເທື່ອ ແຕ່ໃນໄລຍະໃກ້ໆນີ້ ອາດຈະໄດ້ຮັບຟັງສຽງເພງໂດຍ Darlin ສະແດງຢູ່ບົນເວທີໃດຫນຶ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ