ພົບປະກັບນັກຮ້ອງ ໄທໃນງານປະກວດສຽງເພງ ອາຊຽນ +3

(VOVWORLD) -ພາຍຫລັງໄດ້ຮັບລາງວັນ “ນັກຮ້ອງຜູ້ສະຫນິດສະຫນົມ” ທີ່ງານປະກວດສຽງເພງ ອາຊຽນ + 3 ໂດຍວິທະຍຸກະຈາຍສຽງຫວຽດນາມຈັດຂຶ້ນຢູ່ ເຊີມເຊີນ ນະຄອນ ແທງຮວາຂອງຫວຽດນາມ, ນາງ ມາຣຸທິດາ ບຸນມົງຄອນ ຫລື ເອີ້ນວ່າ ເຈັນ, ຊື່ງແມ່ນນັກຮ້ອງຫນຸ່ມມາຈາກ ນະຄອນຫລວງ ບາງກອກ ປະເທດໄທ ໄດ້ກັບຄືນກັບວຽກງານປະຈຳວັນ ຂອງຕົນ ຢູ່ ຄະນະດົນຕີ ວິທະຍຸແຫ່ງຊາດໄທ. ເຖິງວ່າ ຜົນງານບັນລຸໄດ້ຍັງບໍ່ທັນສູງປານໃດກໍຕາມ ແຕ່ຜ່ານງານປະກວດສຽງເພງ ອາຊຽນ + 3 ໄດ້ຊ່ວຍໃຫ້ນາງ ມີບົດຮຽນຫລາຍຢ່າງຕື່ມອີກ ແລະ ຍິ່ງຮັກເສັ້ນທາງສິລະປະທີ່ຕົນເອງໄດ້ເລືອກເຟັ້ນ.
ພົບປະກັບນັກຮ້ອງ ໄທໃນງານປະກວດສຽງເພງ ອາຊຽນ +3  - ảnh 1 ນັກຮ້ອງ ມາຣຸທິດາ

ດ້ວຍຮູບຊົງເປັນຕາຮັກ, ນັກຮ້ອງ ມາຣຸທິດາ ຄ້າຍຄືກັນກັບນັກຮ້ອງ Lea Salonga ຂອງ ຟິລີບປີນ ຊື່ງນາງນິຍົມຊົມຊອບທີ່ສຸດ. ມາຣຸທິດາ ຮຽນດົນຕີລະຄອນ. ປີນີ້ ນາງມີອາຍຸ 31 ປີ ແຕ່ ມາຣຸທິດາ ເລີ່ມຮ້ອງລຳທຳເພງເມື່ອມີອາຍຸ 14-15 ປີ. ໃນຄອບຄົວຂອງນາງ ບໍ່ມີຜູ້ໃດເຮັດວຽກງານສິລະປະ, ມີພຽງແຕ່ພໍ່ຂອງນາງແມ່ນຜູ້ມັກຮ້ອງເພງ ແລະ ຮູ້ຈັກດີດ ກີຕາ.

ສຽງ ນາງ ມາຣຸທິດາ

ກ່ອນທີ່ໄດ້ຮັບການຄັດເລືອກ ແມ່ນ ຫນຶ່ງ ໃນນັກຮ້ອງໄທ 2 ຄົນ ເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3, ມາຣຸທິດາ ຍັງເຂົ້າຮ່ວມການສະແດງສິລະປະໃນຫລາຍເຫດການຢູ່ພາຍໃນ ແລະ ຕ່າງປະເທດ. ນາງ ມາຣຸທິດາ ເຄີຍສະແດງໃນລາຍການ ສະແດງດົນຕີປະສານສຽງຮ່ວມ ໄທ - ບຣູໄນ, ໄທ - ຈີນ ແລະ ແມ່ນຫນຶ່ງໃນຈຳນວນ ນັກຮ້ອງໄທ 6 ຄົນ ເຂົ້າຮ່ວມລາຍການສະແດງດົນຕີປະສານສຽງ ອາຊຽນ ໃນເຫດການ Asian Youth For One 2014 ດຳເນີນຢູ່ ສເກົາຫລີ, ແມ່ນຜູ້ຕາງຫນ້າ ແນະນຳວັດທະນະທຳ ແລະ ບັນດາບົດເພງໄທ ໃນເຫດການ The One Asia Cultural Ambassador 2015 ຢູ່ ຟີລີບປີນ, ແມ່ນຫນຶ່ງໃນນັກຮ້ອງໄທ 4 ຄົນ ເຂົ້າຮ່ວມລາຍການສະແດງດົນຕີປະສານສຽງ Indonesia Younth Choir  ຢູ່ ອິນໂດເນເຊຍ.. ແລະ ລາງວັນສູງສຸດ ມາຮອດປະຈຸບັນ ຊື່ງນາງຍາດມາໄດ້ນັ້ນແມ່ນ ລາງວັນທີຫນຶ່ງໃນງານປະກວດສຽງເພງປະສານສຽງຄັ້ງທີ 1 ຈັດຂຶ້ນຢູ່ ຈີນ  ກ່ອນນີ້ 5-6 ປີ. ບັນດາຜົນງານເບື້ອງຕົ້ນນັ້ນ ແມ່ນໝາກຜົນແຫ່ງການຝຶກຝົນຫລໍ່ຫລອມໃນເວລາຫລາຍປີ. ເຖິງຢ່າງໃດກໍຕາມ ບາງເທື່ອນາງ ມາຣຸທິດາ ມີຄວາມຮູ້ສຶກທໍ້ຖອຍໃຈ.

ສຽງ ນາງ ມາຣຸທິດາ

ໃນຮອບຊີງຊະນະເລີດຂອງງານປະກວດສຽງເພງອາຊຽນ + 3, ນັກຮ້ອງແຕ່ລະຄົນ ພຽງແຕ່ໄດ້ເລືອກເຟັ້ນບົດເພງບົດຫນຶ່ງເພື່ອສະແດງ ແລະ ມາຣຸທິດາ ໄດ້ເລືອກເຟັ້ນບົດເພງ “Still on my mind” ດ້ວຍເຫດຜົນພິເສດວ່າ:

ສຽງນາງ ມາຣຸທິດາ

ພົບປະກັບນັກຮ້ອງ ໄທໃນງານປະກວດສຽງເພງ ອາຊຽນ +3  - ảnh 2ນັກຮ້ອງມາຈາກບັນດາປະເທດອາຊຽນ ໃນງານປະກວດສຽງເພງອາຊຽນ+3

ບົດເພງນີ້ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ຊົມຫວຽດນາມ ເປັນຈຳນວນຫລວງຫລາຍ. ນາງ ມາຍເຟືອງ, ຜູ້ຊົມມາຈາກ ຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:

        “ຂ້າພະເຈົ້າເຫັນວ່າ ນັກຮ້ອງ ມາຣຸທິດາ ມີກິລິຍາທ່າທາງໃນການສະແດງດີ. ບົດເພງທີ່ນາງເລືອກເຟັ້ນ ແມ່ນບົດເພງມ່ວນ ແລະ ອອນຊອນທີ່ສຸດ. ວິທີສະແດງບົດເພງຂອງນາງຄືດັ່ງພວມເລົ່າເລື່ອງໃດຫນຶ່ງ ແລະ ສ້າງໃຫ້ຜູ້ຊົມມີຄວາມຮູ້ສຶກພິເສດ. ກິລິຍາທ່າທາງກໍຄືເຄື່ອງນຸ່ງໃນການສະແດງ ຂອງນາງ ມາຣຸທິດາ ກໍ່ສ້າງຄວາມປະທັບໃຈທີ່ສຸດ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນສາຍເຫດທີ່ເຮັດໃຫ້ນາງໄດ້ຮັບລາງວັນ “ນັກຮ້ອງຜູ້ສະຫນິດສະຫນົມ” ໃນງານປະກວດສຽງເພງ ອາຊຽນ ຄັ້ງນີ້.”

ສຽງ ນາງມາຣຸທິດາ

        ຍາມໃດກໍ່ສູ້ຊົນຢ່າງບໍ່ຢຸດຢັ້ງເພື່ອນຳມາເຊິ່ງບັນດາບົດເພງມ່ວນທີ່ສຸດໃຫ້ແກ່ສາທາລະນະຊົນ. ມາຣຸທິດາ ແບ່ງປັນວ່າ ນາງປາດຖະຫນາຢາກປັບປຸງຕົນເອງກວ່າອີກ ແລະ ຢາກໄປຮຽນປະລິຍາໂທ ຂະແຫນງດົນຕີລະຄອນ. ເລື່ອງໄດ້ຮັບການຄັດເລືອກເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 ຄັ້ງນີ້ແມ່ນໂອກາດເພື່ອຊ່ວຍໃຫ້ນາງຖອດຖອນບົດຮຽນຕື່ມອີກ ເພື່ອປັບປຸງທັກສະໃນເສັ້ນທາງດົນຕີຂອງຕົນ. 

ຕອບກັບ

ຂ່າວ/ບົດ​ອື່ນ