ພ້ອມ​ກັນ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ເພື່ອ​ປະ​ເທດ​ຫວຽດ​ນາມ​ເຂັ້ມ​ແຂງ

(VOVWORLD) -ໂດຍແມ່ນກຸ່ມບໍລິສັດຕ່າງປະເທດໃຫຍ່ຢູ່ຫວຽດນາມ, ກຸ່ມບໍລິສັດ ຈະເຣີນ ໂພກກະພັນ (CP) ຂອງໄທ ຊື່ງຕາງໜ້າແມ່ນບໍລິສັດ CP. ຫວຽດນາມ (CPV) ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວສັງຄົມຢູ່ຫວຽດນາມຄື: ການບໍລິຈາກເລືອດມະນຸດສະທຳ, ມອບຂອງກິນ, ສະບຽງອາຫານໜູນຊ່ວຍຄົນທຸກຍາກ, ຄົນພິການ...  ພິເສດ, ເມື່ອຫວຽດນາມ ຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ 19 ຄັ້ງທີ 2 ດ້ວຍບັນດາການຕິດແປດທີ່ສັບສົນໃນຊຸມຊົນນັ້ນ, CPV ໄດ້ຈັດບັນດາການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງຄື: ມອບເຄື່ອງອຸປະກອນການແພດ ເພື່ອພ້ອມກັບປະເທດຫວຽດນາມ ຍູ້ໂລກລະບາດໃຫ້ຖອຍໄປ.
ພ້ອມ​ກັນ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ເພື່ອ​ປະ​ເທດ​ຫວຽດ​ນາມ​ເຂັ້ມ​ແຂງ - ảnh 1 ທ່ານຈີໂນຣົດ ຮອງຜູ້ອຳນວຍການໄດ້ບໍລິຈາກເລືອດ

   ໜຶ່ງໃນບັນດາເຫດການທີ່ພົ້ນເດັ່ນຂອງບໍລິສັດ CP. ຫວຽດນາມ (CPV) ໃນການພ້ອມກັນ ຕ້ານໂລກລະບາດໃນໄລຍະຜ່ານມາ ແມ່ນການເປີດສະຫຼອງໂຮງງານຜະລິດຜ້າອັດປາກ ອັດດັງ CPPC ດ້ວຍສະມັດຕະພາບຜະລິດ 1.2 ລ້ານອັນ/ເດືອນ, ສະໜອງຜ້າອັດປາກ ອັດດັງ ຟຣີ ຊະນິດແພກັນ 3 ຊັ້ນທີ່ບັນລຸມາດຕະຖານການສົ່ງອອກ ໃຫ້ແກ່ບັນດາຫົວໜ່ວຍນຳໜ້າໃນການຕ້ານໂລກລະບາດ.

   ກ່ຽວກັບໂຄງການນີ້, ພວກຂ້າພະເຈົ້າໄດ້ພະຍາຍາມທີ່ສຸດແລ້ວ, ກ່ອນອື່ນໝົດແມ່ນເພື່ອຮັບປະກັນໃຫ້ພະນັກງານຂອງບໍລິສັດກ່ວາ 25.000 ຄົນມີຄວາມປອດໄພ, ສາມາດຜະລິດສະບຽງອາຫານໃຫ້ແກ່ສັງຄົມໃນໄລຍະຫຍຸ້ງຍາກນີ້. ຫຼັງຈາກນັ້ນແມ່ນຂ້າພະເຈົ້າຄິດວ່າສັງຄົມ ປະສົບກັບຄວາມຫຍຸ້ງຍາກ, ສະນັ້ນຈຶ່ງປະກອບສ່ວນຕາມຄວາມຕ້ອງການຄື: ສະບຽງອາຫານ, ນ້ຳຢາລ້າງມື, ຜ້າອັດປາກ ອັດດັງ ພວກຂ້າພະເຈົ້າໝົດທຸກຄົນລ້ວນແຕ່ໄດ້ມີຄວາມພະຍາຍາມທີ່ສຸດ ແລະ ມາຮອດຈຸດເວລານີ້ແມ່ນສ້າງໂຮງງານສຳເລັດໄດ້ກ່ວາ 1 ເດືອນແລ້ວ ແລະ ມີຄວາມພາກພູມໃຈທີ່ສຸດຍ້ອນຈະສາມາດມອບ ຜ້າອັດປາກ ອັດດັງການແພດ 8 ລ້ານອັນໃຫ້ແກ່ວົງຄະນາຍາດໃນໄລຍະທີ 1.

ນັ້ນແມ່ນການແບ່ງປັນຂອງທ່ານ ມົນຕຣີ ຜູ້ອຳນວຍການໃຫ່ຍ CPV ກ່ຽວກັບໂຄງການກໍ່ສ້າງໂຮງງານຜະລິດ ຜ້າອັດປາກ ອັດດັງ CPPC ຂອງບໍລິສັດ ໃນເວລາພຽງ 8 ອາທິດ. ນີ້ແມ່ນການພິສູດໃຫ້ເຫັນທິດນຳການເຄື່ອນໄຫວອັນດັບ 1 ຂອງກຸ່ມບໍລິສັດ CP ນັ້ນແມ່ນ ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດຊາດ, ຂອງມະນຸດ ເໜືອກ່ວາຜົນປະໂຫຍດຂອງວິສາຫະກິດ. ດ້ວຍເຕັກໂນໂລຊີການຜະລິດທີ່ທັນສະໄໝ, ເຄື່ອງຈັກທັງໝົດໄດ້ນຳເຂົ້າຈາກໄທນັ້ນ, ຄາດວ່າໃນເບື້ອງຕົ້ນ, ໂຮງງານດັ່ງກ່າວຈະຜະລິດ ຜ້າອັດປາກ ອັດດັງ 1.2 ລ້ານອັນ/ເດືອນ ແລະ ໃນໄລຍະທີ 1 ຈະໜູນຊ່ວຍຜ້າອັດປາກ ອັດດັງການແພດໂດຍດ່ວນ 8 ລ້ານອັນ ແລະ ໜູນຊ່ວຍຜະລິດເຄື່ອງເກັບຕົວຢ່າງພະຍາດໃນຄໍ 1 ລ້ານອັນ ເພື່ອສະໜອງໃຫ້ແກ່ວົງຄະນາຍາດ ຟຣີ.

ພ້ອມ​ກັນ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ເພື່ອ​ປະ​ເທດ​ຫວຽດ​ນາມ​ເຂັ້ມ​ແຂງ - ảnh 2 ພະນັກງານພາລະກອນບໍລິສັດເຂົ້າຮ່ວມການບໍລິຈາກເລືອດ

   ເມື່ອຕີລາຄາກ່ຽວກັບການໜູນຊ່ວຍຢ່າງທັນການຂອງ CPV ນີ້ , ທ່ານສາດສະດາຈານ, ດຣ ເຈິ່ນວັນທວັນ, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:

   ຜ້າອັດປາກ ອັດດັງ 8 ລ້ານອັນ ໂດຍບໍລິສັດ CP ໜູນຊ່ວຍໃຫ້ແກ່ຂະແໜງສາທາລະນະສຸກ ແລະ ບັນດາຂະແໜງອື່ນນັບແຕ່ນີ້ຮອດທ້າຍປີ ແມ່ນໄດ້ສະແດງໃຫ້ເຫັນຄວາມໝາຍທີ່ມີລັກສະນະວັດທະນະທຳມະນຸດທີ່ສຸດ ແລະ ຄວາມຮັບຜິດຊອບທາງສັງຄົມຂອງບໍລິສັດໃຫ້ແກ່ປະເທດຫວຽດນາມ.

    ໃນຊຸມວັນຫວຽດນາມ ຕ້ອງອອກແຮງຕ້ານໂລກລະບາດນັ້ນ, ປະລິມານເລືອດສະສົມນັບມື້ນັບຂາດເຂີນ, ທ່ານຈີໂນຣົດ Chinorot ຮອງຜູ້ອຳນວຍການ ພ້ອມກັບພະນັກງານ ພາລະກອນບໍລິສັດ CPV ຫຼາຍຄົນໄດ້ເຂົ້າຮ່ວມການເຄື່ອນໄຫວບໍລິຈາກເລືອດຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວມະນຸດສະທຳ ຊື່ງ CPV ໄດ້ເຂົ້າຮ່ວມໃນຕະຫຼອດເກືອບ 10 ປີຜ່ານມາ ແລະ ນີ້ກໍ່ແມ່ນການເຄື່ອນໄຫວທີ່ພົ້ນເດັ່ນໃນບັນດາການເຄື່ອນໄຫວຂອງລາຍການ ພ້ອມກັນປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ເພື່ອປະເທດຫວຽດນາມເຂັ້ມແຂງຊື່ງບໍລິສັດຈະສືບຕໍ່ຜັນຂະຫຍາຍໃນທົ່ວປະເທດແຕ່ນີ້ຈົນຮອດເວລາທີ່ ຫວຽດນາມ ປະກາດໝົດໂລກລະບາດ. ທ່ານຮອງຜູ້ອຳນວຍການ ຈີໂນຣົດ ໃຫ້ຮູ້ວ່າ:

 ບົດເພງ ພ້ອມກັນເພື່ອເຂດດິນແດນແມ່ຫວຽດນາມຂອງບໍລິສັດ CPV:

 

 

ຕອບກັບ

ຂ່າວ/ບົດ​ອື່ນ