ພາ​ສາ - ຂົວ​ເຊື່ອມ​ຕ​ໍ່ ຫວຽດ​ນາມ ກັບ ອິນ​ໂດ​ເນ​ເຊຍ

(VOVWORLD) -ພາສາແມ່ນເຄື່ອງມືຕົ້ນຕໍເພື່ອທັກທາຍສື່ສານເຊິ່ງກັນແລະກັນ ແລະ ກໍແມ່ນເສັ້ນທາງໄວທີ່ສຸດ ເພື່ອສຳຜັດກັບວັດທະນະທຳຂອງແຕ່ລະເຂດພາກແຕ່ລະຊາດ, ດ້ວຍຄວາມປາຖະໜາຢາກແຜ່ກະຈາຍຄວາມປະທັບໃຈອັນງາມກ່ຽວກັບປະເທດຊາດປະຊາຊົນວັດທະນະທຳປະຫວັດສາດ… ຂອງສອງພື້ນຖານວັດທະນະທຳ ຫວຽດນາມ - ອິນໂດເນເຊຍການສອນພາສາ ອິນໂດເນເຊຍ ໃຫ້ແກ່ຊາວ ຫວຽດນາມ ແລະ ການສອນພາສາ ຫວຽດ ໃຫ້ແກ່ຊາວ ອິນໂດເນເຊຍ ໄດ້ ແລ ພວມກາຍເປັນຂົວເຊື່ອມຕໍ່ລະຫວ່າງສອງຊາດທີ່ຢູ່ຫ່າງກັນນັບພັນກິໂລແມັດ.
 
ພາ​ສາ - ຂົວ​ເຊື່ອມ​ຕ​ໍ່ ຫວຽດ​ນາມ ກັບ ອິນ​ໂດ​ເນ​ເຊຍ - ảnh 1ຫ້ອງຮຽນພາສາ ອິນໂດເນເຊຍ ຜ່ານທາງອອນລາຍ (ພາບ:KBRI)

ຊຸດຮຽນພາສາ ອິນໂດເນເຊຍ ນີ້ ໂດຍສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ (KBRI) ໄຂຂຶ້ນໃນເດືອນ ສິງຫາ ປີ 2018 ຢູ່ Umah Indo - ຫ້ອງວາງສະແດງພາບຖ່າຍ KBRI ແລະ ມະຫາວິທະຍາໄລ ຮ່າໂນ້ຍ.  ປີນີ້, ຍ້ອນໂລກລະບາດໂຄວິດ - 19, ສະນັ້ນ, ຊຸດຮຽນດັ່ງກ່າວຖືກຈັດຂຶ້ນຕາມຮູບການທາງອອນລາຍ ແຕ່ກໍຍັງດຶງດູດນັກສຶກສາ, ຜູ້ນຳທ່ຽວ, ຄູອາຈານ, ນາຍແປພາສາ ເຂົ້າຮຽນເປັນຈຳນວນຫຼາຍພໍສົມຄວນ. ເນື້ອໃນບົດສອນແຕ່ລະບົດ ໄດ້ຮັບການກະກຽມດ້ວຍຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນຄື ຮູບພາບ, laydown, ວີດີໂອ ເຊິ່ງໄດ້ຊ່ວຍໃຫ້ຜູ້ຮຽນສາມາດເຂົ້າໃຈ ແລະ ຈື່ບົດຮຽນໄດ້ຢ່າງງ່າຍດາຍ, ອັນໄດ້ເຮັດໃຫ້ເຂົາເຈົ້າສາມາດສຳຜັດກັບພາສາ ອິນໂດເນເຊຍ ຜ່ານຫຼາຍແງ່ມູມ. ເພື່ອນ ເຈິ່ນແຄ໊ງວີ  - ນັກສຶກສາ ແລະ ອ້າຍ ຫງວຽນເຖ໊ເຈື່ອງ - ຜູ້ນຳທ່ຽວ ທີ່ເຂົ້າຮ່ວມຊຸດຮຽນດັ່ງກ່າວ ແບ່ງປັນສູ່ຟັງວ່າ:

ບັນດາຄູອາຈານ ຊາວ ອິນໂດເນເຊຍ ສອນດ້ວຍຄວາມສຸດຈິສຸດໃຈ, ໄດ້ແຕ່ງບົດສອນ ແລະ ກະກຽມຢ່າງລະອຽດລະອໍ ຊ່ວຍໃຫ້ຜູ້ຮຽນສຳຜັດກັບພາສາ ອິນໂດເນເຊຍ ໄດ້ຢ່າງງ່າຍດາຍທີ່ສຸດ. ຊຸດຮຽດັ່ງກ່າວ ຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວ ອິນໂດເນເຊຍ ຜ່າພາສາ ອິນໂດເນເຊຍ ຕື່ມອີກ, ພ້ອມກັນນັ້ນ, ນ້ອງສາມາດຮັບຮູ້ ແລະ ເຂົ້າໃຈໄດ້ເຖິງສາຍພົວພັນອັນດີງາມ ແລະ ເລິກເຊິ່ງລະຫວ່າງສອງປະເທດ ຫວຽດນາມ - ອິນໂດເນເຊຍ ອີກດ້ວຍ”.

ຊຸດຮຽນນີ້ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີໂອກາດໄດ້ຮຽນ ແລະ ຝຶກຫັດພາສາ ອິນໂດເນເຊຍ ພ້ອມກັບຄູອາຈານ. ຂ້ພະເຈົ້າຫວັງວ່າ, ພາຍຫຼັງຊຸດຮຽນນີ້, ພວກຂ້າເຈົ້າສາມາດນໃຊ້ 4 ທັກສະຄື: ຟັງ, ເວົ້າ, ອ່ານ, ຂຽນ ພາສາ ອິນໂດເນເຊຍ ໄດ້ເປັນ່າງດີ ແລະ ກໍຫວັງວ່າ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ແຂກທ່ອງທ່ຽວ ຈະກັບມາໄປທ່ຽວຢູ່ ຫວຽດນາມ ແລະ ຂ້າພະເຈົ້າຈະສາມາດກັບມາເຮັດວຽກງານທີ່ຕົນມັກຮັກ ນັ້ນກໍຄືເປັນຜູ້ນຳທ່ຽວ ດ້ວຍທັງສອງພາສາ ອັງກິດ ແລະ ອິນໂດເນເຊຍ”.

ພາ​ສາ - ຂົວ​ເຊື່ອມ​ຕ​ໍ່ ຫວຽດ​ນາມ ກັບ ອິນ​ໂດ​ເນ​ເຊຍ - ảnh 2ພິທີມອບໃບຢັ້ງຢືນຮຽນຈົບຊຸດຮຽນພາສາ ອິນໂດເນເຊຍ ຂອງ KBRI 

ໃນຊຸດຮຽນທຳອິດ ມີອາຈານ ອິນໂດເນເຊຍ ພຽງແຕ່ໜຶ່ງຄົນເທົ່ານັ້ນ ແຕ່ມາຊຸດຮຽນປີນີ້, ຈຳນວນຄູອາຈານ ອິນໂດເນເຊຍ ໄດ້ເພີ່ມຂຶ້ນເປັນ 3 ຄົນ. ທ່ານນາງ Hersila Astari -ໜຶ່ງໃນຄູອາຈານ 3 ຄົນ ທີ່ພວມສອນໃນຊຸດຮຽນປັດຈຸບັນ ໃຫ້ຮູ້ວ່າ: ການສິດສອນຜ່ານທາງອອນລາຍນີ້ ກໍຍາກພໍສົມຄວນ ບໍ່ວ່າຈະເປັນການກະກຽມ, ແຕ່ງບົດສອນ ຕະຫຼອດຮອດວິທີການສິດສອນແນວໃດໃຫ້ມີຄວາມເຂົ້າໃຈງ່າຍ ແລະ ຈູງໃຈຜູ້ຮຽນອີກດ້ວຍ.

“ສຳລັບຊຸດຮຽນ BIPA 1, ນັກສຶກສາຍັງບໍ່ທັນຮູ້ຈັກເຖິງພາສາ ອິນໂດເນເຊຍ, ຄູອາຈານຕ້ອງນຳໃຊ້ຮູບພາບ ແລະ ອຸປະກອນການສອນທີ່ປະຈັກຕາ ເພື່ອໃຫ້ຜູ້ຮຽນເຂົ້າໃຈໄດ້ງ່າຍ. ສຳລັບລະດັບ BIPA 3 6 ເຊິ່ງເປັນຊຸດຮຽນສຳລັບຜູ້ທີ່ມີຄວາມຮູ້ພື້ນຖານແລ້ວ, ພວກຂ້າພະເຈົ້າຈະສຸໃສ່ການຝຶກເວົ້າຫຼາຍກວ່າ. ຫຼັກສູດການສອນກໍຈະມີຫຼາຍຫົວເລຶ່ອງແຕກຕ່າງກັນ ເພື່ອໃຫ້ເຂົາເຈົ້າສາມາດສຳຜັດກັບຄຳສັບໃນຫຼາຍຂົງເຂດທີ່ແຕກຕ່າງກັນ.”

ປັດຈຸບັນ, ມີຜູ້ຮຽນເກືອບ 200 ຄົນ ກຳລັງຮຽນຫຼັກສູດການຮຽນແຕ່ BIPA 1 6 ແລະ ມາຮອດປັດຈຸບັນ, ມີຜູ້ຮຽນປະມານ 450 ຄົນ ໄດ້ເຂົ້າຮ່ວມຊຸດຮຽນ ໂດຍ KBRI ຈັດຕັ້ງ ນັບແຕ່ປີ 2018 ມານີ້. ທ່ານນາງ Melati Irawa, ທີ່ປຶກສາຝ່າຍວັດທະນະທຳ, ສັງຄົມ ແລະ ການສຶກສາ - ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຫວັງວ່າ ຈະມີຊາວ ຫວຽດນາມ ຫຼາຍຄົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມທີ່ຮູ້ຈັກເຖິງ ອິນໂດເນເຊຍ ບໍ່ພຽງແຕ່ແມ່ນສະມາຊິກຂອງ ອາຊຽນ ເທົ່ານັ້ນ ຫາກຍັງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳທີ່ຫຼາກຫຼາຍສີສັນຂອງ ອິນໂດເນເຊຍ ທີ່ມີນັບຮ້ອຍເຜົ່າດຳລົງຊີວິດຢູ່ຮ່ວມກັນ. ຜ່ານຊຸດຮຽນຕ່າງໆ ຈະມີເພື່ອນໜຸ່ມຫຼາຍຄົນ ສືບຕໍ່ໄປຮຽນຢູ່ ອິນໂດເນເຊຍ ເພາະວ່າ ປັດຈຸບັນ ມີມະຫາວິທະຍາໄລ ອິນໂດເນເຊຍ ຫຼາຍແຫ່ງ ໃຫ້ທຶນການສຶກສາແກ່ນັກສຶກສາຕ່າງປະເທດ, ລວມທັງນັສຶກສາ ຫວຽດນາມ.”

  Yandri Zhu  ກຳລັງເຂົ້າຮ່ວມຊຸດຮຽນພາສາ ຫວຽດ ຜ່ານທາງອອນລາຍ ຂອງທ່ານນາງ ຕູ໋ຖຸຍ - ອະດີດບັນນາທິການ ລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ. ແລະ ບັນດາການແບ່ງປັນຂອງຜູ້ຕາງໜ້າສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ, ກໍແມ່ນຄວາມປາດຖະໜາຈາກໃຈຂອງທ່ານນາງ ຕູ໊ຖຸຍ  ທີ່ຍາມໃດກໍຕັ້ງໜ້າປະຕິບັດການສິດສອນ. ທ່ານນາງ ຕູ໊ຖຸຍ ໃຫ້ຮູ້ວ່າ ໃນໄລຍະປະຕິບັດງານມາເປັນເວລາປະມານ 35 ປີ, ຍ້ອນລັກສະນະສະເພາະຂອງວຽກງານນັ້ນ ໄດ້ເຮັດໃຫ້ ທ່ານນາງ ຕູ໊ຖຸຍ ຕິດພັນກັບປະເທດຊາດ ແລະ ຊາວ ອິນໂດເນເຊຍ, ໂດຍສະເພາະແມ່ນພາສາ ອິນໂດເນເຊຍ. ສະນັ້ນ, ເມື່ອມີໂອກາດດຳລົງຊີວິດຢູ່ ປະເທດນີ້, ທ່ານນາງ ຍິ່ງມີອາລົມຈິດທີ່ເລິກເຊິ່ງເປັນພິເສດສຳລັບດິນແດນແຫ່ງນີ້:

ຄວາມຮັກ ແລະ ຄວາມຈິງໃຈທີ່ມີຕໍ່ປະເທດຊາດ ແລະ ຊາວ ອິນໂດເນເຊຍ ໄດ້ກະຕຸ້ນໃຫ້ຂ້າພະເຈົ້າ ເປີດຊຸດຮຽນພາສາ ຫວຽດ ໂດຍບໍ່ເກັບຄ່າ. ສຳລັບຂ້າພະຈົ້າແລ້ວ, ການເປີດຊຸດຮຽນພາສາ ຫວຽດ ນີ້ ແມ່ນເພື່ອຊ່ວຍໃຫ້ໝູ່ເພື່ອນ ແລະ ທ່ານຜູ້ຟັງຮູ້ຈັກເຖິງ ຫວຽດນາມ ຫຼາຍກວ່າອີກ, ຊ່ວຍໃຫ້ເຂົາເຈົ້າມີຄວາມຜູກພັນກັບພາສາໜຶ່ງທີ່ໄດ້ຮັບຖືວ່າ ຮຽນຍາກ ແຕ່ຫຼາກຫຼາຍພະຍາງ ແລະ ສຽງ. ຂ້າພະເຈົ້າ ຫວັງວ່າ, ອີກບໍ່ດົນ, ຢູ່ປະເທດ ອິນໂດເນເຊຍ ນີ້ ຈະມີຫຼາຍຄົນສາມາດເວົ້າພາສາ ຫວຽດ ໄດ້ຢ່າງລ່ຽນໄຫຼ.”

ໂດຍຢູ່ຈຸດໃຈກາງຂອງໂລກລະບາດໂຄວິດ - 19 ຢູ່ ນະຄອນຫຼວງ ຈາກາຕາ, ຊຸດຮຽນ ພາສາ ຫວຽດ ສຳລັບຊາວ ອິນໂດເນເຊຍ ຜ່ານທາງອອນລາຍຂອງ ທ່ານນາງ ຕູ໊ຖຸຍ ໄດ້ດຶງດູດຜູ້ຮຽນເຂົ້າຮຽນເປັນຈຳນວນຫຼາຍ ບໍ່ວ່າຈະເປັນນັກຂ່າວ, ຜູ້ຟັງລາຍການຂ່າວຂອງ VOV, ນັບທັງນັກຮຽນມັດທະຍົມຕອນປາຍ ຢູ່ ເຂດຊົນນະບົດທີ່ຫ່າງໄກ ກໍໄດ້ ເຂົ້າຮ່ວມເຊັ່ນດຽວກັນ. ລຸງ Lamijo - ໜຶ່ງໃນຜູ້ຮຽນ 30 ຄົນ ທີ່ເຂົ້າຮ່ວມຊຸດຮຽນດັ່ງກ່າວ ໃຫ້ຮູ້ວ່າ:
ພາ​ສາ - ຂົວ​ເຊື່ອມ​ຕ​ໍ່ ຫວຽດ​ນາມ ກັບ ອິນ​ໂດ​ເນ​ເຊຍ - ảnh 3ການສອນພາສາ ຫວຽດນາມ ໃຫ້ແກ່ຊາວ ອິນໂດເນເຊຍ ຂອງທ່ານນາງ ຕູ໊ຖຸຍ

ຂ້າພະເຈົ້າບໍ່ຄິດເລີຍວ່າ ຢູ່ ຈາກາຕາ ພັດມີຊຸດຮຽນພາສາ ຫວຽດ ໂດຍບໍ່ເສຍຄ່າໃຫ້ແກ່ຊາວ ອິນໂດເນເຊຍ ແບບນີ້. ພິເສດ, ຜູ້ຈັດຕັ້ງ ແລະ ຜູ້ສອນພັດແມ່ນນັກຂ່າວ, ບັນນາທິການລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ. ຜ່ານຊຸດຮຽນນີ້, ພວກຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບ ພາສາ ຫວຽດ ໄດ້ຢ່າງຈະແຈ້ງກວ່າ ແລະ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ ຕື່ມອີກ”.

ການຮູ້ພາສາ ຫວຽດ, ສອນພາສາ ຫວຽດ ກໍຍາກແລ້ວ, ການສອນໃຫ້ແກ່ຊາວຕ່າງປະເທດ ແລະ ສອນຜ່ານທາງອອນລາຍ ຍິ່ງຍາກຫຼາຍກວ່າອີກ, ໂດຍສະເພາະແມ່ນການອອກສຽງ. ແລະ ໜຶ່ງໃນບັນດາແນວຄວາມຄິດທີ່ຊ່ວຍໃຫ້ເຂົາເຈົ້າສາມາດສຳຜັດກັບພາສາ ຫວຽດ ໄດ້ຢ່າງງ່າຍດາຍທີ່ສຸດ ນັ້ນແມ່ນ ຈັດການເສັງຮ້ອງເພງດ້ວຍພາສາ ຫວຽດ ສຳລັບຜູ້ຮຽນ. ທ່ານນາງ ຕູ໊ຖຸຍ ແບ່ງປັນຕື່ມອີກວ່າ:

ດົນຕີຊ່ວຍໃຫ້ຄົນເຮົາຫຍັບມໍ່ເຂົ້າໃກ້ກັນກວ່າ. ຂ້າພະເຈົ້າແນະນຳບັນດາບົດເພງພື້ນເມືອງ, ບົດເພງຂອງໄວໜຸ່ມ ຫວຽດນາມ ໃຫ້ບັນດາຜູ້ຮຽນພາສາຫວຽດ. ບາງເທື່ອ, ຫ້ອງຮຽນເລີກແຕ່ 21 ໂມງ 30 ນາທີ ແຕ່ບັນດາເລື່ອງລາວ ແລະ ສຽງເພງຍັງກັງວານໄປອີກ 2 3 ຊົ່ວໂມງ ຈຶ່ງເຊົາ”.

ຄວາມສຸດຈິດສຸດໃຈຂອງອາຈານ ພ້ອມດ້ວຍຄວາມດຸໝັ່ນຂະຫຍັນພຽນຂອງຜູ້ຮຽນ ໄດ້ນຳມາເຊິ່ງໝາກຜົນທີ່ໜ້າປະເອີບໃຈ. ພາຍຫຼັງຮຽນມາປະມານ 3 ເດືອນ ເທົ່ານັ້ນ, ເຂົາເຈົ້າກໍ່ສາມາດທັກທາຍ, ໂອ້ລົມ ແລະ ຮ້ອງບັນດາບົດເພງທີ່ເຂົາເຈົ້າມັກດ້ວຍພາສາ ຫວຽດ. ລຸງ Rudy Hartono ກໍເປັນໜຶ່ງໃນບັນດາຜູ້ຮຽນທີ່ເຂົ້າຮ່ວມຊຸດຮຽນດັ່ງກ່າວ ແບ່ງປັນວ່າ:

ຊຸດຮຽນນີ້ ມີຄວາມຈັບອົກຈັບໃຈຫຼາຍ. ຫຼັງຈາກຮຽນຈົບຊຸດຮຽນນີ້, ຂ້າພະເຈົ້າ ກໍ່ສາມາດທັກທາຍດ້ວຍພາສາ ຫວຽດນາມ ໄດ້. ໄປຄຽງຄູ່ກັນນັ້ນ, ອາຈານ ຖຸຍ ຍັງສອນພວກຂ້າພະເຈົ້າຮ້ອງເພງ, ເລົ່າເລື່ອງສູ່ພວກຂ້າພະເຈົ້າຟັງ ແລະ ແນະນຳທັກສະຕ່າງໆອີດ້ວຍ”.

ແຕ່ລະມື້, ບັນດາຫ້ອງຮຽນພາສາ ຫວຽດ ແລະ ຫ້ອງຮຽນ ພາສາ ອິນໂດເນເຊຍ ຄືແນວນີ້ ຍັງດຳເນີນຢ່າງສະໝ່ຳສະເໝີ ເໝືອນດັ່ງຂົວຕໍ່ລະຫວ່າງສອງຊາດ ໃນຂະນະທີ່ບັນດາຮູບແບບການພົບປະແລກປ່ຽນໂດຍກົງ ຖືກຈຳກັດຍ້ອນໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນ. ຍ້ອນຄືແນວນັ້ນ, ປະຊາຊົນສອງປະເທດ ຈະສາມາດນຳໃຊ້ພາສາຂອງກັນ, ເຂົ້າໃຈເຊິ່ງກັນ ແລະ ກັນ ນັບມື້ນັບຫຼາຍຂຶ້ນ, ຮັກຫອມກັນຫຼາຍຂຶ້ນ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງ KBRI ແລະ ຂອງຜູ້ຄົນທີ່ພວມຄ່ອຍໆບົ່ມສ້າງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ອິນໂດເນເຊຍ./.

ຕອບກັບ

ຂ່າວ/ບົດ​ອື່ນ