ຟິມ​ຮູບ​ເງົາ ນຳ​ວັດ​ທະ​ນະ​ທຳ ໄທ ຫຍັບ​ມໍ່​ເຂົ້າ​ກັບ​ມວນ​ຊົນ ຫວຽດ​ນາມ ຫຼາຍກວ່າ

(VOVWORLD) -ວັນທີ 23 ກັນຍາ 2022, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ໄດ້ນຳສະເໜີ ໜັງ “ບຸບເພສັນນິວາດ 2”  ສະບັບຟິມຮູບເງົາ ອອກສູ່ມວນຊົນນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອແນໃສ່ເຊື່ອມຕໍ່ສ້າງສາຍສຳພັນລະຫວ່າງປະຊາຄົມາວ ໄທ ຢູ່ ຮ່າໂນ້ຍ ກັບ ຜູ້ຊົມ ຫວຽດນາມ ພາຍຫຼັງຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີເຫດການດັ່ງກ່າວກໍແມ່ໂອກາດເພື່ອໂຄສະນາພື້ນຖານຮູບເງົາຂອງ ໄທນຳວັດທະນະທຳ ໄທ ຫຍັບມໍ່ເຂົ້າກັບໄວໜຸ່ມ ຫວຽດນາມ ຫຼາຍກວ່າຮູບເງົາດັ່ງກ່າວ ໄດ້ສ້າງຄວາມປະທັບໃຈຢ່າງດີງາມຕໍ່ປະຊາຊົນ ຫວຽດນາມ ແລະ ໄທ.

ນ້ອງເຫັນວ່າ, ໜັງເລື່ອງນີ້ໂຄສະນາເຜີຍແຜ່ໄດ້ດີຫຼາຍ. ເພາະວ່ານ້ອງຮູ້ຈັກເຖິງໜັງເລື່ອງນີ້ ພາຍຫຼັງທີ່ທາງໂທລະພາບໄດ້ສາຍອອກສູ່ມະຫາຊົນ. ໄວໜຸ່ມໄທ ທຸກຄົນ ລ້ວນແຕ່ມັກນຸ່ງຊຸດອາພອນທີ່ເປັນມູນເຊື້ອຂອງ ໄທ, ມັກນຳໃຊ້ວັດຖຸເກົ່າແກ່ແບບແຕ່ກີ້ແຕ່ກ່ອນ. ຢູ່ສູນການຄ້າ, ນ້ອງກໍເຫັນວ່າໄວໜຸ່ມໄທ ເຂົາກໍມັກນຸ່ງເຄື່ອງສະຕາຍ໌ແບບດັ້ງເດີມມາ. ສຳລັບເນື້ອໃນຂອງໜັງ ແມ່ນມີຄວາມຫຼາກຫຼາຍສີສັນ, ຕະຫຼົກຊວນຫົວປະສົມປະສານກັບຄວາມຮັກ, ສະນັ້ນ ຍິ່ງດຶງດູດຜູ້ຊົມຫຼາຍກວ່າອີກ”.

ເຂົ້າຮ່ວມເຫດການນີ້, ຂ້າພະເຈົ້າຮູ້ສຶກແປກປະຫຼາດໃຈພໍສົມຄວນ ແລະ ກໍຮູ້ສຶກດີໃຈ ເມື່ອເຫັນນ້ອງໆນັກສຶກສາ, ເພື່ອນໆ ຫວຽດນາມ ຊວນກັນນຸ່ງຊຸດ ໄທ”.

ຟິມ​ຮູບ​ເງົາ ນຳ​ວັດ​ທະ​ນະ​ທຳ ໄທ ຫຍັບ​ມໍ່​ເຂົ້າ​ກັບ​ມວນ​ຊົນ ຫວຽດ​ນາມ ຫຼາຍກວ່າ - ảnh 1ຜູ້ຊົມ ຫວຽດນາມ ແລະ ໄທ ເຂົ້າຮ່ວມເຫດການ

        “ບຸບເພສັນນິວາດ 2” ແມ່ນໜັງຄວາມຮັກສະໄໝແຕ່ກີ້ຂອງ ໄທ ເຊິ່ງໄດ້ສາຍອອກສູ່ສາຍຕາມວນຊົນໃນປີ 2022 ໂດຍ ອະຣິສອນ ຕຣີສິຣິກະເສນ ກຳກັບ. ໜັງເລື່ອງນີ້ ໂດຍ ບໍລິສັດ GDH 559 ແລະ ສະຖານີໂທລະພາບ ໄທ ຮ່ວມກັນຜະລິດ ແລະ ແມ່ນໜຶ່ງໃນ 2 ໂຄງການຕໍ່ໄປຂອງຮູບເງົາໂທລະທັດ Love Destiny ທີ່ປະສົບຜົນສຳເລັດທີ່ສຸດໃນປີ 2018 . ໜັງເລື່ອງນີ້ຍາວເຖິງ 166 ນາທີ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມຍ້ອນເລື່ອງລາວຄວາມຮັກທີ່ໃໝ່ອ່ຽມ ເມື່ອທຽບໃສ່ສະບັບຮູບເງົາໂທລະທັດ, ເນື້ອໃນຕະຫຼົກຊວນຫົວເຮຮາ ບວກກັບຄວາມຊັດດ້ານຮູບພາບປະສົມປະສານຢ່າງກົມກຽວກັບລະບົບສຽງ ຍິ່ງຈັບຕາຈັບໃຈຜູ້ຊົມ. ໃນວາລະສາຍອອກສູ່ສາຍຕາມວນຊົນ, ທ່ານນາງ ມໍຣະກົດ ເຈນມະທຸກອນ, ອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ການສາຍຟິມຮູບເງົານີ້ ແມ່ນມີຄວາມໝາຍສຳລັບທັງຄົນ ໄທ ແລະ ຄົນ ຫວຽດນາມ. ຂ້າພະເຈົ້າຄິດວ່າ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແມ່ນພື້ນຖານສຳຄັນ ເພື່ອເພີ່ມທະວີໄມຕີຈິດມິດຕະພາບ ແລະ ເຮັດໃຫ້ກາຮ່ວມມືນັບມື້ນັບໝັ້ນແກ່ນກວ່າ. ສິ່ງທີ່ດີທີ່ສຸດແມ່ນ ປະຊາຊົນສອງປະເທດ ຮູ້ສຶກໄດ້ເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ນ້ຳໃຈຄວາມຮັກແພງທີ່ມີຕໍ່ກັນ. ສິ່ງດັ່ງກ່າວ ຈະເຮັດໃຫ້ການຮ່ວມມືຂອງພວກເຮົາ ງ່າຍຂຶ້ນ. ສາຍພົວພັນລະຫວ່າງສອງປະເທດຈະນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ແໜ້ນແຟ້ນກວ່າ”.

ຟິມ​ຮູບ​ເງົາ ນຳ​ວັດ​ທະ​ນະ​ທຳ ໄທ ຫຍັບ​ມໍ່​ເຂົ້າ​ກັບ​ມວນ​ຊົນ ຫວຽດ​ນາມ ຫຼາຍກວ່າ - ảnh 2ທ່ານນາງ ມໍຣະກົດ ເຈນມະທຸກອນ, ອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ພ້ອມກັບນັກສຶກສາ ຫວຽດນາມ 

ໃນຂອບເຂດຂອງການສາຍຮູບເງົານີ້, ສະຖານທູດ ໄທ ຍັງຈັດການເຄື່ອນໄຫວຕ່າງໆທີ່ຈັບອົກຈັບໃຈຄື ການປະກວດນຸ່ງຊຸດອາພອນ ໄທ ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມ ຫວຽດນາມ ເປັນຈຳນວນຫຼາຍ. ຜູ້ຄົນທີ່ມາເບິ່ງໜັງ ຍັງໄດ້ຮັບປະທານອາຫານຂອງ ໄທ ນຳອີກ. ນີ້ແມ່ນວິທີເຮັດທີ່ມີຫົວຄິດປະດິດສ້າງ ແລະ ມີຄວາມໝາຍ ເພື່ອແນະນໍາວັດທະນະທໍາ ກໍຄືພື້ນຖານຟິມຮູບເງົາຂອງ ໄທ ສູ່ມວນຊົນ ຫວຽດນາມ ອີກດ້ວຍ. ນັກສຶກສາ ພາກວິຊາ ພາສາ ໄທ, ພະແນກ ຕາເວັນອອກວິທະຍາ, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ໄດ້ສະແດງຄວາມຮູ້ສຶກຂອງຕົນເມື່ອນຸ່ງຊຸດອາພອນ ໄທ ແລະ ເຂົ້າຮ່ວມເຫດການດັ່ງກ່າວ ສູ່ຟັງວ່າ:

ໜັງເລື່ອງນີ້ໂດ່ງດັງຫຼາຍ. ກ່ອນທີ່ຈະຮຽນສາ ໄທ ນ້ອງກໍຮູ້ຈັກເຖິງໜັງນີ້ແລ້ວ. ນ້ອງເຫັນວ່າ ມີຫຼາຍຄົນນິຍົມເບິ່ງໜັງນີ້ ແລ້ວບອກວ່າ ໜັງນີ້ມ່ວນ. ໜັງເລື່ອງນີ້ກໍນຳມາເຊິ່ງຄວາມຮູ້ຫຼາຍຢ່າງໃຫ້ແກ່ນ້ອງ, ບໍ່ວ່າຈະເປັນຄວາມຮູ້ດ້ານວັດທະນະທຳ, ປະຫວັດສາດ ຫຼື ວິຖີການດຳລົງຊີວິດຂອງປະຊາຊົນ ໄທ ແຕ່ສະໄໝອາຍຸດທະຍາ. ນ້ອງກໍໄດ້ເບິ່ງໄປເບິ່ງມາຫຼາຍເທື່ອ.

ໜັງ ບຸບເພສັນນິວາດບໍ່ພຽງແຕ່ມີຊື່ສຽງຢູ່ປະເທດ ໄທ ເທົ່ານັ້ນ, ຫາກຢູ່ ຫວຽດນາມ  ກໍພວມໄດ້ຮັບຄວາມນິຍົມທີ່ສຸດ ບໍ່ວ່າຈະເປັນສະບັບທາງໂທລະພາບ ຫຼື ເປັນຟິມຮູບເງົາ. ນ້ອງເອງກໍມັກໜັງນີ້ຫຼາຍມັນບໍ່ພຽງແຕ່ເວົ້າກ່ຽວກັບເລື່ອງຄວາມຮັກບ່າວ - ສາວເທົ່ານັ້ນ ຫາກບັນດາຂໍ້ມູນກ່ຽວກັບປະຫວັດສາດທີ່ໄດ້ນຳເຂົ້າໜັງ ແລະ ເຫດການປະຫວັດສາດໃນໜັງນີ້ກໍຖືກຕ້ອງ, ຊັດເຈນ ແລະ ສະແດງໃຫ້ເຫັນບັນດາເຫດການປະຫວັດສາດໃຫຍ່ຂອງ ໄທ. ໜັງນີ້ມ່ວນຫຼາຍ, ຊ່ວຍໃຫ້ປະຊາຊົນຊາວ ໄທ, ໄວໜຸ່ມ ໄທ ເຂົ້າໃຈກ່ຽວກັບປະຫວັດາດຫຼາຍກວ່າ”.

“ບຸບເພສັນນິວາດ 2” ສະບັບຟິມຮູບເງົາ ໄດ້ສາຍອອກສູ່ສາຍຕາມວນຊົນຄັ້ງທຳອິດຢູ່ ຫວຽດນາມ ແມ່ນໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ  2022. ພາຍຫຼັງສາຍອອກສູ່ສາຍຕາມວນຊົນ ຫວຽດນາມ ໄດ້ 3 ອາທິດ, ໜັງນີ້ໄດ້ກາຍເປັນໜັງ ໄທ ທີ່ໄດ້ດຶງດູດຜູ້ຊົມ ຫວຽດນາມ ຫຼາຍທີ່ສຸດໃນປີ 2022. ປັດຈຸບັນ, ໜັງນີ້ເກັບລາຍຮັບໄດ້ 65 ຕື້ດົ່ງ ແລະ ເປັນຟິມຮູບເງົາ ໄທ ທີ່ມີລາຍຮັບສູງສຸດໃນທຸກຍຸກສະໄໝ ຢູ່ ຫວຽດນາມ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຟິມຮູບເງົາຂອງ ໄທ ພວມໄດ້ຮັບຄວາມນິຍົມ ແລະ ຄວາມສົນໃຈຈາກມະຫາຊົນ ຫວຽດນາມ ເປັນຈຳນວນຫຼາຍ. ພ້ອມດຽວກັນນັ້ນ, ປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ໄທ ກໍໄດ້ຮັບການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ແລະ ນັບມື້ນັບກາຍເປັນສິ່ງທີ່ຮູ້ຈັກກັນດີສຳລັບປະຊາຊົນ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ