ລົ​ດ​ໄຟຟ້າໃຕ້​ດິນ MRT ​ແກ້​ໄຂ​ບັນຫາ​ລົດ​ຕິດ​ທີ່​ຮ້າຍ​ແຮງ​ຢູ່ Jakarta

(VOVWORLD) -    Jakarta ໄດ້ຮັບການຂະໜານນາມວ່າ ແມ່ນນະຄອນຫຼວງທີ່ປະເຊີນໜ້າກັບບັນຫາລົດຕິດຢ່າງຮ້າຍແຮງທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງຕ້. ເພື່ອແກ້ໄຂສະພາບການດັ່ງກ່າວລັດຖະບານອິນໂດເນເຊຍ ໄດ້ກໍ່ສ້າງໂຄງການລະບົບລົດໄຟຟ້າໃຕ້ດິນ MRT Jakarta ເຊິ່ງມີຄວາມຍາວ 200 ກິໂລແມັດພາຍຫຼັງໄລຍະກໍ່ສ້າງມາເປັນເວລາ 6 ປີໄລຍະທາງໜຶ່ງຂອງໂຄງການດັ່ງກ່າວກໍໄດ້ກໍ່ສ້າງສໍາເລັດ.  ຖ້ຽວລົດທໍາອິດໄດ້ເລີ່ມແລ່ນເດີນທາງ,ຫັນຄວາມມຸ່ງມາດປາດຖະໜາຂອງ ອິນໂດເນເຊຍ ປະກົດຜົນເປັນຈິງກ່່ຽວກັບລະບົບລົດໄຟຟ້າໃຕ້ດິນແຫ່ງຄວາມສີວິໄລ ແລະ ແກ້ໄຂສະພາບການລົດຕິດຢູ່ນະຄອນຫຼວງ Jakarta. ບົດສາລະຄະດີຂອງນັກຂ່າວ ເຮືອງຈ່າ.

 ຂ້າພະເຈົ້າຂໍປະກາດ ລົດໄຟຟ້າໃຕ້ດິນ MRT Jakarta ເລີ່ໍາເຂົ້າໃຊ້ງານຢ່າງເປັນທາງການ. ນັບແຕ່ມື້ນີ້ເປັນຕົ້ນໄປ, ພວກເຮົາພ້ອມແລ້ວທີ່ຈະປັບຕົວໃຫ້ເຂົ້າກັບພື້ນຖານວັດທະນະທໍາໃໝ່. ນີ້ແມ່ນໄລຍະທີໜຶ່ງຂອງໂຄງການ. ແລະກໍເລີ່ແຕ່ມື້ນີ້ເປັນຕົ້ນໄປ, ໄລຍະທີສອງຂອງໂຄງການກໍ່ສ້າງເສັ້ນທາງຕໍ່ໄປ ກໍຈະເລີ່ລົງມືກໍ່ສ້າງ”.

ລົ​ດ​ໄຟຟ້າໃຕ້​ດິນ MRT ​ແກ້​ໄຂ​ບັນຫາ​ລົດ​ຕິດ​ທີ່​ຮ້າຍ​ແຮງ​ຢູ່ Jakarta - ảnh 1ລົດໄຟຟ້າໃຕ້ດິນ MRT  

        ວັນທີ 25 ມີນາ ຜ່ານມາ, ຕໍ່ໜ້າການເຫັນປະຈັກຕາຂອງປະຊາຊົນນະຄອນຫຼວງນັບສິບໆພັນຄົນ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ກົດປຸ່ມເປີດສະຫຼອງເສັ້ນທາງລົດໄຟໃຕ້ດິນທໍາອິດຂອງນະຄອນຫຼວງ Jakarta. ໄລຍະທີໜຶ່ງຂອງໂຄງການກໍ່ສ້າງລະບົບລົດໄຟຟ້າໃຕ້ດິນທໍາອິດມີລວງຍາວ 16 ກິໂລແມັດ ລວມມີສະຖານນີລົດໄຟຟ້າໃຕ້ດິນ 6 ແຫ່ງ ແລະ ສະຖານນີລົດໄຟຟ້າຢູ່ໜ້າດິນ 6 ແຫ່ງ, ໂດຍເຊື່ອມຕໍ່ວົງວຽນນໍ້າພຸ Bundaran Hi ກັບ ທາງທິດໃຕ້ຂອງນະຄອນ. ນີ້ແມ່ນໜຶ່ງໃນບັນດາເສັ້ນທາງຄົມມະນາຄົມສໍາຄັນຂອງ Jakarta ແລະ ເກີດລົດຕິດອັ່ງອໍຕາມທ້ອງຖະໜົນເປັນປະຈໍາ ຍ້ອນລະດັບການນໍາໃຊ້ລົດຍານພະນາຫະທີ່ໜາແໜ້ນ. ປັດຈຸບັນ, ພຽງແຕ່ຈ່າຍເງິນ 10.000 Rupiah (ເກືອບ 1 USD) ເທົ່ານັ້ນ, ປະຊາຊົນຢູ່ທີ່ນີ້ກໍສາມາດໄປຮອດເຂດໃຈກາງຂອງນະຄອນຢ່າງວ່ອງໄວ ແລະ ສະດວກສະບາຍ. Aghita, ປະຊາຊົນນະຄອນຫຼວງ Jakarta ແບ່ງປັນວ່າ:

        ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ດີໃຈ ເມື່ອມີລະບົບລົດໄຟຟ້າໃຕ້ດິນ MRT. ກ່ອນໜ້ານັ້ນໄດ້ຂີ່ລົດໄຟຟ້າໃຕ້ດິນພຽງແຕ່ເມື່ອໄປຕ່າງປະເທດເທົ່ານັ້ນ. ຂ້າພະເຈົ້າຢູ່ຊານເມືອງ Jakarta, ສະນັ້ນ ແຕ່ລະວັນ ຕ້ອງເສຍເວລາກວ່າ 1 ຊົ່ວໂມງ ຈິ່ງໄປຮອດເຂດໃຈກາງເມືອງ.  ແຕ່ເມື່ອຂີ່ລົດໄຟຟ້າໃຕ້ດິນ MRT ຂ້າພະເຈົ້າບໍ່ຕ້ອງເປັນຫ່ວງເຖິງສະພາບລົດຕິດອີກ”.

        ປະຊາຊົນຢູ່ນະຄອນຫຼວງຕີລາຄາວ່າ ນີ້ແມ່ນລະບົບຄົມມະນາຄົມສາທາລະນະທີ່ມີປະສິດທິພາບ, ໄປຄຽງຄູ່ກັບລະບົບລົດເມຄວາມໄວສູງ transjakarta (BRT). ແຕ່ລົດໄຟຟ້າໃຕ້ດິນ MRT ແມ່ນດີເລີດ ເພາະວ່າມັນປອດໄພກວ່າ, ສະອາດກວ່າ, ໄວກວ່າ ແລະ ທັນສະໄໝກວ່າ.

        ລະບົບລົດໄຟຟ້າໃຕ້ດິນນີ້ ໄດ້ກໍ່ສ້າງດ້ວຍແຫຼ່ງທຶນກູ້ຢືມຈາກອົງການ JICA ຂອງ ຍີ່ປຸ່ນ ແລະ ກໍແມ່ນເຈົ້າຂອງຫຼັກຮັບເໝົາໂຄງການດັ່ງກ່າວ. MRT ຖືກບັນຊາດ້ວຍລະບົບສັນຍານທີ່ລະອຽດແຍບຍົນທີ່ສຸດ, ເຊິ່ງຍັງບໍ່ທັນໄດ້ນຳໃຊ້ຢູ່ຍີ່ປຸ່ນ. ລະບົບດັ່ງກ່າວ ສາມາດຈັບຈຸດພິກັດຂອງລົດໄຟຟ້າໃຕ້ດິນ ແລະ ຮັບປະກັນວ່າມັນກຳລັງແລ່ນຖືກຕ້ອງຕາມລະດັບຄວາມໄວ 100 ກິໂລແມັດ/ຊົ່ວໂມງ ແລະ ໄປຖືກຕ້ອງຕາມເສັ້ນທາງ. 10 ນາທີ, ຈະມີລົດໄຟຟ້າໜຶ່ງຖ້ຽວ ທີ່ມີ 6 ຕູ້, ເຊິ່ງໂດຍສານໄດ້ປະມານ 1900 ຄົນ ຕໍ່ຖ້ຽວໃນຈຸດເວລາຮີບດ່ວນຂອງວັນ. ດ້ວຍຍອດຈຳນວນເງິນລົງທຶນໃຫ້ແກ່ໄລຍະທຳອິດ ແມ່ນ 1,2 ຕື້ USD. ທ່ານ Masafumi Ishii ເອກອັກຄະລັດຖະທູດ ຍີ່ປຸ່ນ ຢູ່ ອິນໂດເນເຊຍ ແບ່ງປັນວ່າ:

        “ໄລຍະທີໜຶ່ງຂອງ MRTJakarta ໄດ້ກໍ່ສ້າງສຳເລັດ ແມ່ນບາດກ້າວເດີນເລີ່ມຕົ້ນໃຫ້ແກ່ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ອິນໂດເນເຊຍ. ການຮ່ວມມືນີ້ ຍັງຄົງຈະສືບຕໍ່ດ້ວຍການກໍ່ສ້າງລະບົບລົດໄຟຟ້າຢູ່ທາງທິດຕາເວັນອອກສ່ຽງເໜືອ ທີ່ມີຄວາມຍາວແມ່ນ 200 km ພາຍໃນເວລາ 10 ປີ ຈະມາເຖິງ. ແນ່ນອນວ່າ ລົດໄຟຟ້າໃຕ້ດິນ MRT ຈະຫຼຸດຜ່ອນສະພາບການລົດຕິດຢູ່ Jakarta ແລະ ຊຸກຍູ້ເສດຖະກິດ ອິນໂດເນເຊຍ ໃຫ້ພັດທະນາ. MRTJakarta ເອງ ແມ່ນສັນຍາລັກແຫ່ງການຮ່ວມມືລະຫວ່າງ ຍີ່ປຸ່ນ - ອິນໂດເນເຊຍ”.

        ນີ້ແມ່ນແຜນການຈຸດສຸມໃນການພັດທະນາພື້ນຖານໂຄງລ່າງຂອງ ອິນໂດເນເຊຍ ໃນສະໄໝ ຂອງທ່ານ Joko Widodo ປະທານາທິບໍດີ ຄົນປັດຈຸບັນ.

        ຕາມແຜນການແລ້ວ, ພາຍຫຼັງສິ້ນສຸດພິທີເປີດສະຫຼອງເສັ້ນທາງລົດໄຟຟ້າໃຕ້ດິນ MRT ທຳອິດ, ໄລຍະທີສອງຂອງລະບົບນີ້ ກໍ່ຈະໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ໄລຍະທີສອງຂອງການກໍ່ສ້າງເສັ້ນທາງລົດໄຟຟ້າໃຕ້ດິນມີຄວາມຍາວ 8 km ເຊື່ອມຕໍ່ໃຈກາງນະຄອນກັບເຂດທາງທິດເໜືອ, ເຊິ່ງປັດຈຸບັນມີສະໜາມບິນສາກົນ  Soekarno Hatta. ຄາດວ່າເສັ້ນທາງລົດໄຟຟ້າດັ່ງກ່າວຈະກໍ່ສ້າງສຳເລັດໃນປີ 2024./.

ຕອບກັບ

ຂ່າວ/ບົດ​ອື່ນ