ລາງວັນ ສົມເດັດເຈົ້າຟ້າມະຫາ ຈັກກຣີ (PMCA) ຊ່ວຍຊຸກຍູ້ການສຶກສາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ລາງວັນສົມເດັດເຈົ້າຟ້າມະຫາ ຈັກກຣີ ໂດຍລັດຖະບານ ໄທ ອຸປະຖຳ ແມ່ນລາງວັນສະຫງວນໃຫ້ແກ່ຄູອາຈານ ມີການປະກອບສ່ວນສຳຄັນໃນພາລະກິດພັດທະນາດ້ານການສຶກສາ ແລະ ໄດ້ສົ່ງການກະທົບຢ່າງຕັ້ງຫນ້າເຖິງນັກຮຽນຢູ່ 11 ປະເທດສະມາຊິກ ອາຊີຕາເວັນອອກສ່ຽງໃຕ້. ລາງວັນນີ້ໄດ້ຮັບການພິຈາລະນາ ມອບລາງວັນ 2 ປີເທື່ອຫນຶ່ງ, ເລີ່ມຕົ້ນແຕ່ປີ 2015 ບົນພື້ນຖານບັນຊີລາຍຊື່ຄູອາຈານ ໂດຍກະຊວງສຶກສາ ແລະ ບຳລຸງສ້າງບັນດາປະເທດ ອາຊຽນ ແລະ ຕີມໍຕາເວັນອອກ ສະເຫນີ, ປະເທດລະຫນຶ່ງຄົນ. ຈຸດປະສົງ ເພື່ອແນໃສ່ເຊີດຊູບັນດາຄູອາຈານດີເດັ່ນ ແລະ ຫນູນຊ່ວຍເຂົາເຈົ້າທະວີຄູນຮູບແບບ, ຂໍ້ລິເລີ່ມ ແລະ ບັນດາໝາກຜົນທີ່ບັນລຸໄດ້.
ລາງວັນ ສົມເດັດເຈົ້າຟ້າມະຫາ ຈັກກຣີ (PMCA) ຊ່ວຍຊຸກຍູ້ການສຶກສາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ສົມເດັດເຈົ້າຟ້າມະຫາ ຈັກກຣີ ຖ່າຍຮູບກັບບັນດາຄູອາຈານໄດ້ຮັບລາງວັນ 

ກ່ອນນີ້ 2 ປີ, ອາຈານ ເຈີນທິຖູ່ຍຢູງ ມີອາຍຸ 38 ປີ, ອຳນວຍການ ໂຮງຮຽນປະຖົມ ເລງອກເຮີນ, ນະຄອນ ລາວກາຍ ໄດ້ຮັບການສະເຫນີຈາກກະຊວງ ສຶກສາ ແລະ ບຳລຸງສ້າງຫວຽດນາມ ໄປຮັບລາງວັນ ສົມເດັດເຈົ້າຟ້າມະຫາ ຈັກກຣີ ຍ້ອນມີການປະກອບສ່ວນຫລາຍຢ່າງໃນການປ່ຽນໃຫມ່ດ້ານການສຶກສາຊັ້ນປະຖົມຂອງຫວຽດນາມ. ພິເສດ ຂໍ້ລິເລີ່ມສ້າງຮູບແບບໂຮງຮຽນປະຖົມ ລາວກາຍ ໃຫມ່ ຂອງ ອາຈານຢູງ ໄດ້ຮັບການໝູນໃຊ້ທີ່ບັນດາໂຮງຮຽນປະຖົມ ຢູ່ ລາວກາຍ ແລະ ບັນດາແຂວງໃກ້ຄຽງ. ນອກຈາກນັ້ນ ຮູບແບບນີ້ຍັງໄດ້ຮັບການຮັບຮູ້ຈາກກະຊວງສຶກສາ ແລະ ບຳລຸງສ້າງ ແລະ ສືບຕໍ່ພັດທະນາກາຍເປັນ ຮູບແບບໂຮງຮຽນປະຖົມໃຫມ່ ຂອງຫວຽດນາມ”. ອາຈານ ຢູງ ແບ່ງປັນວ່າ:

        “ຂ້າພະເຈົ້າມີຂໍ້ລິເລີ່ມສ້າງຮູບແບບບັນດາການເຄື່ອນໄຫວດ້ານການສຶກສາຖືນັກຮຽນເປັນໃຈກາງ. ຕົວຢ່າງຄື ຈັດຕັ້ງໃຫ້ນັກຮຽນເຂົ້າຮ່ວມບັນດາກອງປະຊຸມກັບຄູອາຈານ, ເຂົ້າຮ່ວມການກໍ່ສ້າງກົດລະບຽບຂອງຫ້ອງຮຽນ, ໂຮງຮຽນ, ຈັດຕັ້ງການເຄື່ອນໄຫວດ້ານການສຶກສາ, ເຊື່ອມຕໍ່ກັບປະຊາຄົມ. ທ່ານໝໍ ອາດຈະມາໂຮງຮຽນສອນບັນດາເນື້ອໃນກ່ຽວຂ້ອງເຖິງບັນຫາສາທາລະນະສຸກ. ໂຄສົກ ອາດຈະແນະນຳໃຫ້ນັກຮຽນເວົ້າເຖິງບັນດາເນື້ອໃນໂຄສະນາ ຫລື ທັກສະເປັນໂຄສົກ.”

        ອາຈານຢູງ ແມ່ນຫນຶ່ງໃນຈຳນວນຄູອາຈານ 22 ຄົນໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາ ຈັກກຣີ ຢູ່ ບາງກອກ. ບັນດາຄູອາຈານໄດ້ຮັບລາງວັນຄື ອາຈານຢູງ ລ້ວນແຕ່ມີປະສົບການໃນການສິດສອນ ແລະ ວຽກງານຂະແຫນງການສຶກສາມາເປັນເວລາ ເກືອບ 20 ປີ. ພິເສດ ເຂົາເຈົ້າມີຂໍ້ລິເລີ່ມຫລາຍຢ່າງໃນການປະກອບສ່ວນໃຫ້ແກ່ຂະແຫນງການສຶກສາ, ອາດສາມາດປ່ຽນແປງຊີວິດຂອງນັກຮຽນ ແລະ ເປັນແບບຢ່າງໃຫ້ແກ່ບັນດາຄູອາຈານອື່ນ. ບັນດາມາດຖານນີ້ສອດຄອ່ງກັບມາດຖານ ໂດຍ ຝ່າຍໄທ ຍົກອອກມາ ເມື່ອມີຂໍ້ລິເລີ່ມມອບລາງວັນ PMCA ກ່ອນນີ້ 3 ປີ ເນື່ອງໃນໂອກາດສະເຫລີມສະຫລອງວັນຄ້າຍວັນເກີດສົມເດັດເຈົ້າຟ້າມະຫາ ຈັກກຣີ ຄົບຮອບ 60 ປີ. ທ່ານ  ກຣີດຊະນັດພົງ ກິຣະຕິກອນ ປະທານກອງທຶນລາງວັນສົມເດັດເຈົ້າຟ້າມະຫາ ຈັກກຣີ, ຊື່ງແມ່ນອົງການຈັດຕັ້ງປະຕິບັດ ແລະ ປະສານງານບັນດາການເຄື່ອນໄຫວກ່ຽວຂ້ອງເຖິງລາງວັນ ໃຫ້ຮູ້ວ່າ:

        ສຽງທ່ານກຣີດຊະນັດພົງ

ດ້ວຍຈຸດປະສົງອັນສູງສົ່ງຄືດັ່ງກ່າວ, ໃນຂອບເຂດລາງວັນ, ກອງທຶນ PMCA ໄດ້ຈັດຕັ້ງການເຄື່ອນໄຫວແທດຈິງຫລາຍຢ່າງ ເພື່ອແນໃສ່ເຮັດໃຫ້ບັນດາຂໍ້ລິເລິ່ມແຜ່ລາມອອກ ແລະ ບັນດາໂຄງການຂອງບຄູອາຈານກໍ່ໄດ້ຮູ້ຈັກເຖິງຢ່າງກວ້າງຂວາງກວ່າ. ພາຍຫລັງໄດ້ຮັບລາງວັນ, ບັນດາຄູອາຈານໄດ້ເຂົ້າຮ່ວມກອງປະຊຸມສຳມະນາແບ່ງປັນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ. ຫລັງຈາກນັ້ນຫນຶ່ງປີ ບັນດາຄູອາຈານຍາດໄດ້ລາງວັນລ້ວນແຕ່ມີໂອກາດໄດ້ພົບປະກັນອີກທີ່ກອງປະຊຸມລາຍງານໝາກຜົນວຽກງານ. ນອກນັ້ນ ກອງທຶນ PMCA ຍັງມີບັນດາການຫນູນຊ່ວຍລະອຽດໃຫ້ແກ່ແຕ່ລະຄູອາຈານ. ອາຈານ ເຈີນທິຖູ່ຍຢູງ ຕາງຫນ້າໃຫ້ຫວຽດນາມ ໄດ້ແບ່ງປັນວ່າ:

        “ປີ 2016 ກອງທຶນ PMCA ຫນູນຊ່ວຍພວກຂ້າພະເຈົ້າສົ່ງຄະນະຄູອາຈານຄະນະຫນຶ່ງໄປທັດສະນະສຶກສາ ໂຮງຮຽນ ບາງກອກ ພັດທະນາ ຂອງໄທ. ສະມາຊິກທັງໝົດໃນຄະນະພາຍຫລັງກັບຄືນເມືອປະເທດກໍ່ຖອດຖອນໄດ້ບົດຮຽນຈາກປະເທດເພື່ອນມິດມາໝູນໃຊ້ໃນໂຮງຮຽນຕ່າງໆຢູ່ລາວກາຍ.”

ລາງວັນ ສົມເດັດເຈົ້າຟ້າມະຫາ ຈັກກຣີ (PMCA) ຊ່ວຍຊຸກຍູ້ການສຶກສາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ - ảnh 2ບັນດາຄູ່ອາຈານໄດ້ຮັບລາງວັນ  PMCA ປີ 2015

        ເພື່ອປະຕິບັດບັນດາການເຄື່ອນໄຫວຫນູນຊ່ວຍຢ່າງມີປະສິດທິຜນົ, ກອງທຶນ PMCA ໄດ້ທາບທາມຄຳເຫັນຈາກກະຊວງສຶກສາ ແລະ ບຳລຸງສ້າງບັນດາປະເທດ ແລະ ດຳເນີນການຫນູນຊ່ວຍຕາມຄວາມຕ້ອງການຂອງຄູອາຈານ. ທ່ານ ກຣີດຊະນັດພົງ ກິຣະຕິກອນ ປະທານກອງທຶນລາງວັນສົມເດັດເຈົ້າຟ້າມະຫາ ຈັກກຣີ ໃຫ້ຮູ້ວ່າ:

ສຽງຂອງທ່ານກຣີດຊະນັດພົງ ກິຣະຕິກອນ

 ທ່ານ ກຣີດຊະນັດພົງ ກິຣະຕິກອນ ໃຫ້ຮູ້ຕື່ມອີກວ່າ: ໃນໄລຍະ 2-3 ປີຈະມາເຖິງ, ຝ່າຍກອງທຶນ ມີແຜນການເປີດກວ້າງຂອບເຂດມອບລາງວັນອອກສູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ ເພື່ອຊ່ວຍຊຸກຍູ້ການແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມກ່ຽວກັບການສຶກສາໃນພາກພື້ນ ຕາມຄວາມປາດຖະຫນາຂອງສົມເດັດເຈົ້າຟ້າມະຫາ ຈັກກຣີ.

ຕອບກັບ

ຂ່າວ/ບົດ​ອື່ນ